郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເສັ້ນທາງຄວ້າແຊັມໂອລິມປິກຂອງເດັກຊາຍຜູ້ມັກເຄື່ອງຫຼິ້ນປືນເດັກນ້ອຍ

2021-08-25 10:17:20 cri

ວັນ​ທີ​ 27 ກໍ​ລະ​ກົດ​ປີ 2021, ຢູ່​ສະໜາມກິລາ​ຍິງ​ປືນ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວ, ນາງ​ ຈ່ຽງຫຣານ​ຊິ່ນ​ ​​ແລະທ້າວ ພາງ​ເຫວີຍ ນັກກິລາຍິງປືນຂອງ​ຈີນ ກຳ​ລັງ​ແຂ່ງ​ຂັນ​ກັບ​ນາງ ​ບັດ​ຊາ​ຣາສ​ກິ​ນາ ​ແລະ​ ທ້າວ ​ເຊີນູ​ຊົ​ຟ​ ນັກຍິງປືນຊາວຣັດ​ເຊຍ ເພື່ອ​ຍາດເອົາຫຼຽນ​ຄຳ​ໃນ​ລາຍ​ການ​ແຂ່ງ​ຂັນປືນລົມສັ້ນ 10 ແມັດ​​ປະ​ສົມຍິງ-ຊາຍ​.

ເສັ້ນທາງຄວ້າແຊັມໂອລິມປິກຂອງເດັກຊາຍຜູ້ມັກເຄື່ອງຫຼິ້ນປືນເດັກນ້ອຍ_fororder_庞伟1

​ນີ້​ແມ່ນ​ລາຍ​ການ​ໃໝ່​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ຄັ້ງ​ນີ້ ໂດຍ​ມີ​ກະ​ຕິ​ກາ​ຄື: ຍິງ​ທຸກ​ເທື່ອ, ຖ້າທິມໃດຍິງເຂົ້າເປົ້າວົງຄະແນນໄດ້ດີກວ່າກັນ ຈະ​ໄດ້ 2​ ຄະ​ແນນເຕັມ, ຖ້າ​ຍິງເປົ້າວົງ​ຄະແນນເທົ່າ​​ກັນ​ກໍ່​ຈະ​ໄດ້ 1 ຄະ​ແນນເຕັມ, ທີມ​ໃດ​ໄດ້ 16 ​ຄະ​ແນ​ນ ເຕັມກ່ອນ​ໝູ່ ທີມນັ້ນ​ກໍຈະເປັນຜູ້ຊະນະ.

ຕອນນັ້ນ, ທີມ​ຈີນ​ ແລະ​ ທີມ​ຣັດ​ເຊຍ ຕ່າງ​ກໍໄດ້ 14 ຄະ​ແນນເຕັມເທົ່າກັນ ແລະ ການແຂ່ງຂັນກໍໄດ້ເຂົ້າສູ່ການ​ຍິງ​ນັດສຸດ​ທ້າຍ. ທີມ​ໃດ​​ຍິງຖືກເປົ້າວົງຄະແນນ ໄດ້ດີກວ່າ, ທີມນັ້ນ​ກໍ່​ຈະຄວ້າໄດ້​ຫຼຽນ​ຄຳ​ເລີ​ຍ.

​ທ້າວ​ ເຊີນູ​ຊົ​ຟ ນັກ​ກິ​ລາ​ຊາຍ​ຂອງ​ຣັດ​ເຊຍເປັນຜູ້​ຍິງ​​ກ່ອນ, ຖືກວົງຄະແນນໄດ້ 9,8 ຄະແນນ! ລາວ​ເກືອບ​ຍິງ​ຖືກ​ໃຈ​ກາງ​ທີ່ສຸດຂອງເປົ້າຍິງ. ນີ້​ໝາຍ​ຄວາມ​ວ່າ​ນັກ​ກິ​ລາ​ຈີນ​ຕ້ອງ​ພະຍາຍາມເກີນກວ່າຄວາມສາມາດ.

