何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄ່າ​ເງິນ​ຈາດ​ຂອງ​ມຽນ​ມາ​ຕົກ​ຕ່ຳ​ລົງ​ຢ່າງ​ຕໍ່​ເນື່ອງ ທະ​ນາ​ຄາ​ນ​ກາງ​ມຽນ​ມາ​ປ້ອນ​ເງິນ 15 ລ້ານ​ໂດ​ລາ​ເຂົ້າ​ຕະຫຼາດ​ເພື່ອ​ຮັກ​ສາ​​ຄ່າ​ເງິນ

2021-09-14 11:00:47 CRI

ວັນ​ທີ 13 ກັນ​ຍາ​ນີ້, ທະ​ນາ​ຄານ​ກາງ​ມຽນ​ມາ​ໄດ້ປະ​ກາດ​ວ່າ, ຈະ​ປ້ອນ​ເງິນ15 ລ້ານ​ໂດ​ລາ​ສະ​ຫະ​ລັດ​ເຂົ້າ​ຕະຫຼາດ​ດ້ວຍ​ອັດ​ຕາ​ແລກ​ປ່ຽນ​ທີ່ 1750 ຈາດ​​ຕໍ່ 1 ໂດ​ລາ​ສະ​ຫະ​ລັດ ເພື່ອ​ຮັກ​ສາ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຈາດ​ໃຫ້​ມີ​ຄວາມ​ໝັ້ນ​ທ່ຽງ, ເຊິ່ງ​ແມ່ນ​​ມື້​ໜຶ່ງ​ທີ່ທະ​ນາ​ຄານ​ກາງ​ມຽນ​ມາ​ປ້ອນ​ເງິນ​ໂດ​ລາເຂົ້າ​ຕະຫຼາດຫຼາຍ​ທີ່​ສຸດ​ໃນ​ມື້​ດຽວໃນ​ປະ​ຫວັດ​ສາດ.

 

ນັບ​ແຕ່​ເດືອນ​ກຸມພາ​ປີ​ນີ້​ເປັນ​ຕົ້ນ​ມາ, ຄ່າເງິນ​ຈາດ​ມຽນ​ມາ​​ເມື່ອ​ທຽບກັບ​ໂດ​ລາ​ສະ​ຫະ​ລັດ​ໄດ້​ຕົກ​ຕ່ຳ​ລົງ​ຢ່າງ​ຕໍ່​ເນື່ອງ​ຈາກ 1330 ຈາດ ຕໍ່ 1 ໂດ​ລາ​ສະ​ຫະ​ລັດ, ທະ​ນາ​ຄານ​ກາງ​ມຽນ​ມາ​ໄດ້​ປ້ອນ​ເງິນ​ໂດ​ລາ​ສະ​ຫະ​ລັດ​ເຂົ້າ​ຕະຫຼາດ​ທັງ​ໝົດ​ແລ້ວ 32 ເທື່ອ ​ລວມ​ທັງ​ໝົດ​ແມ່ນ​ 136,8ລ້ານ​ໂດ​ລາ​ສະ​ຫະ​ລັດ, ເພື່ອ​ຮັກ​ສາ​ອັດ​ຕາ​ແລກ​ປ່ຽນ​ໃຫ້​ມີຄວາມ​ໝັ້ນ​ທ່ຽງ​, ແຕ່​ກໍ​ຍັງ​ບໍ່​ສາ​ມາດ​ສະ​ກັດ​ກັ້ນ​​ຄ່າ​ເງິນ​ທີ່​ອ່ອນ​​ລົງ.

 

ໃນ​ວັນ​ທີ 13 ກັນ​ຍາ​ນີ້, ເຖິງວ່າ​​ ທະ​ນາ​ຄານ​​ກາງ​ມຽນ​ມາ​ໄດ້ປ້ອນເງິນ​ເຂົ້າ​ຕະຫຼາດ​ດ້ວຍ​ຄ່າ​ເງິນທາງ​ການ​ທີ່​ຕ່ຳ​ທີ່​ສຸດ​ໃນ 7 ເດືອນ​ຜ່ານ​ມາ​ນີ້​ກໍ​ຕາມ, ແຕ່​ອັດ​ຕາ​ແລກ​ປ່ຽນ​ເງິນ​ຈາດ​ໃນ​ຕະຫຼາດ​ໃນ​ມື້​ດຽ​ວ​ກັນ​ມີ​ເຖິງ 2100 ຈາດ​ຕໍ່ 1 ໂດ​ລາ​ສະ​ຫະ​ລັດ, ເຊິ່ງ​​ເປັນ​ລະ​ດັບອ່ອນ​ຄ່າ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ.

ຄຳ​ເຫັນ

0