吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງ​ການ WHO​ ກ່າວ​ວ່າ​: ແຜນ​ດຳ​ເນີນ​ງານ​​ວັກ​ຊີນ​ໂຄວິດ-19ໄດ້​ສະ​ໜອ​ງວັກ​ຊີນຈຳ​ນວນ 260 ລ້ານ​ຫລອດ​ໃຫ້​ກັບ 141 ປະ​ເທດ ແລະ​ເຂດ​ແຄວ້ນ

2021-09-15 14:44:21 cri

ອົງ​ການ WHO​ ກ່າວ​ວ່າ​:    ແຜນ​ດຳ​ເນີນ​ງານ​​ວັກ​ຊີນ​ໂຄວິດ-19ໄດ້​ສະ​ໜອ​ງວັກ​ຊີນຈຳ​ນວນ 260 ລ້ານ​ຫລອດ​ໃຫ້​ກັບ 141 ປະ​ເທດ ແລະ​ເຂດ​ແຄວ້ນ_fororder_微信图片_20210915144338

    ວັນ​ທີ 14 ກັນ​ຍາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ອົງ​ການ​ອະ​ນາ​ໄມ​ໂລກ ຫລື WHOໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ປະ​ຈຳ​ກ່ຽວ​ກັບ​ພະ​ຍາດ​ໂຄວິດ-19, ທ່ານ​ເຕ​ໂດ​ສ ອັດ​ຮາ​ໂນມ ເກ​ເບຼ​ເຢ​ຊຸ​ສ ຜູ້​ອຳ​ນວຍ​ການ​ໃຫຍ່ WHO ກ່າວ​ວ່າ: ແຜນ​ດຳ​ເນີນ​ງານ​​ວັກ​ຊີນ​ໂຄວິດ-19ໄດ້​ສະ​ໜອ​ງວັກ​ຊີນ​ຈຳ​ນວນ 260 ລ້ານ​ຫລອດ​ໃຫ້​ກັບ 141 ປະ​ເທດ ແລະ​ເຂດ​ແຄວ້ນ.

    ​ທ່ານ​ເຕ​ໂດ​ສ ອັດ​ຮາ​ໂນມ ເກ​ເບຼ​ເຢ​ຊຸ​ສ​ຮຽກ​ຮ້ອງ​ໃຫ້​ວິ​ສາ​ຫະ​ກິ​ດ​ຜະ​ລິດ​ວັກ​ຊີນ​ສະ​ໜອງວັກ​ຊີນ​ໃຫ້​ກັບ​ແຜນ​ດຳ​ເນີນ​ງານ​ວັກ​ຊີນ​ໂຄວິດ-19ກ່ອນ, ປະ​ເທດ​ທີ່​ອັດ​ຕາ​ສ່ວນ​ການ​ສັກ​ວັກ​ຊີນ​ອ່າວ​ສູງ​ຄວນມອບ​ວັກ​ຊີນ​ທີ່​ຜະ​ລິດ​ອອກ​ມາໃນ​ມໍ່ໆ​ນີ້ໃຫ້​ກັບແຜນ​ດຳ​ເນີນ​ງານ​ວັກ​ຊີນ​ໂຄວິດ-19 ເພື່ອ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ທີ່​ແບ່ງ​ປັນ​ວັກ​ຊີນ​ໃນ​ທັນ​ທີ, ນອກ​ນີ້, ຍັງ​ຄວນ​ຖ່າຍ​ທອດ​ເຕັກ​ນິກ ແລະ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ຂອງວັກ​ຊີນ.

    ທ່ານ​ເຕ​ໂດ​ສ ອັດ​ຮາ​ໂນມ ເກ​ເບຼ​ເຢ​ຊຸ​ສ​ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ຮັບ​ຮອງວັກ​ຊີນ​ທັງ​ໝົດ​ໃນບັນ​ຊີ​ລາຍ​ຊື່​ຂອງ​ວັກ​ຊີນ​​ພະ​ຍາດ​ໂຄວິດ-19​ທີ່​ສາ​ມາດ​ນຳ​ໃຊ້​ຢ່າງ​ສຸກ​ເສີນ​ທີ່​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ອົງ​ການ WHO

 

ຄຳ​ເຫັນ

0