郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກຮົບຜູ້ເສຍສະຫຼະຊີວິດເພື່ອປະຊາຊົນ, ປະຊາຊົນຈະໄວ້ອາໄລຢ່າງສຸດຊື້ງ

2021-08-06 17:40:38 cri

ນັກຮົບຜູ້ເສຍສະຫຼະຊີວິດເພື່ອປະຊາຊົນ, ປະຊາຊົນຈະໄວ້ອາໄລຢ່າງສຸດຊື້ງ_fororder_罗盛教1

ຢູ່​ເມືອງ​ຊິ່ນ​ຮ​ວ້າ​, ແຂວງຮູນານ, ປະເທດ​ຈີນ ມີ​ຫໍ​ລະນຶກ​ໂລ​ເຊີ້ງ​ຈ້ຽວ​ແຫ່ງ​ໜຶ່ງ ເຊິ່ງສ້າງ​ຂຶ້ນເພື່ອ​ລະນຶກເຖິງທ້າວ ​ໂລ​ເຊີ້ງ​ຈ້ຽວ ນັກ​ຮົບ​ອາ​ສາ​ສະ​ໝັກ​ປະ​ຊາ​ຊົນ​ຈີນທີ່​ເສຍ​ສະ​ຫຼະຊີວິດ​ເພື່ອກອບ​ກູ້ຊີວິດ​ເດັກ​ນ້ອຍ​ເກົາ​ຫຼີ​ທີ່​ຕົກ​ນ້ຳ​ໃນ​ໄລ​ຍະ​ສົງ​ຄາມ​ຊ່ວຍເຫລືອ​ເກົາ​ຫຼີຕ້ານການຮຸກຮານຂອງ​ອາ​ເມ​ຣິ​ກາ​​.

​ທ້າວ​ ໂລ​ເຊີ້ງ​ຈ້ຽວ ເກີດ​ຢູ່ໃນ​ຄອບ​ຄົວ​ຊາວ​ນາ​ທີ່​ທຸກ​ຍາກ​ທີ່ເມືອງຊິ່ນ​ຮ​ວ້າ​ໃນ​ປີ 1931. ໃນປີ 1949, ຕອນທີ່ລາວອາ​ຍຸໄດ້ ​18 ປີ ​ກໍ່ໄດ້​ເຂົ້າ​ເປັນທະຫານໃນກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ດ້ວຍ​ອຸດົມການອັນບໍລິສຸດ​ຜຸດຜ່ອງເພື່ອປ້ອງ​ກັນ​ປະ​ເທດຊາດ. ປີ 1950, ໂດຍ​ຕອບ​ສະ​ໜອງຕາມ​ຄວາມ​ຮຽກ​ຮ້ອງ​ຂອງ​ພັກ ​ແລະ​ ລັດຖະບານຈີນ, ລາວໄດ້​ເຂົ້າຮ່ວມສົງຄາມຊ່ວຍເຫລືອ​ເກົາ​ຫຼີ​​​ຕ້ານການຮຸກຮານຂອງ​ອາ​ເມ​ຣິ​ກາ, ໂດຍ​ກຽມພ້ອມ​ຢູ່ທຸກ​ເວ​ລາ​ເພື່ອເສຍ​ສະ​ຫຼະ​ທຸກ​ສິ່ງຢ່າງ​ຂອງ​ຕົນ​ເພື່ອ​ສັນ​ຕິ​ພາບ​ແລະ​ຄວາມ​ສະ​ຫງົບ​ຂອງ​ປະ​ຊາ​ຊົນ​ເກົາ​ຫຼີ. ລາວ​ສູ້​ຮົບ​ຢ່າງ​ອົງ​ອາດ​ກ້າ​ຫານ​, ໄດ້​ຮັບ​ການ​ຍ້ອງ​ຍໍ​ຫຼາຍ​ຄັ້ງຫລາຍເທື່ອ.

