郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ຫະ​ພັນບານ​ເຕະ​ຍີ່​ປຸ່ນ​​ສະ​ຫຼະ​ສິດ​ຈັດ​​ການ​ແຂ່ງ​ຂັນ​ຂັນ​ບານ​ເຕະ​ສະ​ໂມ​ສອນ​ໂລກ​2021

2021-09-10 17:23:42 cri

图片默认标题_fororder_1736875398

ສື່ມວນ​ຊົນ​ຍີ່​ປຸ່ນ​ລາຍ​ງານ​ວ່າ: ວັນ​ທີ9ກັນ​ຍານີ້ ສະ​​ຫະ​ພັນ​ບານ​ເຕະ​ຍີ່​ປຸ່ນໄດ້ປະ​ກາດ​ວ່າ: ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ສະ​ພາບ​ພະ​ຍາດ​ໂຄວິດ-19ແລະ​ສະ​ພາບ​ການ​ປ້ອງ​ກັນ​​ແລະ​ຄວບ​ຄຸມພະ​ຍາດ​ຍັງ​ຢູ່​ໃນ​ສະ​ພາບ​ສຸກ​ເສີນ, ຍີ່​ປຸ່ນໄດ້​ຕັດ​ສິນ​ໃຈສະ​ຫຼະ​ສິດ​ຈັດ​​ການ​ແຂ່ງ​ຂັນ​ຂັນ​ບານ​ເຕະ​ສະ​ໂມ​ສອນ​ໂລກ2021ທີ່​ຕາມ​ແຜນ​ເດີມ​ຈະ​ຈັດ​ຂຶ້ນ​ຢູ່​ຍີ່​ປຸ່ນ​ໃນ​ທ້າຍ​ປີນີ້.

ຂ່າວ​ແຈ້ງວ່າ: ສະ​ຫະ​ພັນ​ບານ​ເຕະ​ໂລກແລະສະ​​ຫະ​ພັນບານ​ເຕະ​ຍີ່​ປຸ່ນ​ໄດ້​ປຶກ​ສາ​ຫາ​ລື​ກັນ​ກ່ຽວ​ກັບ​ສະ​ພາບ​ພະ​ຍາດ​ໂຄວິດ-19​ໃນ​ປັດ​ຈຸ​ບັນ. ຍ້ອນ​ວ່າ ​ສະ​ພາບ​ການປ້ອງ​ກັນ​ພະ​ຍາດ​ໂຄວິດ-19​​ຢູ່​ປະ​ເທດ​ຍີ່​ປຸ່ນ​ຍັງ​ຂ້ຽວ​ຂາດ​ຫຼາຍ,ສອງ​ຝ່າຍ​ຈຶ່ງ​ຕົກ​ລົງ​ວ່າ​ຍີ່​ປຸ່ນ​ຈະສະ​ຫຼະ​ສິດ​ຈັດ​​ການ​ແຂ່ງ​ຂັນ​ຂັນ​ບານ​ເຕະ​ສະ​ໂມ​ສອນ​ໂລກ2021, ສະ​ຫະ​ພັນ​ບານ​ເຕະ​ໂລກຈະ​ພິ​ຈາ​ລະ​ນາ​ສ​​ະຖານ​ທີ່​ໃໝ່ເພື່ອ​ຈັດ​ການ​ແຂ່ງ​ຂັນຂັນ​ບານ​ເຕະສະ​ໂມ​ສອນ​ໂລກ2021. ນີ້​ຖື​ວ່າ​ເປັນ​ການ​ຍ້າຍສະ​ຖານ​ທີ່​ຈັດການ​ແຂ່ງ​ຂັນ​ຂັນ​ບານ​ເຕະ​ສະ​ໂມ​ສອນ​ໂລກ2021ເປັນເທື່ອ​ທີ​ສອງ.

ຄຳ​ເຫັນ

0