吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ນັກກິລາລອຍ​ນ້ຳ​ປານ​ມີ​ປີກ​ບິນ

2021-09-03 14:34:32 cri

    ​ນັກກິລາລອຍ​ນ້ຳ​ປານ​ມີ​ປີກ​ບິນ (​ພາກ​ທີ 1)_fororder_4

    ພາຍຫຼັງ​ງານ​ກິລາໂອ​ລິມ​ປິກ​ໂຕ​ກຽວ 2020 ອັດ​ລົງແລ້ວ, ງານ​ກິ​ລາ​ໂອ​ລິ​ມ​ປິກ​ຄົນ​ພິ​ການ​ໂຕ​ກຽວ 2020 ໄດ້ຈັດ​ຂຶ້ນ​ຢູ່​ນະຄອນຫຼວງໂຕ​ກຽວ​ປະ​ເທດ​ຍີ່​ປຸ່ນ​. ​ເລື່ອງລາວ​ທີ່​ຈະ​ເລົ່າ​ສູ່​ທ່ານຟັງ​ໃນ​ມື້ນີ້ ແມ່ນ​ເກີດ​ຂຶ້ນ​ຢູ່​ສະ​ໜາມ​ແຂ່ງ​ຂັນ​​ກິລາໂອ​  ລິ​ມ​ປິກ​ຄົນ​ພິ​ການ.

    ວັນ​ທີ 27 ສິງ​ຫາ​ປີນີ້, ການແຂ່ງຂັນ​ລອຍນ້ຳທ່າ​​ແມງ​ກະ​ເບື້ອຂັ້ນ S5 50 ແມັດ​ຮອບ​ຊີງ​ຊະ​ນະ​ເລີດ​ໃນງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ໂຕ​ກຽວ, ເມື່ອນັກ​ກິ​ລາ​ທັງ​ຫຼາຍ​ໄດ້​ກຽມ​ພ້ອມແລ້ວ, ສຽງ​ປືນສົ່ງສັນຍານເລີ່ມການ​ແຂ່ງ​ຂັນກໍ​ດັງ​ຂຶ້ນ, ນັກ​ກິ​ລາ​ທັງ​ຫຼາຍ​ໄດ້​ໂດດ​ລົງ​ສະ​ລອຍນ້ຳໂລດ ຈົນ​ເຮັດໃຫ້ຟອງນ້ຳ​ກະເດັນຂຶ້ນທັນທີຢູ່ຕາມ ຊ່ອງລອຍ​ນ້ຳ. ຜູ້ຊົມໄດ້ເຫັນວ່າ ນັກ​ກິ​ລາ​ໃນຊ່ອງລອຍນ້ຳທີ 5 ເອົາສອງ​ຂາ​ໜີບເຂົ້າ​ກັນ, ລອຍ​​​ນ້ຳໄວ​ເໝືອນ​ດັ່ງ​ປາ​ໂຕ​ໜຶ່ງ, ບໍ່​ດົນປານໃດ​ ກໍ​ລອຍ​ແຊງ​ຄົນ​ອື່ນ​ແບບຂາດລອຍ.

    ໃກ້​ຊິ​ຮອດ​ເສັ້ນໄຊ, ຜູ້ຊົມທັງຫຼາຍໄດ້ເຫັນວ່າ ນັກ​ກິ​ລາ​ຊ່ອງທີ 5 ບໍ່​ໄດ້​ໃຊ້​ມື​ແຕະ​ຂອບສະລອຍນ້ຳຄືກັບຄົນທຳມະດາ, ແຕ່ເອົາ​ຫົວ​​ຕຳໃສ່​ຂອບສະ​ໂດຍ​ກົງ​ເລີຍ. ໂອຍ ບໍ່ແມ່ນລາວ​ເຮັດ​ຜິດກະຕິກາ​​ຫວາ?

    ​​ນັກກິລາທີ່​ໃຊ້​ຫົ​ວ​​ແຕະ​​​ຂອບ​ສະລອຍນ້ຳ​ຄົນ​ນີ້ຊື່ວ່າ “ເຈີ້ງ​ທ່າວ”, ເປັນນັກ​ກິ​ລາລອຍ​ນ້ຳ​ຄົນພິການທີ່ດີ​ເດັ່ນ​ຂອງ​ຈີນ ​ທີ່​ເຂົ້າ​ຮ່ວມການແຂ່ງຂັນ​ງານ​ກິ​ລ​າ​ໂອ​ລິມ​ປິກ​ຄົນ​ພິ​ການ. ລາວ​ບໍ່​ມີ​ແຂນ​ທັງສອງ​ເບື້ອງ, ແຕ່ພັດ​ລອຍປານມີ​ປີກ​ບິນ.

