黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສຳ​ເລັດ​ການ​ຈອດ​ລາງ​ລົດ​ໄ​ຟ​ໂດຍບໍ່​ເວັ້ນ​​ຊ່ອງຫວ່າງ​ຂອງ​ທາງ​ລົດ​ໄຟ​ຈີນ-ລາວ

2021-09-18 10:47:57 cri

ສຳ​ເລັດ​ການ​ຈອດ​ລາງ​ລົດ​ໄ​ຟ​ໂດຍບໍ່​ເວັ້ນ​​ຊ່ອງຫວ່າງ​ຂອງ​ທາງ​ລົດ​ໄຟ​ຈີນ-ລາວ_fororder_2021-09-18_104724

ວັນ​ທີ 16 ກັນ​ຍານີ້, ການ​ຈອດ​ລາງ​ລົດ​ໄຟ​ທີ່​ມີ​ຄວາມ​ຍາວ​ທັງ​ໝົດ 400 ກວ່າ​ກິ​ໂລ​ແມັດ​​ໂດຍ​ບໍ່​​ເວັ້ນ​ຊ່ອງຫວ່າງ​ລະ​ຫວ່າງ​ລາງຂອງ​ທາງ​ລົດ​ໄຟ​ຈີນ-ລາວ ໄດ້​ເຮັດ​ສຳ​ເລັດ​ໝົດ​ແລ້ວ, ອັນ​ໄ​ດ້​ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ບັນ​ລຸ​ເປົ້າ​ໝາຍ​ການ​ເປີດ​ບໍ​ລິ​ການ​ເສັ້ນ​ທາງ​ລົດ​ໄຟ​ດັ່ງ​ກ່າວ​ໃນ​ທ້າຍ​ປີນີ້.

ກອງ​ຈອດ​ທີ່​ຂຶ້ນ​ກັບ​ກອງປູ​ລາງ​ລົດ​ໄຟ​ຈີນ-ລາວ ໄດ້​ເລີ່ມ​ປະ​ຕິ​ບັດ​ງານ​​ມາແຕ່​ເດືອນ​ພຶດ​ສະ​ພາ​ປີ 2020 ເປັນ​ຕົ້ນ​ມາ, ໃຊ້​ເວ​ລາ 16 ເດືອນ ໂດຍ​ຜ່ານ​ອຸ​ມົງ 75 ແຫ່ງ, ຂົວ 165 ແຫ່ງ ແລະ​ສະ​ຖາ​ນີ​ລົດ​ໄຟ 20 ແຫ່ງ, ຈຶ່ງ​ໄດ້​ເຮັດຫຼ້ອນ​ໜ້າ​ທີ່​ການ​ຈອດ​ລາງ​ຍາວ 500 ແມັດ ແລະ ການ​ຈອດ​ໂດຍ​ບໍ່​ເວັ້ນ​ຊ່ອງຫວ່າງ​ໃນ​ຕະຫຼອດ​ສາຍ​ຢ່າງ​ຈົບ​ງາມ.

ປັດ​ຈຸ​ບັນ, ພວມ​ດຳ​ເນີນ​ການກວດ​ຮັບ​ທາງ​ລົດ​ໄຟ​ຈີນ-ລາວ, ສ່ວນ​ໂຄງ​ການ​ທີ່​ຍັງ​ເຫຼືອ ແລະ ວຽກ​ງານ​ກະ​ກຽມ​​ໃຫ້​ແກ່ການ​ເປີດ​ບໍ​ລິ​ການນັ້ນ ​ມີ​ຄວາມ​ຄືບ​ໜ້າ ແລະ ພວມ​ກ້າວ​ໄປ​ສູ່​ເປົ້າ​ໝາຍ​ເປີດ​ບໍ​ລິ​ການ​ໃນ​ທ້າຍ​ປີນີ້​ຢ່າງ​ໝັ້ນ​ທ່ຽງ.

ຄຳ​ເຫັນ

0