吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອີຣານກ່າວ​ວ່າ,ການ​ເຈລະຈາ​ກັບ​ອົງການ​ພະ​ລັງ​ງານ​ປະລະ​ມາ​ນູສາກົນ​ມີ​ລັກສະນະ​ສ້າງສັນ

2021-09-13 11:06:46 CRI

    ຂ່າວສານເມີ​ຂອງອີຣານ​ໄດ້ລາຍ​ງານ​ວ່າ, ຕອນ​ເຊົ້າ​ວັນ​ທີ 12 ກັນຍາ​ນີ້, ທ່ານ​ໂມ​ຮາ​​ມັດ ​​ເອສລາ​ມີ ປະທານ​ອົງການ​ພະລັງງານ​​ປະ​ລະ​ມາ​ນູຜູ້​​ໃໝ່​ຂອງອີ​ຣານ​ໄດ້​ພົບ​ປະ​ກັບ​ທ່ານຣາ​ປາ​ເອວ ມາ​ລີ​ອາ​ໂນ ​ໂກຼຊີ ຜູ້ອຳ​ນວຍ​ການ​ໃຫຍ່​ອົງການພະລັງງານ​ປະລະ​ມາ​ນູສາກົນ​ທີ່​ພວມ​ຢ້ຽມ​ຢາມ​ອີ​ຣານ.

 

ອີຣານກ່າວ​ວ່າ,ການ​ເຈລະຈາ​ກັບ​ອົງການ​ພະ​ລັງ​ງານ​ປະລະ​ມາ​ນູສາກົນ​ມີ​ລັກສະນະ​ສ້າງສັນ_fororder_1631441009100_729_726x480


    ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຫຼັງ​ການ​ເຈລະຈາ​ລະຫວ່າງ​ສອງ​ຝ່າຍ, ທ່ານ​​ເອສລາ​ມີ​ບອກ​ນັກ​ຂ່າວວ່າ,​ອີຣານ ກັບ ອົງການ​ພະລັງງານ​ປ​ະລະ​ມາ​ນູສາກົນ​ໄດ້​ຈັດການ​ເຈລະຈາ​ທີ່​ມີ​ລັກສະນະ​ສ້າງສັນ​, ຈຸດປະສົງ​ຂອງ​ການ​ເຈລະ​ຈາ​​​ກໍ່​ເພື່ອ​ສ້າງ​ໂອ​ກາດການ​ຮ່ວມ​ມື ​ແລະ ການ​ແລ​ກປ່ຽນຄວາມ​ຄິດ​​ເຫັນເພື່ອ​ໃຫ້​ສອງ​ຝ່າຍ​ປະ​ຕິ​ບັດ​ກົດ​ລະບຽບ​ຂອງ​ອົງການ​ພະລັງງານ​ປະລະ​ມາ​ນູສາກົນ, ບັນຫາ​ລະຫວ່າ​ງອີຣານ ກັບ ອົງການ​ພະລັງງານ​ປະລະ​ມາ​ນູສາກົນ​ຕົ້ນຕໍ​​​ກໍ່ແມ່ນ​ບັນຫາ​ດ້ານ​ເຕັກນິກ, ​ແຕ່​ບໍ່​ມີ​ບັນຫາ​ທາງ​​ດ້ານການ​ເມືອງ.

 

ອີຣານກ່າວ​ວ່າ,ການ​ເຈລະຈາ​ກັບ​ອົງການ​ພະ​ລັງ​ງານ​ປະລະ​ມາ​ນູສາກົນ​ມີ​ລັກສະນະ​ສ້າງສັນ_fororder_1631441091083_787_790x527


    ​ໃນ​ກອງ​ປະຊຸມ​ຂ່າວ,​ທ່ານ​ໂກຼຊີ​ກ່າວ​ວ່າ: ການ​ຢ້ຽມຢາມເທື່ອ​ນີ້​ແມ່ນ​ຈັດ​ຂຶ້ນຫຼັງ​​ລັດຖະບານ​ຊຸດ​ໃໝ່​ຂອງ​ອີຣານ​ເລີ່​ມປະຕິບັດ​ງານ​ແລ້ວຖື​ວ່າ​ສຳຄັນ​ຫຼາຍ, ນີ້​​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ, ອົງການ​ພະລັງງານ​ປ​ະ​ລະ​ມາ​ນູສາກົນ ກັບ ອີຣານຕ້ອງ​ພ້ອມ​ກັນ​ສຸມຄວາມ​ພະຍາຍາມ ​ແລະ ​​ເປີດ​ກວ້າງ​ການ​ຮ່ວມ​ມື​.

ຄຳ​ເຫັນ

0