   ​ ພວກເຮົາຕ້ອງຫວນຄືນໃນປີ 1990, ຕອນນັ້ນ ທ້າວ ເຈີ້ງ​ທ່າວ​ ໄດ້ເ​ກີດຢູ່​ຄອບ​ຄົວ​ຊາວ​ນາ​ທີ່​ແຂວງ​ຢຸນ​ນານ​ປະເທດຈີນ, ເວລານັ້ນ ລາວຍັງມີແຂນ​ສອງ​ເບື້ອງ​ຄືກັນກັບຄົນ​ປົກ​ກະ​ຕິ. ຍາມ​ນ້ອຍ, ເຖິງວ່າ​ຄອບ​ຄົວ​ທຸກ​ຍາກ​, ແຕ່​ເຈີ້ງ​ທ່າວ​ໄດ້ມີ​ໄວເດັກ​​ທີ່​ລ່າເລີງ. ເວ​ລານັ້ນ, ທ້າວ​ເຈີ້ງ​ທ່າ​ວ​ ມັກ​ນັດ​ໝູ່​ໃນ​ບ້ານ​ພາ​ກັນ​ໄປ​ຫຼິ້ນ​ນ້ຳ​ຫ້ວຍ, ລອຍ​ນ້ຳ, ຫາ​ປາ, ຍ້ອນ​ວ່າ​ລອຍ​ນ້ຳ​ເກັ່ງ​ຫຼາຍ, ໝູ່ເດັກ​ນ້ອຍທັງຫຼາຍ​ລ້ວນ​ແຕ່​ເອີ້ນ​ລາວ​ວ່າ​ປາ​ນ້ອຍ. ຮອດ​ລະ​ດູ​ຮ້ອນ, ຊາວ​ບ້ານ​ມັກ​ຈັດ​ການ​ແຂ່ງ​ຂັນ​ລອຍ​ນ້ຳ​ສະ​ເພາະ​ເດັກ​ນ້ອຍ. ເວ​ລານັ້ນ ເຈິ້ງ​ທ່າວ​ ກໍເໝືອນ​ດັ່ງ​ປາ​ນ້ອຍທີ່ລອຍ​ຄ່ອງ​ແຄ້ວ, ລາວຊີງໄດ້​ທີ​ໜຶ່ງ​ຂອງ​ບ້ານ​ເລື້ອຍໆ. ເມື່ອ​ໄດ້​ແຊມ​​ທຸກ​ເທື່ອ, ເວລາກັບຮອດເຮືອນ ແລ້ວ ພໍ່​ແມ່​ຕ້ອງ​ແຕ່ງ​ອາ​ຫານ​ແຊບໆ​ຄາບ​ໜຶ່ງ​ເພື່ອ​ເປັນ​​ລາງວັນ​ໃຫ້ແກ່​ລາວ.

    ແຕ່ວ່າ ໃນ​ລະ​ດູ​ຮ້ອນ​ຂອງປີໜຶ່ງຕອນທີ່ລາວ​ມີ​ອາ​ຍຸໄດ້ 7 ປີ​ ຊາຕາກຳໄດ້ ປ່ຽນໄປຍ້ອນລາວເກີດ​ອຸບັດເຫດຢ່າງ​ກະ​ທັນ​ຫັນ. ມື້​ໜຶ່ງ, ເຈີ້ງ​ທ່າວ​ ແລະ ​ໝູ່​ເດັກນ້ອຍ​ທັງ​ຫຼາຍພາກັນໄປ​ຫຼິ້ນ​ນ້ຳ​ແລ້ວກັບ​ເມືອ​ເຮືອນ, ​ໝົດ​ທຸກ​ຄົນ​ຍັງໂຕປຽກ ຊຸ່ມຢູ່. ເມື່ອ​ຍ່າງ​ຕາມ​ທາງນ້ອຍ, ພວກເຂົາເຈົ້າໄດ້​​ເຫັນ​ສາຍ​ໄຟຟ້າ​ເສັ້ນ​ໜຶ່ງຢ່ອນ ລົງສູ່​ພື້ນ​ດິນ. ເວ​ລານັ້ນ ເຈີ້ງ​ທ່າວ​ຍັງ​ນ້ອຍຢູ່ ​ບໍ່​ຮູ້​ຫຍັງພໍປານໃດ, ເວລາເຫັນສາຍ ໄຟຟ້າ​ ກໍ​ເດ່​ມື​ໄປ​ຈັບ​ສາຍ​ໄຟຟ້າເສັ້ນນັ້ນໂລດ. ທັນໃດນັ້ນ ລາວ​ກໍ​ຮູ້​ສຶກຖືກໄຟຟ້າ ຊອດ​ເຈັບ​ໄປ​ໝົດ​ໂຕ​ເລີຍ, ແລ້ວ​ກໍສະ​ຫຼົບ​ໄປ​ເລີຍ.

