李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂຄ​ສົກ​ ລັດ​ຖະ​ບານຊົ່ວ​ຄາວຕາ​ລີ​ບັນ​ອັ​ຟ​ກາ​ນິ​ສະ​ຖານ​ປະ​ກາດ​ວ່າ: ຕາ​ລີ​ບັນ​​ສາ​ມາດຄວ​ບ​ຄຸມ​​ດິນ​ແດນ​ທັງ​ໝົດ​ຂອງ​ປະ​ເທດ​ອັ​ຟ​ກາ​ນິ​ສະ​ຖານ​​ໄດ້ແລ້ວ

2021-09-12 14:21:38 cri

ວັນ​ທີ 11 ກັນ​ຍາ​ນີ້, ຢູ່​ແຂວງ​ພັນ​​ເຊຍ, ທ່ານຊາ​ບິວ​ລາ ມູ​ຈາ​ຮິດ, ໂຄ​ສົກ​ລັດ​ຖະ​ບານຊົ່ວ​ຄາວ​ຕາ​ລີ​ບັ​ນ​ອັ​ຟ​ກາ​ນິ​ສະ​ຖານ​ໄດ້​ປະ​ກາດ​ວ່າ, ຕາ​ລີ​ບັນ​ໄດ້​ຄວບ​ຄຸມ​ທົ່​ດິນ​ແດນ​ທັງ​ໝົດ​ຂອງ​ປະ​ເທດ​ອັ​ຟ​ກາ​ນິ​ສະ​ຖານ​ ​ລວມ​ທັງ​ແຂວງພັນ​ເຊຍ, ປັດ​ຈຸ​ບັນ, ລັດ​ຖະ​ບານ​ໃໝ່​ກຳ​ລັງ​ພິ​ຈາ​ລະ​ນາ​ດຶງ​ດູດ​ບຸກ​ຄົນ​ໃນ​ວົງ​ການ​ຕ່າງໆ​ໃນ​ສັງ​ຄົມ​ເຂົ້າ​​ເປັນ​ຄະ​ນະ​ລັດ​ຖະ​​ບານ.

ທ່ານ​ມູ​ຈາ​ຮິດ​, ໂຄ​ສົກ​ລັດ​ຖະ​ບານຊົ່ວ​ຄາວ​ອັ​ຟ​ກາ​ນິ​ສະ​ຖານ​ກ່າວ​ຕື່ມ​ວ່າ, ປັດ​ຈຸ​ບັນ, ບໍ່​ມີ​ເຂດ​ໃດ​ຍັງ​ຢູ່ນອກ​ການ​ຄວບ​ຄຸມ​ຂອງ​ຕາ​ລີ​ບັນ, ທະ​ຫານ​ຝ່າຍ​ປໍ​ລະ​ປັກ​ກັນ​ຈຳ​ນວນ​ໜຶ່ງ​ທີ່​ເຄີຍ​ຄອບ​ຄອງແຂວງ​ພັນ​ເຊຍ​ໄດ້​ໂຕນ​ໜີແລ້ວ, ທຸກ​ແຫ່ງ​ຫົນ​ຂອງ​ປະ​ເທດ​ນີ້​ໄດ້​ບັນ​ລຸ​ສັນ​ຕິ​ພາບ​ແລ້ວ.

ທ່ານ​ມູ​ຈາ​ຮິດ​ຍັງ​ກ່າວຕໍ່​ໄປ​ວ່າ, ​ຄະ​ນະລັດ​ຖະ​ບານ​ໃນ​ປັດ​ຈຸ​ບັນ​​ເປັນ​ລັກ​ສະ​ນະ​ຊົ່ວ​ຄາວ, ປັດ​ຈຸ​ບັນ, ມີ​ຫຼາຍຂະ​ແໜງ​ການ​ແລະ​ຕຳ​ແໜ່ງ​ຍັງ​​ຫວ່າງ​ຢູ່, ພວກ​ເຮົາ​ຈະ​ພິ​ຈາ​ລະ​ນາ​ໃຫ້​ບຸກ​ຄົນໃນ​ວົງ​ການ​ຕ່າງໆ​ໃນ​ສັງ​ຄົມ​ເຂົ້າ​​ເປັນ​ຄະ​ນະ​ລັດ​ຖະ​​ບານ, ປັດ​ຈຸ​ບັນ, ກຳ​ລັງ​ຊອກ​ຫາ​ບຸກ​ຄົນ​ທີ່​ເໝາະ​ສົມຢູ່.

ຄຳ​ເຫັນ

0