尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

BBC ປະ​ສົບ​ຄວາມ​ຫຼົ້ມ​ເຫຼວອີກ​ເທື່ອ​ໜຶ່ງ​ໃນ​ການເຮັດ​ຟິມ​ສາ​ລະ​ຄະ​ດີ​ປອມ

2021-09-09 16:54:58 cri

BBC ປະ​ສົບ​ຄວາມ​ຫຼົ້ມ​ເຫຼວອີກ​ເທື່ອ​ໜຶ່ງ​ໃນ​ການເຮັດ​ຟິມ​ສາ​ລະ​ຄະ​ດີ​ປອມ_fororder_730e0cf3d7ca7bcb8192efb349d8c865f424a89d

      ເດືອນ​ພະ​ຈິກ​ປີ 2020, ບໍ​ລິ​ສັດ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ອັງ​ກິດ​​ຫຼືBBCໄດ້​ສາຍຟິມ​ສາ​ລະ​ຄະ​ດີ​ເລື່ອງ “The Canister on the Bed” ​ຫຼື​ໜ້າ​ກາກ​ກັນ​ອາຍ​ພິດ​ຢູ່​ເທິງ​ຕຽງ, ໃນ​ຟິມ​ເລື່ອງ​ນີ້, BBC ໄດ້​ຕຳ​ໜິ “ລັດ​ຖະ​ບານ​ຊີ​ຣີ​ວ່າ​ໃຊ້​ອາ​ວຸດ​ເຄ​ມີ​ຕໍ່​ປະ​ຊາ​ຊົນ​ທົ່ວ​ໄປ”. ໃນ​ເວ​ລາ​ນັ້ນ, ອາ​ເມ​ຣິ​ກາ​ແລະ​ປະ​ເທດ​ໃຫຍ່​ຕາ​ເວັນ​ຕົກ​ອື່ນໆ​ກໍ່​ໄດ້​ບຸກ​ໂຈມ​ຕີ​ດ້ວຍ​ການ​ຖິ້ມ​ລະ​ເບີດ​ຫຼາຍ​ຄັ້ງ​ໃສ່​ຊີ​ຣີໂດຍ​ຖື​ວິ​ດີ​ໂອ​ເຫຼົ່າ​ນີ້​ເປັນ​ຫຼັກ​​ຖານ​ແລະ​ຂໍ້​ອ້າງ,ເຮັດ​ໃຫ້​ປະ​ຊາ​ຊົນ​ຊີ​ຣີ​ເສຍ​ຊີ​ວິດ​ຈາກການ​ຖິ້ມ​ລະ​ເບີດ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ​ແລະ​ປະ​ຊາ​ຊົນ​ທົ່ວ​ໄປ​ກໍ່​ຊັດ​ເຊ​ພະ​ເນ​ຈອນ​ແລະ​ບໍ່​ມີ​ບ່ອນ​ເພິ່ງ​ພາ​ອາ​ໄສ​ເປັນ​ຈຳ​ນວນ​ຫຼາຍ.

 

      ແຕ່​ໃນ​ວັນ​ທີ 2 ກັນ​ຍາ​ນີ້, ອົງ​ການ​ຕິດ​ຕາມກວດ​ກາ​ຂອງ BBC ເອງ​​ໄດ້​ສາ​ລະ​ພາບ​ໃນ​ວັນ​ທີ 2 ກັນ​ຍາ​ນີ້​ໂດຍ​ເຫັນ​ວ່າ​​ເນື້ອ​ໃນ​ກ່ຽວ​ກັບ​ສະ​ໜາມ​ຮົບ​ຊີ​ຣີ​ໃນ​ຟິມ​ສາ​ລະ​ຄະ​ດີ​ເລື່ອງ​ດັ່ງ​ກ່າວ​ບໍ່​ຖືກ​ຕ້ອງ​ກັບ​ຄວາມ​ເປັນ​ຈິງ​ຢ່າງ​ຮ້າຍ​ແຮງ, BBC ຍອມ​ຮັບ​ຕໍ່ຄວາມ​ຜິດ​ພາດ​ຂອງ​ຕົນ​ແລະ​ໄດ້​ເຮັດ​ໃຫ້​ສື່ມວນ​ຊົນ​ຂອງ​ບັນ​ດາ​ປະ​ເທດ​ໃນໂລກ​ຕ່າງ​ກໍ່​ໄດ້​ສະ​ແດງຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ເລື່ອງ​ນີ້​ເປັນ​ຈຳ​ນວນ​ຫຼາຍ.
BBC ປະ​ສົບ​ຄວາມ​ຫຼົ້ມ​ເຫຼວອີກ​ເທື່ອ​ໜຶ່ງ​ໃນ​ການເຮັດ​ຟິມ​ສາ​ລະ​ຄະ​ດີ​ປອມ_fororder_下载

      ການ​ທີ່ BBC ເຮັດ​ຂ່າວ​ປອມ​ກໍ່​ບໍ່​ແມ່ນ​ຄັ້ງ​ດຽວ​ຫຼື​ສອງ​ຄັ້ງ​​ເທົ່າ​ນັ້ນ.

