黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສິບ​ຄຳ​ຖາມສຳ​ລັບອາ​ເມ​ຣິ​ກາ​ກ່ຽວ​ກັບ​ວຽກ​ງານ​ສຳ​ຫຼວດຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19

2021-08-02 16:30:01 cri

ສິບ​ຄຳ​ຖາມສຳ​ລັບອາ​ເມ​ຣິ​ກາ​ກ່ຽວ​ກັບ​ວຽກ​ງານ​ສຳ​ຫຼວດຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19_fororder_6159252dd42a283444b0a0ee00ef2ce214cebfa0

ຫວ່າງ​ມໍ່ໆ​ມາ​ນີ້, ເພື່ອໂຍນຄວາມ​ຮັບ​ຜິດ​ຊອບ​ໃຫ້​ຜູ້​ອື່ນ​​ໃນ​ກໍ​ລະ​ນີ​ທີ່​ຕົນ​ມີ​ຄວາມ​ຜິດ​ພາດ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19, ແລະ​​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ທາງ​ການ​ເມືອງ​ຂອງ​ຕົນ​ຈຶ່ງໃສ່​ຮ້າຍ​ປ້າຍ​ສີ​ແລະກີດ​ກັ້ນ​​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ອື່ນ, ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ບາງ​ຄົນ​ໄດ້​ຄວບ​ຄຸມ​ ​ການ​ເມືອງ​ໂດຍ​ສວຍ​ໃຊ້​ບັນ​ຫາ​ການສຳ​ຫຼວດ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ຢ່າ​ງ​ບໍ່​ຢຸດ​ຢັ້ງ, ບັງ​ຄັບ​ແລະ​ຊຸກ​ຍູ້​ໃຫ້​ມີ​ການ​ສຳ​ຫຼວດ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ​ໂດຍ​ແນ​ໃສ່​ປະ​ເທດ​ຈີນ, ​ແຕ່ພັດ​ຫຼີກລ່ຽງ​ການ​ເວົ້າ​ເຖິງ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ກ່ອນ​ພະ​ຍາດ​ດັ່ງ​ກ່າວ​​ຈະແຜ່​ລະ​ບາດ​ຢູ່​ຈີນ​ແລະ​ບັນ​ຫາ​ຫ້ອງ​ທົດ​ລອງ​ຊີ​ວະ​ພາບ​ຂອງ​ອາ​ເມ​ຣິ​ກາ​ເອງ. ດັ່ງ​ນັ້ນ, ກ່ຽວ​ກັບ​ບັນ​ການ​ຫາ​ສຳ​ຫຼວດ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19, ຈີນ​ໄດ້​​ຕັ້ງສິບ​ຄຳ​ຖາມ, ​ຂໍ​ຄວາມກະ​ລຸ​ນາ​ໃຫ້​ອາ​ເມ​ຣິ​ກາ​ຕອບຄຳ​ຖາມ​​ດັ່ງ​ລຸ່ມ​ນີ້​ໂດຍ​ອີງ​ຕາມ​ຄວາມ​ເປັນ​ຈິງ:    

