李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມະ​ເລ​ເຊຍ​ຍິນ​ດີ​ຕ້ອນ​ຮັບ​ຈີນ​ເຂົ້າ​ຮ່ວມ CPTPP

2021-09-20 11:38:28 cri

ໜັງ​ສື​ພິມຊີນ​ໂຈ​ເດ​ລີ​ມະ​ເລ​ເຊຍ​ສະ​ບັບ​ວັນ​ທີ 19 ກັນ​ຍາ​ນີ້​ລາຍ​ງານ​ວ່າ, ກະ​ຊວງອຸດ​ສາ​ຫະ​ກຳ​ແລະ​ການ​ຄ້າສາ​ກົນ​ມະ​ເລ​ເຊຍ​ຊີ້​ອອກວ່າ, ໃນ​ຖາ​ນະ​ເປັນ​ໜຶ່ງ​ໃນ​ບັນ​ດາ​ສະ​ມາ​ຊິກ​ລິ​ເລີ່ມ​​ສ້າງ “​ສັນ​ຍາ​ວ່າ​ດ້ວຍ​ການ​ພົວ​ພັນ​ຄູ່​ຮ່ວມ​ຂ້າມ​ມະ​ຫາ​ສະ​ໝຸດ​ປາ​ຊິ​ຟິກ​ຮອບ​ດ້ານ​ແລະ​ກ້າວ​ໜ້າ” ຫຼື CPTPP, ມະ​ເລ​ເຊຍ​ຄອງ​ຄອຍ​ແລະ​ຍິນ​ດີ​ຕ້ອນ​ຮັບ​ຈີນ ທີ່​ເປັນ​ປະ​ເທດ​​ເຂັ້ມແຂງ​ດ້ານ​ເສດ​ຖະ​ກິດ​ເຂົ້າ​ຮ່ວມ CPTPP.

ຂ່າວ​ແຈ້ງວ່າ, ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ຂ່າວ​ສານ​ມະ​ເລ​ເຊຍ, ເຈົ້າ​ໜ້າ​ທີ່ກະ​ຊວງ​ອຸ​ດ​ສາ​ຫະ​ກຳແລະ​ການ​ຄ້າ​ສາ​ກົນ​ມະ​ເລ​ເຊຍ​ກ່າວ​ວ່າ: ກະ​ຊວງ​ຕົນ​ຮູ້​ສຶກ​​ມີ​ກຳ​ລັງ​ໃຈ​ກ່ຽວ​ກັບ​ຈີນ​ສະ​ໝັກ​ເຂົ້າ​ຮ່ວມ CPTPP ໃນ​ຫວ່າງ​ມໍ່ໆ​ມາ​ນີ້. “ຄຽງ​ຄູ່​ກັບ​ມະ​ເລ​ເຊ​ຍ​ກຳ​ລັງ​ພະ​ຍາ​ຍາມ​ກ້າວ​ໄປ​ສູ່​ການ​ພິ​ຈາ​ລະ​ນາ​ແລະ​ອະ​ນຸ​ມັດ CPTPP, ກະ​ຊວງອຸດ​ສາ​ຫະ​ກຳ​ແລະ​ການ​ຄ້າ​ສາ​ກົນ​ມະ​ເລ​ເຊຍ​ມີ​ຄວາມ​ໝັ້ນ​ໃຈ​ວ່າ ການ​ຄ້າ​ແລະ​ການ​ລົງ​ທຶນ​ສອງ​ຝ່າຍ​ມະ​ເລ​ເຊຍ-ຈີນ ຈະ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່​ໃນ​ອະ​ນາ​ຄົດ.”

ຄຳ​ເຫັນ

0