覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປີດ​ຊຸດ​ຝຶກ​ອົບ​ຮົມ​ສະ​ເພາະ​ກາ​ນ​ສ້າງ​ທຸ​ລະ​ກິດ​ຂອງຊາວ​ໜຸ່ມ​ທົ່ວ​ໂລກ “ຊາວ​ໜຸ່ມ​ອາ​ຊຽນຮ່ວມ​ເດີນ​ທາງ​ໄປ​ກັບ​ຢີ້​ອູ່”

2021-08-02 18:15:14 cri

ເປີດ​ຊຸດ​ຝຶກ​ອົບ​ຮົມ​ສະ​ເພາະ​ກາ​ນ​ສ້າງ​ທຸ​ລະ​ກິດ​ຂອງຊາວ​ໜຸ່ມ​ທົ່ວ​ໂລກ “ຊາວ​ໜຸ່ມ​ອາ​ຊຽນຮ່ວມ​ເດີນ​ທາງ​ໄປ​ກັບ​ຢີ້​ອູ່”_fororder_义乌1
 

​ຕອນ​ເຊົ້າ​ວັນ​ທີ 2 ສິງ​ຫາ​ນີ້, ພິ​ທີ​ເປີດຊຸດ​ຝຶກ​ອົບ​ຮົມ​ສະ​ເພາະ​ກາ​ນ​ສ້າງ​ທຸ​ລະ​ກິດ​ຂອງຊາວ​ໜຸ່ມ​ທົ່ວ​ໂລກ “ຊາວ​ໜຸ່ມ​ອາ​ຊຽນຮ່ວມ​ເດີນ​ທາງ​ໄປ​ກັບ​ຢີ້​ອູ່”ທີ່​​ມີ​ສະ​ມາ​ຄົມ​ຈີນ-ອາ​ຊຽນ, ຄະ​ນະ​ທູດ​ຈີນ​ປະ​ຈຳ​ອາ​ຊ​ຽນ, ສູນ​ຈີນ-ອາ​ຊຽນ, ຫ້ອງວ່າ​ການ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ຂອງ​ອົງ​ການ​ປົກ​ຄອງ​ແຂວງ​ເຈີ້​ຈ່​ຽງ, ອົງ​ການ​ປົກ​ຄອງ​ນະ​ຄອນ​ຢີ້​​ອູ່ ສ​ປ ຈີນຮ່ວມ​ກັນ​ເປັນ​ເຈົ້າ​ພາບ​ໄດ້​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ. ທ່ານຢວນ​ມິນ​ຕ້າວ ເລ​ຂາ​ທິ​ການ​ສະ​ມາ​ຄົມ​ມິດ​ຕະ​ພາບປະ​ຊາ​ຊົນ​ຈີນ​ກັບ​ຕ່າງ​ປະ​ເທດ, ທ່ານ ອັດທະຍຸດ ສີສະມຸດ ເອກ​ອັກ​ຄະ​ລັດ​ຖະ​ທູດ​ໄທ​ປະ​ຈຳ​ຈີນ ແລະ​ທ່ານ​ອື່ນໆ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ດັ່ງ​ກ່າວ.

 

ເປີດ​ຊຸດ​ຝຶກ​ອົບ​ຮົມ​ສະ​ເພາະ​ກາ​ນ​ສ້າງ​ທຸ​ລະ​ກິດ​ຂອງຊາວ​ໜຸ່ມ​ທົ່ວ​ໂລກ “ຊາວ​ໜຸ່ມ​ອາ​ຊຽນຮ່ວມ​ເດີນ​ທາງ​ໄປ​ກັບ​ຢີ້​ອູ່”_fororder_义乌2
 

