吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ-ອາ​ຊຽນ​ເປັນ​ຄູ່​ສົນ​ທະ​ນາ​ກັນ 30 ປີ ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ຮ່ວມ​ມື​ທີ່​ແໜ້ນ​ແຟ້ນ​ທີ່​ສຸດ

2021-09-17 11:02:25 cri

 

ວັນ​ທີ 15 ກັນ​ຍານີ້ ທ່ານ​ຫວາງອີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ສຳ​ເລັດ​ການ​ຢ້ຽມ​ຢາມ​ສີ່​ປະ​ເທດ​ອ້ອມ​ຂ້າງ​ຂອງ​ຈີນ ເຊິ່ງ​ການ​ຢ້ຽມ​ຢາມ​ຢູ່​ຫວຽດ​ນາມ, ກຳ​ປູ​ເຈຍ​ແລະ​ສິງ​ກະ​ໂປ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງ​ສູງ​ຈາກ​ພາຍນອກ. ເບິ່ງ​ຈາກ​ດ້ານ​ການ​ລົງ​ເລິກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ການ​ເມືອງ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ດ້ານ​ການ​ຕ້ານ​ກັບ​ພະ​ຍາ​ດ​ໂຄວິດ​ແລະ​ເສດ​ຖະ​ກິດ​ແລ້ວ, ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ​ມີ​ຄວາມ​ໜຽວ​ແໜ້ນ​ທີ່​ສຸດ, ສາ​ມາດ​ທົນ​ຕໍ່​ການ​ລົບ​ກວນ​ແລະ​ການ​ທຳ​ລາຍ​ຈາກ​ອິດ​ທິ​ກຳ​ລັງ​ພາຍນອກ​ໄດ້​ເປັນ​ຢ່າງ​ດີ ແລະ​ທັງ​ສາ​ມາດ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ໄດ້.

​ມີ​ສື່​ຝ່າຍ​ຕາ​ເວັນ​ຕົກ​ລາຍ​ງານ​ວ່າ, ໃນ​ຫຼາຍ​ປີ​ມໍ່ໆ​ມານີ້ ອາ​ເມ​ລິ​ກາ​ໄດ້​ຫັນ​ຈຸດ​ໜັກ​ຍຸດ​ທະ​ສາດ​ໄປ​ສູ່​ເຂດ​ອາ​ຊີ​ປາ​ຊິ​ຟິກ, ແລະ​ສະ​ແດງ​ໃຫ້​ເຫັນ​ເຈດ​ຕະ​ນາ​ທີ່​ຢາກ​ກະ​ກັດ​ກັ້ນ​ການ​ພັດ​ທະ​ນາ​ຂອງ​ຈີນ. ຫວ່າງ​ກ່ອນນີ້​ບໍ່​ດົນ, ທ່ານ​ອົ​ສ​ຕິນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​  ແລະ ທ່ານ​ນາງ​ຮາ​ຣິ​ສ ຮອງ​ປະ​ທາ​ນາ​ທິ​ບໍ​ດີອາ​ເມ​ລິ​ກາ​ໄດ້ໄດ້​ປຸກ​ປັ່ນ​ຄຳ​ວ່າ ຈີນ​ເປັນ​ໄພ​ຂົ່ມ​ຂູ່ ​ຫຼາຍ​ເທື່ອ​ໃນ​ໄລ​ຍະ​ຢ້ຽມ​ຢາມ​ຢູ່​ສິງ​ປະ​ໂປ​ແລະ​ຫວຽດ​ນາມ. ໂດຍ​ຢູ່​ເບື້ອງ​ຫຼັງ​ດັ່ງ​ກ່າວ, ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຢ້ຽມ​ຢາມ​ສາມ​ປະ​ເທດ​ອາ​ຊຽນ ໃນ​ໂອ​ກາດນີ້ ແມ່ນ​ເພື່ອ​ດຳ​ເນີນ​ການ​ແຂ່ງ​ຂັນ​ທາງ​ການ​ເມືອງ​ກັບ​ອາ​ເມ​ລິ​ກາ.

