吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ກ່າວ​ວ່າ: ສິດ​ທິ​​ໃນ​ການ​ເປັນ​ຜູ້ຕາງ​ໜ້າ​ຈີ​ນປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແນ່ນອນ​ຕ້ອງ​ລວມ​ທັງ​ໄຕ້​ຫວັນ​ນຳ

2021-09-11 14:14:15 cri

    ວັນ​ທີ 10 ກັນ​ຍາ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ​: ​ປະ​ເທດ​ຈີນ​ຢູ່ໃນ​ໂລກ​ນີີີ້​ມີ​ພຽງ​ແຕ່​ປະ​ເທດ​ຈີນດຽວ​ເທົ່າ​ນັ້ນ, ໄຕ້​ຫວັນ​ເປັນ​ພາກສ່ວນ​ໜຶ່ງ​ຂອງ​ຜືນ​ແຜ່ນ​ດິນ​ຈີນ​ທີ່​​ບໍ່​ສາ​ມາດຕັດ​ແຍກ​ອອກ​ຈາກ​ຈີນ​ໄດ້, ສິດ​ທິ​​ໃນ​ການ​ເປັນ​ຜູ້ຕາງ​ໜ້າ​​ຈີ​ນ​​ປະ​ຈຳອົງ​ການ​ສະ​ຫະ​ປະ​ຊາ​ຊາດ​​ແນ່ນອນ​ຕ້ອງລວມ​ທັງ​ໄຕ້​ຫວັນ​ນຳ.

    ໃນ​ເວ​ລ​າ​ຕອບ​ຄຳ​ຖາ​ມ​ທີ່​ກ່ຽວ​ຂ້ອງ, ທ່ານ​ຈ້າວ​ລີ້​ຈ່ຽນ​ຊີ້​ໃຫ້​ເຫັນ​ວ່າ: ໃນ​ບັນ​ຫາ​ທີ່​​ເຂດໄຕ້​ຫວັນ​ເຂົ້າ​ຮ່ວມ​ອົງ​ກາ​ນ​ຈັດ​ຕັ້ງ​ສາ​ກົນ, ​ຈີນ​ມີຈຸດ​ຢືນ​​ຊັດ​ເຈນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ນັ້​ນ​ກໍ​ຄື: ຕ້ອ​ງ​ປະ​ຕິ​ບັດຕາມ​ຫລັກ​ການ​ປະ​ເທດ​ຈີນ​ດຽວ, ນີ້​ກໍ​ແມ່ນ​ຫລັກ​ການ​ສຳ​ຄັນ​ທີ່​​ກຳ​ນົດ​ໄວ້​ໃນມະ​ຕິ​ເລ​ກ​ທີ 2758 ຂອງ​ກອງ​ປະ​ຊຸ​ມ​ສະ​ມັດ​ຊາ​ໃຫຍ່ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. ​ມະ​ຕິ​ດັ່ງ​ກ່າວ​ໄດ້​ຮັບ​ຮອງຢ່​າງ​ຈະ​ແຈ້ງ​ໃນ​ດ້ານການ​ເມືອງ, ກົດ​ໝາຍ ແລະ​ຂັ້ນ​ຕອນ​​ທີ່​ກ່ຽວ​ຂ້ອງວ່າ​: ຜູ້​ຕາງ​ໜ້າ​ຂອງ​ລັດ​ຖະ​ບານສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ແມ່ນ​ຜູ້​ຕາງ​ໜ້າ​ຈີນ​ທີ່​ຊອບ​ດ້ວຍ​ກົດ​ໝາຍ​ພຽງ​ດຽວ​​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. ພວກ​ເຮົາ​​ເຕືອນ​ໃຫ້​ເຈົ້າ​ໜ້າ​ທີ່​ຂອງເຂດ​ໄຕ້​ຫວັນ​ຢຸດ​ຕິ​ການ​ກະ​ທຳ​ທີ່​ຕັດ​ແຍກ​ໄຕ້​ຫວັນ​ອອກ​ຈາກ​ຈີນ​ໃຫ້​ເປັນ​ເອ​ກະ​ລາດ ແລະຢຸດ​​ຕິ​ການ​​ໃຊ້​ເລ່​ຫ່​ຽມ​ທາງການ​ເມືອງ.

ຄຳ​ເຫັນ

0