吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ປະ​ທ້ວງ​ອາ​ເມ​ຣິ​ກາ​​ຢ່າງ​ເຄັ່ງຂຶມ​ໃນ​ກໍ​ລະ​ນີ​ທີ່ພິຈາລະນາ​ປ່ຽນ​ຊື່​​ອົງການ​ຈັດ​ຕັ້ງ​ທີ່​ໄຕ້​ຫວັນ

2021-09-14 11:02:27 CRI

    ວັນ​ທີ 13 ກັນຍາ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຈັດ​ກອງ​ປະຊຸມ​ຂ່າວ. ມີ​ນັກ​ຂ່າວ​ຖາມ​ວ່າ, ສື່​ມວນ​ຊົນ​ອ​າ​ເມຣິກາ​ໄດ້​ລາຍ​ງານ​ວ່າ, ລັດຖະບານ​ໂຈ ໄປ​ດັນ​ຂອງອາ​ເມຣິກາ​ກຳລັງ​ພິຈາລະນາຂໍ້​ສະ​ເໜີຂອງ​​ອຳ​ນາດ​ການ​ປົກ​ຄອງ​ຊ້າຍ​ຍິ່ງ​ເວີນກ່ຽວ​ກັບ​ການ​ປ່ຽນ​ຊື່ “ສຳນັກງານ​ເສ​ດຖະກິດ​ວັດທະນະທຳ​ໄຕ້​ເປ​ປະຈຳ​ອາ​ເມຣິກາ” ​ເປັນ “ສຳນັກງານ​ຕົວ​ແທນ​ໄຕ້​ຫວັນ”. ກະຊວງ​ການ​ຕ່າງປະ​ເທດ​ຈີນ​​ມີ​ຄວາມ​ເຫັນ​ແນວ​ໃດ​ຕໍ່​​ກັບເລື່ອງ​ນີ້?


    ທ່ານ​ຈ້າວ​ລີ້​ຈ່ຽນກ່າວ​ວ່າ, ຈີນ​ໄດ້​ປະ​ທ້ວງ​​ອາ​ເມຣິກາຢ່າງ​​ເຄັ່ງຂຶມຕໍ່ກໍ​ລະ​ນີດັ່ງກ່າວ​. ອາ​ເມຣິກາຄວນ​​ເຄົາລົບຫຼັກການ​ປະ​ເທດ​ຈີນ​ດຽວ ​ແລະ ​ຖະ​ແຫຼງ​ການ​ຮ່ວມສາມ​ສະບັບ​ຈີນ-​ອາ​ເມຣິກາ, ປະຕິບັດ​ຕາມຄຳ​ໝັ້ນ​ສັນຍາ​ຂອງ​ຕົນ​ດ້ວຍ​ການກະທຳ​ຕົວ​ຈິງ, ຢຸດຕິ​ການ​ໄປມາຫາສູ່​​ກັນ​ໃນ​ລັກ​ສະ​ນະ​ທາງ​ການ​ໃນ​ທຸກ​ຮູບ​ແບບ​ ​ຢຸດ​ຕິ​ກາຍ​ຍົກ​ລະ​ດັບ​ການ​ພົວພັນຕົວ​ຈິງລະຫວ່າງ​ອາ​ເມຣິກາ ກັບ ​ໄຕ້​ຫວັນ ​ເຊິ່ງລວມທັງບໍ່​ປ່ຽນ​ຊື່“ສຳນັກງານ​ເສ​ດຖະກິດ​ວັດທະນະທຳ​ໄຕ້​ເປ​ປະຈຳ​ອາ​ເມຣິກາ” ​ເປັນ “ສຳນັກງານ​ຕົວ​ແທນ​ໄຕ້​ຫວັນ”, ຢຸດຕິ​ການ​ສົ່ງ​ສັນຍານ​ທີ່​ຜິດພາດ​​ໃຫ້​ກັບ​ອິດ​ທິກຳລັງ​ແບ່ງ​ແຍກ​ໄຕ້​ຫວັນ​ເປັນ​ເອກະລາດ. ອາ​ເມຣິກາ​ຄວນ​​ແກ້​ໄຂ​ບັນຫາ​ກ່ຽວ​ກັບ​ໄຕ້ຫວັນ​ດ້ວຍ​ຄວາມ​ລະມັດ​ລະ​ວັງ, ​​ເພື່ອ​ຫຼີກ​ເວັ້ນ​ການສ້າງ​ຜົນ​ຮ້າຍ​​ໃຫ້​ກັບ​ການ​ພົວພັນ​ຈີນ-​ອາ​ເມຣິກາ ​​ກໍ​ຄື​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ​ຂອງ​ຊ່ອງ​ແຄບ​ໄຕ້​ຫວັນ.

ຄຳ​ເຫັນ

0