吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ຣັ​ດ​ເຊຍ​ເສຍ​ຄວາມ​ໝັ້ນ​ໃຈ​ຕໍ່​ຄວາມ​ໜ້າ​ເຊື່ອ​ຖື​ຂອງ​ຄູ່​ຮ່ວມ​ມື​ປະ​ເທດ​ຕາ​ເວັນ​ຕົກ

2021-09-11 14:25:52 cri

ວັນ​ທີ 10 ກັນຍາ​ນີ້, ທ່ານ​ເຊີ​ເກ ລັຟລົຟ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ​ຖະ​ແຫຼ​ງວ່າ: ປັດຈຸບັນ​ນີ້, ທ່າ​ທີ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ທີ່​ມີ​ຕໍ່ຣັດ​ເຊຍ​ປາກົດ​ມີ​ຄວາມ​ເຄັ່ງ​ຕຶງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ​ເຊິ່ງລວມທັງ​ປະຕິບັດ​ການ​ຂວ້ຳ​ບາດ​ຕ່າງໆ ​ແລະ​ວິທີ​ການ​ແຂ່ງຂັນ​ທີ່​ບໍ່​ຊອບ​ທຳ.

ທ່ານ​ລັຟລົຟ​ເຫັນວ່າ: ປະ​ເທດ​ຕາ​ເວັນ​ຕົກ​ເຈຕະນາ​ສະກັດ​ກັ້ນ​ການ​ພັດທະນາ​ຂອງຣັດ​ເຊຍ​ດ້ວຍ​ວິທີ​ເຫຼົ່າ​ນີ້. ບົນ​ພື້ນຖານ​ສະ​ເໝີ​ພາບ​ກັນ, ຣັດ​ເຊຍ​ຍິນ​ດີ​ປະຕິບັດ​ຕາມ​ປະ​ເພນີ​ທາງ​ການ​ທູດ​ເພື່ອ​ສະ​ແຫວ​ງຫາ​ການ​ຜ່ອນຜັນ ​ແລະ​ຄວາມ​ດຸ​ນດ່ຽງ​ດ້ານ​ຜົນ​ປະ​ໂຫຍ​ດ. ທ່ານ​ກ່າວ​ເນັ້ນ​ວ່າ: ຣັດ​ເຊຍ​ກຽມ​ຈະ​ຟື້ນ​ຟູ​ການ​ພົວພັນ​ກັບປະ​ເທດ​ຕາ​ເວັນ​ຕົກ​ຢ່າງຮອບດ້ານ, ​ແຕ່​ກໍ​ຕ້ອງ​ປະຕິບັດ​ຢູ່​ບົນ​ພື້ນຖານ​ໃຫ້​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ເທົ່າ​ນັ້ນ, ຣັດ​ເຊຍ​ໄດ້​ເສຍ​ຄວາມ​ໝັ້ນ​​ໃຈ​ຕໍ່​ຄວາມ​ໜ້າ​ເຊື່ອ​ຖື​ຂອງ​ຄູ່​ຮ່ວມ​ມື​ປະ​ເທດ​ຕາ​ເວັນ​ຕົກ​ແລ້ວ.

ຄຳ​ເຫັນ

0