何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

“ຄູ​ສອນ​ຢູ່​ເຮືອນ” ຮັ​ບ​ປະ​ກັນ​ໃຫ້​ເດັກ​ນ້ອຍ​ພິ​ການ​ໜັກwfh​ຮັບ​ການ​ສຶກ​ສາ​ຢ່າງ​ສະ​ເໝີ​ພາບ​ກັນ

2021-09-02 16:48:08 CRI

 

“ຄູ​ສອນ​ຢູ່​ເຮືອນ” ຮັ​ບ​ປະ​ກັນ​ໃຫ້​ເດັກ​ນ້ອຍ​ພິ​ການ​ໜັກwfh​ຮັບ​ການ​ສຶກ​ສາ​ຢ່າງ​ສະ​ເໝີ​ພາບ​ກັນ_fororder_1127820405_16305544674901n

ທ້າວ​ສ້ຽວ​ໂຈ່​ຢູ່​ບ້ານ​ຕ້ຽນ​ຜິງ​​ເມືອງ​ໂລງ​ຊີ່ນະ​ຄອນ​ຕິ້ງ​ຊີ່​ແຂວງ​ກ່ານ​ຊູ້​ເປັນ​ຄົນ​ພິ​ການ​ສະ​ໝອງ ຫຼື cerebral palsy​ ມາ​ແຕ່​ເກີດ, ຈຶ່ງ​ບໍ່​​ສະ​ດວກໃນ​ການເຂົ້າ​ໂຮງ​ຮຽນ​ຮ່ວມກັບ​ເດັກ​ນ້ອຍ​ຄົນ​ອື່ນ​ຕາມ​ເປັນ​ປົກ​ກະ​ຕິ. ກ່ອນ​ອາ​ຍຸ 10 ປີ, ທ້າວ​ສ້ຽວ​ໂຈ່​​ມີ​ແຕ່​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ຄວາມ​ຫງ່ວມ​ເຫງົາ. ເມື່ອ 6 ປີ​ກ່ອນ, ມີ​ຄູ 2 ຄົນ​ໄດ້ມາ​ສອນ​ທ້າວ​ສ້ຽວ​ໂຈ່​ຢູ່​ເຮືອນ, ເຊິ່ງ​ໄດ້​​ມອບແສງ​ສະ​ຫວ່າງ​ແຫ່ງ​ຊີ​ວິດ​ໃຫ້​ກັບ​ທ້າວ​ສ້ຽວ​ໂຈ່. ພາຍ​ໃຕ້​ການ​ຊ່ວຍ​ເຫຼືອ​ຂອງ​ຄູ, ທ້​າວ​ສ້ຽວ​ໂຈ່​ໄດ້​ຮຽນ​​ຄະ​ນິດ​ສາດ, ຫັດ​ຖະ​ກຳ, ການ​ອ່ານ​ປື້ມ, ແລະ ການ​ແຕ້ມ​ຮູບ, ແລະ​ໄດ້​ເກີດ​ມີ​ຄວາມ​ມຸ່ງ​ຫວັງຢາກ​ເສັງ​ເຂົ້າມະ​ຫາ​ວິ​ທະ​ຍາ​ໄລ, ນິດ​​ໄສ​ໃຈ​ຄໍ​ຂອງ​ທ້າວ​ສ້ຽວ​ໂຈ່​ກໍ​ໄດ້​ປ່ຽນ​ແປງ​ຈາກ​ຄົນ​ໃຈ​ນ້ອຍ ແລະ ມັກ​ຄວາມໂດດ​ດ່ຽວ​ ມາ​ເປັນ​ຄົນໃຈ​ກວ້າງ ແລະ​ໝັ້ນ​ໃຈ​ຕົນ​ເອງ.

“ຄູ​ສອນ​ຢູ່​ເຮືອນ” ຮັ​ບ​ປະ​ກັນ​ໃຫ້​ເດັກ​ນ້ອຍ​ພິ​ການ​ໜັກwfh​ຮັບ​ການ​ສຶກ​ສາ​ຢ່າງ​ສະ​ເໝີ​ພາບ​ກັນ_fororder_1127820405_16305544673191n

ໂຄງ​ການ​ບໍ​ລິ​ການ​ຂອງອາ​ສາ​ສະ​ໝັກ “​ຄູສອນ​ຢູ່​ເຮືອນ” ແມ່ນ​ມາດ​ຕະ​ການ​ຂອງ​ຈີນ​ໃນ​ການ​ຊຸກ​ຍູ້​ການ​ສຶກ​ສາ​ພາກ​ບັງ​ຄັບ. ນັບ​ແຕ່​ປີ 2015 ເປັນ​ຕົ້ນ​ມາ, ເມືອງ​ໂລງ​ຊີ່​ໄດ້​ເລີ່ມ​ຕົ້ນ​ຄົ້ນ​ຄວ້າ​ການ​ບໍ​ລິ​ການ “ຄູ​ສອນ​ຢູ່​ເຮືອນ” ທີ່​ປະ​ສົມ​ປະ​ສານ “ການ​ສຶກ​ສາ​ເດັກ​ນ້ອຍ​ກຸ່ມ​ຄົນ​ພິ​ເສດ + ​ການ​ສຶ​ກ​ສາ​ທົ່ວ​ໄປ”, ເພື່ອ ຮັ​ບ​ປະ​ກັນ​ໃຫ້​ເດັກ​ນ້ອຍ​ພິ​ການ​ໜັກ​ສາ​ມາດ​ໄດ້ຮັບ​ການ​ສຶກ​ສາ​ຢ່າງ​ສະ​ເໝີ​ພາບ​ກັນ. ​ມາ​ຮອດ​ປະ​ຈຸ​ບັນ, ຢູ່​ທົ່ວ​ເມືອງ​ໄດ້​ສົ່ງ​ຄູ 300 ກວ່າ​ຄົນ​​ໄປສອນ​ເດັກ​ນ້ອຍ​ພິ​ການ ຄື​ກັບ​ທ້າວ​ສ້ຽວ​ໂຈ່​ຢູ່​ເຮືອນ,ສິ່ງ​ນີ້​ກໍ​ເໝືອນ​ດັ່ງ​ເປີດ​ປ່ອງ​ຢ້ຽມຕ້ອນ​ຮັບ​ແສງ​ແດດ​ອັນ​ອົບ​ອຸ່ນ ແລະ ​ໄດ້​ເຮັດ​ໃຫ້​ຊີ​ວິດ​ຂອງ​ເດັກ​ນ້ອຍ​​ພິ​ການ​ເຫຼົ່າ​ນີ້ໄດ້​ສຳ​ຜັດ​ກັບ​ໂລກ​ພາຍນອກ.

“ຄູ​ສອນ​ຢູ່​ເຮືອນ” ຮັ​ບ​ປະ​ກັນ​ໃຫ້​ເດັກ​ນ້ອຍ​ພິ​ການ​ໜັກwfh​ຮັບ​ການ​ສຶກ​ສາ​ຢ່າງ​ສະ​ເໝີ​ພາບ​ກັນ_fororder_1127820405_16305544673541n

ຄຳ​ເຫັນ

0