ນັກຮົບຜູ້ເສຍສະຫຼະຊີວິດເພື່ອປະຊາຊົນ, ປະຊາຊົນຈະໄວ້ອາໄລຢ່າງສຸດຊື້ງ_fororder_罗盛教

ຢູ່​ເກົາ​ຫຼີ ທ້າວ ​ໂລ​ເຊີ້ງ​ຈ້ຽວ ​ໄດ້​ເຫັນ​ກັບ​ຕາເຖິງ​​ການກໍ່ໂທດ​ກຳ​ຂອງ​ພວກ​ຈັກ​ກະ​ພັດອາ​ເມ​ຣິ​ກາ​ທີ່​ມີຕໍ່ປະ​ຊາ​ຊົນ​ເກົາ​ຫຼີ, ລາວຈຶ່ງ​ມີ​ຄວາມ​ອີນດູສົງສານ​​ປະ​ຊາ​ຊົນ​ເກົາ​ຫຼີຢ່າງເລິກເຊິ່ງ. ມິດ​ຕະ​ພາບ​ຄວາມຮັກແພງອັນ​ເລິກ​ເຊິ່ງ​ຂອງ​ປະ​ຊາ​ຊົນ​ເກົາ​ຫຼີ​ທີ່​ມີ​ຕໍ່​ກອງ​ທັບ​ອາ​ສາ​ສະ​ໝັກ​ຈີນ ຍິ່ງ​ເຮັດ​ໃຫ້​ ໂລ​ເຊີ້ງ​ຈ້ຽວ ​ຊາບ​ຊຶ້ງ​ໃຈ​ຫຼາຍ. ມີເທື່ອ​ໜຶ່ງ, ກອງທະຫານໄດ້​ເຄື່ອນ​ທັບ​ໃນຕອນ​ກາງ​ຄືນ​ທີ່​ຝົນ​ຕົກ​ໜັກ​ປົນໝາກເຫັບ, ຄວາມມືດຈົນ​ບໍ່​ເຫັນຮອດມື, ແຕ່​ມີ​ແມ່​ເຖົ້າ​ຊາວ​ເກົາ​ຫຼີ​ຄົນ​ໜຶ່ງ ໄດ້​ແຂ່ງ​ຝົນ​ຢືນ​ຢູ່​ຂ້າງ​ທາງ, ຈັບໂຄມໄຟ​ເຍືອງ​ທາງ​ໃຫ້​ນົກ​ຮົບ​ທັງ​ຫຼາຍ, ທັງ​ເຕືອນ​​ນັກ​ຮົບ​ໃຫ້ລະ​ວັງ​ຂຸມ​ຂີ້​ຕົມ. ໂລ​ເຊີ້ງ​ຈ້ຽວ​ ຄຶດ​ວ່າ ​ມີ​ແຕ່​ການກະທຳ​ຕົວ​ຈິງ​ທີ່​ຕໍ່ສູ້ກັບ​ສັດ​ຕູ ແລະ​ສ້າງ​ຄຸນງາມຄວາມດີເທົ່ານັ້ນ ຈຶ່ງ​ສາ​ມາດ​ຕອບ​ແທນ​ຄວາມຮັກແພງ​ອັນ​ເລິກ​ເຊິ່ງ​ຂອງ​ປະ​ຊາ​ຊົນ​ເກົາ​ຫຼີ​ໄດ້. ​ນອກ​ຈາກ​ເຮັດຫລອນໜ້າທີ່ຂອງຕົນ​ແລ້ວ,​ ລາວຍັງ​ໄດ້ສົ່ງ​ອາ​ຫານ​ໃຫ້​ນັກ​ຮົບ​ແລະ​ຊ່ວຍ​ຊີວິດຄົນ​ເຈັບ​ຢູ່​ແນວ​ໜ້າ​ທ່າມກາງແປວໄຟສົງຄາມ​ເລື້ອຍໆ. ມີມື້​ໜຶ່ງ,​ ບ້ານ​ເທິງພູດອຍຢູ່​ຂ້າງປ້ອມເຝົ້າສັງ​ເກດຂອງກອງ​ຮ້ອຍຕົນ ​ໄດ້​ຖືກ​ເຮືອບິນທະ​ຫານ​ອາ​ເມ​ຣິ​ກາ​ຖິ້ມ​ລະ​ເບີດໃສ່, ລາວ​ໄດ້ແລ່ນແຂ່ງໝື້ລະເບີດ ແລະ ຄວັນໄຟທີ່ກຳລັງລຸກແຮງ ຟ້າວເຂົ້າໄປຊ່ວຍ​ຊີວິດ​ແມ່​ເຖົ້າ ​ແລະ ​ເດັກ​ນ້ອຍ​ຊາວ​ເກົາ​ຫຼີ​ສອງ​ຄົນ​.