      ​ປີ 2003, ​ພາກ​ສ່ວນ​ຂ່າວ​ລັບ​ຂອງ​ອາ​ເມ​ຣິ​ກາເຮັດ​ຂ່າວ​ລັບ​ປອມ​ໂດຍ​ຖື​ເອົາ​ວັດ​ຖຸ​ທີ່​ເປັນ​ສານ​ສີ​ຂາວ​ເຊິ່ງ​ອາດ​ຈະ​ເປັນ​ພຽງ“ສະ​ບູ​ຝຸ່ນ” ​ຊື່ໆ​ມາ​ສະ​ແດງ​ຕໍ່​ໂລກ​ແລະ​ອ້າງວ່າ​ນີ້​ແມ່ນ​ຕົວ​ຢ່າງ​ຂອງ​ສານ​ທີ່​ອີ​ຣັກ​ໃຊ້​ໃນ​ການ​ຜະ​ລິດ​ອາ​ວຸດ​ເຄ​ມີ​ທີ່​ເປັນ​ອາ​ວຸດ​ທີ່​ມີ​ແສນ​ຍາ​ນຸ​ພາບ​ສ້າງ​ຜານ​ສູງ,ເພື່ອ​ຖື​ເອົາ​ເລື່ອງ​ນີ້​ເປັນ​ຂໍ້​ອ້າງ​ແລະ​ເປີດ​ສົງ​ຄາມ​ໂຈມ​ຕີ​ອີ​ຣັກ. ຕອນ​ນັ້ນ, BBC ກໍ່​ເຄີຍ​ໄດ້​ເຮັດ​ຂ່າວ​ປອມ​ເພື່ອ​ປະ​ສານ​ສົມ​ທົບ​ການ​ໂຄ​ສະ​ນາ​ຂອງ​ອາ​ເມ​ຣິ​ກາ. ເດືອນ​ມັງ​ກອນ​ປີ 2016, ໃນ​ຟິມ​ສາ​ລະ​ຄະ​ດີ​ເລື່ອງ “ອົ​ສ​ຕ​ຣາ​ລີ​ທີ່​ລັບ​ລີ້” ທີ່ BBC ​ໄດ້​ເຜີຍ​ແຜ່​ນັ້ນ, ປະ​ຊາ​ຊົນ​ອົ​ສ​ຕ​ຣາ​ລີ​​ພວມ​ໄຫວ້​ໝູ່​ທີ່​ເສຍ​ຊີ​ວິດ​ຄົນ​ໜຶ່ງ, ແຕ່ BBC ​​ພັດ​ໄດ້​ພັນ​ລະ​ນາ​ເລື່ອງ​ນີ້​ເປັນ​ສະ​ຖານ​ທີ່​ຈັດ​ງານ​ປາ​ຕີ​ແລະ​ດື່ມ​ເຫຼົ້າ,ເພື່ອ​ໃຫ້​ສອດ​ຄ່ອງ​ກັບ​ຫົວ​ຂໍ້​ຂອງ​ຟິມ​ເລື່ອງ​ນີ້. ​ສິ່ງ​ທີ່​ຮ້າຍ​ແຮງ​ໄປ​ກວ່າ​ນັ້ນ, ໃນ​ຟິມ​ເລື່ອງ “ດ​ວງ​ດາວ​ສີ​ຟ້າ 2” ​ເຊິ່ງ​ແມ່ນ​ຟິມ​ສາ​ລະ​ຄະ​ດີ​ຂອງ BBC ທີ່ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຫຼາຍ​​ຈາກ​ຜູ້​ຊົມ, ກໍ່​ມີ​ພາບ​ບໍ່​ໜ້ອຍ​ແມ່ນ​​ຕັ້ງ​ໃຈ​ຈັດ​ສາກ​ຖ່າຍ​ທຳ.
 

