刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈຳ​ນວນ​ຜູ້​ເປັນ​ພະ​ຍາດໂຄວິດ-19 ເພີ່ມ​ໃໝ່​ຢູ່​ອາ​ເມ​ຣິ​ກາ​ໃນ​ວັນ​ທີ 30 ກໍ​ລະ​ກົດ​ແລ້ວ​ນີ້​ແມ່ນຫຼາຍກວ່າ 1 ແສນ​ກໍ​ລະ​ນີ

2021-08-02 11:02:00 cri

 

ຄຽງ​ຄູ່​ກັບ​ເຊື້ອ​ພະ​ຍາດເດວ​ຕາ​ທີ່​ມີ​ລັກ​ສະ​ນະ​ຕິດ​​ແປດ​ຢ່າງ​ຮ້​າຍ​ແຮງໄດ້ແຜ່​ລະ​ບາດ​ຢູ່​ແຫ່ງ​ຕ່າງໆ​​ໃນອາ​ເມ​ຣິ​ກາ, ອາ​ເມ​ຣິ​ກາ​ມີ​ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ຂຶ້ນ​ຢ່າງຫຼວງ​ໃຫຍ່​ໃນລະ​ດູ​ຮ້ອນ​ປີ​ນີ້. ຕົວ​ເລກ​ຂ​ອງສູນ​ຄວບ​ຄຸມ​ແລະ​ປ້ອງ​ກັນ​ພະ​ຍາດ​ອາ​ເມ​ຣິ​ກາ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ໃນວັນ​ທີ 30 ກໍ​ລະ​ກົດ​ແລ້ວນີ້, ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ເພີ່ມ​ໃໝ່​ຕໍ່​ມື້ຢູ່​ອາ​ເມ​ຣິ​ກາ​ແມ່ນ 101.171 ກໍ​ລະ​ນີ, ນີ້​ແມ່ນ​ຕົວ​ເລກ​ສະ​ຖິ​ຕິ​ໃໝ່​ອີກ​ຄັ້ງ​ໜຶ່ງ​ໃນໄລ​ຍະ 6 ເດືອນ​ຜ່ານມາ​ນີ້​ນັບ​ແຕ່​ວັນ​ທີ 6 ກຸມ​ພາ​ປີ​ນີ້​ທີ່​ມີ​ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ເພີ່ມ​ໃໝ່​ຕໍ່​ມື້ຫຼາຍກວ່າ 1 ແສນ​ກໍ​ລະ​ນີ.

ກ່ຽວ​ກັບ​ກໍ​ລະ​ນີ​ດັ່ງ​ກ່າວ, ທ່ານ​ອັນ​ໂຕ​ນີ ໂຟ​ຊີ ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ອາ​ການ​ແພ້​ແລະ​ພະ​ຍາດ​ຕິດ​​ແປດແຫ່ງ​ຊາດ​ອາ​ເມ​ຣິ​ກາ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ, ທ່ານ​ເອງ​ເຫັນ​ວ່າ​ອາ​ເມ​ຣິ​ກາ​ຈະ​ບໍ່​ນຳ​ໃຊ້​ມາດ​ຕະ​ການ​ປິດ​ເມືອງ​ທີ່​ໄດ້​ປະ​ຕິ​ບັດ​ໃນ​ປີ​ກາຍ​ນີ້, ແຕ່​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຈະ​ຮ້າຍ​ແຮງ​ຂຶ້ນ​ຕື່ມ. ທ່ານ​ຍັງ​ກ່າວ​ຕື່ມ​ວ່າ: ຜູ້​ເປັນ​ພະ​ຍາດ​ເພີ່ມ​ໃໝ່​ຕົ້ນ​ຕໍ​ແມ່ນ​ຜູ້​ທີ່​ຍັງ​ບໍ່​ທັນ​​ໄດ້​ສັກວັກ​ຊີ້ນ​ເທື່ອ.

ຄຳ​ເຫັນ

0