覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄວາມ​ໃຝ່​ຝັນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໃນ​ການ​ສ້າງ​ປະ​ເທດທີ່​ເຂັ້ມ​ແຂງ​ດ້ານ​ກິ​ລາ

2021-09-16 17:57:35 cri

ຄວາມ​ໃຝ່​ຝັນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໃນ​ການ​ສ້າງ​ປະ​ເທດທີ່​ເຂັ້ມ​ແຂງ​ດ້ານ​ກິ​ລາ_fororder_微信图片_20210916175352
 

ວັນ​ທີ 15 ກັນ​ຍາ​ປີ 2021, ງານ​ມະ​ຫາ​ກຳ​ກິ​ລາ​ສັງ​ລວມ​ທີ່​ມີ​ລະ​ດັບ​ສູງ​ສຸດ​ແລະ​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ພາຍ​ໃນ​ປະ​ເທດ​ຈີນ​ຄື ງານ​ມະ​ຫາ​ກຳ​ກິ​ລາ​​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 14 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຊີ່​ອ່ານ ແຂວງ​ສ້ານ​ຊີ່. ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ງານ​ທັງ​ໄດ້ປະ​ກາດ​ເປີດ​ງານ​ມະ​ຫາ​ກຳ​ກິ​ລາ​ຄັ້ງ​ນີ້.
 

  ເມື່ອ​ກິ​ລາ​ເຂັ້ມ​ແຂງແລ້ວ ປະ​ເທດ​ຈີນ​ຈະ​ເຂັ້ມ​ແຂງ, ​ເມື່ອປະ​ເທດ​ຊາດ​ຈະ​ເລີນ​ຮຸ່ງ​ເຮືອງ​ ກິ​ລາ​ກໍ​ຈະ​ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ. ​ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນຄັ້ງ​ທີ 18 ເປັນ​ຕົ້ນ​ມາ, ສູນ​ກາງ​ພັກ​ທີ່​ມີ​ສະ​ຫາຍ​ສີ​ຈິ້ນ​ຜິງ ເປັນ​ແກນ​ນຳ​ໄດ້​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ວຽກ​ງານ​ກິ​ລາ,ໂດຍ​ໄດ້ຊຸກ​ຍູ້​ກິ​ລາ​ມະ​ຫາ​ຊົນ, ກິ​ລາ​ປະ​ເພດ​ທີ່​ໃຊ້​ໃນການ​ແຂ່ງ​ຂັນ, ອຸດ​ສາ​ຫະ​ກຳ​ກິ​ລາ,ວັດ​ທະ​ນະ​ທຳ​ກິ​ລາ​ເປັນ​ຕົ້ນ​ໃຫ້​ພັດ​ທະ​ນາ​​ໄດ້ຢ່າງ​ກົມ​ກຽວ​​ແລະຮອບ​ດ້ານ, ລົງ​ເລິກ​ຈັດ​ຕັ້ງ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ວ່າ​ດ້ວຍ​ການ​ອອກ​ກຳ​ລັງ​ກາຍ​ທົ່ງ​ປວງ​ຊົນ, ຍົກ​ສູງ​ລະ​ດັບ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ດ້ານ​ກິ​ລາ, ອອກ​ແຮງ​ພັດ​ທະ​ນາ​ຂະ​ບວນ​ການ​ເຄື່ອນ​ໄຫວ​ກິ​ລາ​ຫິ​ມະ​ນ້ຳ​ກ້ອນ. ນັບ​ມາ​ຮອດ​ທ້າຍ​ປີ2020, ທົ່ວ​ປະ​ເທດ​ຈີນ​ມີ​ສະ​ຖານ​​ທີ່ຫຼິ້ນ​ກິ​​ລາລວມ​ທັງ​ໝົດ 3.713.000 ແຫ່ງ, ເນື້ອ​ທີ່​ສະ​ຖານ​ທີ່ຫຼິ້ນ​ກິ​ລາ​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ມີ 2,2 ຕາ​ແມັດ, ຄູຝຶກ​ກິ​ລາ​ທາງ​ສັງ​ຄົມ​ມີ 2.600.000 ຄົນ, ຈຳ​ນວນ​ຄົນ​ທີ່​ເຂົ້​າ​ຮ່ວມ​ການ​ເຄື່ອນ​ໄຫວຫຼິ້ນ​ກິ​ລາ​ເປັນ​ປະ​ຈຳ​ກວມ​ເຖິງ 37,2%. ປີ 2019, ມູນ​ຄ່າ​ເພີ່ມ​ຂອງ​ອຸດ​ສາ​ຫະ​ກຳ​ກິ​ລາ​ໃນ​ທົ່ວ​ປະ​ເທດ​ຈີນ​ບັນ​ລຸ​ເຖິງ 1124,8 ຕື້ຢວນ, ກວມ GDP ຫຼາຍກວ່າ 1%. ການ​ທີ່ວຽກ​ງານ​ກິ​ລາ​​​ໄດ້​ຮັບການ​ພັດ​ທະ​ນາ​ຢ່າງຫຼວງຫຼາຍ ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ວ່າ ປະ​ເທດ​ຈີນ​ໃນ​ຍຸກ​ໃໝ່​ກຳ​ລັງ​ມຸ້ງ​ໜ້າ​ກ້າວ​ໄປ​ສູ່​ເປົ້າ​ໝາຍ​ປະ​ເທດ​​ທີ່ເຂັ້ມ​ແຂງ​ດ້ານ​ກິ​ລາ​ດ້ວຍ​ບາດ​ກ້າວ​ທີ່​ໜັກ​ແໜ້ນກວ່າ​ເກົ່າ.