​ນັກກິລາລອຍ​ນ້ຳ​ປານ​ມີ​ປີກ​ບິນ (​ພາກ​ທີ 1)_fororder_3

    ຫຼັງ​ຈາກ​ລາວຮູ້ສຶກ​ຕົວຂຶ້ນມາ, ກໍພົບວ່າ ຕົນເອງໄດ້ນອນ​ຢູ່​ໂຮງ​ໝໍ​ແລ້ວ, ແມ່​ກຳ​ລັງ​ໄຫ້​ຢູ່​​ຂ້າງ​ຕຽງ​ບໍ່ເຊົາ. ທ້າວ​ເຈີ້ງ​ທ່າວ​ບໍ່​ຮູ້​ວ່າ​​ເກີດ​​ຫຍັງ​ຂຶ້ນ, ຈຶ່ງ​ຢາກ​ເດ່​ມື​ໄປ​ເຊັດ​ນ້ຳ​ຕາ​ໃຫ້​ແມ່, ແຕ່ຮູ້​ສຶກວ່າ​ແຂນທີ່ຄ່ອງແຄ້ວຂອງຕົນ​ໃນເມື່ອກ່ອນ ບໍ່ມີຄວາມ ຮູ້ສຶກຫຍັງອີກແລ້ວ. ເມື່ອ​ລາວອ​ວ່າຍ​ໜ້າ​ຫຼຽວເບິ່ງແຂນ ຈຶ່ງ​ພົບ​ວ່າ: ແຂນຂອງຕົນ​​ບໍ່​ມີ​ແລ້ວ​.

    ແມ່ບອກ​ໃຫ້ລາວຮູ້​ວ່າ: ຫຼັງ​ຈາກ​ເຈີ້ງ​ທ່າວ​ຈັບ​​ສາຍ​ໄຟຟ້າ​ແລ້ວ, ໄຟ​ຟ້າແຮງ ສູງ​ນັ້ນ ​ບໍ່​ພຽງ​ແຕ່​ເຮັດ​ໃຫ້​ຮ່າງ​ກາຍ​ຂອງ​ລາວ​ຖືກ​ໄໝ້ຈົນ​ບາດເຈັບ​ໄປໝົດໂຕ, ຍັງ ໄດ້​ເຮັດ​ໃຫ້​ກະດູກແຂນ​ສອງ​ເບື້ອງ​ຂອງ​ລາວ​​ຫັກ​ ແລະ ຖືກ​ໄຟ​ໄໝ້​ຈົນ​ຜຸ​ຜ່ອງ. ທ້າວ​ ເຈີ້ງ​ທ່າວ​ ໄດ້​ຜະ​ເຊີນກັບ​ຄວາມສ່ຽງທີ່​ຮ້າຍແຮງ ອາດຈະເສຍ ຊີວິດ, ເສັ້ນ​ປະ​ສາດ​ແລະ​ຈຸ​ລັງ​ໃນແຂນ​ຂອງ​ລາວເກືອບຕາຍ​​ໝົດ, ທັງ​ເກີດ​ມີ​ອາ​ການຊຶມເຊື້ອ​ຢ່າງ​ແຮງ, ຈິ່ງ​ຈຳ​ເປັນ​ຕ້ອງ​ຕັດ​ແຂນ​ສອງ​ເບື້ອງອອກ.  ຈາກນັ້ນ​ ເຈີ້ງ​ທ່າວ​ທີ່ຫາ​ກໍ່​ມີ​ອາ​ຍຸໄດ້ 7 ປີ  ກໍກາຍ​ເປັນ​ “ເທບ​ປີກຫັກ”.

    ເມື່ອເສຍແຂນ​ສອງ​ເບື້ອງ​ ເຈີ້ງ​ທ່າວ​ໄດ້​ມີ​ອາ​ລົມ​ຫງຸດຫງິດ​ຫຼາຍ ​ຈົນບໍ່ສາມາດ​ພົ້ນ​ອອກ​ຈາກອາລົມແບບນີ້ໄດ້. ແຕ່​ກ່ອນ​ລາວ​ມັກ​ຫຼິ້ນ​ນຳ​ໝູ່, ແຕ່​ບັດ​ນີ້​ພັດ​ກາຍ​ເປັນ​ຄົນ​ຂີ້​ຢ້ານ​ ແລະ​ ມັກເກັບໂຕ​ຢູ່ໃນເຮືອນ​ຄົນດຽວທຸກມື້. ເພື່ອ​​ຜ່າ​ຕັດ​​ເຈີ້ງ​ທ່າວ, ຄອບ​ຄົວ​ໄດ້ໃຊ້ເງິນ​ທີ່ເກັບອອມ​ໄວ້​ຈົນໝົດ ແຕ່ປານນັ້ນ​ກໍ​ຍັງ​ຕິດ​ໜີ້​​ຫຼາຍອີກ. ໃນ​ທີ່​ສຸດ, ເຈິ້ງ​ທ່າວ​ໄດ້ຕັດສິນໃຈອອກໂຮງ​ຮຽນ​ ແລະ ເກັບໂຕ​ຢູ່​ແຕ່​ເຮືອນ. ພໍ່​ແມ່​ຂອງ​ເຈີ້ງ​ທ່າວ​ ກໍ​ເຄີຍ​ຄຶດ​ວ່າ: ເຄິ່ງຫລັງຂອງຊີວິດ​ຂອງ​ລູກຄົນນີ້​​ອາດຈະ​ລ້ຽງ​ຕົນ​ເອງ​ບໍ່​ໄດ້​.