ນັກຮົບຜູ້ເສຍສະຫຼະຊີວິດເພື່ອປະຊາຊົນ, ປະຊາຊົນຈະໄວ້ອາໄລຢ່າງສຸດຊື້ງ_fororder_罗盛教2

ວັນ​ທີ 2 ມັງ​ກອນ​ປີ 1952, ທ້າວ ໂຊຍ​ຢີງ ແລະ​ໝູ່​ເດັກນ້ອຍ​ຊາວ​ເກົາ​ຫຼີ 4 ຄົນ​ ໄດ້​ຫຼິ້ນ​ສະ​ກີ​ຢູ່​ເທິງ​ນ້ຳກ້າມຕາມທຳມະຊາດ, ແຕ່ໂ​ຊຍ​ຢີງ​ບໍ່ທັນ​ລະ​ວັງ ຈຶ່ງຕົກ​ລົງ​ຂຸມ​ນ້ຳກ້າມ​ທີ່​ເລິກ​ 2,7 ແມັດ. ເມື່ອ​ໄດ້ຍິນສຽງ​​ຮ້ອງ​ຂໍ​ຄວາມຊ່ວຍ​ເຫຼືອ ທ້າວ​ ໂລ​ເຊີ້ງ​ຈ້ຽວ ​ທີ່​ກຳ​ລັງ​ຝຶກ​ໂຍນລູກ​ລະ​ເບີດ​ຢູ່​ແຄມ​ແມ່​ນ້ຳນັ້ນ ທັງ​ແລ່ນ​ທັງແກ້​ເສື້ອ​ກັນ​ໜາວອອກ ແລະ ​ໂດດ​ລົງຂຸມ​ນ້ຳ​ກ້າມທັນທີ.ເຖິງວ່າ​ລາວ​ສາມາດຊູໃຫ້​ ໂຊຍ​ຢີງ​ ພົ້ນຂຶ້ນໜ້າ​ນ້ຳກ້າມໄດ້​ຫຼາຍ​ເທື່ອ, ແຕ່​ຍ້ອນໜ້ານ້ຳ​ກ້າມ​ບາງ​ໂພດ, ເມື່ອຍົກ​ຂຶ້ນໄດ້​ແລ້​ວ ນ້ຳກ້າມກໍ່ແຕກແຫງ ແລ້ວ​ກໍ່​ຕົກ​ລົງ​ໄປອີກ. ສຸດ​ທ້າຍ ລາວ​ຈຶ່ງດຳນ້ຳ​ລົງ​ໄປອີກ, ອອກ​ແຮງ​ສຸດ​ຂີດ​ໃຊ້​ຫົວ​ແລະ​ບ່າ​ໄຫຼ່ດັນ​ ທ.ໂຊຍ​ຢີງ ໃຫ້ພົ້ນຂຶ້ນ​​ໜ້າ​ນ້ຳເພື່ອໃຫ້ລາວລອດຊີວິດ​, ແຕ່​ໜ້າເສົ້າໃນຕອນນັ້ນ ໂລ​ເຊີ້ງ​ຈ້ຽວ​​ ພັດ​ເສຍ​ຊີວິດຍ້ອນ​ໝົດ​ແຮງ, ເວລານັ້ນ ລາວ​ຫາກໍ່ມີ​ອາ​ຍຸໄດ້​ພຽງ 21 ປີເທົ່ານັ້ນ. ສ.ປ.ປ.ເກົາ​ຫຼີ​ໄດ້​ມອບ​ຫຼຽນໄຊ​ທຸງ​ຊາດ​ລະ​ດັບ 1 ແລະ ​ຫຼຽນ​ກຽດ​ຕິ​ຍົດ​ນັກ​ຮົບ​ລະ​ດັບ 1​ ໃຫ້​ລາວ. ທ່ານ​ພົນ​ເອກ ກິມ​ອິນຊຸງ ຜູ້​ບັນ​ຊາ​ການ​ສູງ​ສຸດກອງ​ທັບເກົາຫຼີໄດ້​ຂຽນ​ຄຳຈາລຶກ​ຍ້ອງ​ຍໍ​ຢູ່​ເທິງ​ອະ​ນຸ​ສາວະລີ​ໂລ​ເຊີ້ງ​ຈ້ຽວ​ວ່າ: “ນ້ຳ​ໃຈ​ລັດ​ທິ​ສາ​ກົນ​ຂອງ​ໂລ​ເຊີ້ງ​ຈ້ຽວ​​ຈະຢູ່ຮ່ວມ​ກັບ​ປະ​ຊາ​ຊົນ​ເກົາ​ຫຼີ​ຊົ່ວ​ນິ​ລັນ​ດອນ”.

