郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊາຕາກຳຂອງຂ້າພະເຈົ້າຂຶ້ນກັບຂ້າພະເຈົ້າເອງ ຫາກບໍ່ແມ່ນຂຶ້ນກັບເທວະດາຟ້າແຖນ

2021-08-25 10:32:32 cri

ວັ​ນ​ທີ 25 ກໍ​ລະ​ກົດ​ປີ 2021, ຢູ່​ສະ​ໜາມ​​ຍົກ​ນ້ຳ​ໜັກຂອງ​ງານ​ກິ​ລາ​ໂອ​ລິ​ມ​ປິກ​ໂຕ​ກຽວ​ ກຳ​ລັງ​ມີ​ການ​ແຂ່ງ​ຂັນຊີງຫລຽນຄຳຍົກ​ນ້ຳ​ໜັກ​ລຸ້ນ 67 ກິໂລ​ເພດ​ຊາຍ ​ລະ​ຫວ່າງ​ທ້າວ ເຊີ້ນ​ລີ້ຈວີ່ນ ນັກ​ກິ​ລາ​ຈີນ ກັບ​ທ້າວ ລູ​ອິ​ສ ​ຈາ​ເວີ ມົ​ສ​ແຄວ​ຣາ ໂລ​ຊາ​ໂນ ນັກ​ກິ​ລາ​​ຂອງ​ໂກລົມ​ບີ.

ເມື່ອການ​ແຂ່ງ​ຂັນໃນທ່າສະແນັດເລີ່ມຂຶ້ນ, ທ້າວ ເຊີ້ນ​ລີ້ຈວີ່ນ ​ຂຶ້ນ​ເວທີກ່ອນ, ລາວ​ສາມາດຍົກນ້ຳໜັກໄດ້ 145 ກິໂລແບບ​ງ່າຍໆ. ຄູ່​ແຂ່ງ​ຂັນ​ຕົ້ນຕໍຂອງ​ເຊີ້ນ​ລີ້ຈວີ່ນ​ແມ່ນ​ທ້າວ ມົ​ສ​ແຄວ​ຣາ, ລາວໄດ້ຂຶ້ນເວທີຕາມຫຼັງ​ເຊີ້ນ​ລີ້ຈວີ່ນ ແລະ ສາມາດຍົກນ້ຳໜັກເທື່ອທຳອິດໄດ້ ​148 ກິໂລ​ ເຊິ່ງ​ຍົກໄດ້ຫລາຍກວ່າ​ ເຊີ້ນ​ລີ້ຈວີ່ນ 3 ກິໂລ. ຄູ​ເຝິກ​ແລະ​ທ່ານ​ໝໍ​ຂອງ​ທີມ​ຊາດ​ໂກ​ລົມບີ ກໍ່​ພາ​ກັນ​ຕົບ​ມື​ດັງ​ສະໜັ່ນດ້ວຍ​ຄວາມ​ປິ​ຕິ​ຊົມ​ຊື່ນ​.

ຍ້ອນ​ຜະ​ເຊີນກັບ​ຄວາມ​ກົດ​ດັນຢ່າງ​ແຮງ​, ທ້າວ ເຊີ້ນ​ລີ້ຈວີ່ນ​ ບໍ່ສາມາດຜ່ານການຍົກນ້ຳໜັກ​ໃນເທື່ອ​ທີ​ສອງ​ ແລະ ທີ​ສາມໄດ້​. ສ່ວນທ້າວ ມົ​ສ​ແຄວ​ຣາ ພັດ​ສາມາດ​ຍົກໄດ້ເຖິງ ​151 ກິໂລ​​ໃນ​ການ​ຍົກ​ເທື່ອ​ທີ​ສອງ ເຊິ່ງລື່ນກາຍ​ເຊີ້ນ​ລີ້ຈວີ່ນ 6 ກິໂລ. ເວ​ລານີ້, ຄູ​ເຝິກ​ ແລະ​ ທ່ານ​ໝໍ​ຂອງ​ທີ​ມ​ຊາດ​ໂກລົມ​ບີ​ ແຮ່ງ​ຕົບ​ມື​ດັງ​ຂຶ້ນກວ່າເກົ່າ, ເບິ່ງ​ແລ້ວ​ຄື​ວ່າ ນັກຍົກນ້ຳໜັກໂກລົມບີ ຈະເປັນຜູ້ຄວ້າເອົາ​ຫຼຽນ​ຄຳໄດ້ແນ່ນອນ​.