    ແຕ່ໃຜໆ​ກໍຄຶດ​ບໍ່​ເຖິງວ່າ, ເດັກ​ຊາຍ​ຈ່ອຍໆ​ທີ່​ເສຍແຂນ​ສອງ​ເບື້ອງ​ຜູ້ນີ້, ພາຍ​ຫຼັງ​ມາ​ບໍ່​ພຽງ​ແຕ່​ສາ​ມາດ​ດຳ​ລົງ​ຊີ​ວິດ​​ດ້ວຍ​ຕົນ​ເອງໄດ້ເທົ່ານັ້ນ, ຍັງໄດ້​ສ້າງ​ຄອບ​ຄົວ​ນຳອີກ, ເກັ່ງກວ່ານັ້ນແມ່ນ ລາວໄດ້​ຕາງ​ໜ້າໃຫ້​ປະ​ເທດ​ຊ​າດ​ໄປ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ ແລະ​ ສາມາດ​ສ້າງ​ຜົນ​ງານ​ທີ່ສະ​ຫງ່າ​ຜ່າ​ເຜີຍໄດ້!

​ນັກກິລາລອຍ​ນ້ຳ​ປານ​ມີ​ປີກ​ບິນ (​ພາກ​ທີ 1)_fororder_2

    ສ່ວນການປ່ຽນແປງ​ເຫຼົ່າ​ນີ້, ຕ້ອງຫວນຄືນໄປໃນຈຸດທີ່ສະຫະພັນຄົນພິການ ແຂວງຢຸນນານທີ່ເປັນບ້ານເກີດເມືອງນອນຂອງລາວ ໄດ້ເອົາໃຈໃສ່ຊ່ວຍເຫລືອ ລາວ.

    ຫຼັງ​ຈາກ​ເຈີ້ງ​ທ່າວ​ເສຍ​ແຂນ​ສອງ​ເບື້ອງ​ໄປ​ຍ້ອນອຸບັດເຫດ​ແລ້ວ, ສະ​ຫະ​ພັນ​ຄົນ​ພິ​ການ​ທ້ອງ​ຖິ່ນ​ ໄດ້​ຂຶ້ນທະບຽນມອບໃບ​ຢັ້ງຢືນຄົນ​ພິ​ການ​ໃຫ້​ເຈີ້ງ​ທ່າວ, ທັງ​ໄດ້ໃຫ້ການຊ່ວຍເຫຼືອດ້ານເສດຖະກິດແກ່​ຄອບ​ຄົວ​ຂອງ​ລາວ. ຈາກນັ້ນ​ ເຈີ້ງ​ທ່າວ​ຈຶ່ງຄ່ອຍໆ​ມີ​ອາລົມດີ​ຂຶ້ນ, ລາວ​ເລີ່ມ​ຮຽນ​ການ​ໃຊ້​ຕີນ​ໄປ​ແຕະ​ຕ້ອງ​ສິ່ງຕ່າງໆ, ແລະ​ຄ່ອຍໆ​ຮຽນຮູ້ວິທີຕ່າງໆ​ໃນການດຳລົງ​ຊີ​ວິດ​ປະ​ຈຳ​ວັນ​ ເຊັ່ນ: ໃຊ້​ຕີນ​ຕາງມືກິນ​ເຂົ້າ ແລະ ລ້າງ​ໜ້າ​ເປັນ​ຕົ້ນ.

    ມີມື້​ໜຶ່ງໃນປີ 2004, ທີມ​ລອຍ​ນ້ຳ​ຄົນ​ພິ​ການ​ແຂວງ​ຢຸນ​ນານ​ເປີດ​ຮັບ​ນັກ​ກິລາ  ​ໃໝ່​ຢູ່​ບ້ານ​ເກີດ​ຂອງ​ເຈີ້ງ​ທ່າວ, ແລະໄດ້​ຮູ້​ວ່າ​ໃນ​ບ້ານ ​ມີ​ເຍົາວະຊົນ​​ເສຍ​ແຂນ​ສອງ​ເບື້ອງ​ຄົນ​ໜຶ່ງ​ລອຍ​ນ້ຳ​ເກັ່ງ​ຫຼາຍ​ໃນຍາມນ້ອຍ, ເຂົາເຈົ້າຈຶ່ງ​ມາ​ຢາມ​ເພື່ອເບິ່ງສະ ພາບຕົວຈິງ. ແຕ່ພໍ່​ແມ່​ຂອງ​ເຈີ້ງ​ທ່າວ​ໄດ້ຊາບ​ແລ້ວ ​ພັດ​ປະ​ຕິ​ເສດ​ໂລດ​ ໂດຍ​ບໍ່​ຍອມ​ໃຫ້​ລູກມີຄວາມ​ຫຍຸ້ງ​ຍາກ​ລຳ​ບາກ. ແຕ່​ເຈີ້ງ​ທ່າວ​ພັດຮັບປາກ​ທັນ​ທີ​ໂລດ​ວ່າ: “​ມີ​ຄວາມ​ຫຍຸ້ງ​ຍາກ ກໍ​ບໍ່​ຢ້ານດອກ, ມັນ​ດີກວ່າ​ເປັນ​ຄົນ​ທີ່​ບໍ່ມີປະໂຫຍດຫຍັງ, ລູກ​ຢາກ​ລອງ​ເບິ່ງ!”