ເວ​ລານີ້, ທ້າວ​ ພາງ​ເຫວີຍ ນັກ​ກິ​ລາ​ຈີນ​ໄດ້ຍົກ​ປືນ​ຂຶ້ນ ​ແລະ​ ແນໃສ່​​ເປົ້າໃນວົງຄະແນນໃຈກາງທີ່ສຸດ​ດ້ວຍ​ທ່າທີ​ໃຈ​ເຢັນ ແລະ ທຸ່ນທ່ຽງ, ແລ້ວ​ຄ່ອຍໆລັ່ນໄກປືນ​. ປ໋ອງ! ຕໍ່​ມາ ພາງ​ເຫວີຍ​ຄ່ອຍໆ​ວາງ​ປືນລົມສັ້ນ​ລົງ​ ແລ້ວ​ກົ້ມຫົວລົງ ລໍ​ຖ້າ​ການປະ​ກາດ​ຄະ​ແນນ​ຢ່າງ​ງຽບໆ. ສຳ​ລັບ​ນັກ​ກິ​ລາ​ຣັດ​ເຊຍ​ທີ່​ຢືນ​ຢູ່​ຂ້າງລາວ ​ພັດ​ຍັງຈັບ​ປືນຢູ່ດ້ວຍຄວາມ​ຕື່ນເຕັ້ນທີ່ສຸດ.

10,1 ຄະແນນ! ຜູ້ຊົມ​ທັງ​ຫຼາຍ​ຢູ່​ເທິງ​ທີ່ນັ່ງ​ຊົມ​ ພາກັນຕົບ​ມື​​ຈົນສຽງດັງ ກຶກກ້ອງ, ສ່ວນທ້າວ ​ພາງ​ເຫວີ​ຍ​ ມີ​ແຕ່ຍົກກຳປັ້ນຂຶ້ນແບບຄ່ອຍເທົ່ານັ້ນ.

ເສັ້ນທາງຄວ້າແຊັມໂອລິມປິກຂອງເດັກຊາຍຜູ້ມັກເຄື່ອງຫຼິ້ນປືນເດັກນ້ອຍ_fororder_庞伟

ທ້າວ ພາງ​ເຫວີຍ ເກີດ​ຢູ່​ນະ​ຄອນ​ປາວ​ຕີ້ງ​ແຂວງ​ເຮີ​ເປີຍ​​ໃນ​ປີ 1986, ລາວ​ສົນ​ໃຈ​ນຳເຄື່ອງຫຼິ້ນເດັກນ້ອຍປະເພດປືນ​ມາ​ແຕ່​ຍາມ​​ນ້ອຍ, ຢູ່​ເຮືອນລາວ ​ກໍ່ມີເຄື່ອງ​ຫຼິ້ນ​ເດັກນ້ອຍປະເພດ​ປືນຊະນິດ​ຕ່າງໆ.

ມີມື້​ໜຶ່ງ, ພາງ​ເຫວີຍ​​ອາ​ຍຸໄດ້ 14 ປີແລ້ວ ກຳ​ລັງ​ຫຼິ້ນເຄື່ອງຫຼິ້ນປະເພດປືນທີ່ຊື້​ໃໝ່​ທີ່ຫາກໍໄປຮັບຢູ່ຮ່ອມ​ທາງໜ້າເຮືອນ, ພໍ​ດີອາຜູ້​ຢູ່ໃກ້​ເຮືອນ​​ເຫັນ​ແລ້ວ ກໍ​ເວົ້າ​ວ່າ: “ມັກຫຼິ້ນ​ປືນ​ປານນີ້ຫວາ ຄືບໍ່ໄປ​ເຝິກ​ຍິງ​ປືນເລີຍ!” ຜູ້​ເວົ້າ​ບໍ່​ໄດ້ຕັ້ງໃຈເວົ້າ​ ແຕ່​ຜູ້​ຟັງ​ຟັງແລ້ວພັດ​ສົນ​ໃຈ​ຫຼາຍ. ລາວຄິດວ່າ: ການ​ເຝິກຍິງ​ປືນ​ກໍ​ສາ​ມາດ​ຍິງ​ປືນ​ແທ້ໄດ້, ພາງ​ເຫວີຍ​ກັບ​ເມືອ​ເຮືອນ​ທັນທີ ເພື່ອ​ຮ້ອງຂໍໃຫ້​ພໍ່​ສົ່ງລາວ​ໄປ​ຮຽນ​ຍິງປືນ. ​ພໍ​ດີ​ ອາ​ຄົນນັ້ນ ກໍ​ມີ​ໝູ່​ຄົນ​ໜຶ່ງ​ເປັນ​ຄູ​ເຝິກ​ຢູ່​ໂຮງ​ຮຽນ​ກິ​ລາ​ນະ​ຄອນ​ປາວ​ຕີ້ງ ຈິ່ງ​ເຫັນ​ດີ​ໃຫ້ການຊ່ວຍເຫຼືອລາວ.

