吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຈົ່ງ​ນານ​ສ່ານ​ເຄີຍ​ເຂົ້າ​ຮ່ວມ​ງານ​ກິ​ລາແຫ່ງ​ຊາດ​ຈີນ​ຫວາ? ແມ່ນ​ແລ້ວ! ຍັງ​ເຄີຍ​ສ້າງ​ສະ​ຖິ​ຕິ​ໃໝ່!

2021-09-15 17:31:27 cri

  ທ່ານ​ຈົ່ງ​ນານ​ສ່ານ​ເຄີຍ​ເຂົ້າ​ຮ່ວມ​ງານ​ກິ​ລາແຫ່ງ​ຊາດ​ຈີນ​ຫວາ? ແມ່ນ​ແລ້ວ! ຍັງ​ເຄີຍ​ສ້າງ​ສະ​ຖິ​ຕິ​ໃໝ່!_fororder_11

ວັນ​ທີ 13 ກັນ​ຍາ 1959, ນັກ​ກິ​ລາ​ໄດ້​ເດີນ​ເຂົ້າ​ສະ​ໜາມ​ໃນ​ພິ​ທີ​ໄຂ​ງານ​ກິ​ລາ​ແຫ່ງ​ຊາດ​ຈີນ​ຄັ້ງ​ທຳ​ອິດ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫລວງ​ປັກ​ກິ່ງ

 

    ຕອນ​ຄ່ຳ​ວັນ​ທີ 15 ກັນ​ຍາ​ນີ້, ງານ​​ມະ​ຫະ​ກຳກິ​ລາ​ແຫ່ງ​ຊາດ​ທີ່​ຈັດ​ຂຶ້ນ 4 ປີ​ເທື່ອ​ໜຶ່ງ​ຈະ​ໄຂ​ຂຶ້ນ​ຢູ່ນ​ະ​ຄອນ​ສີ່​ອ່ານ ເຊິ່ງ​ເປັນ​ເມືອງ​ບູ​ຮານ​ຂອງ​ຈີນ, ປີ​ນີ້​ແມ່ນ​ງານ​ກິ​ລາ​ຄັ້ງ​ທີ 14.
    62 ປີ​ກ່ອນ, ມີ​ຄົນ​ຜູ້​ໜຶ່ງ​ໄດ້​ທຳ​ລາຍ​ສະ​ຖິ​ຕິ​​ໃນ​ການລາຍ​ການ​ແລ່ນ​ຂ້າມ​ຮົ້ວ 400 ແມັດ​ໃນ​ງານ​ກິ​ລາ​ແຫ່ງ​ຊາດ​ຈີນ​ຄັ້ງ​ທຳ​ອິດ. ປັດ​ຈຸ​ບັນ, ນັກ​ກິ​ລາ​ເກັ່ງ​ຜູ້​ນີ້​ໄດ້​ກາຍ​ເປັນ​ຜູ້​ຊ່ຽວ​ຊານ​​ພະ​ແນກ​ພາຍ​ໃນດ້ານ​ລະ​ບົບ​ຫາຍ​ໃຈ​ຂອງ​ຈີນ, ​ທັງ​ເປັນ​ບັນ​ດິດຂອງ​​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ຈີນ ພ້ອມ​ທັງ​​ເປັນຜູ້​ນຳ​ໜ້າ​ຕໍ່​ຕ້ານພະ​ຍາດ SARS ແລະ ພະ​ຍາດ​ໂຄວິດ-19 ຂອງ​ຈີນ. ​ເພິ່ນຜູ້​ນີ້​ກໍ່​ແມ່ນ​ທ່ານ​ຈົ່ງ​ນານ​ສ່ານ.
    ປີ 1955, ທ່ານ​ຈົ່ງ​ນານ​ສ່ານ​​ໄດ້ສອບ​ເຂົ້າ​ວິ​ທະ​ຍ​າ​ໄລ​ການ​ແພດ​ປັກ​ກິ່ງ, ກໍ່​ຄື​ວິ​ທະ​ຍາ​​ໄລແພດ​ສາດ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ​ໃນ​ປັດ​ຈຸ​ບັນ. ຍ້ອນຄະ​ແນນ​ດີ​ເດັ່ນໃນ​ດ້ານ​ກິ​ລາ, ທ່ານ​ຈົ່ງ​ນານ​ສ່ານ​ຖືກ​ ສົ່ງ​ໄປ​​ທີມ​ເຝິກ​ກິ​ລາ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ປີ 1958 ເພື່ອ​ກະ​ກຽມ​ງານ​ກິ​ລາ​ແຫ່ງ​ຊາດຈີນ​ຄັ້ງ​ທຳ​ອິດ. ຫຼັງ​ຈາກ​ນັ້ນ 1 ປີ, ໃນ​ການ​ແຂ່ງ​ຂັນ​ແລ່​ນ​ຂ້າມ​ຮົ້ວ 400 ແມັດ​ເພ​ດ​ຊາຍຮອບ​ຄັດ​ເລືອກ​ຂອງ​ງານ​ກິ​ລາ​ແຫ່ງ​ຊາດ​ຈີນ​ຄັ້ງ​ທຳ​ອິດ, ທ່ານ​ຈົ່ງ​ນານ​ສ່ານ​ເຖິງ​ຈະ​ບໍ່​ແມ່ນ​ນັກ​ກິ​ລາ​​ມີອາ​ຊີບ, ພັດ​ສ້າງ​​ໄດ້​ທຳ​ລາຍ​ສະ​ຖິ​ຕິ​ລະ​ດັບ​ຊາດ​ໃນ​ລາຍ​ການແລ່ນ​ຂ້າມ​ຮົ້ວ 400 ແມັດ​ດ້ວຍ​ຄະ​ແນນ 54 ວິ​ນາ​ທີ 2 ລິບ​ດາ. ຈົນ​ຮອດ​ປັດ​ຈຸ​ບັນ, ຢູ່​ວິ​ທະ​ຍາ​ໄລ​ແພດ​ສາດ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ​ຍັງ​ມີ​ສະ​ຖິ​ຕິ​ດ້ານ​ກິ​ລາ​ຫຼາຍ​ລາຍ​ການ​ທີ່​ທ່ານ​ຈົ່ງ​ນານ​ສ່ານ​ສ້າງ​ຂຶ້ນ​ນັ້ນ ​ຍັງ​ບໍ່​​ທັນໄດ້​ຖືກ​ທຳ​ລາຍ​ເທື່ອ.