    ທ້າວ​ເຈີ້ງ​ທ່າວ​ເສຍ​ແຂນ​ທັງສອງ​ເບື້ອງ​ ແຕ່ກໍ່ໄດ້ຮັບໂອ​ກາດຝຶກຊ້ອມຢູ່​ທີມ​ລອຍ​ນ້ຳ​ຄົນ​ພິ​ການ​ຂັ້ນ​ແຂວງ, ໂດຍຫວັງ​ຢາກ​ປ່ຽນ​ແປງ​ຊາ​ຕາ​ກຳ​ຂອງ​ຕົນ ກາຍ​ເປັນ​ຄົນທີ່​ສາມາດກຸ້ມ​ຕົນເອງໄດ້. ແຕ່​ສິ່ງ​ທີ່​ລາວຕ້ອງຜະເຊີນນັ້ນ ​ພັດ​ແມ່ນ​ການ​ເຝິກ​ຊ້ອມ​ທີ່​ແສນຈະລຳ​ບາກ​ທີ່​ສຸດ.

    ຖ້າ​ວ່າ​ພຽງ​ແຕ່​ຮຽນເພື່ອໃຫ້​ລອຍ​ນ້ຳໃຫ້ເປັນ​ເທົ່າ​ນັ້ນ, ມັນ​ເປັນ​ກິ​ລາ​ທີ່​ດີ​ຫຼາຍ​ເພື່ອເຮັດໃຫ້ສຸຂະພາບຕົນ​ແຂງ​ແຮງ, ແຕ່​ຖ້າ​ວ່າ​ຢາກເປັນນັກກິລາອາ​ຊີບ ກໍ່​ບໍ່​ແມ່ນ​ເລື່ອງ​ທີ່ງ່າຍ​ດາຍແລ້ວ. ໃນ​ເວລາ​ເລີ່ມຝຶກການ​​​ລອຍ​​ທຳ​ອິດ, ເປັນເລື້ອງຍາກຫລາຍສຳລັບທ້າວ​ເຈີ້ງ​ທ່າວ​ຜູ້ທີ່​ບໍ່​ມີ​ແຂນ ທີ່ຈະເຮັດໃຫ້​ຮ່າງ​ກາຍດຸນດ່ຽງກັນຢູ່ໃນນ້ຳ​, ຈົນ​ບາງຄັ້ງຍັງສະມັກ​​ນ້ຳ​ອີກ.

    ເພື່ອ​ໃຫ້ໄລ່​ທັນ​ກັບການ​ເຝິກ​ຊ້ອມ​ຂອງ​ນັກ​ກິ​ລາຄົນ​ອື່ນໆ​​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້,ເຈີ້ງ​ທ່າວຕ້ອງດຸ​ໝັ່ນ​ພາກພຽນໃຫ້ຫລາຍກວ່າ​ຄົນ​ອື່ນ​. ຄົນ​ອື່ນ​ຝຶກ​ໃນ​ນ້ຳ 5 ຊົ່ວ​ໂມງ, ລາວ​ຕ້ອງຝຶກ 8-9 ຊົ່ວ​ໂມງ. ຍ້ອນວ່າແຊ່​ຢູ່​ໃນ​ນ້ຳ​ດົນ​ໂພດ, ຮອຍຜ່າ​ຕັດ​ແຂນ​ຂອງ​ເຈີ້ງ​ທ່າວ ຈຶ່ງ​ອັກ​ເສບ. ຫຼັງ​ຈາກ​ທ່ານ​ໝໍ​ປະ​ຈຳ​ທີມ​ທາ​ຢາ​ໃຫ້​ລາວ​ແລ້ວ,ລາວກໍກັບ​ລົງໄປ​​ເຝິກ​ຕໍ່​.

