吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນະ​ຄອນ​ຫລວງ​ມາ​ນີ​ລາ​ປະ​ເທດ​ຟີ​ລິບ​ປິນ​ຈະ​ຈັດ​ຕັ້ງ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ກັກ​ບໍ​ລິ​ເວນ​ໃນ​ເຂດ​ຊຸມ​ຊົນ​ຕາມ​ລະ​ດັບ​ການ​ເຕືອນໄພ

2021-09-15 14:43:06 cri

    ວັນ​ທີ 14 ກັນ​ຍາ​ນີ້, ທ່ານ​ຮາ​​ຣີ ​ໂຣກ ໂຄ​ສົກ​​ທຳ​ນຽບ​ປະ​ທານ​າ​ທິ​ບໍ​ດີ​ຟີ​ລິບ​ປິນ​ໄດ້​ປະ​ກາດ​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ປະ​ຈຳ​ວ່າ: ນະ​ຄອນ​ຫລວງ​ມາ​ນີ​ລາ​ຈະ​ຈັດ​ຕັ້ງ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ໃໝ່​ທີ່ປິດ​ລ້ອມ​ເຂດ​ສ່ວນ​ໜຶ່ງ ແລະ​ກັກ​ບໍ​ລິ​ເວນ​ໃນ​ເຂດ​ຊຸມ​ຊົນ​​ທົ່ວ​ໄປທີ່​ມີ​ລະ​ດັບກາ​ນ​ເຕືອນ​ໄພ​ຂັ້ນທີ 4 ​ນັບ​ແຕ່​ວັນ​ທີ 16 ກັນ​ຍາ​ນີ້​ເປັນ​ຕົ້ນ​ໄປ.

    ຕອນ​ຄ່ຳ​ຂອງວັນ​ທີ 13 ກັນ​ຍາ​ນີ້, ລັດ​ຖະ​ບານ​ຟີ​ລິບ​ປິນ​ໄດ້​ປະ​ກາດ​ນະ​ໂຍ​ບາຍ​ກັກ​ບໍ​ລິ​ເວນ​ໃນ​ເຂດ​ຊຸມ​ຊົນ​ສະ​ບັບ​ໃໝ່. ນະ​ໂຍ​ບາຍ​ດັ່ງ​ກ່າວ​ໄດ້​ກຳ​ນົດ​ວ່າ: ​ນະ​ໂຍ​ບາ​ຍ​ກັກ​ບໍ​ລິ​ເວນ​ໃນ​ເຂດ​ຊຸມ​ຊົນ​​ວົງ​ກວ້າງ 4 ລະ​ດັບ​ທີ່ຟີ​ລິບ​ປິນ​ພວມ​ປ​ະ​ຕິ​ບັດໃນ​ປັດ​ຈຸ​ບັນ​ນັ້ນ​ບໍ່​ເໝາະ​ກັບ​ສະ​ພາບ​ການ​ຂອງ​ນະ​ຄອນ​ຫລວງ​ອີກ, ສະ​ນັ້ນ, ນະ​ຄອນ​ຫລວງ​ຈະ​ທົດ​ລອງ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ກັກ​ບໍ​ລິ​ເວນ​ໃນ​ເຂດ​ຊຸມ​ຊົນ​ຕາມ​ລະ​ດັບ​ການ​ເຕືອນ​ໄພ 5 ລະ​ດັບ. ​ເຊິ່ງຈະ​​ກຳ​ນົດ​ຂັ້ນ​ໂດຍອີງ​ຕາມ​ຈຳ​ນວນ​ກໍ​ລະ​ນີ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ແລະ​ຈຳ​ນວນ​ຄົນ​ເຈັບ​​ທີ່ນອນ​ໂຮງ​ໝໍ, ໃນ​ນັ້ນ, ​ລະ​ດັບ​ທີ 1 ແມ່ນ​ລະ​ດັບ​ຕ່ຳ​ສຸດ, ລະ​ດັບ​ທີ 5 ແມ່ນ​ລະ​ດັບ​ສູງ​ສຸດ.  ​ເວ​ລາ​ປະ​ຕິ​ບັດລະ​ດັບ​ການ​ເຕືອນ​​ໄພ​ຈາກ​ລະ​ດັບ​ທີ 1 ຫາ​ລະ​ດັບ​ທີ 4, ຈະ​​ປິດ​ລ້ອມ​ເຂດ​ສ່ວນ​ໜຶ່ງ​ບວກ​ກັບ​ກັກ​ບໍ​ລິ​ເວນ​ໃນ​ເຂດ​ຊຸມ​ຊົນ​ທົ່ວ​ໄປ. ​ເມື່ອ​ຂຶ້ນ​ເປັນ​ລະ​ດັບ​ທີ 5​ແລ້ວ, ຈະ​​ປະ​ຕິ​ບັດ​ຕາມ​ນະ​ໂຍ​ບາຍກັກບໍ​ລິ​ເວນ​ໃນ​ເຂດ​ຊຸມ​ຊົນ​ທີ່​ເຂັ້ມ​ງວດ​ທີ່​ສຸດ. ລະ​ດັບ​ການ​ເຕືອນ​ໄພ​ດັ່ງ​ກ່​ວາ​ແມ່ນ​ປະ​ກາດ​ໂດ​ຍ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຟີ​ລິບ​ປິນ, ໂດຍ​ຈະ​ປະ​ເມີນ​​ອາ​ທິດ​ລະ​ເທື່ອ.

 

ຄຳ​ເຫັນ

0