ແຕ່​ທັດ​ສະ​ນະ​ດັ່ງ​ກ່າວ​ເປັນ​ຄວາມ​ເຂົ້າ​ໃຈ​ຜິດ​ຂອງ​ສື່​ຕ່າງ​ປະ​ເທດ​ເທົ່າ​ນັ້ນ ເຊິ່ງ​ເປັນ​ການ​ເບິ່ງ​ບັນ​ຫາ​ດ້ວຍ​ສາຍ​ຕາ​ສົງ​ຄາມ​ເຢັນ, ຖ້າ​ວ່າ​ເບິ່ງ​ບັນ​ຫາ​ຄື​ແນວນີ້ ກໍ່​ບໍ່​ສາ​ມາດ​ເຂົ້າ​ໃຈ​ເນື້ອ​ຫາ​ແທ້​ຈິງ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ທີ່​ມີ​ລະ​ດັບ​ຍົ​ກ​ສູງ​ຂຶ້ນ​ເລື້ອຍໆ. ປີນີ້​ແມ່ນ​ການ​ຄົບ​ຮອບ 30 ປີ​ແຫ່ງ​ການ​ສ້າງ​ເປັນ​ຄູ່​ສົນ​ທະ​ນາ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ. ສຳ​ລັບ​ທັງ​ສອງ​ຝ່າຍ​ຂອງ​ຈີນ​ແລະ​ອາ​ຊຽນ​ແລ້ວ ປີນີ້​ເປັນ​ປີ​ໜຶ່ງ​ທີ່​ພິ​ເສດ​ຫຼາຍ ສະ​ນັ້ນ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ​ໄປ​ຢ້ຽມ​ຢາມ​ສາມ​ປະ​ເທດ​ອາ​ຊຽນ​ແມ່ນ​ສະ​ແດງ​ໃຫ້​ຄົນ​ທັງ​ຫຼາຍ​ໄດ້​ເຫັນ​ເຖິງ​ຄວາມ​ຈິງ​ໃຈ​ຂອງ​ຈີນ​ໃນ​ການ​ຮ່ວມ​ມື​ກັນ​ກັບ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ເພື່ອ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ແລະ​ລົງ​ເລິກ​ການ​ຮ່ວມ​ມື​ແທ້​ຈິງ​ໃນ​ຂົງ​ເຂດ​ຕ່າງໆ.

ໃນ​ຕົວ​ຈິງ​ແລ້ວ, ນັບ​ແຕ່​ເກີດ​ພະ​ຍາດ​ໂຄວິດ-19 ເປັນ​ຕົ້ນ​ມາ ຈີນ​ກັບ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຕ່າງ​ໄດ້​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ​ຕະ​ຫຼອດ​ມາ ແລະ​ຮ່ວມ​ກັນ​ຜ່ານ​ຜ່າ​ຄວາມ​ຍຸກ​ຍາກ. ເຊິ່ງ​ນັບ​ມາ​ຮອດ​ປະ​ຈຸ​ບັນ ຈີນ​ໄດ້​ມອບ​ວັກ​ຊິ​ນ​ປ້ອງ​ກັນ​ໂຄວິດ-19 ໃຫ້​ບັນ​ດາ​ປະ​ເທດ​ອາ​ຊຽນ​ເຖິງ 100 ລ້ານກວ່າ​ໂດ​ສ​ແລ້ວ. ຢູ່​ຕໍ່​ໜ້າ​ເຊື້ອ​ພະ​ຍາດ​ໂຄວິດ-19 ສາຍ​ພັນ​ໃໝ່​ກຳ​ລັງ​ແຜ່​ຂະ​ຫຍາຍ​ຢູ່​ເຂດ​ອາ​ຊີ​ຕາ​ເວັນ​ອອກ​ສຽ​ງ​ໃຕ້, ຈີນ​ຈະ​ບໍ​ລິ​ຈາກວັກ​ຊິນ​ອີກ 3 ລ້ານ​ໂດ​ສ​ໃຫ້​ຫວຽດ​ນາມ, ແບ່ງ​ປັນ​ບົດ​ຮຽນ​ປິ່ນ​ປົວ​ກັບ​ວິ​ຊາ​ການ​ຫວຽດ​ນາມ, ແລະ​ຈະ​ສືບ​ຕໍ່​ສະ​ໜອງວັກ​ຊິນ​ແລະ​ອຸ​ປະ​ກອນ​ຕ້ານ​ພະ​ຍາດ​ຕ່າງໆ​ໃຫ້​ກຳ​ປູ​ເຈຍ ຈົນ​ເຖິງ​ທີ່​ສຸດ​ທີ່​ເອົາ​ຊະ​ນະ​ພະ​ຍາດ​ຮ້າຍ​ແຮງ​ໃນ​ຄັ້ງ​ນີ້. ສະ​ນັ້ນ ທ່ານ​ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ຈິ່ງ​ກ່າວ​ໃນ​ຫວ່າງ​ມໍ່ໆ​ນີ​ວ່າ: ພາຍ​ໃຕ້​ການ​ຊ່ວຍ​ເຫຼືອ​ຂ​ອງ​ເພື່ອນ​ຈີນ, ກຳ​ປູ​ເຈຍ​ຈະ​ກໍ່​ກຳ​ແພງ​ຕ້ານ​ເຊື້ອ​ພະ​ຍາດ​ເປັນ​ໝູ່​ຄະ​ນະ​ຂຶ້ນ​ໃນ​ໄວໆ​ນີ້.

