吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ຕະຫຼາດນັດ​ການ​ຄ້າ​ການ​ບໍລິການ​ສາກົນ​ຈີ​ນປີ 2021 ຈະ​ໄຂ​ຂຶ້ນ​ໃນ​ຕົ້ນ​ເດືອນກັນຍາ​ໜ້າ​ນີ້

2021-08-02 15:21:51 cri

​ໃນ​ຖານະ​ເປັນ​ງານ​ວາງສະ​ແດງ​ສັງ​ລວມທີ່​ມີ​ຂະໜາດ​ໃຫຍ່​ທີ່​ສຸດ​ໃນ​ດ້ານ​ການ​ຄ້າ​ການ​ບໍລິການ​ຂອງ​ໂລກ, ງານ​ຕະຫຼາດ​ນັດ​ການ​ຄ້າ​ການ​ບໍລິການ​ສາກົນ​ຈີນ​ປີ 2021 ຈະ​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ແຕ່​ວັນ​ທີ 2 ຫາ​ວັນ​ທີ 7 ກັນຍາ​ໜ້າ​ນີ້. ວິ​ສາ​ຫະກິດ​ທີ່​ຈະ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ຄັ້ງ​ນີ້​ມີ​ວິ​ສາ​ຫະກິດ​ຊັ້ນນຳ 500 ​ແຫ່ງ​ຂອງ​ໂລກ ​ແລະ​ວິ​ສາ​ຫະກິດ​ຊັ້ນ​ນຳ​ໃນ​ຂົງ​ເຂດ​ການ​ຄ້າ​ການ​ບໍລິການ​ກວມ​ຈຳນວນ​ເກືອບ​ເຄິ່ງໜຶ່ງ.

ມາ​ຮອດ​ປັດຈຸບັນ​ນີ້, ງານ​ຕະຫຼາດນັດ​ການ​ຄ້າ​ການ​ບໍລິການ​ສາກົນ​ຈີນ​ຄັ້ງ​ນີ້​ສາມາດ​ດຶງ​ດູດ​ຜູ້​​ເຂົ້າ​ຮ່ວມ​ງານ​ໄດ້ 93% ​ແລ້ວ, ຈຳນວນ​ວິ​ສາ​ຫະກິດ​ຊັ້ນ​ນຳ 500 ​ແຫ່ງ​ຂອງ​ໂລກ ​ແລະ​ວິ​ສາ​ຫະກິດ​ຊັ້ນ​ນຳ​ໃນ​ຂົງ​ເຂດ​ການ​ຄ້າ​ການ​ບໍລິການ​ກວມ 48%. ມີ​ອົງການ​ຕ່າງປະ​ເທດ​ອົງການ​ຮົງ​ກົງ, ມາ​ກາວ​, ໄຕ້​ຫວັນ​ຂອງ​ຈີນ ​ແລະ​ອົງການ​ຕ່າງປະ​ເທດ​ປະຈຳຈີນ​ທັງໝົດ 165 ​ແຫ່ງ​ຈາກ 108 ປະ​ເທດ ​ແລະ​ເຂດ​ແຄວ້ນ​ໃນ​ໂລກ​ໄດ້​ຢືນຢັນ​ຈະ​ເຂົ້າ​ຮ່ວມ​ງານ​, ໃນ​ນີ້ ລວມທັງ 81 ປະ​ເທດ​ທີ່​ໄດ້​ເຊັນ​ສັນຍາ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ຮ່ວມ​ກັນ​ກັບ​ຈີນ. ງານຕະຫຼາດນັດ​ຄັ້ງ​ນີ້​ຈະ​ຈັດ​ຂຶ້ນ​ໃນ​ຮູບ​ແບບ​ອອຟລາຍ ​ແລະ​ອ໋ອນ​ລາຍ.

ຄຳ​ເຫັນ

0