 

  ປັດ​ຈຸ​ບັນ, ໄປ​ຄຽງ​ຄູ່​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວ​ໄດ້​ສິ້ນ​ສຸດ​ລົງ, ງານ​ກິ​ລາ​ໂອ​ລິມ​ປິກລະ​ດູ​ໜາວ​ປັກ​ກິ່ງ​ຈະ​ເປີດ​ສາກ​ຂຶ້ນ​ໃນ​ອະ​ນາ​ຄົດ​​ອີກບໍ່​ດົນ​ຂ້າງ​ໜ້າ​ນີ້. ໃນ​ຂະ​ບວນ​ການ​ກະ​ກຽມ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ2022, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ເນັ້ນ​ມາຫຼາຍ​ເທື່ອ​ວ່າ: ຕ້ອງ​ຕັ້ງ​ໜ້າ​ວາງ​ແຜນ​ການ​ກ່ຽວ​ກັບ​ການ​ນຳ​ໃຊ້​ສະ​ໜາມ​ກິ​ລາ​​ທີ່​ໃຊ້​ໃນ​ການ​ຈັດງານ​ໂອ​ລິມ​ປິກ, ຖື​ເອົາ​ການ​ຈັດ​ງານ​ແຂ່ງ​ຂັນ​ສຳ​ຄັນ​ປະ​ສານ​ສົມ​ທົບ​ກັບ​ວຽກ​ງານ​ການ​ອອກ​ກຳ​ລັງ​ກາຍ​ທົ່ວ​ປວງ​ຊົນ. ດ້ວຍ​ເຫດ​ນີ້, ການ​ສ້າງ​ໂຄ​ງ​ການ​ກິ​ລາ​ດີ​ເດັ່ນ ບໍ່​ພຽງ​ແຕ່​​ແມ່ນ​ການຈັດ​ການ​ແຂ່ງ​ຂັນ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກຊາວ​ໂລກ​ຄັ້ງ​ໜຶ່ງ​ເທົ່າ​ນັ້ນ, ຍິ່ງກວ່າ​ນັ້ນ​ກໍ​ແມ່ນ​​ການສ້າງ​ຜົນ​ປະ​ໂຫຍດ​ຢ່າງ​ຍາວ​ນານ​ໃຫ້​ກັບ​ປະ​ຊາ​ຊົນ​ຜ່ານ​ຈາກ​ຂະ​ບວນ​ການ​ອອກ​ກຳ​ລັງ​ກາຍ​ທົ່ວ​ປວງ​ຊົນຫຼັງ​ການ​ແຂ່ງ​ຂັນ. ທຸກ​ມື້​ນີ້, ຜ່ານ​ຈາກ​ການ​ດັດ​ສ້າງ, ສະ​ໜາມ​ກິ​ລາ​ແຫ່ງ​ຕ່າງໆ​​ເພື່ອ​ຮັບ​ໃຊ້​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ລ້ວນ​ແຕ່​ສາ​ມາດ​ຕອບ​ສະ​ໜອງ​ກັບ​ເງື່ອນ​ໄຂ​ໃນ​ການ​ຈັດ​ການ​ແຂ່ງ​ຂັນ​ກິ​ລາ​ທົ່ວ​ໄປ ທັງ​ສາ​ມາດ​ຈັດ​ການ​ເຄື່ອນ​ໄຫວ​ກິ​ລາ​ນ້ຳ​ກ້ອນ​ສຳ​ລັບ​ມະ​ຫາ​ຊົນໄດ້.
 

ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນການ​ເຄື່ອນ​ໄຫວ​ກິ​ລາ ເຊິ່ງ​ໄດ້​ກະ​ຕຸກ​ຊຸກ​ຍູ້​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ໃຫ້​ມີ​ຄວາມຫ້າວ​ຫັນ​ໃນ​ການ​ອອກ​ກຳ​ລັງ​ກາຍ, ​ສະ​ຕິການ​ອອກ​ກຳ​ລັງ​ກາຍ​ຂອງ​ປະ​ຊາ​ຊົນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ໃນ​ຊຸມ​ປີ​ຜ່ານ​ມາ, ສວນ​ສາ​ທາ​ລະ​ນະ​ຢູ່​ແຫ່ງ​ຕ່າງໆ​ທົ່ວ​ປະ​ເທດ​ຈີນ​ຕ່າງ​ກໍ​ໄດ້​ຂະ​ຫຍາຍກວ້າງ​ອອກ, ເຂດ​ຄຸ້ມ​ເຮືອນ​ແຫ່ງ​ຕ່າງໆ​ໄດ້​ຕິດ​ຕັ້ງ​ອຸ​ປະ​ກອນ​ອອກ​ກຳ​ລັງ​ກາຍ, ​ຈຳ​ນວນ​ຄົນ​ທີ່​ອອກ​ກຳ​ລັງ​ກາຍ​ກໍ​ນັບ​ມື້​ນັບຫຼາຍ​ຂຶ້ນ. ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ສົ່ງ​ເສີມ​ຈາກ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ໃຫ້​ທົ່ວ​ປວງ​ຊົນ​ອອກ​ກຳ​ລັງ​ກາຍ, ປະ​ຊາ​ຊົນ​ຈະ​ມີ​ຄວາມ​ຮູ້​ສຶກວ່າ​ມີ​ຄວາມ​ສຸກ​ນັບ​ມື້​ນັບຫຼາຍ​ຂຶ້ນ, ຄວາມ​ໃຝ່​ຝັນ​ຂອງ​ຈີນ​ທີ່​​ຈະສ້າງ​ປະ​ເທດ​ທີ່​ເຂັ້ມ​ແຂງ​ດ້ານ​ກິ​ລາ​ກໍ​ຈະ​ສາ​ມາດ​ບັນ​ລຸ​ຜົນ​ເປັນ​ຈິງ​ໄດ້​ຢ່າງ​ແນ່ນອນ.

ຄຳ​ເຫັນ

0