刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ​ປ​ປ​ ເກົາຫຼີ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​​ໄລ​ຍະໄກທີ່​ຄົ້ນ​ຄວ້າ​ຜະ​ລິດ​ໃໝ່​ຢ່າງສຳ​ເລັດ​ຜົນ

2021-09-13 16:39:20 cri

 

ຕາມ​ການ​ລາຍ​ງານ​ຂ່າວ​​ຈາກຂ່າວ​ສານສູນກາງເກົາຫຼີ KCNA ໃນ​ວັນ​ທີ 13 ກັນ​ຍາ​ນີ້, ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ປ້ອງ​ກັນ​ປະ​ເທດ​ຂອງ​ ສ​ປ​ປ ເກົາຫຼີ​ ໄດ້​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ໄລ​ຍະໄກ​ທີ່​ຄົ້ນ​ຄວ້າ​ຜະ​ລິດ​ໃໝ່​ຢ່າງ​ສຳ​ເລັດ​ຜົນ​ໃນ​ວັນ​ທີ 11 ແລະວັນ​ທີ 12 ກັນ​ຍາ​ນີ້.

ຕາມ​ຂ່າວ​ແຈ້ງວ່າ: ລູກ​ສອນ​ໄຟ​​ດັ່ງ​ກ່າວ​ໄດ້​ທະ​ນານ​ຢູ່​ໃນ​ອາ​ກາດ​ເປັນ​ເວ​ລາ 7580 ວິ​ນາ​ທີ ແລ້ວ​ໄດ້​ພຸ່ງ​​ໃສ່ເປົ້າ​ໝາຍ​​ໄລ​ຍະ​ໄກ 1500 ກິ​ໂລ​ແມັດ​ທີ່​ກຳ​ນົດ​ໄວ້​​ຢ່າງ​ແມ່ນ​ຢຳ.

ຂ່າວ​ສານສູນກາງເກົາຫຼີ​ໄດ້ລາຍ​ງານ​ອີກ​ວ່າ: ການ​ຄົ້ນ​ຄວ້າ​ຜະ​ລິດ​ລະ​ບົບ​ອາ​ວຸດ​ດັ່ງ​ກ່າວ​ມີ​ຄວາມໝາຍ​ທາງ​ດ້ານ​ຍຸດ​ທະ​ສາດ​ທີ່​ສຳ​ຄັນ, ສປ​ປ ເກົາຫຼີ​ມີ​ວິ​ທີອີກ​ຢ່າງ​ໜຶ່ງທີ່​ມີ​ປະ​ສິດ​ທິ​ຜົ​ນ​ໃນ​ການ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງຂອງ​ປະ​ເທດ​ຊາດ​ຢ່າງ​ເດັດ​ດ່ຽວ ແລະ​​ສາ​ມາດເອົາ​ຊະ​ນະການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານຂອງ​ອິດ​ທິ​ກຳ​ລັງປໍ​ລະ​ປັກ​ທີ່​ມີ​ເຈດ​ຕະ​ນາ​ຕໍ່​ຕ້ານ ສ​ປ​ປ ເກົາຫຼີ​ໄດ້​ຢ່າງ​ເຂັ້ມ​ແຂງ.

ຄຳ​ເຫັນ

0