覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ເນັ້ນ​ໜັກ​ວ່າ ຕ້ອງ​ປະ​ຖິ້ມ “ສອງ​ມາດ​ຕະ​ຖານ” ​ໃນ​ການ​ໂຈມ​ຕີ​ລັດ​ທິ​ກໍ່​ການ​ຮ້າຍ

2021-09-11 14:47:12 cri

ໃນເວ​ລາຕອບ​ຄຳ​ຖາ​ມ​ທີ່​ກ່ຽວ​ຂ້ອງ​ກັບ​ເຫດ​ການ “11 ກັນ​ຍາ”​ເກີດ​ຂຶ້ນ​ຄົບ​ຮອບ 20 ປີໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 10 ກັນ​ຍາ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ເນັ້ນ​ວ່າ: ຕ້ອງ​ປະ​ຖິ້ມ “ສອງ​ມາດ​ຕະ​ຖານ”​ໃນ​ການ​ໂຈມ​ຕີ​ລັດ​ທິ​ກໍ່​ການ​ຮ້າຍ, ພວກ​ກໍ່​ການ​ຮ້າຍ​ກໍ​ຄື ພວກ​ກໍ່​ກໍ່​ການ​ຮ້າຍ, ຫາກ​ກຳ​ນົດ ໃຜ​ເປັນ​ພວກ​ກໍ່​ກ​ານ​ຮ້າຍ​ໂດຍ​ອີງ​ຕາມ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ​ທາງ​ການ​ເມືອງ, ໃນ​ດ້ານ​ທາດ​ແທ້​ກໍ​ແມ່ນ​ການ​ປ່ອຍ​ປະ​ລະ​ເລີຍກ​ານ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ ເຊິ່ງ​ຈະ​ທຳ​ລາຍ​ສະ​ພາບ​ລວມ​ແຫ່ງ​ການ​ຮ່ວມ​ມື​ສາ​ກົນ​ເພື່ອ​ຕ້ານ​ການ​ກໍ່​ການ​ຮ້າຍ.
 

ທ່ານ​ຈ່າວ​ລີ້​ຈ່ຽນ ຢືນ​ຢັນ​ວ່າ: ສົງ​ຄາມ​ອັ​ຟ​ກາ​ນີ​ສະ​ຖານ​ທີ່​ອາ​ເມ​ຣິ​ກາ​ກໍ່​ຂຶ້ນຫຼັງ​ເຫດ​ການ “11 ກັນ​ຍາ”​ ໄດ້​ຍືດ​ເຍື້ອ​ມາ​ເປັນ​ເວ​ລາ 20 ປີ, ເຊິ່ງ​ບໍ່​ພຽງ​ແຕ່​ບໍ່​ໄດ້​ກຳ​ຈັດ​ໄພ​ຂົ່ມ​ຂູ່​ຈາກ​ລັດ​ທິ​ກໍ່​ການ​ຮ້າຍ​ເທົ່າ​ນັ້ນ, ກຸ່ມ​ກໍ່​ການ​ຮ້າຍ​ພາຍ​ໃນ​ອັ​ຟ​ກາ​ນີ​ສະ​ຖານ​ແລະ​ພວກ​ກໍ່​ການ​ຮ້າຍ​ຈາກ​ຕ່າງ​ປະ​ເທດ​ໄດ້​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ. ການ​ສິ້ນ​ສຸດ​ລົງ​ຂອງ​ການ​ແຊກ​ແຊງ​ທ​າງການ​ທະ​ຫານ​ຈາກ​ອາ​ເມ​ຣິ​ກາ​ຄວນ​ເປັນ​ການ​ເລີ່ມ​ຕົ້ນ​ຂອງ​ການ​ແບກ​ຫາບ​ຄວາມ​ຮັບ​ຜິດ​ຊອບ​ຢ່າງ​ແທ້​ຈິງ. ອາ​ເມ​ຣິ​ກາ​ມີ​ພັນ​ທະຫຼາຍກວ່າ​ປະ​ເທດ​ໃດ​ໝົດ​ໃນ​ການ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ອັ​ຟ​ກາ​ນີ​ສະ​ຖານ​ໃນ​ດ້ານ​ເສດ​ຖະ​ກິດ,ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ແລະ​ມະ​ນຸດ​ສະ​ທຳ, ພາຍ​ໃຕ້​ປະ​ຖົມ​ປັດ​ໄຈ​ທີ່​ເຄົາ​ລົບ​ອະ​ທິ​ປະ​ໄຕ​ແລະ​ຄວາ​ມ​ເປັນ​ເອ​ກະ​ລາດ​ຂອງ​ອັ​ຟ​ກາ​ນີ​ສະ​ຖານ, ຊ່ວຍ​ເຫຼືອ​ອັ​ຟ​ກາ​ນີ​ສະ​ຖານ​ບັນ​ລຸ​ເປົ້າ​ໝາຍ​ປົກ​ປັກ​ຮັກ​ສາ​ສະ​ຖຽນ​ລະ​ພາບ,ປ້ອງ​ກັນ​ຄວາມ​ວຸ້ນ​ວາຍ, ສະ​ກັດ​ກັ້ນ​ໄພ​ຂົ່ມ​ຂູ່​ຈາກ​ລັດ​ທິ​ກໍ່​ການ​ຮ້າຍ​ແລະ​ກ້າວ​ໄປ​ສູ່​ການ​ພັດ​ທະ​ນາ​ທີ່​ດີ.

ຄຳ​ເຫັນ

0