郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ຢົງຈື້ຮາງ ຄື ເປເລຂອງຈີນ

2021-08-25 15:12:56 cri

ເວົ້າ​ເຖິງ​ບານ​ເຕະ​ຈີນ, ແຟນ​ບານ​ເຕະ​ລຸ້ນ​ອາ​ວຸ​ໂສ​ອາດ​ຈະ​ຍັງ​ຈື່​​ທ່ານຢົງຈື້ຮາງ ທີ່ຖືກຂະ   ໜານນາມວ່າເປັນ “​ເປເລຂອງ​ຈີນ”.​ ທ່ານຢົງຈື້ຮາງ​ອາ​ໄສສີ​ຕີນທີ່ເກັ່ງ​ກາດ ແລະ​ ນ້ຳໃຈກິລາທີ່ດີໃນການ​ເຕະ​ບານ ຈົນກາຍ​ເປັນ​ນັກກິລາເຕະບານ ທີ່ມີຊື່ສຽງ​ຂອງ​ຈີນ​ໃນ​ຊຸມ​ປີ 1970-1980.

ທ່ານ ຢົງຈື້ຮາງ ຄື ເປເລຂອງຈີນ_fororder_荣志行

ທ່ານຢົງຈື້ຮາງ​ເປັນ​ຊາວ​ແຂວງກວາງ​ຕຸ້ງ, ພໍ່​ຂອງເພິ່ນເປັນ​ນັກ​ການ​ທູດ. ປີ 1948, ທ່ານຢົງ​ຈື້​ຮາງ ​ເກີດ​ຢູ່​ໃນ​ກຳປັ່ນ​ໂດຍ​ສານ​ລຳ​ໜຶ່ງທີ່​ເດີນທາງຈາກ​ຈີນ​​ໄປ​ອິນ​ເດຍ.​ ຫຼັງ​ຈາກ​ດຳ​ລົງ​ຊີ​ວິດ​ຢູ່​ອິນ​ເດຍໄດ້​ 10 ປີ​, ທ່ານຢົງຈື້ຮາງ​ໄດ້ຕິດຕາມ​ພໍ່​ກັບ​ຄືນ​ປະ​ເທດ​ຊາດ​ ແລະ ຕັ້ງ​ຖິ່ນຖານຢູ່ນະຄອນກວາງ​ໂຈ່ວ.

ໃນ​ຖານະ​ທີ່​ເປັນ​ກິ​ລາ​ທີ່ໄດ້ຮັບຄວາມນິຍົມອັນດັບ​ໜຶ່ງ​ຂອງ​ໂລກ, ນັບແຕ່​ຊຸມ​ປີ 1950-1960 ບານ​ເຕະກໍ່​ໄດ້​ຮັບ​ຄວາມ​ນິ​ຍົມ​​ຫຼາຍ​ຢູ່​ຈີນແລ້ວ. ຢູ່​ເຂດ​ຊຸມ​ຊົນ​ທີ່​ຢົງຈື້ຮາງ ​ດຳ​ລົງ​ຊີ​ວິດ​ຢູ່​ຫັ້ນ, ທຸກໆ​ມື້​ກໍມີ​ເດັກ​ນ້ອຍ​ກຸ່ມ​ໜຶ່ງ​ມັກເຕະ​ບານ​ຢູ່​ຕາມ​ຖະ​ໜົນ​ຫົນ​ທາງ​ທີ່​ຄັບ​ແຄບ. ໃນ​ນັ້ນ​ມີ​ເດັກ​ຊາຍ​ຜີວ​ດຳ​ຄົນ​ໜຶ່ງເປັນທີ່​ສະດຸດຕາຂອງ ຄົນທັງຫຼາຍ. ເຖິງວ່າ​ລາວຮູບຮ່າງ​ເຕ້ຍກວ່າ​ເດັກ​ນ້ອຍ​ຄົນ​ອື່ນ, ແຕ່​ສີຕີນໃນການ ເຕະ​ບານ​ພັດຄ່ອງແຄ້ວ​ຊຳນານ​ຫຼາຍ. ທະ​ແນມ​ແຕ່​ຈັບ​​ບານ​ໄດ້ ກໍ່​ຊ່ຳກັບວ່າ ເອົາ ບານ​ຕິດ​ໃສ່​ຕີນ​ລາວ​ເລີຍ, ບໍ່​ວ່າ​ຄູ່ຕໍ່ສູ້ຈະ​ມີ​ສາມ​ສີ່​ຄົນ​ມາຍາດບານນຳຕີນ​ລາວ​ແນວ​ໃດ ກໍ່​ບໍ່​ສາ​ມາດ​ຍາດບານ​ຈາກຕີນລາວ​ໄດ້. ເດັກ​ຜີວ​ດຳ​ຄົນ​ນີ້ ກໍ່​ແມ່ນ​ຢົງ​ຈື້ຮາງ.

