吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເກີດ​ເຫດ​ລະ​ເບີດ​ຢູ່​ເທສະ​ບານ​ນະຄອນ​ມັນ​ດາ​ເລ​ຂອງ​ມຽນມາ​ເຮັດ​ໃຫ້ 4 ຄົນ​ເສຍ​ຊີວິດ ​ແລະ ບາດ​ເຈັບ

2021-09-14 10:49:19 CRI

ເກີດ​ເຫດ​ລະ​ເບີດ​ຢູ່​ເທສະ​ບານ​ນະຄອນ​ມັນ​ດາ​ເລ​ຂອງ​ມຽນມາ​ເຮັດ​ໃຫ້ 4 ຄົນ​ເສຍ​ຊີວິດ ​ແລະ ບາດ​ເຈັບ_fororder_微信图片_20210914090616

ວັນ​ທີ 13 ກັນຍາ​ນີ້, ຢູ່​ເທສະ​ບານ​ນະຄອນ​ມັນ​​ດາ​ເລ ​ເຊິ່ງ​ເປັນ​ຕົວ​ເມືອງ​ໃຫຍ່​ອັນ​ດັບສອງ​ຂອງ​ມຽນມາ​ໄດ້​ເກີດ​ເຫດລະ​ເບີດ​ແຕກຢ່າງ​ຮ້າຍ​ແຮງ, ປັດຈຸບັນ, ​ໄດ້​ເຮັດ​ໃຫ້ຢ່າງ​ໜ້ອຍ 4 ຄົນ​ເສຍ​ຊີວິດ ​ແລະ ບາດ​​​ເຈັບ. ຜູ້​​ເຫັນ​ເຫດການ​ບອກ​ວ່າ, ບ່ອນ​​ເກີດ​​​ເຫດ​ຢູ່​ສູນ​ກວດກາ​ແຫ່ງ​ໜຶ່ງ​ທີ່​ໃກ້​ກັບ​ພະ​ລາຊະ​ວັງ​ມັນ​​ດາ​ເລ.


     ຫຼັງ​ຈາກ​ເກີດ​ເຫດແລ້ວ, ຕຳຫຼວດ​​ທະຫານ​ຈຳນວນ​ຫຼາຍ​ໄດ້​ປິດ​ລ້ອມ​ບ່ອນ​ເກີດ​ເຫດ, ລົດ​ດັບ​ເພີງ​ຫຼາຍ​ຄັນ​ກໍ່ຖືກ​ສົ່ງ​ມາ​ເພື່ອມອດ​ໄຟ.


    ຫວ່າງ​ມໍ່ໆ​ມາ​ນີ້, ຢູ່​ຫຼາຍ​ແຫ່ງ​ຂອງ​ມຽນມາ ​ເຊັ່ນ: ​ແຂວງ​​ຕັນ​ເນ​ຕາ​ອີ, ​ແຂວງ​ຊາ​ກາຍ, ​ແຂວງ​​ແມກວີ, ລັດຊານ ​ແລະ ລັດ​​ເກ​ຢາ​ກໍ່​ໄດ້​​ເກີດ​ການ​ປະ​ທະ​ກັນ​ດ້ວຍ​ອາວຸດ ​ແລະ ​ ອາຄານ​ໂທລະ​ຄົມ​ກໍ່​ເກີດ​ເຫດລະ​ເ​ບີ​ດຫຼາຍ​​ເທື່ອ.

ຄຳ​ເຫັນ

0