ຄົນ​ທັງ​ຫຼາຍ​ອາດ​ຈະ​ໄດ້​ສັງ​ເກດ​ເຫັນ​ວ່າ ເຖິງວ່າ​ເສດ​ຖະ​ກິດ​ທົ່ວ​ໂລກ​ເກີດ​ມີ​ປັດ​ໄຈ​ບໍ່​ແນ່ນອນ​ຫຼາຍ​ຂຶ້ນ​ຍ້ອນ​ຖືກ​ພະ​ຍາດ​ຮ້າຍ​ກະ​ທົບ, ແຕ່​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ພັດ​ມີ​ຊີ​ວິດ​ຊີ​ວາ​ຄື​ເກົ່າ ເຊິ່ງ​ໃນ 8 ເດືອນ​ທຳ​ອິດ​ຂອງ​ປີນີ້ ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ຊຽ​ນ​ໄດ້​ເພີ່ມ​ຂຶ້ນ 22,8%, ອາ​ຊຽນ​ຍັງ​ແມ່ນ​ຄູ່​ການ​ຄ້າ​ໃຫຍ່​ທີ​ໜຶ່ງ​ຂອງ​ຈີນ. ໃນ​ງານ​ວາງ​ສະ​ແດງ​ສິ​ນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 18 ທີ່​ຫາ​ກໍ່​ສິ້ນ​ສຸດ​ລົງ​ໃນ​ຫວ່າງ​ກ່ອນນີ້​ບໍ່​ດົນ ໄດ້​ມີ​ການ​ເຊັນ​ສັນ​ຍາ​ໃນ​ໂຄງ​ການ​ຮ່ວມ​ມື​ພາຍ​ໃນ​ປະ​ເທດ​ແລະ​ຕ່າງ​ປະ​ເທດ​ທັງ​ໝົດ 179 ໂຄງ​ການໃນ​ມູນ​ຄ່າ​ລົງ​ທຶນ​ຫຼາຍກວ່າ 300 ຕື້ຢວນ, ເພີ່ມ​ຂຶ້ນ​ຫຼາຍກວ່າ​ຄັ້ງ​ກ່ອນ 13,7%, ເປັນ​ສະ​ຖິ​ຕິ​ໃໝ່​ໃນ​ປະ​ຫວັດ​ສາດ​ຂອງ​ງານ​ດັ່ງ​ກ່າວ. ທັງ​ໝົດ​ນີ້​ໄດ້​ສະ​ແດງວ່າ​ຈີນ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ​ແມ່ນ​ມີ​ທ່າ​ແຮງ​ຂອງ​ຕົນ​ເອງ​ທີ່​ສາ​ມາດ​ຕ່າງ​ຊ່ວຍ​ກັນ​ໄດ້​.

ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ຈີນ​ກັບ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຍັງ​ໄດ້​ຕັ້ງ​ໜ້າ​ວາງ​ແຜນ​ໃຫ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ສອງ​ຝ່າຍ, ສືບ​ຕໍ່​ຊຸກ​ຍູ້ໃຫ້​ຂໍ້​ລິ​ເລີ່ມ​ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ​ເຊື່ອມ​ຈອດ​ກັບ​ຍຸດ​ທະ​ສາດ​ການ​ພັດ​ທ​ນະ​ຂອງ​ປະ​ເທດ​ທີ່​ກ່ຽວ​ຂ້ອງ, ແລະ​ໄດ້​ກ້າວ​ເຖິງ​ຂັ້ນ​ເປັນ​ເອ​ກະ​ພາບ​ກັນ​ໃນ​ການ​ເຊັນ​ສັນ​ຍາ​ຄູ່​ຮ່ວມ​ເສດ​ຖະ​ກິດ​ຮອບ​ດ້ານ​ຂອງ​ພາກ​ພື້ນ​ໂດຍ​ໄວ. ເຊິ່ງ​ທັງ​ໝົດ​ນີ້​ມີ​ຜົນ​ດີ​ຕໍ່​ການ​ສ້າງ​ຜົນ​ປະ​ໂຫຍດ​ຮ່ວມ​ໃຫ້​ຫູ​າຍ​ເທົ່າ​ທີ່​ຈະ​ຫຼາຍ​ໄດ້ ແລະ​ເປັນ​ການ​ປະ​ກອບ​ສ່ວນ​ໃຫ້​ແກ່​ການ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ພາກ​ພື້ນ​ແລະ​ທົ່ວ​ໂລກ​ເພີ່ມ​ຂຶ້ນ.

ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ທີ່​ພາຍນອກ​ໃຫ້​ຄວາມ​ສົນ​ໃຈ​ຢ່າງ​ສູງ, ຈີນ​ໄດ້​ມີ​ຄຳ​ເຫັນ​ຢ່າງ​ຈະ​ແຈ້ງ​ຄື​ແນວນີ້​ວ່າ, ຍິນ​ດີ​ຮ່ວມ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ​ເລັ່ງ​ລັດ​ດຳ​ເນີນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຫຼັກ​ມາດ​ຖານ​ວ່າ​ດ້ວຍ​ການ​ປະ​ພຶດ​ຢູ່​ທະ​ເລ​ຈີນ​ໃຕ້, ຫວັງ​ວ່າ​ກຳ​ປູ​ເຈຍ​ສາ​ມາດ​ຮ່ວມ​ກັບ​ປະ​ເທດ​ອາ​ຊຽນ​ສຳ​ເລັດ​ການ​ເຈ​ລະ​ຈາ​ທີ​ກ່ຽວ​ຂ້ອງ​ໃນ​ປີ​ໜ້າ​ທີ່​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ຂອງ​ອາ​ຊຽນ. ປະ​ເທດ​ທີ່​ກ່ຽວ​ຂ້ອງ​ກໍ່​ໄດ້​ໃຫ້​ການ​ຕອບ​ສະ​ໜອງ​ຢ່າງ​ຕັ້ງ​ໜ້າ​ຕໍ່​ບັນ​ຫານີ້ ເຊິ່ງນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ຈີນ​ແລະ​ບັນ​ດາ​ປະ​ເທດ​ອາ​ຊ​ບຽນ​ມີ​ຄວາມ​ຍິນ​ດີ ແລະ​ມີ​ຄວາມ​ສາ​ມາດ​ໃນ​ການ​ເຮັດ​ວຽກ​ຂອງ​ຕົນ​ເອງ​ໃຫ້​ດີ​ຂຶ້ນ​ໄດ້.

