何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ເປີດກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ຕາ​ເວັນ​ອອກ​ຄັ້ງ​ທີ 6

2021-09-03 17:36:49 CRI

ທ່ານ​ສີ​ຈິ້ນ​ຜິງກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ເປີດກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ຕາ​ເວັນ​ອອກ​ຄັ້ງ​ທີ 6_fororder_1127825263_16306566664401n.JPG

ວັນ​ທີ 3 ກັນ​ຍາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທາ​ນ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ຕາ​ເວັນ​ອອກ​ຄັ້ງ​ທີ 6 ຜ່ານ​ທາງວີ​ດີ​ໂອ​ທັງ​ໄດ້​ກ່າວ​ຄຳ​ປາ​ໄສ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ:​ວັນ​ທີ 3 ກັນ​ຍາ​ນີ້​ແມ່ນ​​ວັນ​ລະ​​ນຶກ​ສົງ​ຄາມປະ​ຊາ​ຊົນ​ຈີນ​ຕໍ່​ຕ້ານ​​ຟາ​ຊິດຍີ່​ປຸ່ນ​​ຜູ້​ຮຸກ​ຖານ ແລະ ສົງ​ຄາມ​ຕ້ານ​ຟາ​ຊິດ​​ຂອງໂລກ​ໄດ້​ຮັບ​ໄຊ​ຊະ​ນະ​ຄົບ​ຮອບ 76 ປີ. ປະ​ຊາ​ຄົມ​ໂລກ​ຄວນ​ເດັດ​ດ່ຽວ​ປົກ​ປັກ​ຮັກ​ສາ​ໝາກ​ຜົນ​ແຫ່ງ​ໄຊ​ຊະ​ນະ​ຂອງ​ສົງ​ຄາມ​ໂລກ​ຄັ້ງ​ທີ 2, ​ປົກ​ປັກຮັກ​ສາ​ຄວາມ​ເປັນ​ຈິງ​ຂອງ​ປະ​ຫວັດ​ສາດ, ຍຶດ​ໝັ້ນ​ການ​ຖື​ເອົາ​ປະ​ຫວັດ​ສາດ​ເປັນ​ແວ່ນ​ແຍງ, ແລະ​ປະ​ດິດ​ສ້າງ​ອະ​ນາ​ຄົດ. ໃນ​ເດືອນ​ມິ​ຖຸ​ນາ​ປີ​ນີ້, ຂ້າ​ພະ​ເຈົ້າ​ໄດ້​ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ປູ​ຕິນ​ຜ່ານ​ທາງວີ​ດີ​ໂອ​ຢ່າງ​ສຳ​ເລັດ​ຜົນ, ຮ​ວ່ມ​ກັນ​ປະ​ກາດ​ວ່າ​ຈະ​ຂະ​ຫຍາຍ​ເວ​ລາ​ຂອງ “ສັນ​ຍາ​ວ່າ​ດ້ວຍ​ການ​ຮ່ວມ​ມື​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ລະ​ຫວ່າງ​ຈີນ-ຣັດ​ເຊຍ”, ໄດ້​ບັນ​ລຸ​ຄວາມ​ເຫັນ​ທີ່ເປັນ​ເອ​ກະ​ພາບ​ກັນ​ອັນ​ໃໝ່​ກ່ຽວ​ກັບ​ບັນ​ຫາ​ສຳ​ຄັນ​ຕ່າງໆ, ເຊັ່ນ: ເພີ່ມ​ທະ​ວີ​ການ​​ປະ​ສານ​ງານ​ດ້ານ​ຍຸດ​ທະ​ສາດ​, ແລະການ​ຮ່ວມ​ມື​ຕົວ​ຈິງ​ຮອບ​ດ້ານ​ລະ​ຫວ່າງ​ຈີນ-ຣັດ​ເຊຍ ແລະ​ອື່ນ​ໆ, ການ​ພົວ​ພັນ​ຄູ່​ປະ​ສານ​ງານ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ-ຣັດ​ເຊຍ​ໃນ​ຍຸກ​ໃໝ່​ມີ​ແຮງ​ຂັບ​ເຄື່ອນ​ທີ່​ແຂງ​ແຮງ ແລະ ມີ​ອະ​ນາ​ຄົດ​ທີ່ກວ້າງ​ຂວາງ.