ພອນ​ສະ​ຫວັນ​​ບານ​ເຕະ​ຂອງຢົງຈື້ຮາງ​ໃນຍາມ​ນ້ອຍ ໄດ້ຖືກ​ໃຈ​ທ່ານ​ລູ​ຈ້ຽນ​ຈູ້ ຄູ​ເຝິກ​ບານ​ເຕະ​ຂອງ​ໂຮງ​ຮຽນ​ກິ​ລາ​ທ້ອງ​ຖິ່ນຫຼາຍ, ພໍ່​ແມ່​ຂອງຢົງຈື້ຮາງ​ກໍ​ດີ​ໃຈ​ຫຼາຍ​ ຈຶ່ງຍອມ​ໃຫ້ຢົງຈື້ຮາງ​ໄປ​ເຝິກ​ຊ້ອມບານ​ເຕະ​ຢູ່​ໂຮງ​ຮຽນ​ກິ​ລາ. ຈາກນັ້ນ​, ທ່ານ​ຢົງ​ຈື້ຮາງ​ທີ່​ອາ​ຍຸໄດ້​ພຽງ 10 ປີໃນຄາວນັ້ນ ​ກໍໄດ້​ເລີ່ມຕົ້ນຊີວິດບານເຕະຂອງຕົນ​.

ໃນປີ 1969, ຢົງຈື້ຮາງ​ທີ່ອ​າ​ຍຸໄດ້ 21 ປີ​ ກໍ່ຖືກ​ຄັດ​ເລືອກໃຫ້​ເຂົ້າ​ຮ່ວມ​ທີມ​ບານ​ເຕະ​ແຂວງກວາງ​ຕຸ້ງ. ໃນ​ເດືອນ​ພຶດ​ສະ​ພາ​ປີ 1971, ທີມກວາງ​ຕຸ້ງໄດ້​ລົງສະໜາມ ແຂ່ງ​ຂັນ​ນັດມິດຕະພາບກັບ​ທີມ​ຊາດ​ກູບາ​ທີ່​ມາ​ຢ້ຽມ​ຢາມກວາງຕຸງ, ຢົງຈື້ຮາງ ​ມີ​ໂອ​ກາດ​ລົງສະໜາມ​ໃນ​ຖາ​ນະ​ນັກ​ກິ​ລາ​ສຳຮອງ. ລາວ​ບໍ່​ທັນມີ​ຊື່​ສຽງ ແຕ່ພັດ​ໄດ້​ສ້າງ​ຄວາມອັດສະຈັນງຶດງໍ້​​ໃຫ້​ແກ່​ຜູ້​ຊົມ​ທັງ​ຫຼາຍ. ການ​ຈ່າຍ​ບານ​ໃຫ້​ຜູ້ຫລີ້ນຮ່ວມ​ທີມ ​ແລະ ​ການຍິງ​ປະ​ຕູ​​ໄດ້ 1 ລູກ​ຂອງ​ລາວ ໄດ້​ຊ່ວຍໃຫ້​ທີມກວາງ​ຕຸ້ງ​ເອົາ​ຊະ​ນະທິມ​ກູບາ​ 2 ຕໍ່ 1, ນັບແຕ່ນັ້ນມາ ຢົງ​ຈື້ຮາງ​ເລີ່ມ​ມີ​ຊື່​ສຽງ​ຂຶ້ນ​ເລື້ອຍໆ.