ທ້າວ ​ເຊີ້​ນ​ລີ້ຈວີ່ນ ປີນີ້​ອາຍຸໄດ້ 28 ປີແລ້ວ, ເກີດ​ຢູ່ເມືອງ​ອ່ານ​ຮ​ວ້າ​ແຂວງ​ຮູ​ນານ​ທາງ​ພາກ​ກາງຕອນໃຕ້​ຂອງ​ຈີນ, ພໍ່​ຂອງລາວເປັນ​ຄົນທັງ​ສູງ​ທັງກ້າມໃຫຍ່, ແມ່ນ​ຄົນທີ່ແຂງແຮງ​ຫຼາຍ​ທີ່​ໃຜໆໃນບໍລິເວນເຮືອນໃກ້ຄຽງຮູ້ດີ. ປີ 2003, ທີມ​ຍົກ​ນ້ຳ​ໜັກ​ຂອງໂຮງ​ຮຽນ​ກິ​ລາ​ເດັກ​ນ້ອຍເຍົາ​ວະ​ຊົນ​ທ້ອງ​ຖິ່ນໄດ້​ຮັບ​ສະໝັກນັກ​ຮຽນ​ໃໝ່, ເຊີ້ນ​ລີ້ຈວີ່ນ​ທີ່ມີອາ​ຍຸໄດ້ 10 ປີໃນຄາວນັ້ນ ເປັນຄົນທີ່ມີພະລະກຳ​ລັງ​ຫລາຍ​ ​ຈຶ່ງຖືກ​ຄູ​ເຝິກ​ຮັບ​ເຂົ້າ​ທີມ​ຍົກ​ນ້ຳ​ໜັກ.

ຊີ​ວິດ​ການ​ເປັນຢູ່​ໃນໂຮງ​ຮຽນ​ກິ​ລາ​ລຳ​ບາກ​ຫຼາຍ, ແຕ່​ເຊີ້ນ​ລີ້ຈວີ່ນ​ພັດ​ເປັນ​ຄົນ​ທີ່​ອົດ​ທົນ​ຕໍ່ຄວາມ​ລຳ​ບາກໄດ້​ເປັນພິເສດ. ໃນຍາມ​ເຝິກ​ຊ້ອມແຕ່ລະມື້ ລາວ​ຈະໄປຮອດ​ໄວ​ກວ່າ​ໝູ່ ແລະ ເລີກ​ຊ້າກວ່າ​ຄົນ​ອື່ນ. ແຕ່​ລະ​ມື້​ຕ້ອງ​ເຝິກ​ຍົກ​ນ້ຳໜັກຂຶ້ນລົງຫຼາຍ​ຮ້ອຍ​ເທື່ອ, ການຝຶກແບບນີ້ ທັງບໍ່ມ່ວນ ທັງເມື່ອຍ​ຫຼາຍແທ້ໆ, ແຕ່​ເຊີ້ນ​ລີ້ຈວີ່ນ​ພັດ​​ບໍ່ເບື່ອແມ່ນແຕ່ໜ້ອຍດຽວ, ຮູ້​ແຕ່​ວ່າ​ພະ​ຍາ​ຍາມ​ຝຶກຈົນສຸດຄວາມສາມາດເພື່ອໃຫ້​ໄດ້​ຄະ​ແນນ​​ດີ.