  1. ເປັນ​ຫຍັງຫຼັກ​ຖານ​ທີ່​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ​ຢູ່ 5 ລັດ​ຂອງ​ອາ​ເມ​ຣິ​ກາ​ຄື: ​ລັດອິລີ​ນອຍ, ລັດມັດຊາ​​ຊູ​ເຊັດ​ສ໌, ລັດມິດ​ຊິດ​ຊິບ​ປີ, ລັດ​ວິດ​ສະ​ຄອນ​ຊິນ​ແລະລັດ​ເພັນ​ຊິນ​ຍາ​ເນຍໄດ້​ເກີດ​ຂຶ້ນ​ກ່ອນ​ເດືອນ​ທັນ​ວາ​ປີ 2019?
  2. ​ເປັນ​ຫຍັງ​ກ່ອນ​ມີ​ການ​ລາຍ​ງານ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ກໍ​ລະ​ນີ​ທຳ​ອິດ​ຢູ່​ລັດ​ຟ​ຣໍ​ຣິ​ດາ, ໄດ້​ມີ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ກ່ອນ​ແລ້ວ​ຈຳ​ນວນ 171 ຄົນ​ຢູ່​ລັດ​ດັ່ງ​ກ່າວ. ແລະ​ຄົນ​ເຈັບ 171 ຄົນ​ເຫຼົ່າ​ນີ້​ລ້ວນ​ແຕ່​ບໍ່​ເຄີຍ​ເດີນ​ທາງ​ໄປ​ປະ​ເທດ​ຈີນ?
  3. ເປັນ​ຫວັງ​ຫ້ອງ​ທົດ​ລອງ​ຊີ​ວະ​ພາບ​ຟອດ​ເດ​ຕ​ຣິກຈຶ່ງ​ຖືກ​ປິດ​ນຳ​ໃຊ້​ຢ່າງ​ກະ​ທັນ​ຫັນ​ໃນ​ເດືອນ​ກໍ​ລະ​ກົດ​ປີ 2019, ຫຼັງ​ຈາກ​ນັ້ນ​ຫຼາຍຂ່າວ​ກ່ຽວ​ກັບ​ຫ້ອງ​ທົດ​ລອງ​ດັ່ງ​ກ່າວ​ທີ່​ໄດ້​ລາຍ​ງານ​ໃນ​ອິນ​ເຕີ​ເນັດ​ກໍ​ຖືກ​ລຶບ​ອອກ, ເບື້ອງ​ຫຼັງ​ຂອງ​ເລື່ອງ​ນີ້​ແມ່ນ​ຫຍັງ?
  4. ເປັນ​ຫຍັງ​ຈຶ່ງ​ມີ​ຫຼັກ​ຖານ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ​ທີ່​ພິ​ສູດ​ໃຫ້​ເຫັນ​ວ່າ: ​ຫຼາຍ​ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ຂອບ​ເຂດທົ່ວ​ໂລກ​ໄດ້​ປະ​ກົດ​ເຫັນ​ເຊື້ອ​ພະ​ຍາດ​ໂຄວິດ-19 ກ່ອນ​ເຊື້ອ​ພະ​ຍາດ​ເກີດ​ຂຶ້ນ​ຢູ່​ນະ​ຄອນ​ອູ​ຮັ້ນ​ຂອງ​ຈີນ, ແຕ່​ຂໍ້​ມູນ​ທີ່​ກ່ຽວ​ຂ້ອງ​ພັດ​​ຖືກ​ເບິ່ງ​ຂ້າມ​ຕະ​ຫຼອດ?
  5. ເປັນ​ຫຍັງ​ໃນ​ເວ​ລາ​ເວົ້າ​ເຖິງ​ບັນ​ຫາ​ທີ່​ອະ​ນຸ​​ຍາດ​ໃຫ້ WHO ໄປ​ສຳ​ຫຼວດ​ຫ້ອງ​ທົດ​ລອງ​ຊີ​ວະ​ພາບ​ຟອດ​ເດ​ຕ​ຣິກ​ແລະ​ຫ້ອງ​ທົດ​ລອງ​ຊີ​ວະ​ພາບ 200  ກວ່າ​ແຫ່ງ​ຂອງ​ອາ​ເມ​ຣິ​ກາ​ຢູ່​ຕ່າງ​ປະ​ເທດ, ອາ​ເມ​ຣິ​ກາ​ພັດ​ປິດ​ປາກ​ງຽບ, ຕົນ​ເອງ​ກໍ​ບໍ່​ໄດ້​ດຳ​ເນີນ​ການ​ສຳ​ຫຼວດ​ແຕ່​ຢ່າງ​ໃດ​ເລີຍ?
  6. ເປັນ​ຫຍັງ​ອາ​ການ​ຂອງ “ພະ​ຍາດ​ອັກ​ເສບ​ປອດ​ຍ້ອນ​ຢາ​ສູບ​ໄຟ​ຟ້າ” ທີ່​ເກີດ​ຂຶ້ນ​ຢ່າງ​ແຮງ​ຢູ່​ຫຼາຍ​ລັດ​ຂອງ​ອາ​ເມ​ຣິ​ກາ​ເມື່ອ​ເດືອນ​ກໍ​ລະ​ກົດ​ປີ 2019 ຄ້າຍ​ຄື​ກັນ​ກັບ​ອາ​ການ​ພະ​ຍາດ​ໂຄວິດ-19 ຫຼາຍ​ທີ່​ສຸດ, ນອກ​ຈາກ​ນັ້ນ​ເຂດ​ຊຸມ​ຊົນ​ບ່ອນ​ທີ່​ເກີດ​ “ພະ​ຍາດ​ອັກ​ເສບ​ປອດ​ຍ້ອນ​ຢາ​ສູບ​ໄຟ​ຟ້າ” ​ແມ່ນຢູ່​ໃກ້​ກັບ​ຫ້ອງ​ທົດ​ລອງ​ຊີ​ວະ​ພາບ​ຟອດ​ເດ​ຕ​ຣິກ?