      ໃນ​ວັນ​ທີ 26 ມັງ​ກອນ​ຂອງ​ປີ​ນີ້, ໃນ​ວິ​ດີ​ໂອ​ຂ່າວ​ກ່ຽວ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ອອກ​ອາ​ກາດ​ຢູ່​ຊ່ອງ​ຂ່າວ​ໂລກ​, BBC ກໍ່​ໄດ້​ຖືເອົາວິ​ດີ​ໂອ​​ກ່ຽວ​ກັບການ​ຝຶກ​ຊ້ອມ​​ຕ້ານ​ກາ​ນ​ກໍ່​ການ​ຮ້າຍ​ຕອນ​ໜຶ່ງ​ໃນ​ປະ​ເທດ​ຈີນມາ​​ປັ້ນ​ແຕ່ງເປັນ​ຂ່າວ​ໃຫ້​ສົມ​ຈິງ​​ໄດ້​ສົມ​ກັບ​ວ່າ​ພາກ​ສ່ວນ​ປ້ອງ​ກັນ​ພະ​ຍາດ​ຂອງ​ຈີນ​ໄດ້​ປະ​ຕິ​ບັດ​ກົດ​ໝາຍ​ດ້ວຍ​ຄວາມ​ຮຸນ​ແຮງ​ແລະ​ລະ​ເມີດ​ສິດ​ທິ​ມະ​ນຸດ. ໃນ​ຖາ​ນະ​ເປັນ​ໜຶ່ງ​ໃນ​ສື່ມວນ​ຊົນ​ທີ່​ມີ​ອິດ​ທິ​ພົນ​ສູງ​ໃນ​ໂລກ, BBC ໄດ້​ມີ​​ຈຸດ​ປະ​ສົງ​ເປົ້າ​ໝາຍ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ​ຕົນ​ມີ​ຄວາມ​ຍຸດ​ຕິ​ທຳ​ແລະ​ເປັນ​ອິດ​ສະ​ຫຼະ​ມາ​ໂດຍ​ຕະ​ຫຼອດ, ແຕ່​ເປັນ​ເວ​ລາ​ດົນ​ນານ​ມາ​ແລ້ວ, ການ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ຈີນ​ຂອງ BBC ໄດ້​ບິດ​ເບືອນ​ຄວາມ​ເປັນ​ຈິງ​ແລະ​ຫ່າງ​ເຫີນ​ຈາກ​ຈັນ​ຍາ​ບັນ​ໃນ​ການ​ລາຍ​ງານ​ຂ່າວ​ຂອງ​ສື່ມວນ​ຊົນ​ຢ່າງ​ໜັກ​ໜ່ວງ, ສ້າງ​ຂ່າວ​ປອມ​ຫຼາຍ​ເທື່ອ​ເພື່ອ​ໃສ່​ຮ້າຍ​ປ້າ​ຍ​ສີ​ລັດ​ຖະ​ບານ​ຈີນ.
BBC ປະ​ສົບ​ຄວາມ​ຫຼົ້ມ​ເຫຼວອີກ​ເທື່ອ​ໜຶ່ງ​ໃນ​ການເຮັດ​ຟິມ​ສາ​ລະ​ຄະ​ດີ​ປອມ_fororder_a686c9177f3e6709f3f4986cc3163c3bfadc5581

      BBC ມີ​ຊື່​ສຽງ​ຍ້ອນ​ເຮັດ​ຂ່າວ​ປອມ,ຄຳ​ວ່າ “ຄວາມ​ຈິງ​ຂອງ​ຂ່າວ” ທີ່​ຕົນ​ເວົ້າ​ມາ​ເລື້ອຍໆ​ນັ້ນ​ໄດ້​ກາຍ​ເປັນ​ເລື່ອງ​ຕະ​ຫຼົກ, ​ຄຳ​ວ່າ “ຍຸດ​ຕິ​ທຳ​ແລະ​ພາ​ວະ​ວິ​ໄສ”ຂອງ​ເຂົາໄດ້​ກາຍ​ເປັນ​ສອງ​ມາດ​ຖານ​ທີ່​ໃສ່​ຮ້າຍ​ປ້າຍ​ສີ​ແລະ​ໂຈມ​ຕີ​ປະ​ເທດ​ພວມ​ພັດ​ທະ​ນາ; ສ່ວນ“​ອິດ​ສະ​ຫຼະ​ແລະ​ເປັນ​ກາງ” ທີ່​ BBC ​ອວດ​ອ້າງ​ມາ​ໂດຍ​ຕະ​ຫຼອດ​ແຮ່ງ​ໄດ້​ກາຍ​ເປັນ​ເຄື່ອງ​ມື​​ໃນ​ການຄວບ​ຄຸມ​ທາງ​ການ​ເມືອງ​ຂອງ​ເຂົາ.
 

      BBC ​ທີ່​ປະ​ພຶດ​ແບບ​ນີ້ຄວນ​ໄດ້​ຮັບ​ການ​ຄັດ​ຄ້ານ​ຈາກ​ບັນ​ດາ​ປະ​ເທດ​ໃນ​ໂລກ! BBC ຄວນ​ປາ​ສະ​ຈາກ​ການ​ລາຍ​ງານ​ຂ່າວ​ປອມ​ຈຶ່ງ​ຈະ​ເຮັດ​ໃຫ້​ຊາວ​ໂລກ​ໄດ້​ເຫັນ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ໂລກ​ທີ່​ແທ້​ຈິງ.

ຄຳ​ເຫັນ

0