​ການທຸ້ມເທເຫື່ອແຮງຢູ່ບ່ອນໃດ ຜົນສຳເລັດກໍຕ້ອງເກີດຂຶ້ນຢູ່ບ່ອນນັ້ນ. ປີ 2010, ເຊີ້ນ​ລີ້ຈວີ່ນທີ່​ມີ​ອາ​ຍຸໄດ້ 17 ປີໃນຄາວນັ້ນ ໄດ້​ແຊັມ​ໃນ​ງານ​ແຂ່ງ​ຂັນ​​ຍົກນ້ຳໜັກຊາວ​ໜຸ່ມໂລກ; ປີ 2013 ເຊີ້ນ​ລີ້ຈວີ່ນ​ໄດ້​​ແຊັມອີກ​ໃນ​ງານ​ແຂ່ງ​ຂັນຍົກ​ນ້ຳ​ໜັກ​ໂລກ; ປີ 2015, ເຊີ້ນ​ລີ້ຈວີ່ນ​ສາມາດຮັກສາແຊັມໃນລາຍການແຂ່ງ​ຂັນຍົກ​ນ້ຳ​ໜັກ​ໂລກ ທັງສາມາດທຸບສະຖິຕິໂລກໃນລາຍ ການນີ້ໄດ້ອີກ.

ປີ 2016, ຍ້ອນຄວ້າແຊັມໄດ້ຫຼາຍລາຍການ, ທ້າວ​ ເຊີ້ນ​ລີ້ຈວີ່ນ​ ໄດ້ເຂົ້າ​ຮ່ວມ​​ລາຍການ​ແຂ່ງ​ຂັນ​ຍົກ​ນ້ຳ​ໜັກ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ຣີ​ໂອເດີຈາເນໂຣທີ່​ປະ​ເທດ​ບຣາ​ຊີນ. ເມື່ອຮອດມື້​ຊີງ​ແຊັມມາເຖິງ, ຊາວ​ບ້ານ​ທັງ​ຫຼາຍ​ພາ​ກັນ​ນັ່ງ​ຢູ່​ໜ້າ​ຈໍໂທ​ລະ​ພາບ​ຂອງ​ຄອບຄົວ​​ເຊີ້ນຢ່າງໃຈຈົດ ໃຈຈໍ່ເພື່ອເບິ່ງການ​ຄວ້າ​ແຊັມ​ຂອງ​ເຊີ້ນ​ລີ້ຈວີ່ນ.

ແຕ່​ໜ້າເສຍ​ດາຍ ເຊີ້ນ​ລີ້ຈວີ່ນ​ພັດ​ຍົກນ້ຳໜັກບໍ່ຜ່ານ​ຍ້ອນອາການ​ບາດ​ເຈັບ. ເມື່ອ​ຊາວບ້ານ​ທັງນ້ອຍໃຫຍ່​ຍິງ​ຊາຍ​ທີ່ພາກັນ​ນັ່ງ​​ເບິ່ງການຖ່າຍທອດສົດທາງໂທລະພາບເຫັນ​ຕອນນີ້ແລ້ວ ໃຜໆກໍປາກບໍ່ອອກ. ເວ​ລານັ້ນ ໂທ​ລະ​ສັບ​ມື​ຖື​ຂອງ​ແມ່​ເຊີ້ນລີ້ຈວິ່ນດັງ​ຂຶ້ນ, ລາວບອກກັບ​​ແມ່​ດ້ວຍ​ສຽງ​ເບົາໆປານຍຸງ​ບິນຜ່ານວ່າ: “ຂໍ​ໂທດ, ຂໍ​ໂທດ​ເດີ​ແມ່..”

ຈາກ​ຣີ​ໂອເດີ ຈາເນໂຣ ​ເດີນທາງກັບຄືນ​ປະ​ເທດ​ແລ້ວ, ເຊີ້ນ​ລີ້ຈວີ່ນ​ ໄດ້ຕັ້ງໜ້າ​​ເຝິກ​ຊ້ອມຢ່າງໜັກເພື່ອເປົ້າໝາຍຍາດເອົາຫຼຽນຄຳ​ໂອ​ລິມ​ປິກ​ທີ່ຄວນເປັນຂອງຕົນເອງນັ້ນ ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວ 2020.

