郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

WHO:ຈຳ​ນວນ​ຄົນ​ເປັນ​ພະ​ຍາດ​ໂຄວິດ-19​ທີ່​ເພີ່ມ​ໃໝ່ໃນ​ທົ່ວ​ໂລກ​ໃນ​ອາ​ທິດ​ໜຶ່ງ​ຜ່ານ​ມາ​ໄດ້​ຫຼຸດ​ໜ້ອຍ​ລົງ​ຢ່າງ​ຫຼວງ​ຫຼາຍ

2021-09-15 17:05:18 CRI

ວັນ​ທີ14ກັນ​ຍານີ້, ອົງ​ການ​ອະ​ນາ​ໄມ​ໂລກ​ຫຼື WHO​ໄດ້​ປະ​ກາດ​ບົດ​ລາຍ​ງານປະ​ຈຳ​ອາ​ທິດກ່ຽວ​ກັບ​ສະ​ພາບ​ພະ​ຍາດ​ໂຄວິດ-19 ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ອາ​ທິດ​ຜ່ານ​ມາ ໃນ​ທົ່ວ​ໂລກ​ມີ​ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19ເພີ່ມ​ຂຶ້ນ​ເກືອບ4ລ້ານ​ກໍ​ລະ​ນີ ເຊິ່ງ​ຫຼຸດ​ລົງ​ໜ້ອຍກວ່າ​ອາ​ທິດ​ກ່ອນ13%,ແມ່ນ​​ເທື່ອ​ທຳ​ອິດ​ທີ່​ຈຳ​ນວນ​ຄົນ​ເປັນ​ພະ​ຍາດ​ໂຄວິດ-19 ໃນໜຶ່ງ​ອາ​ທິດ​ໃນ​ທົ່ວ​ໂລກ​ຫຼຸດ​ໜ້ອຍລົງ​ຢ່າງ​ຫຼວງ​ຫຼາຍ​ນັບ​ແຕ່​​ສອງ​ເດືອນປາຍ​ມານີ້,ບໍ່​ວ່າ​ແຫ່ງ​ຫົນ​ໃດ ຈຳ​ນວນ​ຄົນ​ເປັນ​ພະ​ຍາດ​ໂຄວິດ-19​ທີ່ເພີ່ມ​ໃໝ່​ລ້ວນ​ແຕ່​ໄດ້​ຫຼຸດ​ໜ້ອ​ຍ​ລົງ.ຈຳ​ນວນ​ຄົນ​ເສຍ​ຊີ​ວິດ​ທີ່​ເພີ່ມ​ໃໝ່​ຫຼາຍກວ່າ62.000ຄົນ,ແຕ່​ກໍ່​ໄດ້​ຫຼຸດ​ໜ້ອຍ​ລົງ​ແລ້ວ,ໃນ​ນັ້ນ ຈຳ​ນວນ​ຄົນ​ເສຍ​ຊີ​ວິດ​ທີ່​ເພີ່ມ​ໃໝ່ໃນພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ແມ່ນ​ຫຼຸດ​ໜ້ອຍ​ລົງ​ຫຼາຍກວ່າ​ພາກ​ພື້ນ​ອື່ນໆ.

ໃນ​ອາ​ທິດ​ຜ່ານ​ມາ ປະ​ເທດ​ທີ່ມີ​ຈຳ​ນວນ​​ຄົນ​ເປັນ​ພະ​ຍາດ​ໂຄວິດ-19​ເພີ່ມ​ຂຶ້ນ​ຫຼາຍກວ່າ​ໝູ່​ໃນ​ໂລກ​ແມ່ນ ອາ​ເມ​ຣິ​ກາ,ອັງ​ກິດ,ອິນ​ເດຍ,ອີ​ຣານ​ແລະ​ຕວກ​ກີ​,​ປັດ​ຈຸ​ບັນ​ນີ້ ​ຢູ່180ປະ​ເທດ​ແລະ​ເຂດ​ແຄວ້ນ​ໄດ້​ປາ​ກົດ​ມີ​ຜູ້​ຕິດ​ເຊື້ອໂຄວິດ-19ກາຍ​ພັນ​ເດວ​ຕາ​ແລ້ວ.

WHO:ຈຳ​ນວນ​ຄົນ​ເປັນ​ພະ​ຍາດ​ໂຄວິດ-19​ທີ່​ເພີ່ມ​ໃໝ່ໃນ​ທົ່ວ​ໂລກ​ໃນ​ອາ​ທິດ​ໜຶ່ງ​ຜ່ານ​ມາ​ໄດ້​ຫຼຸດ​ໜ້ອຍ​ລົງ​ຢ່າງ​ຫຼວງ​ຫຼາຍ_fororder_126372908

WHO:ຈຳ​ນວນ​ຄົນ​ເປັນ​ພະ​ຍາດ​ໂຄວິດ-19​ທີ່​ເພີ່ມ​ໃໝ່ໃນ​ທົ່ວ​ໂລກ​ໃນ​ອາ​ທິດ​ໜຶ່ງ​ຜ່ານ​ມາ​ໄດ້​ຫຼຸດ​ໜ້ອຍ​ລົງ​ຢ່າງ​ຫຼວງ​ຫຼາຍ_fororder_1062927400

 

ຄຳ​ເຫັນ

0