    ໂດຍ​ອາ​ໄສ​ຄວາມ​ອົດ​ທົນ​ສູ້ຊົນ, ເຈິ້ີ້ງ​ທ່າວ​ຈຶ່ງ​ຄ່ອຍໆ​ຮຽນຮູ້ເຕັກນິກ​ການເຄື່ອນ​ໄຫວ​ຢູ່ໃນ​ນ້ຳໄດ້​ຕາມໃຈມັກ. ເຖິງວ່າ​ບໍ່​ມີ​ແຂນ​ສອງ​ເບື້ອງ​ກໍ​ຕາມ, ແຕ່ວ່າ​ຄວາມໄວ​ໃນການລອຍ​ນ້ຳ​ຂອງ​ລາວ​ ບໍ່​ໄດ້ຊ້າໄປກວ່າເພື່ອນຮ່ວມ​ທີມຄົນອື່ນໆທີ່ມີ​ແຂນ    ເໝືອນ​ດັ່ງວ່າ​ລາວ​ມີ​ປີກ​ທີ່​ບິນໄດ້.

    ຫຼາຍ​ເດືອນ​ຜ່ານ​ໄປແລ້ວ, ພໍ່​ແມ່​ຂອງ​ເຈີ້ງ​ທ່າວ​ໄດ້ໄປ​ຢາມ​ລູກ​ຢູ່​ທີມລອຍນ້ຳ​,ເມື່ອ​ເຫັນ​ວ່າ ລູກ​ຂອງຕົນລອຍນ້ຳຄ່ອງແຄ້ວປານ​ປາ​ນ້ອຍ, ເຂົາ​ເຈົ້າ​ທັງ​ຕື່ນ​ເຕັ້ນດີ​ໃຈ​ທັງ​ອິນດູຕົນສົງສານລູກທີ່ສຸດ​ຈົນ​ຢາກ​ໄຫ້​.

    ກໍ່ເປັນແບບນີ້ແຫຼະ ທີ່ເຈີ້ງ​ທ່າວ​ອາ​ໄສ​ໃຈ​ອົດ​ທົນສູ້ຊົນ​ທີ່​ບໍ່​ຍອມ​ທໍ້ຖອຍ​ ແລະ​​ພະ​ຍາ​ຍາມ​ສຸດຂີດ ຈົນວ່າ​ຄົນ​ທຳ​ມະ​ດາກໍ່ຄິດບໍ່ເຖິງ, ຄວາມບຸກ​ບືນ​ລອຍ​ນ້ຳຂອງລາວຈົນສາມາດໄປ​ຮອດ​ສະ​ໜາມ​ແຂ່ງ​ຂັນ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ. ຍ້ອນ​ບໍ່​ມີ​ແຂນ​ສອງ​ເບື້ອງ, ການ​ໃຊ້​ຫົວ​ຕຳ​ຂອບ​ສະ​ໃນເວລາເຖິງເສັ້ນໄຊ ກໍ​ກາຍ​ເປັນ​ສັນ​ຍະ​ລັກ​ຂອງ​ເຈີ້ງ​ທ່າວ​ໃນ​ສະ​ໜາມ​ແຂ່ງ​ຂັນ. ແຕ່​ລະ​ເທື່ອ ລາວ​ກໍ່ໃຊ້​ຫົວ​​ຕຳ​ຂອບສະ ເຊິ່ງເຮັດໃຫ້​ຜູ້​ຊົມ​ຫຼາຍໆ​ຄົນຮູ້ສຶກຊາບຊຶ້ງໃຈ.

    ໃນ​ງານ​ກິ​ລ​າ​ໂອ​ລິມ​ປິກ​ຄົນ​ພິ​ການ​ລອນດອນ 2012 ແລະ​ ງານ​ກິ​ລ​າ​ໂອ​ລິມ​ປິກ​ຄົນ​ພິ​ການ​ລີ​ໂອເດີຈາເນໂຣ 2016, ເຈີ້ງ​ທ່າວ​ໄດ້​ເປັນ​ແຊມ​ໃນລາຍ​ການ​ລອຍ​ນ້ຳ​ທ່າຫງາຍ S6 100 ແມັດເພດ​ຊາຍ​ຕິດຕໍ່ກັນ. ແຕ່​ປະເພດ​ລອຍ​ທ່າ​ແມງ​ກະ​ເບື້ອ S5 50 ແມັດ ພັດແມ່ນລາຍການທີ່ລາວ​ໄດ້​ແຕ່​ຫຼຽນ​ເງິນທັງຢູ່​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ທີ່​ລອນດອນ​ ແລະ ​ຣີໂອເດີຈາເນໂຣ.​