ທ່ານ​ຈົ່ງ​ນານ​ສ່ານ​ເຄີຍ​ເຂົ້າ​ຮ່ວມ​ງານ​ກິ​ລາແຫ່ງ​ຊາດ​ຈີນ​ຫວາ? ແມ່ນ​ແລ້ວ! ຍັງ​ເຄີຍ​ສ້າງ​ສະ​ຖິ​ຕິ​ໃໝ່!_fororder_22

ທ່ານ​ຈົ່ງ​ນານ​ຊ່ານ​ໄດ້​ທຳ​ລາຍ​ສະ​ຖິ​ຕິ​ແລ່ນຂ້າມ​ຮົ້ວ 400 ແມັດ​ທົ່ວ​ປະ​ເທດຈີນ


    “ຄວາມ​ໄວ​ສູງ​ສຸດ​​ໃນການ​ແລ່ນ 100 ແມ່ນ​ຂອງ​ຂ້າ​ພະ​ເຈົ້າແມ່ນ 11 ວິ​ນາ​ທີ 2 ລິບ​ດາ, ໃນ​ປີ 1959.” ທ່ານ​ຈົ່ງ​ນານ​ສ່ານບອກ​ໃຫ້​ຮູ້​ວ່າ, ນ້ຳ​ໜັກ​ໃຫຍ່​ທີ່​ສຸດ​ທີ່​ເພິ່ນ​ເຄີຍ​​ຍົກ​ຂຶ້ນ​ມາ​ແມ່ນ 100 ​ກິ​ໂລ, ສ່​ວນ​ນ້ຳ​ໜັກ​ການນອນ​ຍົກ​​ແມ່ນ 70 ກິ​ໂລ. “ບໍ່​ເຄີຍ​​ທົດ​ລອງວ່າ​ນ້ຳ​ໜັກ​ທີ່​ສາ​ມາດ​ຍົກ​ຂຶ້ນ​ໄດ້​ນັ້ນ​ສູງ​ສຸດ​ມີ​ເທົ່າ​ໃດ ເພາະໃນ​ເວ​ລາ​ນັ້ນ ​ການ​ເຝິກ​ຍົກ​ນ້ຳ​ໜັກຕົ້ນ​ຕໍ​ກໍ່​ເພື່ອ​ເພີ່ມ​ກຳ​ລັງ​ແຮງ​ເພື່ອ​ເຂົ້າ​ຮ່ວມ​ກິ​ລາ​ປະ​ເພດ​ແລ່ນ ແລະ ລານ.” 

