郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄກ່ລາດຈ້ານໂຕ້ອອກຈາກເຂດພູດອຍ

2021-09-04 17:29:45 cri

ໄກ່ລາດຈ້ານໂຕ້ອອກຈາກເຂດພູດອຍ_fororder_刘书军

​ຢູ່​ແຂວງ​ຮູນານປະເທດ​ຈີນ, ມີ​ສະຖານທີ່ແຫ່ງ​ໜຶ່ງ​ຢູ່ສ່ວນເລິກຂອງເຂດພູດອຍ ແຕ່​ມີ​ທິວ​ທັດ​ທຳມະຊາດສວຍ​ງາມ​ຫຼາຍ, ສະຖານທີ່ແຫ່ງນີ້ກໍຄື​ເມືອງ​​ປົກ​ຄອງ​ຕົນ​ເອງເຜົ່າ​ມົ້ງ​ເຊີງ​ປູ້, ມັນຫ່າງ​ຈາກ​ນະ​ຄອນ​ຫຼວງ​ປັກ​ກິ່ງ 1.800 ກວ່າ​ກິ​ໂລ​ແມັດ. ເຈົ້າ​​ເມືອງເຊີງປູ້ ​ຊື່ວ່າ ທ່ານ ລີວ​ຊູ່​ຈິ່ນ,​ ຜູ້​ທີ່ສຸ​ຂຸມ​ຮອບ​ຄອບຄົນໜຶ່ງ​ທີ່​ເກີດ​ຫຼັງ​ປີ 1980. ທ່ານ​ ລີວ​ຊູ່​ຈວິ່ນ ​ແມ່ນ​ພະ​ນັກ​ງານ​​ຈາກ​ກະ​ຊວງ​ການ​ຄ້າ​ຈີນທີ່ລົງກໍ່ສ້າງຮາກຖານ​ຢູ່​ແຫ່ງນີ້, ທ່ານ​ໜຸ່ມ​ແໜ້ນດີ, ແຂງ​ແຮງ​ດີ, ທັງມີສະຕິປັນຍາ ສະຫລາດຫລັກແຫລມ, ເມື່ອມາສ້າງ​ຮາກ​ຖານຢູ່ເມືອງ​ເຊີງ​ປູ້​ໄດ້ສອງ​ປີ​ປາຍ ທ່ານກໍ່​ໄດ້​ໄປທັດສະນະ ສຶກສາຢູ່​ທຸກ​ບ້ານທຸກຕາ​ແສງ​ຂອງເມືອງນີ້​ ຈົນວ່າ​ລື້ງ​ກັບ​ຊາວ​ບ້ານ​ທັງ​ຫຼາຍ​ເປັນ​ຢ່າງ​ດີ.

ແຕ່​ສອງ​ສາມ​ມື້​ຜ່ານ​ມາ, ທ່ານ ​ລີວ​ຊູ່ຈິ່ນ ພັດກັງວົນນຳ​ເລື່ອງ​ໜຶ່ງ​ທີ່ສຸດ, ເລື່ອງ​ນັ້ນແມ່ນຫຍັງ​ຮູ້ບໍ? ນັ້ນ​ກໍ​ຄື ການຊ່ວຍ​ເຫຼືອ​ຊາວ​ບ້ານ​ທັງ​ຫຼາຍ​ໃຫ້ພົ້ນ​ອອກ​ຈ​າກ​ຄວາມ​ທຸກ​ຍາກ​ ແລະ ​ສ້າງ​ຄວາມ​ຮັ່ງ​ມີ​ຂຶ້ນ, ທ່ານ ລີວຊູ່ຈວິ່ນ ໄດ້​ພະ​ຍາ​ຍາມ​ຄຶດຫາ​ວິ​ທີ​ເຊີນ​ນາງ ເວີ່ຍ​ຫ​ຢາ ນັກ​ໂຄ​ສະ​ນາຂາຍສິນຄ້າທາງ​ອິນ​ເຕີ​ເນັດ​ທີ່​ມີ​ຊື່​ສຽງໂດ່ງ​ດັງ​ຢູ່​ຈີນ ໃຫ້​​ມາ​ຊ່ວຍ​ຊາວ​ບ້ານເມືອງ​ເຊີງ​ປູ້​ຂາຍ​ເຄື່ອງ. ທີມງານຂອງນາງ ເວີ່ຍຫຢາ ເຫັນດີມາຕາມຄຳເຊີນ ເຊິ່ງແມ່ນເລື່ອງບໍ່ງ່າຍປານໃດ! ​ຕອນທຳອິດ ລີວ​ຊູ່​ຈີ່ນ​ ມີ​ຄວາມ​ໝັ້ນ​ໃຈ​ຫຼາຍ, ໂດຍໄດ້​ແນະ​ນຳສິນຄ້າ​ທີ່​ດີໆຈຳນວນໜຶ່ງ​ຂອງເມືອງ ເຊີງປູ້ໃຫ້​ກັບທີມງານ​ຂອງ​ນາງ​ເວີ່ຍ​ຫ​ຢາຮູ້,​ ພໍແຕ່ເລີ່ມຕົ້ນ ທີມງານຂອງນາງ ເວີ່ຍຫຢາ ກໍປະຕິເສດສິນຄ້າ​ຢ່າງ​ໜຶ່ງ​ທີ່ທ່ານ ລິວຊູ່ຈວິ່ນ ຄິດວ່າດີທີ່ສຸດ. ກ່ອນ ໜ້ານີ້ ທ່ານ ລີວ​ຊູ່​ຈວິ່ນ ​ໄດ້ສຸມ​ຄວາມ​ພະ​ຍາ​ຍາມ​ຫຼາຍ​ທີ່ສຸດໃນ​ການຜະລິດສິນຄ້າ​ຊະ​ນິດນີ້ ຈົນຄິດວ່າ ຢາກຈະອາໄສສິນຄ້າຊະນິດນີ້ເພື່ອຂະຫຍາຍຕະຫຼາດ​ໄປທົ່ວ​ປະ​ເທດໄດ໋!.

