覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກການ​ເມືອງ​ເອ​ຢິບເຫັນ​ວ່າ: ຄວາມ​ເປັນ​ຈິງ​ຂອງ​ການ​ຄົ້ນ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ແມ່ນ​ບໍ່​ສາ​ມາດ​ກຳ​ເນີດ​ຈາກ​ຄວາມ​ລະ​ແວງສົງ​ໄສ​ ແລະ​ບໍ່​ສາ​ມາດ​ແຊກ​ແຊງ​ໂດຍ​ທາງ​ການ​ເມືອງ​ໄດ້

2021-08-02 10:16:22 cri

ຫວ່າງ​ມໍ່ໆ​ມາ​ນີ້, ນັກ​ການ​ເມືອງ​ຈຳ​ນວນ​ໜຶ່ງ​ຢູ່​ປະ​ເທດ​ຕາ​ເວັນ​ຕົກ​ເຊັ່ນ​:ອາ​ເມ​ຣິ​ກາ​ໄດ້​ມີເຈດ​ຕະ​ນາ​ຖື​ເອົາ​ບັນ​ຫາ​ການ​ຄົ້ນ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ​ຫັນ​ເປັນ​ບັນ​ຫາ​ການ​ເມືອງ ແລະ​ກ່າວ​ຖ້ອຍ​ຄຳ​ຕ່າງໆ​ເພື່ອໃສ່​ຮ້າຍ​ປ້າຍ​ສີ​​ຈີນ,  ຕໍ່​ກັບ​ເລື່ອງ​ນີ້, ທ່ານ​ເຊ​ຣີ​ຟ ຊາ​ເມີ ຟາ​ຢັດ ກຳ​ມະ​ການ​ກົມ​ການ​ເມືອງ​ພັກ​ ​ເອ​ກະ​ພາບ​ກ້າວ​ໜ້າ​ແຫ່ງ​ຊາດ​ເອ​ຢິບ, ສາ​ສະ​ດາ​ຈານ​ເສດ​ຖະ​ສາດ​ສັງ​ຄົມ​ເຫັນ​ວ່າ: ຄວາມ​ເປັນ​ຈິງ​ຂອງ​ການ​ຄົ້ນ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ແມ່ນ​ບໍ່​ສາ​ມາດ​ກຳ​ເນີດ​ຈາກ​ຄວາມ​ລະ​ແວງສົງ​ໄສ​ ແລະ​ແຮ່ງບໍ່​ສາ​ມາດ​ແຊກ​ແຊງ​ໂດຍ​ທາງ​ການ​ເມືອງ​ໄດ້.
 

 ທ່ານ​ຟາ​ຢັດ​ກ່າວ​ວ່າ: ນັກ​ການ​ເມືອງ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ຈຳ​ນວນ​ໜຶ່ງ​ທີ່​ມີ​ອາ​ເມ​ຣິ​ກາ​ເປັນ​ຕົວ​ແທນ​ນັ້ນ​ໄດ້​ໃຊ້​ວິ​ທີໃສ່​ຮ້າຍ​ປ້າຍ​ສີ​ຈີນ​ໃນ​ບັນ​ຫາ​ຄົ້ນ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19, ໃນ​ຄວາມ​ເປັນຈິງ​ແລ້ວ​ແມ່ນ​ເພື່ອ​ຮັບ​ໃຊ້​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ຕົນ. ທ່ານ​ກ່າວ​ວ່າ: ເຖິງ​ຈະແມ່ນ​ຢູ່​ໃນ​ໄລ​ຍະເວ​ລາ​ກ່ອນ​ ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ປະ​ເທດ​ຕາ​ເວັນ​ຕົກ​ກໍ​ໄດ້ກ່າວໂຈມ​ຕີ​ຈີນ​ຢ່າງ​ໄຮ້​ເຫດ​ຜົນ​ໂດ​ຍ​ສວຍ​ໃຊ້​ວຽກ​ງານຂອງ​ພາກ​ພື້ນ​ເປັນ​ຂໍ້​ອ້າງ, ເຊິ່ງ​ຈຸດ​ປະ​ສົງ​ກໍ​ເພື່ອ​ສະ​ກັດ​ກັ້ນ​ການ​ພັດ​ທະ​ນາ​ຂອງ​ຈີນ​ໃນ​ອະ​ນາ​ຄົດ.
 

 ທ່ານ​ຟາ​ຢັດ​ເຫັນ​ວ່າ: ຕໍ່​ກັບ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ທຸກ​ຊະ​ນິດ, ການ​ທີ່​ສຸມ​ຄວາມ​ພະ​ຍາ​ຍາມ​ທຸກ​ຢ່າງ​ເພື່ອ​ຄົ້ນ​ຫາ​ແຫຼ່ງ​ກຳ​ເນີດ​​ຂອງ​ເຊື້ອ​ພະ​ຍາດໃຫ້​ເຖິງ​ຖອງ ແລະ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ ເປັນ​ສິ່ງ​ສຳ​ຄັນ​ທີ່​ສຸດ. ແຕ່​ວ່າ​ຂະ​ບວນ​ການ​ນີ້​ຕ້ອງ​ເຄົາ​ລົບ​ຄວາມ​ເປັນ​ຈິງ​ພາ​ວະ​ວິ​ໄສ​ ແລະ​ບົນ​ພື້ນ​ຖານ​ທີ່​ຮັບ​ປະ​ກັນ​ຄວາມ​ຍຸ​ຕິ​ທຳ, ຜ່ານ​ຈາກ​ການ​ຮ່ວມ​ມືຫຼາຍ​ຝ່າຍ​ໃນ​ສາ​ກົນ​ເພື່ອ​ເຮັດໃຫ້​ການ​ຄົ້ນ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ມີ​ຄວາມ​ໂປ່ງ​ໃສ​ແລະ​ເປີດ​ເຜີຍ.

ຄຳ​ເຫັນ

0