ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 13 ກັນຍານີ້, ທ່ານວາງຢີ້ ທີ່ປຶກສາແຫ່ງລັດທັງເປັນ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານວິວຽນ ບາລາຄຣິສນານ ລັດຖະມົນຕີກະຊວງການຕ່າງປະເທດສິງກະໂປ ຢູ່ທີ່ປະເທດສິງກະໂປ.
ທ່ານວາງຢີ້ກ່າວວ່າ, ຈີນ ແລະ ສິງກະໂປໄດ້ຍຶດໝັ້ນ ການຕ້ານກັບພະຍາດໂຄວິດ-19 ແລະການພັດທະນາເປັນຫຼັກ, ໄດ້ຊຸກຍູ້ການຂະຫຍາຍສາຍພົວພັນຈີນ-ສິງກະໂປໄປພ້ອມກັບຄວາມກັບຄວາມກ້າວໜ້າຂອງຍຸກສະໄໝ, ເຊິ່ງໄດ້ຮັບຜົນສຳເລັດທີ່ພົ້ນເດັ່ນ. ຈີນຍິນດີເພີ່ມທະວີການແລກປ່ຽນດ້ານຍຸດທະສາດກັບສິງກະໂປ, ລົງເລິກການຮ່ວມມືຕົວຈິງ, ຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ, ເອົາຊະນະພະຍາດໂຄວິດ-19 ໂດຍໄວ, ຊຸກຍູ້ໃຫ້ເສດຖະກິດຂອງປະເທດຕົນຟື້ນຄືນໂດຍໄວ, ຮ່ວມກັນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສັນຕິພາບ ແລະ ການພັດທະນາຂອງພາກພື້ນ ກໍຄືຂອງໂລກ.
ທ່ານວິວຽນກ່າວວ່າ, ສິງກະໂປຂໍສະແດງຄວາມຊົມເຊີຍຈີນທີ່ສາມາດດ້ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງສຳເລັດຜົນ, ຂອບໃຈຝ່າຍຈີນທີ່ຊ່ວຍເຫຼືອວັກຊີນໃຫ້ແກ່ສິງກະໂປ. ສິງກະໂປຍິນດີ ລົງເລິກການຮ່ວມມື ກັບຈີນໃນຂົງເຂດຕ້ານກັບພະຍາດໂຄວິດ-19, ການຄ້າ, ການລົງທຶນ, ເສດຖະກິດດີຈີຕອນ, ການພັດທະນາສີຂຽວ ແລະອື່ນໆ. ສິງກະໂປຍິນດີຮ່ວມກັບຈີນ, ຍຶດໝັ້ນໃນລັດທິຫຼາຍຝ່າຍເພື່ອແກ້ໄຂບັນຫາໃໝ່ ແລະ ສິ່ງທ້າທາຍໃໝ່, ຊຸກຍູ້ການພັດທະນາໂລກຍຸດຕິທຳ ແລະ ຍືນຍົງ.
ຄຳເຫັນ
0