ເມື່ອ​ເວ​ລາ​ຜ່ານ​ໄປ 50 ປີ, ຈິດ​ໃຈ​ເສຍ​ສະ​ຫຼະຊີວິດ​ຕົນ​ເອງ​ເພື່ອ​ຊ່ວຍ​ກອບກູ້​​ຊີວິດຄົນ​ອື່ນ​ແບບນີ້ ໄດ້​ສືບຕໍ່ຜັນຂະຫຍາຍ​ຢູ່​ປະ​ເທດ​ຈີນ​ໃໝ່ຢ່າງຕໍ່ເນື່ອງ.

ນັກຮົບຜູ້ເສຍສະຫຼະຊີວິດເພື່ອປະຊາຊົນ, ປະຊາຊົນຈະໄວ້ອາໄລຢ່າງສຸດຊື້ງ_fororder_周波1

ທ້າວໂຈ່ວ​ໂປ່ ​ເກີດ​ໃນ​ປີ 1987, ເປັນຊາວ​ກຳແພງນະ​ຄອນຈຸ່ງກິ່ງ. ໃນ​ທ້າຍ​ປີ 2016 ລາວ​ມີ​ອາ​ຍຸ​ໄດ້ 19 ປີ, ໄດ້​ເຂົ້​າ​ເປັນທະຫານ​ກອງ​ທັບປົດປ່ອຍປະຊາຊົນຈີນ, ຕໍ່​ມາ​ເປັນ​ທະຫານສັງກັດກອງ​ທະຫານປ້ອງ​ກັນ​ນະ​ຄອນ​ຫຼວງ​ປັກ​ກິ່ງ.

ຕອນ​ບ່າຍ​ວັນ​ທີ 14 ກຸມ​ພາ​ປີ 2008, ອາ​ກາດ​ໜາວ​ເຢັນ​ຫຼາຍ. ທ້າວ​ໂຈ່ວ​ໂປ່ ​ແລະ​ ທ້າວ​ລີວ​ປິ່ງ​ເຮີງ ​ໝູ່​ຮ່ວມ​ຮົບນຳກັນ ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ປອດ​ໄພ​ຢູ່ນອກ​ກຳ​ແພງ​ສະ​ໜາມ​ຝຶກ​ແອບ​ຕາມ​ຄຳ​ສັ່ງ. ຢູ່​ຂ້າງສະໜາມ ​ມີ​ສະ​ໃຫຍ່​ແຫ່ງ​ໜຶ່ງ, ທ້າວ​ ຈ່າງ​ກົວ​ຊວ້ຍ​ ແລະ​ ທ້າວ​ກ່າວ​ຮ້າວ ນັກ​ຮຽນ​ມ.3 ຂອງ​ບ້ານ​ຊວີ​ຊິ່ນ​ ກຳ​ລັງພາກັນ​ຫຼິ້ນ​ຢູ່​ເທິງ​ໜ້າ​ນ້ຳ​ກ້າມ, ແຕ່​​ນ້ຳ​ກ້າມ​ພັດ​ແຕ​ກແຫງ​ກະ​ທັນ​​ຫັນ, ເຮັດໃຫ້ສອງ​ຄົນ​ຕົກ​ລົງ​ນ້ຳ​ທັນທີ.

