郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຊຸດທີ76ໄຂຂຶ້ນ

2021-09-15 17:11:58 cri

ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຊຸດທີ76ໄຂຂຶ້ນ_fororder_398165027

ວັນ​ທີ14ກັນ​ຍານີ້, ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຊຸດທີ75ໄດ້ອັດ​ລົງ, ​ຊຸດທີ76ໄດ້ໄຂຂຶ້ນ. ທ່ານອັນ​ໂດ​ນີ​ໂອ ກູ​ເຕີ​ເ​ຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ທ່ານ​ອັບ​ດູ​ລາ ຊາ​ຮິດ ປະ​ທານສະ​ມັດ​ຊາ​​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຊຸດ​ໃໝ່​ແລະ​​ທ່ານ​ອື່ນໆ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນພິ​ທີ​ເປີດ​ກອງ​ປະ​ຊຸມ.

ໃນ​ພິ​ທີ​ອັດ​ກອງ​ປະ​ຊຸມຂອງສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​​​ປະ​ຊາ​ຊາດ​​ຊຸດ​ທີ75ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ ທ່ານ​ກູ​ເຕີ​ເຣັ​ສ​ກ່າວ​ວ່າ: ຍ້ອນ​ສະ​ພາບ​ພະ​ຍາດ​ໂຄວິດ-19,ປີ​ກາຍ​ແມ່ນ​ປີ​ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍກວ່າ​ໝູ່​ນັບ​ແຕ່​ສົງ​ຄາມ​ໂລ​ກ​ຄັ້ງ​ທີ​ສອງ​ເປັນ​ຕົ້ນ​ມາ, ພາຍ​ໃຕ້​ການ​ນຳ​ພາ​ຂອງ​ທ່ານ​ໂວ​​ຄານ ໂບ​ສ​ເຄີ ປ​ະ​ທານສະ​ມັດ​ຊາໃຫຍ່​ຄົນ​ເກົ່າ, ສະ​ມັດ​ຊາໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃ​ນ​ການ​ສ້າງ​ສາ​ຄືນ​ໃໝ່​ແບບ​ຍືນ​ຍົງ,ບູ​ລະ​ນະ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ໃຫ້​​ສົມ​ບູນ​ຂຶ້ນ,ສືບ​ຕໍ່​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ຄວາມ​ໝັ້ນ​ຄົງ​ແລະ​ຄວາມ​ສະ​ເໝີ​ພາບ​​ລະ​ຫວ່າງ​ຍິງ​ຊາຍ​ພາຍ​ໃນ​ທົ່ວ​ໂລກ ແລະ​ອື່ນໆ,ທ່ານ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ເລື່ອງນີ້.

ຕໍ່​ມາ,ທ່ານ​ໂບ​ສ​ເຄີ​ໄດ້​ສົ່ງ​ຕໍ່​ໄມ້​ຄ້ອນ​ໃຫ້​ທ່ານ​ຊາ​ຮິດ,ແລ້ວ​ທ່ານ​ຊາ​ຮິດ​ປະ​ກາດ​ການ​ເປີດ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຊຸດ​ທີ76. ທ່ານ​ຊາ​ຮິດ​ກ່າວ​ວ່າ: ປະ​ຊາ​ຄົມ​ໂລກ​ໄດ້​ຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ, ​ສະ​ມັດ​ຊາ​​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຕ້ອງ​ຫາບ​ແບກ​ໜ້າ​ທີ່​ຮັບ​ຜິດ​ຊອບ. ການ​ຫຼຸດ​ພົ້ນ​ອອກ​ຈາກ​ສະ​ພາບ​ພະ​ຍາດ​ໂຄວິດ -19 ​ແມ່ນ​ວຽກ​ງານ​ທີ່​ສຳ​ຄັນ​ທີ່​ສຸດ.

ຄຳ​ເຫັນ

0