吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ສ້າງສະ​ຖາ​ນີ 5G ສຳ​ເລັດຫຼາຍ​​ກວ່າ​ລ້ານ​ແຫ່ງ​ແລ້ວ

2021-09-14 10:57:19 CRI

    ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ 13 ກັນຍາ​ນີ້,​ ​ເຈົ້າ​ໜ້າ​ທີ່​ກະຊວງ​ອຸດສາຫະກຳ ​ແລະ ຂໍ້​ມູນ​ຂ່າວສານຈີນໄດ້​ແຈ້ງ​ໃຫ້​ຮູ້​ວ່າ, ປັດຈຸບັນ, ຈີນ​ໄດ້​ສ້າງ​ສະ​ຖາ​ນີ 5G ​ສຳ​ເລັດ​ແລ້ວຫຼາຍ​ກວ່າ​ລ້ານ​​ແຫ່ງ, ກວມ​ຫຼາຍກວ່າ 70% ​ຂອງ​​ໂລກ. ​ປະ​ຈຸ​ບັນ​ນີ້,​ເຄື່ອງ​ໃຊ້ 5G ຂອງ​ຈີນ​ມີ​ຫຼາຍ​ກວ່າ 400 ລ້ານ​​ເລກ​ໝາຍ ​ໂດຍ​ມີ​ຈຳນວນ​ຫຼາຍ​ທີ່​ສຸດ​ໃນ​ໂລກ.


    ​ມາ​ຮອດ​​ເດືອນ​ສິງຫາ​ປີ​ນີ້, ຈີນ​ໄດ້​ສ້າງ​ສະ​ຖາ​ນີ 5G ​ສຳ​ເລັດ​ແລ້ວ 1.037.​000 ​ແຫ່ງ ​ເ​ຊິ່ງ​ເປັນ​ເຄືອ​ຂ່າຍ 5G ຂະໜາດ​ໃຫຍ່​ທີ່​ສຸດ​ໃນ​ໂລກ ​ໄດ້​ປົກ​ຫຸ້ມ​ນະຄອນ​ທັງ​ໝົດ​ຂອງ​ປະ​ເທດ​ຈີນ​, ​ປົກ​ຫຸ້ມ​ເທສະ​ບານ​ເມືອງ​ຫຼາຍກວ່າ 95% ແລະ ​ເທສະ​ບານ​ຕາ​ແສງ​ຫຼາຍກວ່າ 35%. ​ໂທ​ລະ​ສັບມື​ຖື 5G ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ, ​​ໃນ 8 ​ເດືອນ​ຕົ້ນ​ປີ​ນີ້, ຈີນ​ໄດ້​ຜະລິດ​ໂທ​ລະ​ສັບມື​ຖື 5G ​ຈຳ​ນວນ 168 ລ້ານ​ໜ່ວຍ, ​ເພີ່ມຂຶ້ນ 80% ​ເມື່ອ​ທຽບໃສ່ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້. ​ໂດຍ​ສະ​ເພາະ​ໃນ​ເດືອນ​ສິງຫາ​ແລ້ວ​ນີ້, ມາດ​ຕາສ່ວນ​ຂອງ​​ໂທ​ລະ​ສັບມື​ຖື 5G ​ໄດ້​ຖືກ​ຍົກ​ສູງ​ຂຶ້ນ​​ເຖິງ 74%.

ຄຳ​ເຫັນ

0