ທີ່​ຈິງ​ແລ້ວ, ກ່ຽວ​ກັບ​ກໍ​ລະ​ນີ​ທີ່​ບາງ​ປະ​ເທດ​ທີ່​ຢູ່ນອກ​ພາກ​ພື້ນ​ແຫ່ງນີ້​ສ້າງ​ເລື່ອງ​ລາວ​ຂຶ້ນ​ເລື້ອຍ​ໂດຍ​ຖື​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ເປັນ​ຂໍ້​ອ້າງ​ນັ້ນ , ບັນ​ດາ​ປະ​ເທດ​ອາ​ຊຽນ​ແມ່ນ​ມີ​ຄວາມ​ຮັບ​ຮູ້​ເປັນ​ເອ​ກະ​ພາບ​ກັນ​ມາ​ກ່ອນ​ແລ້ວ​ຄື: ​ການ​ທີ່ເບິ່ງ​ການ​ພົວ​ພັນ​ລະ​ຫວ່າງ​ປະ​ເທດ​ໃຫຍ່​ນັ້ນ​ຢ່າງ​ຖືກ​ຕ້ອງ, ຫຼີກ​ເວັ້ນ​ບໍ່​ກາຍ​ເປັນ​ລູກມື​ຂອງ​ອິດ​ທິ​ກຳ​ລັງ​ພາຍນອກ, ຈິ່ງເປັນ​ການ​ເລືອກ​ທາງ​ຍຸດ​ທະ​ສາດ​ທີ່​ຕິດ​ແທດ​ຕົວ​ຈິງ ແລະ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ພາກ​ພື້ນ. ເຊັ່ນ​ວ່າ ທ່ານ​ຫງຽນ​ຝູ​ຈົ່ງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ກ່າວ​ເນັ້ນ​ວ່າ, ບໍ່​ວ່າ​ຈະ​ແມ່ນ​ໃຜ​ຜູ້​ໃດ​ກໍ່​ບໍ່​ສາ​ມາດ​ປ່ຽນ​ແປງ​ແລະ​ເຮັດ​ໃຫ້​ຄວາມ​ສາ​ມັກ​ຄີ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ​ກັບ​ຈີນ​ຫວັ່ນ​ໄຫວ​ຄອນ​ແຄນ. ທ່ານ​ວິວຽນ ບາ​ວາ​ຄຼິ​ສ​ນານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ​ສິງ​ກະ​ໂປ​ກ່າວ​ວ່າ, ໃນ​ຖາ​ນະ​ເປັນ​ເພື່ອນ​ທີ່​ແໜ້ນ​ແຟ້ນ​ຂອງ​ຈີນ, ສິງ​ກະ​ໂປ​ຫວັງ​ວ່າ​ສອງ​ປະ​ເທດ​ຈີນ-ອາ​ເມ​ລິ​ກາ​ສາ​ມາດ​ແກ້​ໄຂ​ການ​ແຂ່ງ​ຂັນ​ກັນ​ດ້ວຍ​ວິ​ທີ​ສ້າງ​ສັນ, ຄວບ​ຄຸມ​ສະ​ຖາ​ນະ​ການ​ທີ່​ເຄັ່ງ​ຂັດ​ນັ້ນ​ໄວ້ ເພື່ອ​ຮ່ວມ​ກັບ​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ​ບັນ​ລຸ​ການ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ.

ໃນ​ຖາ​ນະ​ເປັນ​ເພື່ອນ​ບ້ານ​ທີ່​ຍົກ​ຍ້າຍ​ບໍ່​ໄດ້, ຈີນ​ກັບ​ບັນ​ດາ​ປະ​ເທດ​ອາ​ຊ​ຕາ​ເວັນ​ອອກ​ໄດ້​ປະ​ກອບ​ເປັນ​ຄູ່​ຮ່ວມ​ຊາ​ຕາ​ກຳ​ທີ່​ມີ​ຜົນ​ປະ​ໂຫຍດ​ຜູກ​ພັນ​ກັນ​ຢ່າງ​ແໜ້ນ​ແຟ້ນ. ສອງ​ຝ່າຍ​ຄວນ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ຢ່າງ​ມີ​ສະ​ຕິ​ປັນ​ຍາ​ແລະ​ລົງ​ເລິ​ການ​ຮ່ວມ​ມື​ບົນ​ພື້ນ​ຖານ​ຕ່າງ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ, ສະ​ແຫວງ​ຫາ​ສິ່ງ​ທີ່​ຄື​ກັນ ສະ​ຫງວນ​ສິ່ງ​ທີ່​ຕ່າງ​ກັນ. 

ຄຳ​ເຫັນ

0