​ເມື່ອຮອດ​ວັນ​ທີ 25 ກໍ​ລະ​ກົດ​ປີ 2021 ຢູ່​ສະ​ໜາມ​ຍົກ​ນ້ຳ​ໜັກຂອງ​ງານ​ກິ​ລາ​ໂອ​ລິ​ມ​ປິກ​ໂຕ​ກຽວ, ການຊີງແຊັມລຸ້ນ 67 ກິໂລ​ເພດ​ຊາຍ, ທ້າວ ​ເຊີ້ນ​ລີ້ຈວີ່ນ​ ໄດ້​ຕາມຫລັງຄູ່ແຂ່ງຂັນເຖິງ 6 ກິໂລນັ້ນ   ໄ​ດ້ຜະ​ເຊີນ​ກັບສິ່ງ​ທ້າ​ທາຍ​ອີກ​ຄັ້ງໜຶ່ງ​ສຳລັບ​ຄວາມ​ຝັນ​ຫຼຽນ​ຄຳງານ​ກິ​ລາ​ໂອ​ລິມ​ປິກ.

ໃນ​ການ​ແຂ່ງ​ຂັນ​ຍົກນ້ຳໜັກໃນທ່າຄລີນແອນເຈີກໃນບາດຕໍ່ໄປ, ທ້າວ ​ມົ​ສ​ແຄວ​ຣາ ຄູ່​ແຂ່ງ​ຂັນຕົ້ນຕໍ​ຂອງ​ເຊີ້ນ​ລີ້ຈວີ່ນ ກໍເຮັດໄດ້​ດີ​ຄືເກົ່າ, ໃນ​ການ​ຍົກເທື່ອ​ທີ​ສອງ ລາວຍັງສາມາດ​ຍົກ​ໄດ້​ຫຼາຍກວ່າ​ເຊີ້ນ​ລີ້ຈວີ່ນ 11 ກິໂລ! ທີມ​ຊາດ​ໂກລົ​ມ​ບີ ເລີ່ມຄຶກຄື້ນ ແລະ ກຽມ​ສະ​ຫຼອງ​ໄຊ​ຊະ​ນະ​ລ່ວງ​ໜ້າ​ແລ້ວ. ເພາະວ່າ ຕາມ​ທຳ​ມະ​ດາ​ແລ້ວ, ນ້ຳໜັກຕາມຫລັງເຖິງ​ 11 ກິໂລ, ເປັນເລື້ອງຍາກ ທີ່ຈະເອົາຊະນະໄດ້.

ທ້າວ ເຊີ້ນ​ລີ້ຈວີ່ນ ​ຍັງ​ມີ​ໂອ​ກາດ​ຍົກ​ສອງ​ເທື່ອ, ລາວຈະ​ສາ​ມາດ​ພິກສະຖານະການນີ້ໄດ້ຫຼື​ບໍ່?

ໃນການ​ຍົກເທື່ອ​ທີ​ສອງ, ທ້າວ ເຊີ້ນ​ລີ້ຈວີ່ນ​ ຂໍ​ຍົກ​ນ້ຳ​ໜັກ 187 ກິໂລ ເຊິ່ງ​ລາວ​ບໍ່​ເຄີຍ​ທົດ​ລອງ​ຍົກຈັກ​ເທື່ອ! ຖ້າ​ວ່າ​ຍົກ​ໄດ້​ສຳເລັດ, ກໍ່​ຈະ​ສາມາດພິກກັບມາເປັນຝ່າຍຍົກນ້ຳໜັກໄດ້ ຫລາຍກວ່າທ້າວ ​ມົ​ສ​ແຄວ​ຣາ 1 ກິໂລ!