ຜະ​ລິດ​ຕະ​ພັນ​​ທີ່ລີວຊູ່ຈວິ່ນໃຫ້ຄວາມສຳຄັນທີ່ສຸດ​ນັ້ນກໍ່​ແມ່ນ ໄກ່​ລາດຈ້ານ​ໂຕ້​ ທີ່​ມີ​ຊື່​ສຽງທີ່ສຸດ​ຂອງ​ເມືອງ​ເຊີງ​ປູ້. ໄກ່​ຊະ​ນິດນີ້​ລ້ຽງຢູ່​ບ້ານ​ຈິ່ນທົງ​ຊ່ານ, ເຊິ່ງເປັນ​ບ້ານທີ່​ມີ​ພູມສັນຖານເປັນພູກວ້າງ​ໃຫຍ່, ສ່ວນດິນ​ນາ​ດິນສວນພັດ​ບໍ່​ຫຼາຍ, ຊາວ​ຊ້ານ​ໄດ້ລ້ຽງໄກ່ລາດໃນ​ຈຳ​ນວນ​ຫຼວງຫຼາຍ​ຕາມ​ສະ​ພາບ​ຕົວ​ຈິງ​ຂອງບ້ານຕົນ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ. ໄກ່​ຈ້ານໂຕ້ຊະ​ນິດນີ້​ ມີ​ຮູບຮ່າງ​ໃຫຍ່​, ແຂງ​ແຮງ​ດີ, ຊີ້ນ​ໄກ່​ທັງ​ແໜ້ນ​ ທັງ​ບໍ່​ຄ່ອຍມີ​ໄຂ​ມັນ,​ ກິນ​ແລ້ວ​ສາ​ມາດ​ໃຫ້ໂປຼ​ຕີນທີ່ມີຄຸນນະພາບ​ສູງ​​ແກ່ຮ່າງ​ກາຍຄົນ​ເຮົາ, ທັງ​ບໍ່​ຕ້ອງ​ເປັນ​ຫ່ວງວ່າ​ກິນແລ້ວ ຮ່າງ ກາຍຈະໄດ້ຮັບໄຂມັນ​ຫຼາຍ, ມັນຈຶ່ງສອດຄ່ອງກັບ​ຄວາມ​ນິ​ຍົມຂອງຄົນຈີນ ໃນຍຸກ ປະຈຸບັນ ​ທີ່​ສະ​ແຫວງ​ຫາ​ອາ​ຫານ​ການ​ກິນ​ທີ່​ມີປະໂຫຍດຕໍ່ສຸ​ຂະ​ພາບ​​ຫລາຍທີ່ສຸດ.