    ບັດນີ້ ພວກເຮົາຈະເລົ່າຫວນ​​ຄືນ​ໄປ​ສູ່​ສະ​ໜາມ​ແຂ່ງ​ຂັນ​ລອຍ​ນ້ຳ​ທ່າ​ແມງ​ກະ​ເບື້ອS5 50 ແມັດ​ເພດ​ຊາຍຂອງ​ງານ​ກິ​ລາ​ໂອ​ລິມ​ປິ​ກ​ຄົນ​ພິ​ການ​ໂຕ​ກຽວ. ທ້າວ ​ເຈີ້ງ​ທ່າວ​ທີ່​ລອຍ​ຢູ່ຊ່ອງທີ 5 ໄດ້​ນຳ​ໜ້າ​ຕະ​ຫຼອດ, ແລະ​ສຸດ​ທ້າຍ​ລາວກໍ່ເອົາຫົວ​ຕຳ​ຂອບສະ ເຊິ່ງ​ເປັນ​ສັນ​ຍະ​ລັກ​ຂອງ​ຕົນ. ໃນ​ເວລາ​ຕຳຂອບສະ, ຜູ້ຊົມທັງຫຼາຍພາກັນຕົບ​ມື​ດັງກ້ອງສະໜັ່ນ, ຜູ້​ບັນຍາຍການຖ່າຍທອດສົດຂອງການ​ແຂ່ງ​ຂັນຄັ້ງນີ້ ​ກໍ່ບັນຍາຍໄດ້​​ຕື່ນເຕັ້ນຫຼາຍ: “30 ວິ​ນາ​ທີກັບ 62 ລິບດາ! 30 ວິ​ນາ​ທີກັບ 62 ລິບດາເທົ່ານັ້ນ! ຂໍຊົມເຊີຍ​ທ້າວ​ເຈີ້ງ​ທ່າວ​ທີ່​ມາ​ຈາກ​ປະ​ເທດ​ຈີນວ່າໄດ້ທຳລາຍ​ສະ​ຖິ​ຕິ​​​ໂລກແລ້ວ!”

    ​ເຈີ້ງ​ທ່າວ ​ປໍລໍຫົວ​ອອກ​ຈາກ​ນ້ຳ ເພື່ອຫຼຽວເບິ່ງຈໍຄະແນນ​ໃນສະໜາມການແຂ່ງຂັນລອຍ​ນ້ຳ, ຈໍຄະ​ແນນ​ກໍປາກົດເຫັນໂຕໜັງສືຄື: ເຈີ້ງ​ທ່າວ​ໄດ້​ຫຼຽນ​ຄຳ! ເມື່ອລາວ​ເຫັນ​ແລ້ວ​ກໍ່ຕື່ນ​ເຕັ້ນດີໃຈ​ທີ່ສຸດ ​ຈົນ​ເຕັ້ນ​ຂຶ້ນ​ຈາກ​ນ້ຳ​ເໝືອນ​ດັ່ງມີປີກ​​ຢູ່​ຫຼັງ, ທັງ​ອ້າ​ປາ​ກ​ຮ້ອງ​ຂຶ້ນຢ່າງແຮງ​ດ້ວຍຄວາມ​ດີໃຈສຸດຂີດ.

    ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ຢູ່​ເຂດ​ໃຫ້ສຳ​ພາດ, ບໍ່​​ລໍ​ຖ້າ​ນັກ​ຂ່າວ​ຈີນ​ຕັ້ງຄຳຖາມຈົນ​ໝົດຊ້ຳ, ທ້າວ ເຈີ້ງ​ທ່າວ ​ກໍ່​ຟ້າວຕອບ​ທັນທີ​ວ່າ: “ໃນທີ່ສຸດ ກໍ່ໄດ້​ຫຼຽນ​ຄຳຫຼຽນນີ້​ແລ້ວ,​ ຢາກ​ໄດ້​ຫຼຽນຄຳລາຍການ​ນີ້​ທີ່ສຸດ, ເພາະ​ວ່າ​ໃນງານ​ສອງຄັ້ງທີ່ຜ່ານ​ມາ​ບໍ່​ໄດ້​ຮັບຫລຽນຄຳ.” ເຈີ້ງ​ທ່າວ​ກັ້ນ​ຄວາມຮູ້ສຶກ​​ຕື່ນເຕັ້ນດີໃຈບໍ່ຢູ່​, ຍ້ອນ​ຊະນະເລີດແລ້ວ​.