ບໍ່​ດົນ, ພໍ່​ກໍ​ພາ​ພາງ​ເຫວີຍ​ໄປ​ຫາ​ທ່ານ​ຈ່າງກວາງ​ເຫວີຍ ຄູ​ເຝິກ​ຍິງ​ປືນ​ຂອງ​ໂຮງ​ຮຽນ​ກິ​ລາ. ຫຼັງ​ຈາກ​ເວົ້າ​ຈຸດ​ປະ​ສົງ​​ແລ້ວ, ຄູ​ຈ່າງ​ມີ​ແຕ່​ຫຼຽວ​ເບິ່ງ​ ພາງ​ເຫວີຍ ບາດດຽວ, ແລ້ວກໍ່ບອກ​ໃຫ້​ພາງເຫວີຍຂີ່​ລົດ​ຖີບ​ໄປ​ຫາ​ເພິ່ນ​ໃນ​ຕອນ​ເຊົ້າເວລາ 7:30 ໂມງໃນມື້​ຖັດໄປຢູ່​ເຮືອນ​ຕົນ, ແລະບໍ່​ໄດ້​ເວົ້າ​ຫຍັງຕື່ມອີກ​​.

​ຕອນ​ເຊົ້າ​ມື້​ທີ​ສອງ, ເມື່ອ​ພາງ​ເຫວີຍ​ຂີ່​ລົດ​ຖີບ​​ຂອງ​ພໍ່​ໄປ​ຮອດ​ເຮືອນຄູຝຶກ​ຕາມ​ນັດ​ແລ້ວ, ແຕ່ຖືກທົດສອບ​ຢ່າງໜຶ່ງ ຄື​: ​ລາວຕ້ອງ​ຖີບລົດ​​ຊ້ອນ​ຄູ​ຈ່າງ​ໄປ​ໂຮງ​ຮຽນ, ໃນ​ໄລ​ຍະ​ທາງ ມີ​ຕອນ​ໜຶ່ງ​ແມ່ນ​ຄ້ອຍ​ທີ່ຍາວຫຼາຍ​. ທ່ານ​ຜູ້​ຟັງລອງມະໂນພາບເບິ່ງ​, ເຍົາ​ວະ​ຊົນຫາກໍ່​ອາ​ຍຸໄດ້ 14 ປີ​ຄົນ​ໜຶ່ງ​ຂີ່​ລົດ​ຖີບ​ຊ້ອນ​​ຜູ້​ໃຫຍ່​ຂຶ້ນ​ຄ້ອຍ​ຍາວ ເປັນ​ເລື່ອງ​ລຳ​ບາກສ່ຳໃດ!

ເມື່ອ​ພາງ​ເຫວີຍຖີບລົດຈົນແຮງໝົດຈຶ່ງ​ບອກ​ຄູ​ຈ່າງ​ວ່າ ເພິ່ນໂຕ​ໜັກ​ໂພດ, ຄູ​ຈ່າງ​ຜູ້​ນັ່ງ​ຊ້ອນ​ຫຼັງລົດ​ຖີບ​ ພັດ​ຕອບ​ແບບ​ສະ​ບາຍໆ​ວ່າ: “ນ້ອງ​ຮູ້​ສຶກ​ເມື່ອຍຍ້ອນ​ວ່າ​ນ້ອງ​​ເງີຍ​ຫົວ​ເບິ່ງ​ເທິງຄ້ອຍຕະຫຼອດ, ແນ່ນອນ ​​ໃຈຈຶ່ງ​ບໍ່​ຢູ່ກັບເນື້ອກັບໂຕ. ທະ​ແນມ​ແຕ່​ນ້ອງ​ກົ້ມ​ຫົວ​ລົງເອົາໃຈໃສ່ຖີບ​ລົດແບບບໍ່ເຊົາ, ເມື່ອ​ນ້ອງ​ເງີຍ​ຫົວອີກເທື່ອໜຶ່ງ ​ກໍ່​ຈະ​ເຫັນ​ວ່າ​ນ້ອງ​ໄດ້​ໄປຮອດເທິງຄ້ອຍ​ແລ້ວ​ໄດ.” ພາງ​ເຫວີຍ​ຟັງແລ້ວ ຈຶ່ງ​ພະ​ຍາ​ຍາມ​ອອກແຮງຖີບ​ລົດໃຫ້​ໄປ​ຮອດເທິງຄ້ອຍ.