ເພື່ອ​ສົ່ງ​ໄກ່​ຈ້ານໂຕ້ຊະ​ນິດນີ້​ໄປ​ຂາຍ​ຢູ່ນອກ​ເຂດ​ພູ​ດອຍຜ່ານທາງອິນເຕີເນັດ, ທ່ານ ລີວ​ຊູ່​ຈວິ່ນ ໄດ້​ພະ​ຍາ​ຍາມ​ຄຶດ​ຫາ​ວິ​ທີຈົນສຸດຄວາມສາມາດ. ດ້ານ​ໜຶ່ງ ເພິ່ນ​ໄດ້ພາ​ພະ​ນັກ​ງານ​ປະ​ຈຳ​ບ້ານ​ໄປ​ຫາ​ທຸກ​ຄອບ​ຄົວ​ ເພື່ອປຸກ​ລະ​ດົມຂົນຂວາຍ ໃຫ້ ເຂົາເຈົ້າ​ລ້ຽງ​ໄກ່, ອີກ​ດ້ານ​ໜຶ່ງ​ໄດ້​ເຊີນ​ບໍລິສັດກໍ່ສ້າງມາສ້າງ​ໂຮງ​ງານ​ປຸງ​ແຕ່ງແຊ່​ເຢັນ​ຢູ່​ບ້ານ​ຈິ່ງ​ທົງ​ຊ່ານ, ພ້ອມ​ທັງ​ເຈລະຈາ ແລະ ເຊັນ​ສັນ​ຍາ​ກັບ​ບໍ​ລິ​ສັດ​ສົ່ງສິນຄ້າ ດ່ວນ​ຢູ່​ທ້ອງ​ຖິ່ນ​ ເພື່ອ​ຫຼຸດ​​ຄ່າ​ຂົນ​ສົ່ງ​ໃຫ້​ແກ່​ຊາວ​ບ້ານ. ທ່ານລີວຊູ່ຈວິ່ນມີແນວຄິດ​ດີໆ​ຄືຈັ່ງຊີ້: ຂ້າ​ໄກ່ ແລະ​ ແຊ່​ເຢັນ​ໂລດ, ຜ່ານ​ຕ່ອງໂສ້​ຈໍ​ລະ​ຈ​ອນ​ສິນຄ້າຂອງ​ບໍ​ລິ​ສັດ​ສົ່ງ​ສິນຄ້າດ່ວນ ​ແລ້ວສົ່ງ​ໄປ​ໃຫ້ຮອດມືຜູ້​ຊື້​ທີ່​ຢູ່​ແຫ່ງ​ຕ່າງໆ​ທົ່ວ​ປະ​ເທດ. ປັດ​ຈຸ​ບັນ​ມີ​ເງື່ອ​ນ​ໄຂອຳນວຍຄວາມສະດວກພ້ອມ​ໝົດແລ້ວ, ຂໍ​ແຕ່​ວ່າ ມີ​ທີມງານໄອໂດທີ່ມີ​ຊື່ສຽງ​ຊ່ວຍ​ໂຄ​ສະ​ນາ​ຂາຍ​ໄກ່ກໍ​ໄດ້ແລ້ວ.

ແຕ່ເມື່ອ​ທີມງານ​ເວີ່ຍ​ຫ​ຢາ​ຫາ​ກໍ່​ຟັງ​ການ​ອະ​ທິ​ບາຍ​ຂອງ​ທ່ານລີວຊູ່ຈວິ່ນ ກໍ​ບອກ ວ່າ​: ສິນ​ຄ້າ​ແຊ່​ເຢັນ​​​ຂາຍ​ບໍ່​ໄດ້. ທ່ານລີວ​ຊູ່​ຈວິ່ນ ​ຈຶ່ງອ້າປາກຄ້າງໂລດ. ເວ​ລານີ້ ທີມງານບອກ​ຕື່ມ​ວ່າ: ຖ້າເຮັດສຸກ​ແລ້ວ​ອາດ​ຈະ​ຂາຍ​ໄດ້.