ຊາຕາກຳຂອງຂ້າພະເຈົ້າຂຶ້ນກັບຂ້າພະເຈົ້າເອງ ຫາກບໍ່ແມ່ນຂຶ້ນກັບເທວະດາຟ້າແຖນ_fororder_谌利军

ຊາຕາກຳຂອງຂ້າພະເຈົ້າຂຶ້ນກັບຂ້າພະເຈົ້າເອງ ຫາກບໍ່ແມ່ນຂຶ້ນກັບເທວະດາຟ້າແຖນ_fororder_谌利军1

ເວ​ລານີ້ ສຽງທີ່ເຄີຍຟົດສະໜັ່ນໃນສະ​ໜາມ​ກິ​ລາ​ງຽບ​ລົງ​ທັນ​ທີ. ເຫັນແຕ່ ທ້າວ ​ເຊີ້ນ​ລີ້​ຈວິ່ນ ​ຍ່າງ​ຂຶ້ນ​ເວ​ທີດ້ວຍບາດກ້າວໜັກແໜ້ນ ແລະຮ້ອງຂຶ້ນຢ່າງແຮງບາດໜຶ່ງ, ແລ້ວຍົກຄານນ້ຳໜັກ ຂຶ້ນ​ຢ່າງໝັ້ນທ່ຽງ. ດອກ​ໄຟຂາວຂອງຄະນະກຳມະການ 3 ດອກ​ໄດ້​ຮຸ່ງ​ຂຶ້ນໝົດ, ໝາຍ​ຄວາມ​ວ່າ​​ ການຍົກຂອງລາວສຳເລັດ. ພ້ອມກັນນັ້ນ ກໍເປັນການສ້າງສະ​ຖິ​ຕິ​ໃໝ່​ສຳລັບ​ງານ​ກິ​ລາ​ໂອ​ລິມ​ປິກ​ໂຕກຽວ!

ທ້າວ ​ເຊີ້ນ​ລີ້ຈວີ່ນ​ ວາງຄານນ້ຳໜັກລົງພື້ນເວທີຢ່າງ​ແຮງ​, ແລ້ວ​​ຊີ້​ນິ້ວມືເບື້ອງຂວາ​ຂຶ້ນຟ້າ​, ເພື່ອສະແດງໃຫ້ເຫັນວ່າຕົນເອງມີຄວາມສາມາດເໜືອໝູ່. ເວລານັ້ນ ຄູ​ເຝິກ​ທີມ​ຊາດ​ຈີນ​ກໍແລ່ນ​ຂຶ້ນ​ເວ​ທີອຸ້ມ​ເຊີ້ນ​ລີ້ຈວີ່ນ​ຂຶ້ນທັນທີ.

ຊາຕາກຳຂອງຂ້າພະເຈົ້າຂຶ້ນກັບຂ້າພະເຈົ້າເອງ ຫາກບໍ່ແມ່ນຂຶ້ນກັບເທວະດາຟ້າແຖນ_fororder_谌利军2

ຈາກນັ້ນ, ​ສຽງເພງ​ຊາດ​ຈີນ​ໄດ້​ດັງ​ຂຶ້ນ​ຢູ່​ສະ​ໜາມ​ກິ​ລາ​ໂອ​ລິມ​ປິກໂຕ​ກຽວ.

ມື້​ທີ​ສອງ, ທ້າວ ​ເຊີ້ນ​ລີ້ຈວີ່ນ​ ໄດ້​ກົດເຂົ້າມິ​ນິບ​ຣ​ອັກ​ຂອງ​ຕົນ​ທີ່​ບໍ່​ໄດ້ຂຽນຂໍ້ຄວາມຫຍັງມາ ສອງ​ປີ​ແລ້ວ ໂດຍ​ຂຽນ​ປະໂຫຍກໜຶ່ງວ່າ: “ນີ້​ແມ່ນ​ນ້ຳໃຈຍົກ​ນ້ຳ​ໜັກ​ຂອງທີມຊາດ​ຈີນ. ສາມາດ ພິກສະຖານະການທີ່ເສຍປຽບມາເປັນແຊັມ, ຊາ​ຕາ​ກຳ​ຂອງຂ້າພະເຈົ້າຂຶ້ນກັບຂ້າພະເຈົ້າເອງ ຫາກບໍ່ແມ່ນຂຶ້ນກັບເທວະດາຟ້າແຖນ!”

ຄຳ​ເຫັນ

0