  7. ເປັນ​ຫຍັງ​ອາ​ເມ​ຣິ​ກາ​ຈຶ່ງຈັດ​ການ​ຝຶກ​ຊ້ອມ “​ຮັບ​ມື​ກັບ​ອຸ​ບັດ​ຕິ​ເຫດ 201” ​ກ່ຽວ​ກັບ​ພະ​ຍາດ​ຕິດ​ແປດ​ໃນ​ທົ່ວ​ໂລກໃນ​ເດືອນ​ຕຸ​ລາ​ປີ 2019 ທີ່​ມີ CIA ເຂົ້າ​ຮ່ວມ, ເນື້ອ​ໃນ​ຂອງ​ການ​ຝຶກ​ຊ້ອມ​ດັ່ງ​ກ່າວ​ຄື​ກັນ​ກັບ​ການ​ຝຶກ​ຊ້ອມ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຫຼາຍ​ແທ້ໆ, ເປັນ​ຫຍັງອາ​ເມ​ຣິ​ກາ​​ຈຶ່ງສາ​ມາດ​ຄາດ​ຄະ​ເນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໄດ້?
  8. ເປັນ​ຫຍັງ​ເຈົ້າ​ຄອງ​ນະ​ຄອນ​ເບວ​ວີວ​ລັດ​ນິວ​ເຈີ​ຊີ​ໄດ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ​ກ່ອນ​ແລ້ວໃນ​ເດືອນ​ພະ​ຈິກ​ປີ 2019, ​ເຊິ່ງ​ຫ່າງ​ຈາກກ່ອນ​ອາ​ເມ​ຣິ​ກາ​ແຈ້ງ​ຕົວ​ເລກ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ກໍ​ລະ​ນີ​ທຳ​ອິດ​ປະ​ມານ 2 ເດືອນ?
  9. ເປັນ​ຫຍັງ​ຜູ້​ຊ່ຽວ​ຊານ​ເຊື້ອ​ພະ​ຍາດ​ລະ​ດັບ​ສູງ​ສຸດ​ຂອງ​ໂລກ​ຫຼາຍ​ທ່ານ​​ໄດ້​ຢືນ​ຢັນ​ຫຼາຍ​ເທື່ອ​ແລ້ວ​ວ່າ: ບໍ່​ມີ​ຄວາມ​ອາດ​ເປັນ​ໄປ​ໄດ້​ທີ່​ເຊື້ອ​ພະ​ຍາດ​ໂຄວິດ-19 ​ຮົ່ວ​​ອອກ​ມາ​ຈາກ​ຫ້ອງ​ທົດ​ລອງ​ອູ​ຮັ້ນ, ສື່ມວນ​ຊົນ​ອາ​ເມ​ຣິ​ກາ, ຜູ້​ຊ່ຽວ​ຊານ WHO ກໍ​ເຄີຍ​ໄປ​ຫ້ອງ​ທົດ​ລອງ​ອູ​ຮັ້ນ​ດ້ວຍ​ຕົນ​ເອງ​ແລ້ວ, ​ແຕ່ອາ​ເມ​ຣິ​ກາ​ບໍ່​ສົນ​ໃຈ​ນຳ​ຜົນ​ການ​ສຳ​ຫຼວດ​ເຫຼົ່າ​ນີ້?
  10. ເປັນ​ຫຍັງ​ຈີນໄດ້​​ໃຫ້​ການ​ຮ່ວມ​ມື​ກັບ WHO ຢ່າງ​ຕັ້ງ​ໜ້າ​ກ່ຽວ​ກັບວຽກ​ງານ​ສຳ​ຫຼວດ​ຫາ​ແຫຼ່ງ​ກຳ​ເນີດ​ເຊື້ອ​ພະ​ຍາດ​ໂຄວິດ-19 ​ໄລ​ຍະ​ທີ​ໜຶ່ງ, ແລະ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ WHO ແລ້ວ, ​ແຕ່​ປັດ​ຈຸ​ບັນ WHO ພັດ​ໄດ້​​ສະ​ເໜີ​ແຜນ​ການ​ໃໝ່​ທີ່​ຝືນ​ກັບ​ທ່າ​ທີ​ຂອງ​ຕົນຢ່າງ​ກະ​ທັນ​ຫັນ, ໃນ​ເບື້ອງເລິກ​ເບື້ອງ​ຫຼັງ​ຂອງ​ເລື່ອງ​ນີ້​​​ມີ​ອິດ​ທິ​ກຳ​ລັງ​ໃດ​ແ​ຝງ​ຊ້ອນ​ຢູ່?

    ການ​ໃສ່​ຮ້າຍ​ປ້າຍ​ສີ​ປະ​ເທດ​ອື່ນ​ບໍ່​ສາ​ມາດ​ເຮັດ​ໃຫ້​ອາ​ເມ​ຣິ​ກາຫຼຸດ​ພົ້ນ​ຈາກ​ຄວາມ​ລະ​ແວງ​ສົງ​ໄສ​ດັ່ງ​ກ່າວ​ໄດ້. ຖ້າ​ວ່າ​ອາ​ເມ​ຣິ​ກາ​ເປັນ​ປະ​ເທດ​ທີ່ “ໂປ່ງ​ໃສ​ແລະ​​ມີ​ຄວາມຮັບ​ຜິດ​ຊອບ” ຢ່າງ​ແທ້​ຈິງ, ກໍ​ຄວນ​ຕອບ​ຄຳ​ຖາມ​ດັ່ງ​ກ່າວ​ຕາມ​ຄວາມ​​ເປັນຈິງ​ກ່ອນ, ແລະ​ໃຫ້​ຄຳ​ຕອບ​​ກັບ​ປະ​ຊາ​ຊົນ​ ​ທົ່ວ​ໂລກ.

ຄຳ​ເຫັນ

0