ຫຼັງ​ປ​ະ​ຊຸມ​ແລ້ວ, ລີວ​ຊູ່​ຈວີ່ນ ໄດ້​ຄຶດ​ເຖິງຄຳ​ເວົ້າ​ທີ່​ວ່າ “ເຮັດ​ສຸກ​ແລ້ວ​ອາດຂາຍ​ໄດ້​” ຄິດ​ແລ້ວ​ຄິດ​ອີກ, ຄຶດໄປຄຶດມາຫລາຍລົບຫລາຍຕ່າວ ຈຶ່ງຄຶດໄດ້​ວິ​ທີ​ໜຶ່ງໃນ​ທີ່​ສຸດ. ພໍດີເພິ່ນຄຶດອອກ​ວ່າ​ ຢູ່ໃນເມືອງ ​ມີ​ໂຮງ​ງານ​ປຸງແຕ່ງ​ໄກ່​ສຸກແຫ່ງ​ໜຶ່ງ, ກໍສາ​ມາດ​ສົ່ງ​ໄກ່ຈ້ານໂຕ້​ຂອງ​ບ້ານ​ຈິ່ນ​ທົງ​ຊ່ານ​ໄປ​ໃຫ້​ໂຮງ​ງານດັ່ງກ່າວ, ເມື່ອປຸງແຕ່ງ​ສຸກ​ແລ້ວ​ເອົາ​ໄປ​ຂາຍ​ຜ່ານທາງ​ເນັດກໍ​ໄດ້. ຕໍ່​ມາ ພາຍ​ໃຕ້​ການ​ປະສານງານຂອງ ທ່ານ ​ລີວ​ຊູ່​ຈວິ່ນ ​ແລະ​ການ​ໂຄ​ສະ​ນາ​ຂອງ​ພະ​ນັກ​ງານຄົນ​ອື່ນໆ​ໃນ​ເມືອງ, ຄອບ​ຄົວ​ລ້ຽງ​ໄກ່ລາດ ໂຮງ​ງານ​ປຸງແຕ່ງ ແລະ​ ທີມງານ​ໂຄ​ສະ​ນາ​ຂອງ​ເວີ່ຍ​ຫ​ຢາ​ລ້ວນ​ແຕ່​ຍອມຮັບ​ແຜນ​ການ​ປ່ຽນ​ໄກ່​ຈ້ານໂຕ້ເປັນ​ໄກ່​ສຸກ.

ບໍ່​ດົນ, ເມືອງ​ເຊີງ​ປູ້​ກໍ​ໄດ້​ສ້າງ​ຫ້ອງສະຕູດີໂອເພື່ອ​ຖ່າຍ​ທອດ​ສົດ​ທາງ​ອິນເຕີເນັດ​ໃຫ້​ທີມງານ​ເວີ່ຍ​ຫ​ຢາ, ສ່ວນນາງ​ເວີ່ຍ​ຫ​ຢາ​ກໍບໍ່ໄດ້ເຮັດໃຫ້ທຸກຄົນຜິດ​ຫວັງ​, ນາງໄດ້​ມາຊ່ວຍ​ໂຄ​ສະ​ນາ​ສິນຄ້າພິເສດຂອງ​ເມືອງເຊີງປູ້​ຫຼາຍ​ສິບ​ຊະ​ນິດ, ແນ່ນອນ ຕ້ອງ​ລວ​ມ​ມີ​ໄກ່​ຈ້ານໂຕ້ຫຼາຍ​ພັນ​ໂຕ​ຂອງ​ບ້ານ​ຈິ່ນ​ທົງ​ຊ່ານ. ໃນເວລາ ຖ່າຍທອດສົດນັ້ນ ຜູ້​ຕາງ​ໜ້າ​ຊາວ​ບ້ານ​ທີ່ຢືນຢູ່ດ້ານນອກຂອງຫ້ອງສະຕູດີໂອ ກໍ່ສາມາດ​ເບິ່ງການຖ່າຍທອດສົດ​ຜ່ານໂທລະສັບມືຖືຢ່າງຕື່ນເຕັ້ນ.

ສິ່ງ​ທີ່​ເຮັດ​ໃຫ້​ຄົນ​ທັງ​ຫຼາຍ​ດີ​ໃຈ​ນັ້ນ​ແມ່ນ, ໄກ່​ຫຼາຍ​ພັນ​ໂຕ​ຫາກໍໄດ້ຂຶ້ນເນັດ ກໍໄດ້​ຂາຍ​ໝົດ​ໃນ​ບາດ​ດຽວ, ແມ່ນແຕ່ໄຂ່ໄກ່ລາດກໍ່ຂາຍໝົດກ້ຽງເຊັ່ນກັນ.