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ປະ​ຈຸ​ບັນ​ນີ້, ສະ​ພາບ​ການ​ຂອງ​ໂລກ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ມີ​ຄວາມ​ບໍ່​ແນ່ນອນ, ການ​ຟື້ນ​ຟູເສດ​ຖະ​ກິດ​ໂລກຄືນ​ໃໝ່​​ພົບ​ກັບ​ຄວາມ​ລຳ​ບາກ. ການ​ຮ່ວມ​ມື​ຂອງ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ເໜືອ​ພວມ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ທີ່​ຂ້ຽວ​ຂາດ ແລະ​ໄດ້​ປະ​ເຊີນ​ໜ້າ​ກັບ​​ກາ​ລະໂອ​ກາດ​ທີ່​ສຳ​ຄັນ​ເຊັ່ນ​ກັນ. ຝ່າຍ​ຕ່າງໆ​ຄວນ​​ອີງ​ໃສ່ພາກ​ພື້ນ ແລະ ເລັງ​ສາຍ​ຕາ​ໄປ​ສູ່​ໂລກ, ຮ່ວມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ແລະ​ສະ​ແຫວງ​ຫາ​ການ​ພັດ​ທະ​ນາ​ຮ່ວມ​ກັນ.

 

ພວກ​ເຮົາ​ຄວນ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ ໃນ​ການ​ຮັບ​ມື​ກັບ​ພະ​ຍາດ​ໂຄວິດ-19, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ຄົ້ນ​ຄວ້າ​ຜະ​ລິດ​ວັກ​ຊີນ, ສະ​ໜອງ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ໃຫ້​ປ​ະ​ຊາ​ຄົມ​ໂລກຫຼາຍກວ່າ​ເກົ່າ, ເດັດ​ດ່ຽວ​ຄັດ​ຄ້ານ​ການຫັນ​ບັນ​ຫາກ່ຽວ​ກັບ​ວັກ​ຊີນ ແລະ ການ​ສຳຫຼວດ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19ເປັນ​ບັນ​ຫາ​ການ​ເມືອງ, ອອກ​ແຮງ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ສ​າ​ທາ​ລະ​ນະ​ສຸກ​ຂອງມວນ​ມະ​ນຸດ.

 

ພວກ​ເຮົາ​ຄວນ​ອອກ​ແຮງ​ຢ່າງ​ຕໍ່​ເນື່ອງ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ລົງ​ເລິກ​ການ​ຮ່ວມ​ມື​ເພື່ອ​ເຊື່ອມ​ຈອດ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ກັບ​ສະ​ຫະ​ພັນ​ເສດ​ຖະ​ກິດ​ເອີ​ຣົບ-ອາ​ຊີ, ສະ​ໜັບ​ສະ​ໜູນ​ການ​ປະ​ດິດ​ສ້າງ​ໃໝ່ ແລະ ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ດີ​ຈີ​ຕອນ, ຮ່ວມ​ກັນ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ພາກ​ພື້ນ.

 

ພວກ​ເຮົາ​ຄວນ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ໃນ​ການ​ປົກ​ປັກຮັກ​ສາ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ, ຜ່ານ​ການ​ສົນ​ທະ​ນາ​ ແລະ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ເພື່ອ​ແກ້​ໄຂ​ຄວາມ​ເຫັນ​ທີ່​ຂັດ​ແຍ່ງ​ກັນ, ເຕົ້າ​ໂຮມ​ຄວາມ​ເຫັນ​​ທີ່ເປັນ​ເອ​ກະ​ພາບ​ກັນ, ສ້າງ​ທັດ​ສະ​ນະ​​ກ່ຽວ​ກັບຄວາມ​ໝັ້ນ​ຄົງ​ຮ່ວມ, ສັງ​​ລວມ​, ​ການຮ່ວມ​ມື ແລະ ຍືນ​ຍົງ, ຮ່ວມ​ມື​ກັນ​ສ້າງ​ບ້ານ​ເມືອງ​ຮ່ວມ​ກັນ​ຢ່າງ​ກົມ​ກຽວ ແລະ ສະ​ຫງົບ​ສຸກ.

 

ທ່ານ​ສີ​ຈິ້ນ​ຜິງ​ຍັງ​ກ່າວ​ຕື່ມ​ວ່າ, ປີ​ນີ້​ແມ່ນ​ປີ​ທີ່​ພັກ​ກອມ​ມູ​ນິດ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 100 ປີ, ຈີນ​ໄດ້​ເປີດ​ຂະ​ບວນ​ການ​ໃໝ່ໃນ​ການ​ສ້າງ​ສາ​ປະ​ເທດ​ສັງ​ຄົມ​ນິ​ຍົມ​​ທີ່​ທັນ​ສະ​ໄໝ​ຢ່າງ​ຮອບ​ດ້ານ. ຈີນ​ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ຕ່າງໆ​ສຸມ​ຄວາມ​ພະ​ຍາ​ຍາມ, ປະ​ຕິ​ບັດ​ຕາມ​ລັດ​ທິຫຼາຍ​ຝ່າຍ​ຢ່າງ​ແທ້​ຈິງ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ ແລະ ຄວາມ​ປອງ​ດອງ​ກັນ, ຮ່ວມ​ມື​ກັນ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ກ້າ​ວ​ໄປ​ສູ່​ເປົ້າ​ໝາຍ​​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ​ຢ່າງ​ໜັກ​ແໜ້ນ.

ຄຳ​ເຫັນ

0