吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດຖະມົນຕີ​​ເສດຖະກິດ​ການ​ຄ້າ​ອາ​ຊຽນຍິນ​ດີ​ຕ້ອນຮັບ​ຮົງ​ກົງ​ທີ່​ຫວັງ​ຢາກ​​ເຂົ້າ​ຮ່ວມ RCEP

2021-09-15 11:38:10 CRI

    ວັນ​ທີ 14 ກັນຍາ​ນີ້, ທ່ານ​ຊິວ​ເທີ​ງຮວາ ຫົວໜ້າ​​ພະ​ແນກການ​ຄ້າ ​ແລະ ການ​ພັດທະນາ​ເສດຖະກິດ​ອົງການ​ປົກຄອງ​ເຂດ​ພິ​ເສດ​ຮົງ​ກົງ​ຈີນ ​ແລະ ທ່ານ​​ມົດ ອາ​ມິນ ​ລິວ ລັດຖະມົນຕີ​ທຳນຽບນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ກະ​ຊວງການ​ເງິນ ​ແລະ ​ເສ​ດຖະກິດ​ບຼູ​ໄນໄດ້​ຮ່ວມ​ກັນ​ເປັນ​ປະ​ທານ​ຈັດກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ​ການຄ້າ​ຮົງ​ກົງ-​ອາ​ຊຽນຄັ້ງ​ທີ 5 ດ້ວຍ​ຮູບ​ແບບ​ວິ​ດີ​ໂອ.

 

     ຫຼັງ​ຈາກ​ກອງ​ປະຊຸມ​ສິ້ນ​ສຸດ​ລົງ, ລັດຖະມົນຕີ​ເສດຖະກິດ​ການ​ຄ້າ​​ຂອງ​ບັນ​ດາ​ປະ​ເທດ​ໃນອາ​ຊຽນທີ່​ໄດ້​ຮ່ວມ​ປະຊຸມ​ໄດ້​ອອກຖະ​ແຫຼງການ​ຮ່ວມ​​ໂດຍ​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ຮົງ​ກົງ​ທີ່​ສະ​ແດງ​ຄວາມ​ຫວັງ​ຢາກ​ເຂົ້າ​ຮ່ວມ​ສັນຍາ​ການ​ພົວພັນ​ໝູ່​ຄູ່​ເສດຖະກິດ​ຮອບດ້ານ​ພາກ​ພື້ນ ຫຼື RCEP.  ​ພວກ​ທ່ານ​ເຫັນ​ວ່າ, ​ໃນ​15 ກຸ່ມເສດຖະກິດ​ທີ່​ໄດ້​ລົງ​ນາມໃນ RCEP ​ແລ້ວ​ມີ 13 ກຸ່ມ​ຕ່າງ​​ກໍ່ໄດ້​​ເຊັນ​ສັນຍາ​ການ​ຄ້າ​ເສລີ​ກັບ​ຮົງ​ກົງ​ແລ້ວ, ​ເງື່ອນ​ໄຂ​ທີ່​ເອື້ອ​ອຳ​ນວຍຂອງ​ຮົງ​ກົງ​ຈະ​ສ້າງ​ຜົນ​ປະ​ໂຫຍ​ດຫຼາຍ​ກວ່າ​ເກົ່າ​ໃຫ້​ແກ່ RCEP.

 

ຄຳ​ເຫັນ

0