    ​ທ້າວ ເຈີ້ງ​ທ່າວ​ມີ​ອາ​ຍຸ 31 ປີແລ້ວ, ເປັນ​ນັກ​ກິ​ລາ​ອາ​ວຸ​ໂສ​ທີ່​ເຄີຍໄດ້​ເຂົ້າ​ຮ່ວມ​ງານ​ກິ​ລາໂອ​ລິມ​ປິກ​ສາມຄັ້ງ​. ຄຳບູຮານຈີນກ່າວໄວ້ວ່າ: “ການສະແດງ​ຢູ່​ເທິງ​ເວ​ທີ​ໜຶ່ງ​ນາ​ທີ, ຕ້ອງໄດ້​ເຝິກ​ຊ້ອມຢູ່ລຸ່ມເວທີເປັນ 10 ປີ​”. ໃນຍາມທີ່​ເຈີ້ງ​ທ່າວ​ໃຊ້​ຫົວ​​ຕຳຂອບ​ສະ​ແລ້ວໄດ້ຮັບຫຼຽນຄຳນັ້ນ, ທີ່​ຈິງ​ແລ້ວ​ລາວ​ໄດ້​ເຝິກ​ຊ້ອມການໃຊ້​ຫົວ​ຕຳຂອບສະ​ເປັນ​ພັນ​ເປັນ​ໝື່ນ​ເທື່ອ​ແລ້ວ. ສ່ວນ​​ໄລ​ຍະເວລາການ​ເຝິກ​ຊ້ອມກ່ອນ​ເຂົ້າຮ່ວມງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ໂຕ​ກຽວ​ຄັ້ງນັ້ນ, ແຕ່​ລະ​ມື້ ລາວ​ກໍ່​ຕ້ອງ​ໄດ້ລອຍ​ນ້ຳ​ເປັນ​ໝື່ນກວ່າ​ແມັດ​ໄດ.

    ​ສຳ​ລັບ​ເວ​ລານອກ​ການ​ເຝິກ​ຊ້ອມ​, ເລື່ອງ​ທີ່​ທ້າວ​ເຈີ້ງ​ທ່າວ​ຢາກ​ເຮັດ​ທີ່​ສຸດ​ກໍ່​ແມ່ນ​ຢູ່​ນຳ​ກັນກັບ​ຄອບ​ຄົວ. ລູກ​ສາວ​ຂອງ​ເຈີ້ງ​ທ່າວ​ ປີນີ້​ອາ​ຍຸ​ສອງ​ປີ​ປາຍ​ແລ້ວ, ແຕ່ລາວພັດບໍ່​ມີ​ເວ​ລາ​ຢູ່​ນຳ​ກັບ​ລູກ​ສາວແບບໃກ້ຊິດ, ຈຶ່ງຮູ້ສຶກຢາກ​ຂໍ​ໂທດ​ລູກສາວຈາກໃຈຈິງຂອງພໍ່ຄົນນີ້​ຕະ​ຫຼອດ. ສ່ວນ​ການ​ອ່ານໜັງສື​ ແລະ ​ຟັງ​ເພງ​ເປັນ​ວິ​ທີ​ຜ່ອນຄາຍ​ອາ​ລົມ​ທີ່​ເຈີ້ງ​ທ່າວ​ມັກ​ເຮັດກວ່າ​ໝູ່. ເພງ​ທີ່​ລາວ​ມັກ​ທີ່​ສຸດກໍ່​ແມ່ນ​ເພງ “ປ່ຽນ​ແປງ​ຕົນ​ເອງ” ທີ່​ຮ້ອງ​ໂດຍ ວາງ​ລີ້​ຮົງ. ເພງ “ປ່ຽນ​ແປງ​ຕົນ​ເອງ” ບໍ່​ພຽງ​ແຕ່​ເປັນ​ເພງ​ເພງ​ໜຶ່ງ​ເທົ່າ​ນັ້ນ, ຍິ່ງ​ເປັນຄະຕິເຕືອນໃຈໃນ​ການດຳລົງຊີ​ວິດ​ປະ​ຈຳ​ວັນ​ຂອງ​ເຈີ້ງ​ທ່າວ.

    ທີ່​ຈິງ​ແລ້ວ, ເຈີ້ງ​ທ່າວ​ມີ​ເຫດ​ຜົນ​ຫຼາຍ​ຢ່າງ​ທີ່​ປ່ອຍໂຕ, ແຕ່​ລາວ​ບໍ່​ໄດ້​ເຮັດແບບນັ້ນ.

    ການທີ່ເຈີ້ງ​ທ່າວ​ສາ​ມາດ​ໄດ້​ຮັບ​ຄວາມ​ເຄົາ​ລົບ​ນັບ​ຖື​ຈາກ​ຄົນທັງຫຼາຍ, ບໍ່​ພຽງແຕ່​ຍ້ອນ​ວ່າ ລາວ​ເປັນ​ແຊມ​ໂອ​ລິມ​ປິກ​ເທົ່າ​ນັ້ນ, ຍັງເປັນຍ້ອນ​ວ່າ ລາວ​ສະ​ແຫວງ​ຫາ​ການປ່ຽນ​ແປງ​ຕົນ​ເອງ ​ແລະ ​ສ້າງຜົນງານລື່ນກາຍຄວາມສາມາດຂອງ​ຕົນ​ເອງ​ຕະ​ຫຼອດ.

    ນີ້​ເປັນ​ການເຄົາລົບ​ຊີ​ວິດຕົນເອງ, ຍັງເປັນ​ການ​ສະ​ແຫວງ​ຫາ​ຄວາມ​ໄຝ່​ຝັນ​ໃຫ້ກັບຕົນເອງນຳອີກ.

ຄຳ​ເຫັນ

0