​ປີ 1972,​ ທ່ານຢົງຈື້ຮາງ​ ຖືກຄັດເລືອກໃຫ້ເຂົ້າ​ຮ່ວມ​ທີມ​ຊາດ​ຈີນ. ໃນ​ການ​ແຂ່​ງ​ຂັນ​ຮອບຄັດເລືອກບານໂລກຄັ້ງທີ 12 ສຳລັບພາກ​ພື້ນ​ອາ​ຊີ​ປາຊິຟິກທີ່​ຈັດ​ຂຶ້ນ​ໃນ​ປີ 1980, ທີ​ມ​ຊາດ​ຈີນ​ທີ່​ມີ​ຢົງຈື້ຮາງ​ເປັນ​ກອງ​ໜ້າ ໄດ້​ເອົາ​ຊະ​ນະທີມ​ຮົງ​ກົງ​ຈີນ, ທິມຍີ່​ປຸ່ນ, ທິມມາ​ກາວ​ຈີນ ​ແລະ ​ທີມສ​ປ​ປ​ເກົາ​ຫຼີ​ຕາມລຳ​ດັບ, ເປັນ​ທີ​ໜຶ່ງ​ໃນ​ສາຍ .

ທ່ານ ຢົງຈື້ຮາງ ຄື ເປເລຂອງຈີນ_fororder_荣志行1

ສິ່ງ​ທີ່​ເຮັດ​ໃຫ້​ແຟນ​ບານ​ເຕະ​ມັກ​ເລົ່າ​ເຖິງເພິ່ນ​ເລື້ອຍໆ ບໍ່​ພຽງ​ແຕ່​ແມ່ນ​ສີ​ຕີນທີ່ ເກັ່ງກາດ​ຂອງ​ທ່ານ​ຢົງຈື້ຮາງເທົ່ານັ້ນ, ຍັງ​ແມ່ນນ້ຳໃຈກິ​ລາ​ທີ່​ສູງ​ສົ່ງ​ຂອງ​ເພິ່ນ​.

​​ກ່ອນ​ການ​ແຂ່ງ​ຂັນ​ກັບ​ທີມ​ຊາດ​ກູເວດທີ່​ເປັນ​ແຊມ​ອາ​ຊີ, ທ່ານ​ຢົງຈື້ຮາງ​ບາດ​ເຈັບ​ຂໍ່​ຕີນ​ ຫຍິບ​ 10 ເຂັມ, ແຕ່​ເພິ່ນ​ກໍ່​ຍັງ​ສືບຕໍ່ລົງຫຼິ້ນໃນເດີ່ນບານ​. ໃນ​ການ​ບຸກ​ຄັ້ງໜຶ່ງ, ທ່ານ​ຢົງຈື້ຮາງ ໄດ້​ລ້ຽງບານເຂົ້າເຂດໂທດ​ຂອງ​ຝ່າຍ​ກົງ​ກັນ​ຂ້າມ, ກອງ​ຫຼັງ​ສອງ​ຄົນຂອງຄູ່ແຂ່ງຟ້າວເຂົ້າມາສະກັດບານໂດຍມີເຈດຕະນາ ຢາກຫລີ້ນແຮງ ແລ່ນຕຳ​ຢົງຈື້ຮາງ​ຈາກ​ທັງ​ສອງ​ດ້ານ​ ເພື່ອ​ສະ​ກັດ​ບໍ່ໃຫ້ທ່ານ ຢົງຈື້ຮາງ ​ຍິງ​ປະ​ຕູໄດ້. ໂດຍອາ​ໄສ​ການ​ເຝິກ​ຊ້ອມ​ເປັນ​ເວ​ລາ​ຫຼາຍ​ປີ​ ແລະ​ ພອນ​ສະ​ຫວັນ​ຂອງ​ຕົນ, ທ່ານ ຢົງຈື້ຮາງ​ ໄດ້​ພາບານອອກຈາກແນວກັ້ນຂອງກອງຫລັງ​ທີ່ຫລີ້ນແຮງທີ່ສຸດໄດ້ຢ່າງ​ຄ່ອງ​ແຄ້ວ, ແຕ່​ຕອນເພິ່ນ​ກຳ​ລັງ​ຈະຍິງ​​ປະ​ຕູ ພັດຫລຽວ​​ເຫັນ​ກອງ​ຫຼັງ​​ສອງ​ຄົນ​ທີ່​ເຂົ້າມາສະ​ກັດ​ບານນຳ​ຕົນ​​​ເມື່ອກີ້​ນີ້​​ຕຳ​ກັນເອງ ແລະ ​​ລົ້ມ​ລົງ​ພື້ນຫຍ້າ. ໃນເວ​ລາທີ່ ບໍ່​ມີ​ໃຜຈັກຄົນ​ສະ​ກັດ​ກັ້ນ​ເພິ່ນແລ້ວ ແຕ່​ເພິ່ນ​ໄດ້​ຕັດ​ສິນ​ໃຈ​ທີ່​ເຮັດ​ໃຫ້​ຜູ້ຊົມຕົກສະເງີ້ ຍ້ອນວ່າເພິ່ນບໍ່ໄດ້​​ຍິງ​ປະ​ຕູໃນເວລາທີ່ມີໂອກາດດີໆແບບນີ້, ຫາກ​​ແຕ່ໄດ້ແລ່ນ ກັບໄປເບິ່ງນັກ​ກິລາບານ​ເຕະ​ກູເວດ​ສອງ​ຄົນ​ທີ່ຕຳກັນເອງ​ລົ້ມ​ລົງພື້ນນັ້ນ, ທັງ​ກົ້ມ​ລົງ​ເພື່ອກວດ​ເບິ່ງອາການ​ບາດ​ເຈັບ​ຂອງ​ເຂົາ​ເຈົ້າ.