ຈັ່ງ​ໃດ​ກໍ​ດີ​ ພາງເຫວີຍໄດ້ໄປ​ຮອດ​ໂຮງ​ຮຽນ​ກິ​ລາ​ໃນທີ່ສຸດ, ລາວ​ຄຶດ​ວ່າ​ ຈະ​ຫຼິ້ນ​ປືນ​ແທ້​ໄດ້​ເລີຍ, ແຕ່​ການ​ທົດສອບ​ພັດ​ຍັງ​ບໍ່​ທັນ​ສິ້ນ​ສຸດ​ເທື່ອ! ເວ​ລານີ້, ຄູ​ຈ່າງ​ໃຫ້​ພາງ​ເຫວີຍ​ຢືນ​ຢູ່​ເທິງ​ດິນ​ຈີ່​ທີ່​ຢອງກັນສອງກ້ອນ, ແລ້ວ​ຈັບດິນຈີ່ມືລະກ້ອນ ທັງເດ່​ອອກໄປໃຫ້ແຂນຂະໜານກັບພື້ນດິນ, ແລະ​ຮັກ​ສາ​ທ່າ​ນີ້​ຈົນ​ຮອດ​ເວລາທີ່ຄູຈ່າງ​ເລີກ​ການ​ ໂດຍສາມາດພັກ​ຜ່ອນ​ໄດ້ໜ້ອຍໜຶ່ງ.

​ເມື່ອ​ເຮັດ​ແນວນີ້​​ຈົນ​ຮອດ​ຕອນ​ແລງ, ພາງ​ເຫວີຍ​ຮູ້​ສຶກວ່າ ​ແຂນ​ແລະ​ຂາ​ ບວມ​ຫຼາຍ​ຈົນ​ບໍ່​ຄື​ແຂ່ງຂາຕົນເອງ​. ຫລັງຈາກເລີກ​ການ, ພາງ​ເຫວີຍ​ຍັງ​ຕ້ອງ​ຂີ່ລົດຖີບ ຊ້ອນ​ຄູ​ຈ່າງ​ໄປສົ່ງເພິ່ນເຖິງເຮືອນອີກ. ຫຼັງຈາກຮອດ​ເຮືອນຄູ​ຈ່າງ​ແລ້ວ, ກໍ​ຍັງ​ມີ​ການທົດ​ສອບ​ອີກ​. ຄູ​ຈ່າງ​ເອົາ​ຖ້ວຍ​ສອງໃບມາ​ໃຫ້​ພາງ​ເຫວີຍ, ໃບ​ໜຶ່ງ​ແມ່ນຖ້ວຍ​​ເປົ່າ, ອີກໃບໜຶ່ງ​ໄດ້​ໃສ່​ໝາກ​ຖົ່ວ​ເຫຼືອງເຕັມຖ້ວຍ, ຄູ​ຈ່າງ​ໃຫ້​ພາງ​ເຫວີຍ​ໃຊ້​ໄມ້​ຖູ່​ຄີບໝາກ​ຖົ່ວ​ເຫຼືອງ​ໃສ່ຖ້ວຍ​ເປົ່າ. ພາງ​ເຫວີຍ​ພະ​ຍາ​ຍາມ​ຈັບ​ໝາກ​ຖົ່ວ​ເຫຼືອງ ໃສ່ຖ້ວຍຈົນໝົດ​ຈົນ​ມື​ສັ່ນ.

ຈາກນັ້ນ​ເປັນ​ຕົ້ນ​ໄປ, ພາງ​ເຫວີຍ​ກໍ​ຮຽນ​ນຳ​ຄູ​ຈ່າງຕະຫລອດ, ຄ່ອຍໆ ພັດທະນາຕົນເອງຈາກ​ເດັກ​ຊາຍຜູ້​ທີ່​ຮູ້​ແຕ່​ຫຼິ້ນເຄື່ອງ​ຫຼິ້ນປະເພດປືນ​ສູ່ມື້​ເທົ່າ​ນັ້ນ ກາຍ​ເປັນ​ນັກ​ກິ​ລາ​ໜຸ່ມ. ປີ 2002, ພາງ​ເຫວີຍ​ມີ​ອາ​ຍຸໄດ້ 16 ປີ ລາວ​ໄດ້​ຍິງປືນ​ຖືກວົງຄະແນນ 10 ເຖິງ 4 ເທື່ອ​ໃນ​ການ​ແຂ່ງ​ຂັນ​ຍິງ​ປືນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ຈີນ ຈົນ​ສາມາດຄວ້າ​ແຊມ​ໄດ້, ນີ້​ແມ່ນເທື່ອ​ທຳ​ອິດທີ່​ລາວ​ໄດ້​ແຊັມ ລະດັບ ຊາດ​. ພາຍ​ຫຼັງ​ມາ ຍ້ອນ​ລາວມີຄະແນນດີ​​ຫຼາຍ ຈຶ່ງ​ຖືກແຂວງ​ເຮີເປີຍ​ຮັບ​ເຂົ້າສັງກັດ ໃນ​ທີມ​ຍິງ​ປືນຂອງແຂວງຕົນ.

