刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງສົ່ງ​ເສີມ​ໃຫ້​ນັກ​ຮຽນ​ມັດ​ຖະ​ຍົມ​ຈົ່ງ​ພັດ​ທະ​ນາ​ຕົວ​ເອງ​ຢ່າງ​ຮອບ​ດ້ານ ເພື່ອ​ກາຍ​ເປັນ​ກຳ​ລັງຫຼັກ​ແຫຼ່ງ​ຂອງ​ປະ​ເທດ​ຊາດ

2021-09-15 17:02:00 cri

ທ່ານ​ສີ​ຈິ້ນ​ຜິງສົ່ງ​ເສີມ​ໃຫ້​ນັກ​ຮຽນ​ມັດ​ຖະ​ຍົມ​ຈົ່ງ​ພັດ​ທະ​ນາ​ຕົວ​ເອງ​ຢ່າງ​ຮອບ​ດ້ານ ເພື່ອ​ກາຍ​ເປັນ​ກຳ​ລັງຫຼັກ​ແຫຼ່ງ​ຂອງ​ປະ​ເທດ​ຊາດ_fororder_0915-1

ຕອນ​ເຊົ້າ​ວັນ​ທີ 14 ກັນ​ຍາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ທີ່​ພວມ​ສຳຫຼວດ​ກວດ​ກາ​ວຽກ​ງານ​ຢູ່​ເມືອງ​ອີ​ລິນ​ແຂວງ​ສ້ານ​ຊີ​ປະ​ເທດ​ຈີນ​ໄດ້​ໄປ​ເຖິງ​ໂຮງ​ຮຽນ​ມັດ​ຖະ​ຍົມ​ສື​ຢ້ຽນ​ສຸຍ​ເຕີ ໂດຍ​ໄດ້​ເບິ່ງ​ພວກ​ນັກ​ຮຽນ​ຝຶກ​ການ​ຂຽນ​ງາມ, ການຫຼິ້ນ​ກິ​ລາ ແລະ​ໂອ້​ລົມ​ກັບ​ພວກ​ນັກ​ຮຽນ​ຢ່າງ​ສະ​ໜິດ​ສະ​ໜົມ. ທ່ານ​ສີ​ຈິ້ນ​ຜິງ​ໄດ້ສົ່ງ​ເສີມ​ໃຫ້​ພວກ​ນັກ​ຮຽນ​ຈົ່ງ​ພັດ​ທະ​ນາ​ຕົວ​ເອງ​ຢ່າງ​ຮອບ​ດ້ານ ເພື່ອ​ກາຍເປັນ​ຜູ້​ສ້າງ​ສາ​ແລະ​ຜູ້ສືບ​ທອດ​ພາ​ລະ​ກິດສັງ​ຄົມ​ນິ​ຍົມ, ເປັນ​ຜູ້​​ທີ່ມີ​ປະ​ໂຫຍດ​ຕໍ່​ສັງ​ຄົມ ແລະ​ເປັນ​ກຳ​ລັງຫຼັກ​ແຫຼ່ງ​ຂອງ​ປະ​ເທດ​ຊາດ.

ທ່ານ​ສີ​ຈິ້ນ​ຜິງສົ່ງ​ເສີມ​ໃຫ້​ນັກ​ຮຽນ​ມັດ​ຖະ​ຍົມ​ຈົ່ງ​ພັດ​ທະ​ນາ​ຕົວ​ເອງ​ຢ່າງ​ຮອບ​ດ້ານ ເພື່ອ​ກາຍ​ເປັນ​ກຳ​ລັງຫຼັກ​ແຫຼ່ງ​ຂອງ​ປະ​ເທດ​ຊາດ_fororder_0915-2

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: “ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ປະ​ຊາ​ຊາດ​ຈີນ​ຕ້ອງ​ອາ​ໄສ​ຫຍັງ​? ຕ້ອງ​ອາ​ໄ​ສ​ປະ​ຊາ​ຊາດ​ຈີນ​ທີ່​ມີຄຸນ​ນະ​ພາບ​ທາງ​ດ້ານ​ຈິດ​ໃຈ​ທີ່​ມີ​ສີ​ວິ​ໄລ​ລະ​ດັບ​ສູງ, ພື້ນ​ຖານ​ກໍ​ຄື​ການ​ສຶກ​ສາ. ຄວນ​ໃຫ້​ໂຄງ​ປະ​ກອບ​ການ​ສຶກ​ສາ​ຂອງ​ພວກ​ເຮົາ​ສົມ​ເຫດ​ສົມ​ປົນ​ກວ່າ​ເກົ່າ, ສອດ​ຄ່ອງ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ການ​ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນ​ຮ້ອຍ​ປີ​ປະ​ການ​ທີ​ສອງ​ໃຫ້ຫຼາຍກວ່າ​ເກົ່າ. ຄວນ​ໃຫ້​ຄຸນ​ສົມ​ບັດ, ປັນ​ຍາ, ​ພະ​ລະ, ສິລະ​ປະ ແລະ​ການ​ອອກ​ແຮງ​ງານ​ພັດ​ທະ​ນາ​ພ້ອມ​ກັນ, ນີ້​ແມ່ນ​ຜົນ​ການ​ສະຫຼຸບ​ໃນ 70 ປີ​ທີ່​ຜ່ານ​ມາ ແລະ​ໄດ້​ມາ​ຈາກ​ປະ​ຫວັດ​ສາດ 5000 ປີ​ຂອງ​ປະ​ຊາ​ຊາດ​ຈີນ. ພວກ​ຫຼານ​ຄວນ​ພັດ​ທະ​ນາຕົນ​ເອງ​ໃຫ້​ເປັນ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ຢ່າງ​ຮອບ​ດ້ານ, ຂໍ​ແຕ່​ປະ​ຕິ​ບັດຕາມ​ເປົ້າ​ໝາຍ​ນີ້​ຢ່າງບໍ່​ຢຸດ​ຢັ້ງ, ໃນ​ທີ່​ສຸດທຸກ​ຄົນ​ກໍ​ຈະ​ສາ​ມາດ​ກາຍ​ເປັນ​ຜູ້​ທີ່​ມີ​ປະ​ໂຫຍດ​ຕໍ່​ສັງ​ຄົມ ແລະ​​ເປັນ​ກຳ​ລັງຫຼັກ​ແຫຼ່ງ​ຂອງ​ປະ​ເທດ​ຊາດ​​ໄດ້. ​ຂ້າພະ​ເຈົ້າ​ຂໍ​​ອວຍ​ພອນໃຫ້​ພວກຫຼານຈົ່ງ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ຝຶກ​ຝົນຫຼໍຫຼອມ​ຕົນ​ເອງ​ໃຫ້​ເປັນ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ໃນ​ອະ​ນາ​ຄົດ.”

ຄຳ​ເຫັນ

0