ຜູ້​ຊົມ​ເຫັນແບບນັ້ນ ລ້ວນ​ແຕ່​ຕົບ​ມື​​ໃຫ້ ແລະ ​ຮ້ອງ​ເຊຍຢ່າງ​ບໍ່​​ຂາດ​ສາຍ​. ຫຼັງ​ການ​ແຂ່ງ​ຂັນ,​ແຟນ​ບານ​ທ້ອງ​ຖິ່ນ​ຈຳ​ນວນ​ໜຶ່ງ ໄດ້​ແລ່ນ​ເຂົ້າ​ສະ​ໜາມ​ກິ​ລາ​ ແລະ ຮ້ອງຂຶ້ນເປັນສຽງດຽວກັນ​ວ່າ: “ເບີ 11! ເບີ 11!” ແລ້ວ​ສົ່ງ​ທີມ​ຊາດ​ຈີນ​ເຊິ່ງ​ລວມ​ທັງ​ທ່ານ​ຢົງຈື້ຮາງ​ໄປ​​ໂຮງ​ແຮ​ມບ່ອນ​ພັກ​.

ຫຼັງ​ການ​ແຂ່ງ​ຂັນ, ສື່ມວນ​ຊົນ​ທ້ອງ​ຖິ່ນ​ແຫ່ງ​ໜຶ່ງ​ໄດ້​ພິມ​ບົດ​ຄວາມ​ໂດຍ​ວິ​ເຄາະ​ວ່າ: ໃນ​ບັນ​ຍາ​ກາດ​ຂອງການແຂ່ງ​ຂັນ​ທີ່​ດຸ​ເດືອດ​ຫຼາຍ​ເໝືອນ​ດັ່ງ​​ລົມ​ພະຍຸພັດ ແລະ ນ້ຳຖ້ວມ, ແຕ່ນັກ​ກິ​ລາທິມຊາດຈີນທີ່ໃສ່ເສື້ອເບີ 11 ​ພັດ​ໃຈກວ້າງ ແລະ ​ອົດທົນອົດ​ກັ້ນໄວ້ ໂດຍ​ຫຼີກ​ລ່ຽງ​ບໍ່​ໃຫ້​ເກີດ​ເລື່ອງ​ຂຶ້ນໃນ​ເວລາແຂ່ງ​ຂັນ, ເຖິງວ່າ​ລາວໄດ້​ຖືກ​ຄູ່ຕໍ່ສູ້ເຂົ້າ​ສະ​ກັດ​ບານຢ່າງແຮງ​​ຫຼາຍ​ເທື່ອກໍຕາມ, ແຕ່​ລາວ​​ພັດໄດ້ສະແດງນ້ຳໃຈ ກິລາຂອງເພິ່ນອອກມາ.

