郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄຂກອງປະຊຸມລະດັບລັດຖະມົນຕີດ້ານເສດຖະກິດການຄ້າ10+1ຄັ້ງທີ20ແລະ10+3ຄັ້ງທີ24

2021-09-14 11:01:47 cri

ວັນ​ທີ13ກັນ​ຍານີ້, ກອງ​ປະ​ຊຸມ​ລະ​ດັບລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ເສດ​ຖະ​ກິດ​ການ​ຄ້າລະ​ຫວ່າງ ຈີນ-ອາ​ຊຽນ ຫຼື 10+1ຄັ້ງ​ທີ20 ແລະກອງ​ປະ​ຊຸມອາ​ຊຽນ​ກັບຈີນ ຍີ່​ປຸ່ນ​ແລະ​ສ.ເກົາ​ຫຼີ ຫຼື 10+3ຄັ້ງ​ທີ24ໄດ້​ໄຂ​ຂຶ້ນໃນ​ຮູບ​ແບບ​ຜ່ານ​ທາງວິ​ດີ​ໂອ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ເສດ​ຖະ​ກິດ​ການ​ຄ້າ​ຂອງກອງ​ປະ​ຊຸມ10+1​ທຸກ​ທ່ານ​ມີ​ຄວາມ​ເຫັນເປັນ​ເອ​ກະ​ພາບ​ກັນ​ວ່າ: ໃນໄລ​ຍະ30ປີ​ຜ່ານມ​ານີ້ ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ຮັບ​ໝາກ​ຜົນ​ອັນ​ໃຫຍ່​ຫຼວງ, ​ສອງ​ຝ່າຍຫວັງ​ຢາກ​ໃຫ້​ອະ​ນາ​ຄົດ ​ການ​ຮ່ວມ​ມື​ແໜ້ນ​ແຟ້ນກວ່າ​ເກົ່າ​; ກອງ​ປະ​ຊຸມ​ໄດ້​ກ່າວເນັ້ນ​ວ່າ​ຈະ​ຈັດ​ຕັ້ງ​ປະ​ຕິ​ບັດ​​ສັນ​ຍາການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ​ຢ່າງ​ຮອບ​ດ້ານ​ແລະ​ມີ​ປະ​ສິດ​ທິ​ຜົ​ນ​ສູງ ແລະ​ເພີ່ມ​ເນື້ອ​ໃນ​ໃໝ່​ໃສ່ອະ​ນຸ​ສັນ​ຍາ,ເພື່ອ​ບຸກ​ເບີກຂົງ​ເຂດ​ອື່ນໆ​ທີ່​ມີ​ຄວາມ​ອາດ​ເປັນ​ໄປ​ໄດ້​ໃນສັນ​ຍາການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນໃຫ້​ສົ​ມ​ບູນກວ່າ​ເກົ່າ.

ທ່ານ​ວ່າງ​ເວີນ​ທ່າວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ: ໂດຍ​ຜະ​ເຊີນ​ໜ້າ​ກັບ​ສະ​ພາບ​ພະ​ຍາດ​ໂຄວິດ-19ທີ່​ຍັງ​ສັບ​ສົນ​​ແ​ລະ​ຂ້ຽວ​ຂາດ​ຢູ່,ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ຄວນ​ຄັດ​ຄ້ານ​ກົນ​ອຸ​ບາຍ​ທາງ​ການ​ເມືອງ,ຮ່ວມ​ກັນ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19,ເລັ່ງ​ຟື້ນ​ຟູ​ເສດ​ຖະ​ກິດຂອງ​ພາກ​ພື້ນ​ໂດຍ​ໄວ.ຈີນ ຍີ່​ປຸ່ນ​ແລະ​ສ.ເກົາ​ຫຼີຄວນ​ຮ່ວມ​ກັນ​ເພີ່ມ​ຄວາມ​ເອົາ​ໃຈ​ໃສ່​ຫຼາຍກວ່າ​ເກົ່າ​ຕໍ່​ອາ​ຊຽນ, ເກາະ​ແຂນ​ກັນ​ຊ່ວຍ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ.

ຄຳ​ເຫັນ

0