吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະ​ສົ່ງ​ວັກ​ຊີ​ນ 110 ລ້ານ​ຫຼອດໃຫ້​ “​ແຜນດຳ​ເນີນ​ງານ​ໂຄ​​​ແວກ” ກ່ອນ​ທ້າຍ​ເດືອນ​ຕຸລາ​ໜ້າ​ນີ້

2021-09-03 14:51:45 cri

ວັນ​ທີ 2 ກັນຍາ​ນີ້, ທ່ານ​ວ່າງ​ເວີນ​ປິ່ນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​​ໄດ້​ຢືນຢັນ​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ວ່າ: ກຸ່ມ​ບໍລິສັດ​ຊີ​ໂນ​ຟາ​ມ​ຈີນ ​ແລະ​ບໍລິສັດ​ຊີ​ໂນ​ແວັກ​ຈີນຈະ​ສະໜອງ​ວັກ​ຊີ​ນ 110 ຫຼ​ອດເຂັມ​ໃຫ້ “​ແຜນດຳ​ເນີນ​ງານ​ໂຄ​ແວກ” ຫຼື COVAX ກ່ອນ​ທ້າຍ​ເດືອນ​ຕຸລາໜ້າ​ນີ້, ຈີນ​ຈະ​ສືບຕໍ່​ປະກອບສ່ວນ​​ເຂົ້າ​ໃນການ​ເຮັດ​​ໃຫ້​ປະ​ເທດ​ພວມ​ພັດທະນາ​ສາມາດ​ເຂົ້າ​ເຖິງ​ວັກ​ຊີ​ນຢ່າງ​ຍຸຕິ​ທຳ.

ອົງການ​ອະນາ​ໄມ​ໂລກມີ​ແຜນ​ຈັດ​ສົ່ງ​ວັກຊີ​ນທີ່​ຜະລິດ​ໂດຍ​ບໍລິສັດ​ຊີ​ໂນ​ແວັກ ​ແລະ​ກຸ່ມ​ບໍລິສັດ​ຊີ​ໂນ​ຟາ​ມຈີນ 100 ລ້ານ​ຫຼອດ​ໃຫ້​ອາ​ຟຣິກາ ​ແລະ​ອາຊີ​​ເປັນ​ຄັ້ງ​ທຳ​ອິດ​ກ່ອນ​ທ້າຍ​ເດືອນ​ກັນຍາ​ນີ້.

ທ່ານ​ວ່າງ​ເວີນ​ປິ່ນ​ໄດ້​ຕອບ​ຄຳ​ຖາມ​ທີ່​ກ່ຽວຂ້ອງ​ວ່າ: ຈີນ​​ໄດ້ຕັ້ງໜ້າ​ສະໜັບສະໜູນ ​ແລະ​ເຂົ້າ​ຮ່ວມ “​ແຜນດຳ​ເນີນ​ງານ​ໂຄ​ແວກ” ມາ​ໂດ​ຍຕະຫຼອດ, ​ໄດ້​ສຸມ​​ໃສ່​ການ​ສົ່ງ​ເສີມ​ໃຫ້​ປະ​ເທດ​ພວມ​ພັດທະນາ​ສາມາດ​ເຂົ້າ​ເຖິງ ​ແລະ​ສາມາດ​ຊື້​ໄດ້​ວັກ​ຊີ​ນ. ວັກ​ຊີ​ນງວດ​ທຳ​ອິດ​ທີ່​ມີ​ຈຳນວນ​ປະມານ 9 ລ້ານ​ຫຼອດ​ໄດ້​ສົ່ງ​ໄປ​ເຖິງ​ປາ​ກິດ​ສະຖານ ​ແລະ​ບັງ​ກາ​ລາ​ເດັດ​ໃນ​ຕົ້ນ​ເດືອນ​ສິງຫາ​ທີ່​ຜ່ານ​ມາ​ແລ້ວ. ​ໃນ​ໄລຍະ​ໃກ້ໆ​ນີ້, ຈະ​ມີ​ວັກ​ຊີ​ນອີກ​ເກືອ​ບ 30 ລ້ານ​ຫຼອ​ດຈະ​ຖືກ​ສົ່ງ​ໃຫ້​ບັນດາ​ປະ​ເທດ​ພວມພັດທະນາ ​​ເຊັ່ນ: ອານ​ເຊຣີ, ກົດ​ດີ​ວົວ, ນີ​ເຊ, ກຽກກິດ​ສະຖານ, ​ເວ​ເນ​ຊູ​ເອລາ ​ແລະ​ອື່ນໆ. ນີ້​ແມ່ນ​ການ​ກະທຳ​ຕົວ​ຈິງ​ຂອງ​ຈີນ​ໃນ​ການ​ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ທີ່​ຖື​ເອົາ​ວັກ​ຊີ​ນ​ເປັນ “ຜະລິດ​ຕະພັນ​ສາທາລະນະ​ຂອງ​ໂລກ”, ​ເພື່ອ​ສົ່ງ​ເສີມ​ການ​ແບ່ງປັນ​ວັກ​ຊີ​ນຢ່າງ​ຍຸຕິ​ທຳ ​ແລະ​ປະກອບສ່ວນ​ເຂົ້າ​ໃນ​ການ​ຊ່ວຍ​ເຫຼືອ​ຕ້ານ​ພະຍາດ​ໂຄ​ວິ​​​ດ-19 ​ໃຫ້​ກັບ​ໂລກ.

 

ຄຳ​ເຫັນ

0