ເມື່ອ​ໄດ້​ຍິນ​ສຽງ​ຮ້ອງ​​ຂໍ​ຄວາມຊ່ວຍເຫຼືອ, ທ້າວ ໂຈ່ວ​ໂປ່​ ແລະ​ ທ້າວ ​ລີວ​ປີ່ງ​ເຮີງ ​ກໍ່​ໄດ້​ແລ່ນ​ໄປ​ສູ່​ບ່ອນ​ເກີດ​ເຫດ ແລະ​ໂດດລົງ​ຂຸມນ້ຳກ້າມ​ໂດຍ​ບໍ່​ຄຶດ​ເຖິງຄວາມປອດໄພຂອງຕົນ​. ໃນເວລາເຂົາ​ເຈົ້າ​ສອງຄົນຊູຈ່າງ​ກົວ​ຊວ້ຍໃຫ້​ພົ້ນໜ້າ​ນ້ຳໄດ້ແລ້ວ,​ ແຕ່​ໜ້າ​ນ້ຳ​ກ້າມພັດແຕກ ແລະ ພັງ​ລົງ​ອີກ ເດັກນ້ອຍກໍ່​ຕົກ​ລົງ​​ນ້ຳ​ອີກ. ຕອນນີ້ ​ຄວາມເຢັນຂອງນ້ຳ​ປານເອົາມີດແທງກະດູກ, ໂຈ່ວ​ໂປ່​ແລະ ​ລີວ​ປິ່ງ​ເຮີງ​ ອອກ​ແຮງ​ສຸດຂີດ​ຫຼາຍ​ເທື່ອ ຈຶ່ງສາມາດ​ຊູໃຫ້​ ຈ່າງ​ກົວ​ຊວ້ຍ ​ຂຶ້ນ​ຈາກຂຸມນ້ຳກ້າມໄດ້. ເວ​ລານັ້ນ ໂຈ່ວ​ໂປ່​ໄດ້​ສະມັກ​ນ້ຳ​ຢ່າງແຮງ. ລີວ​ປີ່ງ​ເຮີງ​ ເຫັນແບບນັ້ນ​, ກໍ່​ຟ້າວໃຊ້​ມື​ຊ້າຍຊູ​ທ້າວ​ກ່າວ​ຮ້າວ, ໃຊ້​ມື​ຂວາ​ຈັບ​ເສື້ອ​ໂຈ່ວ​ໂປ່. ແຕ່​ ໂຈ່ວ​ໂປ່ ​ຫລຸດຈາກ​ມື​ຂອງ ​ລີວ​ປີ່ງ​ເຮີງ​ ແລະ​ເວົ້າ​ວ່າ: “ບໍ່ຕ້ອງຫ່ວງ​ເຮົາ, ຊ່ວຍ​ເດັກ​ນ້ອຍກ່ອນ..”

​ຫຼັງ​ຮູ້​ຂ່າວ​ແລ້ວ, ໝູ່​ຮ່ວມ​ຮົບ​ແລະ​ປະ​ຊາ​ຊົນ​​ທ້ອງ​ຖິ່ນກໍ່​ຟ້າວແລ່ນ​ມາ ຊ່ວຍຊີວິດ​ເດັກ​ນ້ອຍ​ສອງ​ຄົນ​ແລະ​ນັກ​ຮົບ​ສອງ​ຄົນ​. ເວລານັ້ນ ໂຈ່ວ​ໂປ່​ ໄດ້​ສະ​ຫຼົບ​ໄປ​, ເຖິງວ່າ​ໄດ້​ພະ​ຍາ​ຍາມຊ່ວຍກອບກູ້ຊີວິດເຕັມຄວາມສາມາດແລ້ວ ແຕ່​ກໍ​ບໍ່​ໄດ້​ຜົນ​, ຈົນ​ລາວເສຍຊີ​ວິດ​ໄປແບບໂຊກບໍ່ຊ່ວຍ. ເດັກ​ນ້ອຍ​ທີ່ຕົກ​ນ້ຳ​ສອງ​ຄົນ ສາມາດຊ່ວຍຊີວິດໄວ້ໄດ້, ແຕ່​ທ້າວ​ໂຈ່ວ​ໂປ່​ພັດເສຍ​ຊີ​ວິດໃນເວລາ​​ທີ່​ລາວຫາກໍ່ມີອາ​ຍຸໄດ້​ພຽງ ​21 ປີ.

