吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈີ້ນ​ຜິງ​​ສົ່ງ​ສາ​ນ​ຊົ​ມ​ເຊີຍ​ເຖິງກອງ​ປະ​ຊຸມ​ຫລຸດ​ຜ່ອນ​ຄວາມ​ເສຍ​ຫາຍ​ດ້ານ​ສະ​ບຽງ​ອາ​ຫານ​ສາ​ກົນ

2021-09-11 13:30:39 cri

    ວັນ​ທີ 10 ກັນ​ຍາ​ນີ້, ທ່ານ​ສີ​ຈີ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງກອງ​ປ​ະ​ຊຸມ​ຫລຸດ​ຜ່ອນ​ຄວາມ​ເສຍ​ຫາຍ​ດ້ານ​ສະ​ບຽງ​ອາ​ຫານ​ສາ​ກົນ.

    ທ່ານ​ສີ​ຈີ້ນ​ຜິງ​ຊີ້​ໃຫ້​ເຫັນ​ວ່າ: ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ແມ່ນ​ບັນ​ຫາ​​ພື້ນ​ຖານ​ທີ່ກ່ຽວ​ພັນ​ກັບ​ການ​ຍືນ​ຍົງ​ຄົງ​ຕົວ​ຂອງ​​ມວນມະ​ນຸດ, ການ​ຫລຸດ​ຜ່ອນ​ຄວາມ​ເສຍ​ຫາຍ​ດ້ານ​ສະ​ບຽງ​ອາ​ຫານ​ແມ່ນ​ຊ່ອງ​ທາ​ງ​ສຳ​ຄັນ​ໃນ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານສະ​ບຽງ​ອາ​ຫານ. ປັດ​ຈຸ​ບັນ, ພະ​ຍາດ​ໂຄວິດ-19ໄດ້​ແຜ່​ລະ​ບາດ​ໃນ​ທົ່ວ​ໂລກ, ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ, ປະ​ເທດ​ຕ່າງໆ​ໃນ​ໂລກ​ຄວນ​ເລັ່ງ​ລັດ​ການ​​ເຄື່ອນ​ໄຫວ, ຫລຸດ​ຜ່ອນ​ຄວາມ​ເສຍ​ຫາຍ​ດ້ານ​ສະ​ບຽງ​ອາ​ຫານ​ໃນ​ໂລກ​ຢ່າງ​ແທ້​ຈິງ.

    ທ່ານ​ສີ​ຈີ້ນ​ຜິງ​ເນັ້ນ​ໜັກ​ວ່າ: ຫວັງ​ວ່າ​ຝ່າຍ​ຕ່າງໆ​ຖື​ກອງ​ປະ​ຊຸມ​ຄັ້ງ​ນີ້​ເປັນ​ໂອ​ກາດ​ທີ່​ດີ, ຈັດ​ຕັ້ງ​ປະ​ຕິ​ບັດ​ວາ​ລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ປີ 2030, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ບັນ​ລຸ​ເປົ້າ​ໝາຍ​ທີ່​ລຶບ​ລ້າງ​ຄວາ​ມ​ອຶດ​ຫິວ ແລະ​ຄວາມ​ທຸກ​ຍາກ, ປະ​ກອບ​ສ່ວນ​ຫລາຍກວ່າ​ເກົ່າ​ເພື່ອ​ການ​ປົກ​ປັກ​ຮັກ​ສາຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ໂລກ, ຊຸ​ກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

    ກອງ​ປະ​ຊຸມ​ຫລຸດ​ຜ່ອນ​ຄວາມ​ເສຍ​ຫາຍ​ດ້ານ​ສະ​ບຽງ​ອາ​ຫາ​ນ​ສາ​ກົນໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຈີ​ນານ​ແຂວງ​ຊ່ານ​ຕົ່ງ​  ສ​ປ ຈີນໃນ​ວັນ​ທີ 10 ກັນ​ຍາ​ນີ້, ຫົວ​ຂໍ້​ຂອງກອງ​ປະ​ຊຸມ​ດັ່ງ​ກ່າວ​ຄື: ຫລຸດ​ຜ່ອນ​ຄວາມ​ເສຍ​ຫາຍ ແລະ​ຄວາມ​ຟຸມ​ເຟືອຍ​ດ້ານ​ສະ​ບຽງ​ອາ​ຫານ, ຊຸກ​ຍູ້​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ໂລກ.

ຄຳ​ເຫັນ

0