吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ກູ​ເຕີ​ເຣັສກ່າວ​ວ່າ: ບັນດາ​ປະ​ເທດຕ້ອງ​ສາມັກ​ຄີ​ກັນຮັບ​ມື​ກັບ​ໄພ​ຂົ່ມຂູ່​ຈາກ​ລັດທິ​ກໍ່​ການ​ຮ້າຍ

2021-09-11 14:07:34 cri

ທ່ານ​ກູ​ເຕີ​ເຣັສກ່າວ​ວ່າ: ບັນດາ​ປະ​ເທດຕ້ອງ​ສາມັກ​ຄີ​ກັນຮັບ​ມື​ກັບ​ໄພ​ຂົ່ມຂູ່​ຈາກ​ລັດທິ​ກໍ່​ການ​ຮ້າຍ_fororder_微信图片_20210911140656

 

ວັນ​ທີ 10 ກັນຍາ​ນີ້, ທ່ານອັນ​ໂຕ​ນີ​ໂອ ກູ​ເຕີ​ເຣັສ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ລັດທິ​ກໍ່​ການ​ຮ້າຍ​ໃນ​ທົ່ວ​ໂລກໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​.

ທ່ານ​ກ່າວ​ວ່າ: ກ່ຽວ​ກັບ​ລັດທິ​ກໍ່​ການ​ຮ້າຍ, ປັດ​ຈຸ​ບັນ​ຍັງປະ​ເຊີນ​ໜ້າ​ກັບ 2 ບັນຫາ​ໃຫຍ່. ໜຶ່ງ, ຢູ່​ບາງ​​ເຂດ​ແຄວ້ນ, ອົງການຮັກສາ​ຄວາມໝັ້ນຄົງ​ແຫ່ງ​ຕ່າງໆ​ຍັງ​ບໍ່​ທັນ​ມີ​ກົນ​ໄກຮັກສາ​ຄວາມໝັ້ນຄົງ​ສະ​ເພາະ​ຕໍ່ຕ້ານລັດທິກໍ່​ການ​ຮ້າຍ​ທີ່​ມີ​ປະສິດ​ທະ​ຜົນ; ສອງ, ​ເມື່ອ​ກຸ່ມ​ກໍ່​ການ​ຮ້າຍ​ຂະໜາດ​ນ້ອຍ​ກໍ່​ການ​ຫຼອນ​ໂຈມ​ຕີ​ຂຶ້ນ, ກຳລັງ​ທະຫານ​ເຂດ​ແຄວ້ນ​ນັ້ນ​ອາດ​ຈະ​ຍັງ​ບໍ່​ທັນ​ກຽມພ້ອມ​ໃນ​ການ​ຮັບ​ມື​ເທື່ອ.

ທ່ານ​ກ່າວ​ຕື່ມ​ວ່າ: ປັດ​ຈຸ​ບັນ​ນີ້, ຕ້ອງ​ມີ​ກົນ​ໄກ​ຮັບ​ມື​ທີ່​​ເຂັ້ມ​ແຂງ​ກວ່າ​ເກົ່າ, ບັນດາ​ປະ​ເທດ​ກໍຕ້ອງ​ສາມັກ​ຄີ​ກັນຮັບ​ມື​ກັບ​ໄພ​ຂົ່ມຂູ່​ຈາກ​ລັດທິ​ກໍ່​ການ​ຮ້າຍ​ເຊັ່ນ​ກັນ.

ຄຳ​ເຫັນ

0