ສຸດ​ທ້າຍ ໃນ​ການ​ແຂ່ງ​ຂັນ​ເທື່ອນັ້ນ, ທີມ​ຊາດຈີນ​ກໍ່ສາມາດ​ເອົາ​ຊະ​ນະ​ທີມ​ກູເວດ​ທີ່​ເປັນ​ແຊມ​ຂັນ​ອາ​ຊີ​ໃນ​ຄາວນັ້ນ​ດ້ວຍ​ ປະຕູ 3:0. ແນ່ນອນ​ລະ ທ່ານ​ຢົງຈື້ຮາງກໍ່ໄດ້​ກາຍ​ເປັນ​ວິ​ລະ​ຊົນ​ຢູ່ໃນ​ໃຈ​ຂອງຊາ​ວ​ຈີນ.

​ປີ 1982 ທ່ານ​ຢົງຈື້ຮາງ​ມີ​ອາ​ຍຸໄດ້ 34 ປີແລ້ວ ຈຶ່ງໄດ້ລາທີມຊາດ, ແລ້ວ​ໄປ​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ, ຕໍ່​ມາ​ໄດ້​ກາຍ​ເປັນ​ຮອງ​ປະ​ທານ​ສະ​ມາ​ຄົມ​ບານ​ເຕະ​ຈີນ. ໃນ​ຊີ​ວິດ​ບານ​ເຕະ​ຂອງ​ເພິ່ນ, ບໍ່​ເຄີຍ​ໄດ້​ບັດ​ເຫຼືອງ​ແລະ​ບັດແດງ​ຈັກ​ເທື່ອ. ໃນ​ສະ​ໜາມ​ກິ​ລາ, ທ່ານ​ຢົງຈື້ຮາງ​ໄດ້​ພົບ​ກັບຄູ່​ແຂ່ງ​​ທີ່​ມາ​ຍາດ​ເອົາບານ ​ຫຼື​ ສຽບບານ ຢ່າງແຮງ, ຈົນ​ເຮັດ​ໃຫ້ຂາ​ທັງ​ສອງ​ເບື້ອງ​ຂອງ​ເພິ່ນ ​​ບາດ​ເຈັບ​ຫຼາຍ​ບ່ອນ, ແຕ່​ທ່ານ​ເອງ​ພັດ​ບໍ່​ເຄີຍ​ເຮັດຄືນດ້ວຍວິທີແບບດຽວກັນນີ້ຈັກ​ເທື່ອ. ທ່ານ​ເຄີຍ​ເວົ້າ​ວ່າ: “ວິ​ທີ​ທີ່​ດີທີ່ສຸດ​ທີ່​ເຮັດ​ໃຫ້​ຄູ່​ແຂ່ງ​​ຍອມ​ຮັບ ກໍ່​ແມ່ນ​ສົ່ງ​ບານ​ເຂົ້າ​ປະ​ຕູ​ຂອງ​ເຂົາ​ເຈົ້າ.”

ທ່ານ ຢົງຈື້ຮາງ ຄື ເປເລຂອງຈີນ_fororder_荣志行2

ແບບແຜນ​​ແລະ​ນ້ຳໃຈນັກກິລາ​ຢູ່​ສະ​ໜາມ​ຂອງ​ທ່ານ​ຢົງຈື້ຮາງ​ແບບນີ້ ຖືກ​ແຟນ​ບານ​ເຕະ​ຂອງ​ຈີນ​ຍ້ອງ​ຍໍ​ສັນ​ລະ​ເສີນ​ວ່າເປັນ “​ແບບແຜນ​ຈື້ຮາງ”, ເຊິ່ງ​ກາຍ​ເປັນ​ຄະຕິ​ເຕືອນ​ໃຈ​ໃຫ້ກັບ​ວົງ​ການ​ບານ​ເຕະ​ຈີນ, ສ່ວນ​ທ່ານ​ຢົງຈື້ຮາງ​ກໍ່​ກາຍ​ເປັນແບບຢ່າງ​ທີ່ດີເດັ່ນຢູ່ໃນ​ໃຈຂອງ​ຊາວຈີນທີ່ມັກ​ບານ​ເຕະລຸ້ນນັ້ນ.

ຄຳ​ເຫັນ

0