    ພາຍ​ຫລັງ​ງານ​ກິ​ລາ​ແຫ່ງ​ຊາດ​ສິ້ນ​ສຸດ​ລົງ, ​ທ່ານ​ຈົ່ງ​ນານ​ສ່ານ​ໄດ້​ມີໂອ​ກາດກາຍ​ເປັນ​ນັກ​ກິ​ລາ​ມື​ອາ​ຊີບ, ແຕ່​ຫລັງ​ຈາກ​ການ​ພິ​ຈາ​ລະ​ນາ​ເທື່ອ​ແລ້ວ​ເທື່ອ​ອີກ, ເພິ່ນ​ໄດ້​ເລືອກ​ກັບ​ຄືນ​ສູ່​ຂົງ​ເຂດ​ການ​ແພດ, ທ່ານ​ເວົ້າ​ວ່າ: ​ຂ້າ​ພ​ະ​ເຈົ້າຮູ້​ສຶກວ່າ​ຫຸ່ນ​ຕົນ​ເອງ​ບໍ່​ດີ​ພໍ, ສຸ​ຂະ​ພາບ​ກໍ​ບໍ່​ປານ​ໃດ, ຢ່າງ​ເກັ່ງ​ກໍ​ຮອດ​ແຕ່​ລະ​ດັບ​ອາ​ຊີ​ເທົ່າ​ນັ້ນ, ຍັງ​ບໍ່​ທັນ​ຮອດ​ລະ​ດັບ​ໂລກ, ເປັນ​ນັກ​ກິ​ລາ​ມື​ອາ​ຊີບ​ຈະ​ບໍ່​ມີ​ອະ​ນາ​ຄົດ​. ເຖິງ​ວ່າ​ບໍ່​ໄດ້​ເປັນ​ນັກ​ກິ​ລາ​ມື​ອາ​ຊີບ, ແຕ່​ການ​ຫລິ້ນ​ກິ​ລາ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍດ ແລະ​ການ​ປ່ຽນ​ແປງ​ໃຫ້​ກັບ​ທ່ານ​ຈົ່ງ​ນານ​​​ສ່ານ ແລະ​ໄດ້​ຢູ່​ກັບ​ເພິ່ນຕະ​ຫລອດ​ຊີ​ວິດ.

    ທ່ານ​ກ່າ​ວວ່າ:  ເພື່ອນ​ຮ່ວມ​ຮຽນ​ຂອງ​ຂ້ອຍ​ມີ​ຫລາຍ​ຄົນ​ຍັງ​ບໍ່​ຮອດ​ອາ​ຍຸ​ສ່ຳ​​ຂ້າ​ພ​ະ​ເຈົ້າ​ໃນ​ປັດ​ຈຸ​ບັນ, ຈົນ​ເຖິງ 10 ປີ​ກ່ອນ, ສຸ​ຂະ​ພາບ​ກໍ​ອ່ອນ​ເພຍ​ແລ້ວ. ເຂົາ​ເຈົ້າ​ບໍ່​ຄື​​ຂ້າ​ພະ​ເຈົ້າ, ຖື​ເອົາ​ການ​ອອກ​ກຳ​ລັງ​ກາຍ​ເປັນ​ສ່ວນ​ໜຶ່ງ​ຂອງ​ຊີ​ວິດ​, ເໝືອນ​ດັ່ງ​ການ​ກິນ​ເຂົ້າ ແລະ​ການນອນ. ​ການ​ທີ່ຍຶ​ດ​ໝັ້ນ​ການ​ອອກ​ກຳ​ລັງ​ກາຍ​ເປັນ​ເວ​ລາ​ຫລາຍ​ສິບ​ປີເຮັດ​ໃຫ້​ທ່ານ​ຈົ່ງ​ນານ​ສ່ານ​​ມີ​ໜ້າ​ຕາ​ຕ່ຳ​ກວ່າ​ອາ​ຍຸ​​ຕົວ​ຈິງຫລາຍ, ກໍ​ບໍ່​ໄດ້​ມີ​ບັນ​ຫາ​ທີ່​ຜູ້​ອາ​ຍຸ​ສູງ​ມັກ​ຈະ​ເປັນ, ເຊັ່ນ: ການ​ເບິ່ງ​ການ​ຟັງ​ມີ​ບັນ​ຫາ, ຄວາມ​ພິບ​ໄຫວ​ຊັກ​ຊ້າ​ລົງ, ຄວາມ​ຊົງ​ຈຳ​ເສື່ອມ, ເຈັບ​ແອວ​ເຈັບ​ຂາ ແລະ​ອື່ນ​ໆ. ຫຸ່ນ​ຂອງ​ເພິ່ນ​ຍັງ​ມີ​ກ້າມ​ອີກ ເຊິ່ງເຮັດ​ໃຫ້​ຜູ້​ໜຸ່ມ​ທັງ​ຫລາຍ​ກໍ​ຍອມ​ແພ້.