   ປີ 2005, ພາງ​ເຫວີຍ​​ອາ​ຍຸໄດ້ 19 ປີ ໄດ້​ເຂົ້າ​ຮ່ວມໃນ​ທີມ​ຊາດ​ຈີນ, ກາຍ​ເປັນ​ນັກ​ກິ​ລາຍິງປືນທິມຊາດທີ່​ໜຸ່ມກວ່າ​ໝູ່​ໃນ​ທີມ​ຊາດ​ຈີນ. ປີ 2006, ພ​າງ​ເຫວີຍ​ໄດ້​​ແຊັມ​ໃນ​ງານ​ແຂ່ງ​ຂັນ​ຊີງແຊັມ​ໂລກ​ເທື່ອ​ທຳ​ອິດ​ໃນ​ຊີ​ວິດ​ກິ​ລາ​ຂອງ​ຕົນ. ປີ 2008 ພາງ​ເຫວີຍ​ໄດ້ຮັບ​ຫຼຽນ​ຄຳ​ໃນ​ລາຍ​ການ​ປືນ​ລົມສັ້ນ 10 ແມັດ​ເພດ​ຊາຍ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ.

​​​ຈົນມາ​ຮອດ​ວັນ​ທີ 27 ກໍ​ລະ​ກົດ​ປີ 2021, ໃນ​ພິ​ທີມອບຫຼຽນ​ຂອງງ​ານ​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວ, ທ້າວ​ ພາງ​ເຫວີ​ຍ ​ມີອາ​ຍຸໄດ້ 35 ປີ​ ແລະ ​ນາງ ​ຈ່ຽງ​ຫຣານ​ຊິ່ນ​​ອາ​ຍຸໄດ້ 21 ປີ​ໄດ້ຈັບ​ເອົາ​ຫຼຽນຄຳຢູ່ໃນຈານ​ທີ່​ຄະນະກຳມະການຍື່ນໃຫ້ ແລະ​ ຄ້ອງ​ຫລຽນຄຳໃສ່​ຄໍ​ໃຫ້​ກັນ​ແລະ​ກັນ, ທັງ​ມອບດອກ​ໄມ້​ສົດ​ໃຫ້​ກັນ​ແລະ​ກັນ ​ເພື່ອ​ສະ​ແດງ​ຄວາມຊົມເຊີຍກັນ. ນັກ​ກິ​ລາ​ແລະ​ຄູ​ເຝິກ​ທີ່​ຢູ່​ທີ່ນັ່ງ​ຊົມພາກັນ​ ຕົບ​ມື​ຂຶ້ນຢ່າງກຶກກ້ອງ. ເວ​ລານີ້ ທຸງ​ແດງ 5 ດາວເຊິ່ງແມ່ນທຸງຊາດຈີນ​ໄດ້​ຖືກຊັກ​​ຂຶ້ນສູ່ຈຸດສູງສຸດຢ່າງ ສະຫງ່າງາມຢູ່ສະໜາມຍິງປືນ​ທ່າມກາງສຽງເພງ​ຊາດ​ຈີນ​ດັງຂຶ້ນຢູ່​ສະ​ໜາມ​ກິ​ລາ​ໂອ​ລິມ​ປິກອີກເທື່ອໜຶ່ງ.

ເສັ້ນທາງຄວ້າແຊັມໂອລິມປິກຂອງເດັກຊາຍຜູ້ມັກເຄື່ອງຫຼິ້ນປືນເດັກນ້ອຍ_fororder_庞伟2

ທ້າວ​ພາງ​ເຫວີ​ຍຈາກເດັກນ້ອຍທີ່ຮູ້ຫຼິ້ນແຕ່ເຄື່ອງຫຼິ້ນປະເພດປືນ ແລະ ຮູ້ຈັກຫັນປ່ຽນຄວາມມັກຈາກເຄື່ອງຫຼິ້ນເດັກນ້ອຍ ກາຍມາເປັນນັກກິລາຍິງປືນທິມ ຊາດຈີນ. ກໍ່ຍ້ອນລາວບໍ່ປະລະຄວາມບຸກບືນສູ້ຊົນຝຶກຊ້ອມຢ່າງທໍລະຫົດອົດທົນ ແລະ ໝັ່ນຝຶກຊ້ອມຢ່າງຕໍ່ເນື່ອງ ຈົນສາມາດຄວ້າແຊັມຍິງປືນລົມສັ້ນໄດ້ ໃນຫລາຍລະດັບ ແລະ ຫລາຍລາຍການຢ່າງສະຫງ່າງາມ.

ຄຳ​ເຫັນ

0