秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຄື່ອງຊ່ວຍຫາຍໃຈທີ່ຈີນຊ່ວຍເຫຼືອກູບານໄດ້ຂົນສົ່ງໄປເຖິງນະຄອນຫຼວງລາຮາວານ

2021-08-02 14:16:24 cri

ວັນ​ທີ 31 ກໍ​ລະ​ກົດ​ຜ່ານ​ມາ​ນີ້, ເຄື່ອງ​ຊ່ວຍ​ຫາຍ​ໃຈ​ 30 ເຄື່ອງທີ່ລັດ​ຖະ​ບານ​ຈີນ​ຊ່ວຍ​ເຫຼືອ​ກູ​ບາ ​ໄດ້​ຂົນ​ສົ່ງ​ໄປ​ເຖິງ​ນະ​ຄອນຫຼວງ​ລາຮາ​ວາ​ນ​ຂອງ​ປະ​ເທດ​ກູ​ບາແລ້ວ, ນີ້​ແມ່ນ​ອຸ​ປະ​ກອນທີ່​ລັດ​ຖະ​ບານ​ຈີນ​ຊ່ວຍ​ເຫຼືອ​ກູ​ບາງ​ວດ​ທຳ​ອິດ ເພື່ອ​ຊ່ວຍ​ກູ​ບາ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຮອບ​ໃໝ່. ສ່ວນ​ເຄື່ອງ​ຊ່ວຍ​ເຫຼືອ​ອື່ນໆ ເຊິ່ງ​ລວມ​ທັງ​ອຸ​ປະ​ກອນ​ປ້ອງ​ກັນ​ພະ​ຍາດ ຈະ​ຂົນ​ສົ່ງ​ໄປ​ຮອດ​ກູ​ບາ​ໃນ​ໄລ​ຍະ​ເວ​ລ​າ​ໃກ້ໆ​ນີ້.

ໜັງ​ສື​ພິມແກຼ​ນ​ມາ ສຽງ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ກູ​ບາ ແລະ​ຂ່າວ​ສານ​ອາ​ເມ​ຣິ​ກາ​ລາ​ຕີນ ເຊິ່ງ​ເປັນຂ່າວ​ສານ​ທາງ​ການ​ກູ​ບາ​ ໄດ້​ລາຍ​ງານ​ຂ່າວ​ດັ່ງ​ກ່າວ ໂດຍ​ຢືນ​ຢັນ​ວ່າ: ປີ​ຜ່ານ​ມາ, ຈີນ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​​ວັດ​ຖຸ​ອຸ​ປະ​ກອນ​ປ້ອງ​ກັນ​ພະ​ຍາດຫຼາຍງວດ​ແກ່​ກູ​ບາ ເຊັ່ນ: ເຄື່ອງ​ຊ່ວຍ​ຫາຍ​ໃຈ, ຜ້າ​ປິດ​ປາກ, ຊຸດ​ປ້ອງ​ກັນ​ພະ​ຍາດ, ເຄື່ອງ​ແທກ​ອຸນ​ຫ​ະ​ພູມ ແລະ ແວ່ນ​ຕາກັນ​ພະ​ຍາດ ເຊິ່ງ​ເປັນ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ໃນການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດຢູ່​ກູ​ບາ. ການ​ຊ່ວຍ​ເຫຼືອ​ເຄື່ອງ​ຊ່ວຍ​ຫາຍ​ໃຈ 30 ເຄື່ອງ​ຂອງ​ຝ່າຍ​ຈີນ​ໃນ​ຄັ້ງ​ນີ້ ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ມິດ​ຕະ​ພາບ​ອັນ​ໝັ້ນ​ແກ່ນ​ລະ​ຫວ່າງ​ສອງ​ປະ​ເທດ ແລະ ປະ​ຊາ​ຊົນ​ສອງ​ຊາດ​ກູ​ບາ-ຈີນ.

ຄຳ​ເຫັນ

0