ທ່ານ​ຈົ່ງ​ນານ​ສ່ານ​ເຄີຍ​ເຂົ້າ​ຮ່ວມ​ງານ​ກິ​ລາແຫ່ງ​ຊາດ​ຈີນ​ຫວາ? ແມ່ນ​ແລ້ວ! ຍັງ​ເຄີຍ​ສ້າງ​ສະ​ຖິ​ຕິ​ໃໝ່!_fororder_33

ທ່ານ​ຈົ່ງ​ນານ​ສ່ານ ຜູ້​​ໄດ້​ມີອາ​ຍຸ 80 ກວ່າ​ປີ​ຍັງ​​ຍຶດ​ໝັ້ນ​ອອກ​ກຳ​ລັງ​ກາຍ

 

    ການ​ກິ​ລາ​ເຂັ້​ມ​ແຂງ, ປະ​ເທດ​ກໍ​ເຂັ້ມ​ແຂງ​ໄປ​ນຳ. ປະ​ເທດ​ມີ​ຄວາມ​ຈະ​ເລີນ, ການ​ກິ​ລາ​ກໍ​ມີ​ຄວາ​ມ​ຈະ​ເລີນ​ໄປ​ພ້ອມ. ງານ​ກິ​ລາ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 14 ໃກ້​ຈະ​ໄຂ​ຂຶ້ນ. ຈາກ​ການ​​ເປັນ​ສະ​ໜາມ​ຝຶກ​ຊ້ອມ​ຂອງງານ​ກິ​ລາ​ໂອ​ລິມ​ປິກ​ເຖິງ​ງານ​ກິ​ລາ​ແຫ່ງ​ຊາດ​ທີ່ທົ່ວ​ປວງ​ຊົນ​ມີ​ສ່ວນ​ຮ່ວມ, ງານ​ກິ​ລາ​ແຫ່ງ​ຊາດ​ຈີນ​ໃນ​ປັດ​ຈຸ​ບັນ, ບໍ່​ພຽງ​ແຕ່​ເປັນ​ເວ​ທີ​ຂອງ​ຜູ້​ດີ​ເດັ່ນ​ດ້ານ​ການ​ກິ​ລາ​ເທົ່າ​ນັ້ນ, ຍັງ​ເປັນ​ງານ​ມະ​ໂຫລານ​​ດ້ານ​ກິ​ລາ​ຂອງ​ປະ​ຊາ​ຊົນ. ຫລາຍ​ປີ​ມໍ່ໆ​ມາ​ນີ້, ແນວ​ຄິດ​ທີ່​ປະ​ຊ​າ​ຊົນ​ທົ່ວ​ປະ​ເທດ​ຮ່ວມ​ກັນ​ອອກ​ກຳ​ລັງ​ກາຍ​ໄດ້​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງມວນ​ຊົນ​ຢ່າງ​ເລິກ​ເຊິ່ງ. ທ່ານ​ສາ​ມາດ​ເຫັນ​ໄດ້​ວ່າ: ມີ​ມວນ​ຊົນ​ນັບ​ມື້​ນັບ​ຫລາຍ​ຂຶ້ນ​ໄດ້​ແບ່ງ​ປັນ​ຮູບ​ພາບ​ອອກ​ກຳ​ລັງ​ກາ​ຍ​ຜ່ານ​ທາງວິ​ແຊັດ ແລະ​ສື່​ສັງ​ຄົມ​ອອນ​ລາຍ​​ອື່ນໆ, ແລ່ນ 3-4 ກິ​ໂລ​ແມັດ​ໃນ​ແຕ່​ລະ​ມື້​ໄດ້​ກາຍ​ເປັນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ຄົ​ຫລວງ​ຫລາຍ. ສາ​ມາດ​ເວົ້າ​ໄດ້​ວ່າ​: ບໍ່​ອອກ​ກຳ​ລັງ​ກາຍ, ຊີ​ວິດ​ການ​ເປັນ​ຢູ່​​ກໍຂາດ​ລົດ​ຊາດ, ມັກ​ອອກ​ກຳ​ລັງ​ກາຍ, ຮັກ​ຫອມ​ຊີ​ວິດ​ການ​ເປັນ​ຢູ່.

ທ່ານ​ຈົ່ງ​ນານ​ສ່ານ​ເຄີຍ​ເຂົ້າ​ຮ່ວມ​ງານ​ກິ​ລາແຫ່ງ​ຊາດ​ຈີນ​ຫວາ? ແມ່ນ​ແລ້ວ! ຍັງ​ເຄີຍ​ສ້າງ​ສະ​ຖິ​ຕິ​ໃໝ່!_fororder_44

ປະ​ຊາ​ຊົນ​ໄດ້​ອອກ​ກຳ​ລັງ​ກາຍ​ໃນ​ຕອນ​ເຊົ້າ

ຄຳ​ເຫັນ

0