何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ ແລະ ອາ​ຊຽນກາຍ​ເປັນ​ຫົວ​ຈັກ​ສຳ​ຄັນຂອງການ​ພັດ​ທະ​ນາ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ

2021-09-12 13:39:33 CRI

ປີ​ນີ້​ແມ່ນ​​ປີ​ທີ່ຈີນ ແລະ ອາ​ຊຽນ​ສ້າງ​ການ​ພົວ​ພັນ​ຄູ່​ສົນ​ທະ​ນາ​ຢ່າງ​ເປັນ​ທາງ​ການ​ຄົບ​ຮອບ 30 ປີ. ​ຕອນ​ເຊົ້າ​ວັນ​ທີ 11 ກັນ​ຍາ​ນີ້, ໃນ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ທີ່​ລະ​ນຶກ​ການ​ສ້າງ​ການ​ພົວ​ພັນ​ຄູ່​ສົນ​ທະ​ນາ​ຢ່າງ​ເປັນ​ທາງ​ການ​​ລະ​ຫວ່າງ​ຈີນ-ອາ​ຊຽນຄົບ​ຮອບ 30 ປີ, ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ຄ້າ​ຈີນ​ແນະ​ນຳ​ໃຫ້​ຮູ້​ວ່າ, ໃນ 30 ປີ​ຜ່ານ​ມາ​ນີ້, ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ຊຽນ​ໄດ້​ພັດ​ທະ​ນາ​ຢ່າງວ່ອງ​ໄວ, ກາຍ​ເປັນ​ແບບ​ຢ່າງ​ແຫ່ງ​ການ​ຮ່ວມ​ມື​ທີ່​ມີ​ພະ​ລັງ​ຊີ​ວິດ​ທີ່​ສຸດ ​ປະ​ສົບ​ຜົນ​ສຳ​ເລັດຫຼາ​ຍ​ທີ່​ສຸດແລະ ​ເປັນຫົວ​ຈັກ​ສຳ​ຄັນ​ຂອງການ​ພັດ​ທະ​ນາ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ.

 

ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ, ທ່ານ​ເຢີນ​ຫົງ​ປິ່ນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ​ໃຫ້​ຮູ້​ວ່າ, ໃນ 30 ປີ​ຜ່ານ​ມາ​ນີ້, ຍອດ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍຈີນ-ອາ​ຊຽນ​ໄດ້​ເພີ່ມ​ຂຶ້ນ 85 ເທົ່າ, ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ກັນ​ແລະ​ກັນ. ອາ​ຊຽນ​ແມ່ນ​ຈຸດ​ໝາຍ​ປາຍ​ທາງ​ດ້ານ​ການ​ລົງ​ທຶນ​ ແລະ ແຫຼ່ງ​ການ​ລົງ​ທຶນ​ໂດຍ​ກົງ​ຂອງ​ຕ່າງ​ປະ​ເທດ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ຈີນ, ຍອດ​ມູນ​ຄ່າ​ການ​ລົງ​ທຶນ​ຕໍ່​ກັນ​ຂອງ​ສອງ​ຝ່າຍ​ນັບ​ລວມ​ແລ້ວຫຼາຍກວ່າ 310 ຕື້​ໂດ​ລາ​ສະ​ຫະ​ລັດ, ໄດ້​ຮ່ວມ​ມື​​ກັນສ້າງ​ເຂດ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ 20 ກວ່າ​ເຂດ​ແລ້ວ.

 

ທ່ານ​ເຢີນ​ຫົງ​ປິ່ນ​ກ່າວ​ຕື່ມ​ວ່າ, ຈີນ​ຍິນ​ດີ​ຮ່ວມ​ກັບ​ອາ​ຊຽນ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຈອດ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ, ຊຸກ​ຍູ້​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ, ຮ່ວມ​ກັນ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ເສດ​ຖະ​ກິດ​ການ​ຄ້າ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງກວ່າ​ເກົ່າ. ຈີນ​​ຍິນ​ດີ​ຮ່​ວມ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ ສືບ​ຕໍ່​ສ້າງ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ, ຍົກ​ລະ​ດັບ​ຄວາມ​ເສ​ລີ ແລະ ຄວາມ​ສະ​ດວກ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈີນ​ສະ​ໜັບ​ສະ​ໜູນ​ຖາ​ນະ​ໃຈ​ກາງ​ຂອງ​ອາ​ຊຽນ, ຍິນ​ດີ​ຮ່ວມ​ກັບ​ອາ​ຊຽນ​ຊຸກ​ຍູ້​ໃຫ້​ສັນ​ຍາRCEP ມີ​ຜົນ​ສັກ​ສິດ ແລະໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ​ຕາມ​ເວ​ລາ​ກຳ​ນົດ, ເພີ່ມ​​ພະ​ລັງ​ຂັບ​ເຄື່ອນ​ອັນ​ໃໝ່​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ພາກ​ພື້ນ.

ຄຳ​ເຫັນ

0