ໄກ່ລາດຈ້ານໂຕ້ອອກຈາກເຂດພູດອຍ_fororder_刘书军2

ໄກ່ລາດຈ້ານໂຕ້ອອກຈາກເຂດພູດອຍ_fororder_刘书军1

ມື້ນັ້ນ, ນາງ​ເວີ່ຍ​ຫ​ຢາ​ໄດ້​ຊ່ວຍ​ຂາຍ​ສິນຄ້າ​ທີ່​ມີ​ມູນ​ຄ່າ​ປະ​ມານ 10 ລ້ານ​ຢວນ​ໃຫ້​ເມືອງ​ເຊີງ​ປູ້​, ຜ່ານ​ການ​ຖ່າຍ​ທອດ​ສົດ​ທີ່​ຊີ​ວິດ​ຊີ​ວາ​, ຊາ​ວ​ບ້ານ​ຂອງ​ເມືອງ​ເຊີງ​ປູ້​ ກໍ​ໄດ້​ສຳ​ຜັດກັບ​ພະ​ລັງ​ຂອງ​ການ​ຄ້າຜ່ານ​ອິນເຕີເນັດ​ເປັນຄັ້ງທຳ​ອິດ​​.

ຫຼັງ​ຈາກ​ທີມ​ງານເວີ່ຍ​ຫ​ຢາ​ໄປ​ແລ້ວ, ຢູ່​ທຸກໆ​ບ້ານ​ຂອງ​ເມືອງ​ເຊີງ​ປູ້​ ກໍໄດ້​ເລີ່ມ​ເຮັດ​ການ​ຄ້າ​ຜ່ານ​ທາງອິນເຕີ​ເນັດ, ແຕ່​ລະ​ບ້ານ​ກໍ​ມີ​ໄອໂດ​ຂອງ​ຕົນເອງ, ພວກ ເຂົາເຈົ້າໄດ້​ນຸ່ງ​ຊຸດເຜົ່າ​ມົ້ງແລ້ວໂຄສະນາຂາຍເຄື່ອງຜ່ານທາງອິນເຕີເນັດ. ເມື່ອ​ຮອດ​ທ້າຍ​ປີ 2020, ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ທີ່​ຂາຍ​ທາງ​ອິນ​ເຕີ​ເນັດ​ຂອງ​ເມືອງ​ເຊີງ​ປູ້ຂາຍ​ໄດ້ 100 ລ້ານຢວນ ເຊິ່ງໄດ້ຊຸກ​ຍູ້​ໃຫ້ ​600 ກວ່າ​ຄ​ອບ​ຄົວ​​ມີ​ລາຍໄດ້ເພີ່ມຂຶ້ນ.​​ ໃນ​ທົ່ວ​ເມືອງມີຮ້ານຄ້າ 8 ແຫ່ງທີ່ຂາຍ​ສິນ​ຄ້າ​ໄດ້ຫຼາຍກວ່າ​ໜຶ່ງລ້ານຢວນ.

ທ່ານລີວຊູ່ຈວິ່ນເຄີຍ​ເວົ້າ​ວ່າ: ໃນ​ຖາ​ນະ​ເປັນ​ພະ​ນັກ​ງານ​ທີ່ມາຝຶກງານການນຳ​ຢູ່​ທ້ອງ​ຖິ່ນ,ຕົນ​ເອງ​ຈະ​ຕ້ອງອອກ​ຈາກ​ເມືອງ​ເຊີງ​ປູ້​ບໍ່​ໄວກໍຊ້າ. ຄຳບູຮານຈີນກ່າວໄວ້ ວ່າ:  “ການ​ທີ່ມອບ​ປາ​ໃຫ້​ຄົນ​ອື່ນ ບໍ່​ທໍ່ການມອບແຫ​ໃຫ້​ຄົນ​ອື່ນ”, ເພິ່ນ​ຢາກ​ໃຊ້​ເວ​ລາ​ສັ້ນ​ໆທີ່​ຢູ່​ເມືອງ​ເຊີງ​ປູ້, ເພື່ອຊ່ວຍ​ເຫຼືອ​ປະຊາຊົນທຳມະດາຂອງ​ເມືອງ​ເຊີງ​ປູ້ໃຫ້ ມີຄວາມຮູ້​ທັນ​ກັບຂະ​ບວນການທີ່ທັນສະໄໝໃນການຈຳໜ່າຍ​ສິນ​ຄ້າຜ່ານ​ທາງ ອິນເຕີ​ເນັດ​ ໂດຍສະເພາະແມ່ນການເຮັດໃຫ້ໄກ່ລາດຈ້ານໂຕ້ ອອກຈາກເຂດ ພູດອຍຜ່ານການຂາຍຜ່ານອິນເຕີເນັດ ແລະ ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ຄຳ​ເຫັນ

0