何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫຼາຍ​ປະ​ເທດ​ເອີ​ຣົບ​ຄວນສຳ​ນຶກ​ຄືນ​​ເລື່ອງ​ການ​ເດີນ​ຕາມ​ອາ​ເມ​ຣິ​ກາ​ຢ່າງ​ດຽວ​ໃນ​ການ​ຕ້ານການ​ກໍ່​ການ​ຮ້າຍ​

2021-09-12 15:41:19 CRI

ເຫດ​ການ “11 ກັນ​ຍາ” ໃນ 20 ປີ​ກ່ອນ​ໄດ້ພາ​ໃຫ້​ອາ​ເມ​ຣິ​ກາ​ເປີດ​ສາກ​ໃຫຍ່​ທີ່​ວ່າ “ຕ້ານ​ການ​ກໍ່​ການ​ຮ້າຍໃນ​ຂອບ​ເຂດທົ່ວ​ໂລກ”. ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ໄດ້ຊູ​ຄັນ​ທຸງ​ແຫ່ງ​ການຕ້ານ​ການ​ກໍ່​ການ​ຮ້າຍ, ປຸກ​ລະ​ດົມ​ກຳ​ລັງ​ການ​ທະ​ຫານ​ຂອງ​ຕົນ ແລະ ພັນ​ທະ​ມິດ ພ້ອມ​ດ້ວຍ​ ຊັບ​ພະ​ຍາ​ກອນ​ຊະ​ນິດ​ຕ່າງໆ, ກໍ່​ສົງ​ຄາມ ຫຼື ກໍ່​ການ​ໂຈມ​ຕີ​ທາງ​ການ​ທະ​ຫານຫຼາຍ​ເທື່ອ​ໃນ​ຂອບ​ເຂດ​ທົ່ວ​ໂລກ, ​ເພື່ອ​ສົ່ງ​ອອກ​ອັນ​ທີ່​ວ່າ “ປະ​ຊາ​ທິ​ປະ​ໄຕ”​ຂອງ​ຕົນ ແລະ ບັງ​ຄັບ​ໃຫ້​ປະ​ເທດ​ອື່ນ​ຕ້ອງ​ຍອມ​ຮັບ, ຫຼາຍ​ປະ​ເທດ​ເອີ​ຣົບ​ກໍ​ເຄີຍ​​ເດີນ​ຕາມ​ອາ​ເມ​ຣິ​ກາ ແລະເຂົ້າ​ຮ່ວມ “ສົງ​ຄາມ​ຕ້ານ​ການ​ກໍ່​ການ​ຮ້າຍ”.

 

ທ່ານ​ໂອ​ເຊັນ​ຄົບ ນັກ​ຄົ້ນ​ຄວ້າ​ຂອງ​ອົງ​ການ​ຄັງ​ປັນ​ຍາ​ຊີ​ເລີ​ປະ​ເທດ​ເຢຍ​ລະ​ມັນ​ໄດ້​ດຳ​ເນີນ​ການ​ຄົ້ນ​ຄວ້າ​ການ​ພົວ​ພັນ​ສາ​ກົນ​ມາ​ເປັນ​ເວ​ລາ​ດົນ​ນານ, ທ່ານ​ກ່າວ​ວ່າ, ອາ​ເມ​ຣິ​ກາ ແລະ ພັນ​ທະ​ມິດ​ໃນ​ກຸ່ມ​ນາ​ໂຕ​ໄດ້​ກໍ່​ສົງ​ຄາມ​ຕ້ານ​ການ​ກໍ່​ການ​ຮ້າຍ​ທີ່ແກ່​ຍາວ​ເປັນ​ເວ​ລາ 20 ປີ ແຕ່​ບໍ່​ມີ​ຈຸດ​ປະ​ສົງ​ທີ່​ແນ່ນອນ, ຄວາມ​ສ່ຽງ​ບົ່ມ​ຊ້ອນ​ຈາກ​ລັດ​ທິ​ກໍ່​ການ​ຮ້າຍ​ກໍ​ບໍ່​​ສາ​ມາດ​ແກ້​ໄຂ​ໄດ້ ເຖິງວ່າ​ບິນ ລາ​ເດັນ​ຖືກ​ສັງ​ຫານ​ແລ້ວ​ກໍ​ຕາມ, ຢູ່​ອີ​ຣັກ​ກໍ​ບໍ່​ໄດ້​ຄົ້ນ​ພົບ​ອາ​ວຸດ​​ທີ່​ມີ​ແສນ​ຍາ​ນຸ​ພາບລ້າງ​ຜານ​ສູງ​ທີ່​ອາ​ເມ​ຣິ​ກາ​​ໃຊ້​ເປັນ​ຂໍ້ອ້າງ​ໃນ​ການ​ກໍ່​ສົງ​ຄາມ​ອີ​ຣັກ. ທ່ານ​ໂອ​ເຊັນ​ຄົບ​ເຫັນ​ວ່າ, ເຢ​ຍ​ລະ​ມັນ​ຕ້ອງ​ການ​ພິ​ຈາ​ລະ​ນາ​ນະ​ໂຍ​ບາຍ​ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ​ຂອວ​ຕົນ​ຄືນ​ໃໝ່, ບໍ່​ຄວນ​​ເດີນ​ຕາມ​ອາ​ເມ​ຣິ​ກາ ແລະ ກຸ່ມ​ນາ​ໂຕ​​ຢ່າງ​ດຽວ, ເຢ​ຍ​ລະ​ມັນ​ຄວນ​ພັດ​ທະ​ນາ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​​ຢ່າງ​ເປັນ​ເຈົ້າ​ຕົນ​ເອງ​.

 

ໜັງ​ສື​ພິມ “ເລ ຟີ​ກາ​ໂຣ” ຂອງ​ຝ​ຣັ່ງ​ຊີ້​ອອກວ່າ, ຊາວ​ເອີ​ຣົບ​ໄດ້​ຈ່າຍ​ຄ່າ​ຕອບ​ແທນ​ຢ່າງຫຼວງຫຼາຍ​​ຍ້ອນ​ຄວາມ​ປະ​ລາ​ໄຊ​ຂອງ​ອາ​ເມ​ຣິ​ກາ, ອີງ​ຕາມ​ອົງ​ການ​ວິ​ເຄາະ​ການ​ປ້ອງ​ກັນ​ປະ​ເທດ​ປະ​ເມີນ​ວ່າ, ໃນ 20 ປີຜ່ານ​ມາ ອີ​ຕາ​ລີ​ໄດ້​ໃຊ້​ຈ່າຍ 8700ລ້ານ​ເອີ​ໂຣເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ຢູ່​ອັ​ຟ​ກາ​ນິດ​ສະ​ຖານ, ທະ​ຫານ 50 ກວ່າ​ຄົນ​ເສຍ​ຊີ​ວິດ, ປະ​ມານ 700 ຄົນ​ໄດ້​ຮັບ​ບາດ​ເຈັບ. ນັກ​ວິ​ເຄາະ​ເຫັນ​ວ່າ, ຮອຍ​ແຕກ​ໃນ​ການ​ພົວ​ພັນ​ຂ້າມ​ມະ​ຫາ​ສະ​ໝຸດ​ອັດ​ລັງ​ຕິກຈະ​ຟື້ນ​ຟູ​ໄດ້​ຍາກກວ່າ​ເກົ່າ.

ຄຳ​ເຫັນ

0