吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ພາບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ຢູ່ຫລາຍ​ແຂວງ​ຂອງ​ມຽນ​​ມາ​ສືບ​ຕໍ່​ຜ່ອນ​ຄາຍ​ລົງ

2021-09-15 14:42:32 cri

    ກະ​ຊວງ​ສາ​ທາ​ລະ​ນະ​ສຸກມ​ຽນ​ມາ​ໄດ້​​ແຈ້ງຂ່າວ​ໃນ​ຕອນ​ແລງວັນ​ທີ 14 ກັນ​ຍາ​ນີ້​ວ່າ, ໃນ​ຕົວ​ຢ່າງ 24822​ ອັນທີ່​ໄດ້​ກວດແລ້ວໃນ​ມື້​ດຽວ​ກັນ, ໄດ້​ກວດ​ພົບ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 2421 ກໍ​ລະ​ນີ, ອັນ​ຕາການ​ເປັນ​ພະ​ຍາດ​ແມ່ນ 9,7%,  ​ຜູ້ເປັນ​ພະ​ຍາດ​ໂຄວິດ-19ທັງ​ໝົດມີ 436.527 ກໍ​ລະ​ນີ, ຜູ້​ເສຍ​ຊີ​ວິດ​ເພີ່ມ​ຂຶ້ນ 76 ຄົນ, ອັນ​ຕາການ​ເສຍ​ຊີ​ວິດ​ມີ​ເຖິງ 3,1%,  ຜູ້​ເສຍ​ຊີ​ວິດ​ທັງ​ໝົດ​ມີ 16.693 ຄົນ.

    ອີງ​ຕາມ​ການ​ສະ​ຖິ​ຕິ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ໃນ​​ລັດ-ແຂວງ​ຕ່າງໆທີ່​ປະ​ກາດ​ໂດຍ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ມຽນ​ມາ​ນັບ​ແຕ່​ຕົ້ນ​ເດືອນ​ກັນ​ຍາ​ເປັນ​ຕົ້ນ​ມາ, ​ໃນ 3 ລັດ-ແຂວງ​ທີ່​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ຮອບ​ທີ 3ກ່ອນ​ໝູ່ , ເຊັ່ນ: ລັດ​ຍະ​ໄຂ່, ລັດ​ຊີນ ແລະ​ແຂວງ​ຢາງ​ກຸງ, ​ກໍ​ລະ​ນີ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19ທີ່ເພີ່ມ​ໃໝ່​ ແລະ​ຜູ້​ເສຍ​ຊີ​ວິດພາ​ຍ​ໃນ​ມື້​ດຽວ​ແມ່ນ​ໃນ​ລະ​ດັບ​ອ່າວ​ຕ່ຳ​ໃນ​ບັນ​ດາ​ລັດ-​ແຂວງ, ແຕ່​ສະ​ພາບ​ການ​ໃນ​ລັດ​ຊັນ, ແຂວງ​ແມກວີ ແລະ​ແຂວງ​ບາ​ໂກ​ຍັງ​ໜັກ​ໜ່ວງ​ຢູ່​ເມື່ອ​ທຽບ​ກັບ​ແຂວງ​ອື່ນ. ກະ​ຊວງ​ສາ​ທາ​ລະ​ນະ​ສຸກມ​ຽນ​ມາ​ກຳ​ລັງ​ເພີ່​ມ​ທະ​ວີ​ການ​ສະ​ໜອງວັກ​ຊີນ ແລະ​ອຸ​ປະ​ກອນ​ການ​ແພດ​ໃຫ້​ກັບ​ແຂວງ ແລະ​ລັດ​ທີ່​ມີ​ສະ​ພາບ​ການ​ໜັກ​ໜ່ວງ.

ຄຳ​ເຫັນ

0