何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມາ​ເລ​ເຊຍ​ຈະໃຫ້​ການ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​ແກ່​ອັ​ຟ​ກາ​ນິດ​ສະ​ຖານ​ 1 ແສນ​ໂດ​ລາ

2021-09-14 10:22:41 CRI

ວັນ​ທີ 13 ກັນ​ຍາ​ນີ້, ກະ​ຊວງ​ການ​ຕ່າ​ງ​ປະ​ເທດ​ມາ​ເລ​ເຊຍ​ໄດ້​ອອກ​ຖະ​ແຫຼງ​ການ​ໂດຍ​ກ່າວ​ວ່າ, ທ່ານ ດາ​ໂຕ ໄຊ​ຟຸດ​ດິນ ອັບ​ດຸນ​ລາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດ​ມາ​ເລ​ເຊຍ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມລະ​ດັບ​ລັດ​ຖະ​ມົນ​ຕີ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ສະ​ພາບ​ການດ້ານ​ມະ​ນຸດ​ສະ​ທຳ​​ຢູ່​ອັ​ຟ​ກາ​ນິດ​ສະ​ຖານ​ຜ່ານ​ທາງ​ອອນ​ລາຍ​ໃນ​ວັນ​ທີ 13 ກັນ​ຍາ​ນີ້, ໂດຍ​ມາ​ເລ​ເຊຍ​ຈະ​ໃຫ້​ການ​ຊ່ວຍ​ເຫຼືອ ແກ່​ອັ​ຟ​ກາ​ນິດ​ສະ​ຖານ 1 ແສນ​ໂດ​ລາ​ສະ​ຫະ​ລັດ​​.

 

ໃນ​ຖະ​ແຫຼງ​ການ​ດັ່ງ​ກ່າວ​ຍັງ​ລະ​ບຸ​ວ່າ, ມາ​ເລ​ເຊຍ​ສະ​ໜັບ​ສະ​ໜູນ​ຜ່ານ​ຂະ​ບວນ​ການ​ຄວບ​ຄຸ​ມ​ທີ່​ມີ​ລັກ​ສະ​ນະ​ກວມ​ລວມ​ເພື່ອ​ບັນ​ລຸ​ແຜນ​ການ​ແກ້​ໄຂ​ທາງ​ການ​ເມືອງທີ່​ຍືນ​ຍົງ​ໃນ​ບັນ​ຫາ​ອັ​ຟ​ກາ​ນິດ​ສະ​ຖານ, ​ເພື່ອ​ບັນ​ລຸ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ຂອງ​ອັ​ຟ​ກາ​ນິດ​ສະ​ຖານ. ໃນ​ຖະ​ແຫຼງ​ກາ​ຍັງ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ອັ​ຟ​ກາ​ນິດ​ສະ​ຖານ​ເຄົາ​ລົບ​ສິດ​ທິ​ມະ​ນຸດ, ທັງ​ເນັ້ນ​ໃຫ້​ຮັບ​ປະ​ກັນ​ສິດ​ທິ​ຂອງ​ແມ່​ຍິງ ຊາວ​ໜຸ່ມ ແລະ ຊົນ​ເຜົ່າ​ສ່ວນ​ໜ້ອຍ.

ຄຳ​ເຫັນ

0