刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມຽນ​ມາ​ຈະ​ຈັດ​ການ​ເລືອກ​ຕັ້ງທົ່ວ​ໄປ​ຄືນໃໝ່​ໃນ​ທ້າຍ​ປີ 2023

2021-08-02 10:57:25 cri

 

ວັນ​ທີ 1 ສິງ​ຫາ​ນີ້, ທ່ານ​ມິງ​ອອງ​ລາຍ ປະ​ທານ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫາ​ນ​ປະ​ເທດມຽນ​ມາ​ໄດ້​ກ່າວ​ຄຳ​ປາ​ໄສ​ກ່ຽວ​ກັບ​ການບໍ​ລິ​ຫານ​​ປະ​ເທດ​ຄົບ​ຮອບ​ເຄິ່ງ​ປີ​ຜ່ານ​ທ​າງ​ໂທ​ລະ​ພາບ​ວ່າ: ວຽກ​ງານ​ກະ​ກຽມໃຫ້​ແກ່​ການ​ເລືອກ​ຕັ້ງ​ທົ່ວ​ໄປຊຸດ​ໃໝ່ຈະ​ສຳ​ເລັດ​ໃນ​ເດືອນ​ສິງ​ຫາ​ປີ 2023, ໃນ​ທ້າຍ​ປີ​ນັ້ນ​ຈະ​ຈັດ​ການ​ເລືອກ​ຕັ້ງ​​ຢ່າງ​ມີປະ​ຊາ​ທິ​ປະ​ໄຕ​ເຊິ່ງ​ຈະ​ມີຫຼາຍ​ພັກ​ການ​ເມືອງ​ເຂົ້າ​ຮ່ວມ​ເລືອກ​ຕັ້ງ.

​ເຈົ້າ​ໜ້າ​ທີ່ກອງ​ທັບ​ມຽນ​ມາ​ໄດ້ປະ​ກາດພາ​ວະ​ສຸກ​ເສີນ​ໃນ​ວັນ​ທີ 1 ກຸມ​ພາ​ປີ​ນີ້ ເຊິ່ງ​ມາ​ຮອດ​ປັດ​ຈຸ​ບັນ​ນີ້​ກໍ​ເປັນ​ເວ​ລາ​ເຄິ່ງ​ປີ​ແລ້ວ. ທ່າ​ນ​ມິງ​ອອງ​ລາຍ​ກ່າວ​ໃນ​ວັນ​ທີ 1 ສິງ​ຫາ​ນີ້​ວ່າ: ອີງ​ຕາມ​ກົດ​ໝາຍ, ​ພາ​ວະ​ສຸກ​ເສີນ​ສາ​ມາດ​ເລື່ອນ​ເວ​ລາ​ອອກ​ໄປ​​ໃຫ້​ເປັນສອງ​ປີ​ໄດ້. ນອກ​ນີ້, ວຽກ​ງານ​ການ​ກະ​ກຽມ​​ໃຫ້​ແກ່ການ​ເລືອກ​ຕັ້ງ​ຕ້ອງ​ໃຊ້​ເວ​ລາ 6 ເດືອນ, ດັ່ງ​ນັ້ນ, ວຽກ​ງານ​ກະ​ກຽມ​​ຕ່າງໆ​ໃຫ້​ແກ່ການ​ເລືອກ​ຕັ້ງ​ຊຸດ​ໃໝ່ຈະ​ສຳ​ເລັດ​ໃນ​ເດືອນ​ສິງ​ຫາປີ 2023.

ຄຳ​ເຫັນ

0