ທ່ານ​ຫວາງ​ຈ້ຽນ ເຈົ້າ​ຄອງ​ນະ​ຄອນ​ຢີ້​ອູ​ໄດ້​ປະ​ກອບ​ຄຳ​ເຫັນ​ໃນ​ພິ​ທີ​ດັ່ງ​ກ່າວ​ວ່າ: ອາ​ຊຽນ​ເປັນໜຶ່ງ​ໃນ​ບັນ​ດາ​ຄູ່​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ຢີ້​​ອູ່, ​ແລະ​ຢີ້​ອູ່ຫວັງ​ຢ່າງ​ຈິງໃຈ​ທີ່​ຈະ​ຮ່ວມ​ກັບ​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ​ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ, ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂ້າມ​ຊາດ ແລະ​ການ​ຮ່ວມ​ມື​ດ້ານ​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ. ໄປ​ຄຽງ​ຄູ່​ກັບ​ສັນ​ຍາ​ການ​ພົວ​ພັນຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນຫຼື RCEP ໄດ້​ມີ​ຜົນ​ບັງ​ຄັບ​ໃຊ້ຢ່າງ​ເປັນ​ທາງ​ການ​ແລ້ວ, ເຊື່ອ​ໝັ້ນ​ວ່າ ​ການ​ຮ່ວມ​ມື​ລະ​ຫວ່າງ​ນະ​ຄອນຢີ້​ອູ່​ກັບ​ອາ​ຊຽນ​ຈະ​ມີ​ອະ​ນາ​ຄົດ​ທີ່ກວ້າງ​ຂວາງກວ່າ​ເກົ່າ.
 

ທ່ານ ອັດທະຍຸດ ສີສະມຸດ ເອກ​ອັກ​ຄະ​ລັດ​ຖະ​ທູດ​ໄທ​ປະ​ຈຳ​ຈີນ ໄດ້​ປະ​ກ​ອບ​ຄຳ​ເຫັນ​ວ່າ: ຈີ​ນ​ແລະ​ອາ​ຊຽນ​ໄດ້​ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ກັນ​ແລະ​ກັນ, ການ​ຈັດ​ຊຸດ​ຝຶກ​ອົບ​ຮົມ​ຄັ້ງ​ນີ້​ໄດ້​ເປັນ​ການ​ສ້າງ​ຂົວ​ຕໍ່​ອັນ​ສຳ​ຄັນ​ໃຫ້​ແກ່​ການ​ແລກ​ປ່ຽນ ການ​ໄປ​ມາ​ຫາ​ສູ່​ກັນ​ບົນຈິດ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ຊາວ​ໜຸ່ມ​ສອງ​ຝ່າຍ,ເພື່ອ​ຮ່ວມ​ກັນ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຈີນ-ອາ​ຊຽນ​ແລະ​ຊຸກ​ຍູ້​ການ​ຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ​ໃຫ້​ມີ​ການ​ພັດ​ທະ​ນາຫຼາຍກວ່າ​ເກົ່າ.
 

  ໂຄງ​ການ​ຝຶກ​ອົບ​ຮົມ​ການ​ສ້າງ​ທຸ​ລະ​ກິດ​ຊາວ​ໜຸ່ມ​ທົ່ວ​ໂລກ​ “ຊາວ​ໜຸ່ມ​ອາ​ຊຽນຮ່ວມ​ເດີນ​ທາງ​ໄປ​ກັບ​ຢີ້​ອູ່” ໄດ້​ເລີ່ມ​ຂຶ້ນ​ມາ​ແຕ່​ປີ2018, ເຊິ່ງ​ມີ​ຈຸດ​ປະ​ສົງ​ເພື່ອ​ສ້າງ​ເວ​ທີ​ຊັບ​ພະ​ຍາ​ກອນ​ກວມ​ເຖິງ​ການ​ຝຶກ​ອົບ​ຮົມທັກ​ສະ,ການ​ສ້າງ​ທຸ​ລະ​ກິດ, ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ, ການ​ເຜີຍ​ແຜ່​ໂຄ​ສະ​ນາ​​ກ່ຽວ​ກັບຕົວ​ເມືອງ, ເພື່ອ​ຮ່ວມ​ກັນ​ແບ່ງ​ປັນ​ເລື່ອງ​ລາວ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຂອງ​ຈີນ​ແລະ​ໂອ​ກາດ​ການ​ພັດ​ທະ​ນາ​ຂອງ​ຢີ້​ອູ່, ຊຸກ​ຍູ້​ການ​ເຊື່ອມ​ສານ​ຈິດ​ໃຈ​​ຂອງ​ປະ​ຊາ​ຊົນ​ສອງ​ຝ່າຍ.

 

ຄຳ​ເຫັນ

0