ນັກ​ຮົບຜູ້​​ເສຍ​ສະ​ຫຼະ​ຊີວິດເພື່ອ​ປະ​ຊາ​ຊົນ, ປະ​ຊາ​ຊົນ​ຈະໄວ້ອາໄລ​ຢ່າງສຸດຊື້ງ. ພິທີສົ່ງສະການໂຈ່ວ​ໂປ່ ໄດ້ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ປະຊາຊົນ​ເກືອບ​ໝື່ນ​ຄົນ ​ບໍ່​ພຽງ​ແຕ່​ບໍ​ລິ​ຈາກ​ເງິນ​ໃຫ້​ຄອບ​ຄົວ​ຂອງ​ລາວເທົ່ານັ້ນ, ທັງ​ເປັນ​ເຈົ້າ​ການຮ່ວມກັນຈັດພິທີ​ສົ່ງ​ສະ​ການ​ໃຫ້​ວິ​ລະ​ຊົນ​ຄົນກ້າ, ພວງ​ມາ​ລາ ຄະ​​ຕິຄູ່ ແລະດອກ​ໄມ້​ສົດ​ເພື່ອ​ໄວ້​ອາ​ໄລ​ທະຫານ​ໂຈ່ວ​ໂປ່​ ໄດ້​ວາງ​ໄວ້​ຕາ​ມ​ທາງ​ທີ່ມີຄວາມຍາວເກືອບ 1 ກິ​ໂລ​ແມັດ. ເມື່ອຮອດ​ຕອນ​ຄ່ຳ​ຍາມບຸນ​ເຂົ້າໜົມບົວ​ລອຍ​ປີນັ້ນ, ປະ​ຊາ​ຊົນ 600 ກວ່າ​ຄົນ​ໄດ້​ໄຕ້​ທຽນ​ເພື່ອ​ໄວ້​ອາ​ໄລ​ໂຈ່ວ​ໂປ່​ຢູ່​ແຄມ​ສະ​ທີ່​ລາວ​ເສຍ​ຊີ​ວິດ.

ນັກຮົບຜູ້ເສຍສະຫຼະຊີວິດເພື່ອປະຊາຊົນ, ປະຊາຊົນຈະໄວ້ອາໄລຢ່າງສຸດຊື້ງ_fororder_周波

ນັກ​ຮົບ​​ຈີນ​ ເປັນ​ຜູ້ປົກປ້ອງທີ່​ໝັ້ນ​ຄົງເຂັ້ມແຂງ​ກວ່າ​ໝູ່​ໃນ​ໃຈ​ຂອງປະຊາຊົນ​ຕະ​ຫຼອດມາ, ທັງ​ເປັນ​ຄົນ​ທີ່​ໜ້າ​ຮັກ​ກວ່າ​ໝູ່​ໃນ​ສາຍ​ຕາ​ຂອງປະຊາ​ຊົນ! ທ້າວ ​ໂຈ່ວ​ໂປ່ ​ໄດ້ເຮັດແທ້ທຳຈິງ ເພື່ອ​ປະ​ຕິ​ບັດ​ຕາມ​ຄຳປະຕິຍານຂອງ​ຕົນ​ທີ່ຂຽນໄວ້ໃນໃບຮ້ອງ​ຂໍ​ເຂົ້າ​ເປັນສະມາຊິກ​ພັກ​ກອມ​ມູ​ນິດ​ຈີນ,ວິ​ລະ​ກຳຂອງ​ລາວ ໄດ້​ສ່ອງ​ແສງ​ໃຫ້​ເຫັນເຖິງ​ຈິດ​ໃຈ​ສູ້​ຮົບ​ທີ່​ກ້າ​ເສຍ​ສະ​ຫຼະ​ຊີວິດ​ ແລະ​ ຄຸນ​ນະ​ທຳອັນສູງສົ່ງທີ່ໄດ້​ປະ​ກອບ​ສ່ວນ​ໂດຍ​ບໍ່​ເຫັນ​ແກ່​​ຕົວ​​ຂອງ​ນັກ​ຮົບ​ທີ່ເກີດໃນຊຸມ​ປີ 1980 ຂອງ​ຈີນ,ນີ້ໄດ້ສ່ອງ​ແສງ​ໃຫ້​ເຫັ​ນເຖິງ​ຈິດ​ໃຈ​ອຸທິດຕົນ​ເພື່ອ​ປະ​ຊາ​ຊົນ​ໂດຍ​ບໍ່​ເອົາ​ຫົວ​ຊາ​ນຳຄວາມ​ເປັນ​ຄວາມ​ຕາຍ​ຂອງ​ຕົນ, ນັກຮົບຄົນນີ້ໄດ້​ຮັບ​ກຽດຕິ​ຍົດວ່າເປັນ “ຄົນແບບ​ຢ່າງທີ່ກ້າຫານເພື່ອຄວາມເປັນທຳຂອງ​​​ປະ​ເທດ​ຈີນ”.

ຄຳ​ເຫັນ

0