何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພະ​ຈັນ​ເຕັມ​ດວງ​ກັບ ​ແລະ ​ຄວາມ​​ຝັນທີ່ກາຍ​ເປັນ​ຄວາມ​ຈິງ

2021-09-21 16:35:24 CRI

ບຸນ​ໄຫວ້​ພະ​ຈັນໄດ້​ໝູນ​ວຽນ​ມ​າ​ເຖິງ​ອີກ​ແລ້ວ. ປີ​ນີ້​ແມ່ນ​ປີ​ຄົງ​ຮອບ 100 ປີ​ຂອງ​ການ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ​, ​ເປັນ​ປີ​ທຳ​ອິດ​ຂອ​ງ​ການສ້າງ​ສັງ​ຄົມ​ອີ່ມ​ໜຳ​ສຳ​ລານ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ, ແລະ​ເປັນ​ປີ​ເລີ່ມປະ​ຕິ​ບັດ​ແຜນ​​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 14, ເຊິ່ງ​ໄດ້​ຈາ​ລຶກ​ຂະ​ນະ​ເວ​ລາ​ທີ່​ບັນ​ລຸ​ຄວາມ​ໃຝ່​ຝັນຕ່າງໆ​ຂອງ​ຊົນ​ຊາດ​ຈີນ.

ພະ​ຈັນ​ເຕັມ​ດວງ​ກັບ ​ແລະ ​ຄວາມ​​ຝັນທີ່ກາຍ​ເປັນ​ຄວາມ​ຈິງ_fororder_微信图片_20210921162648

ເດືອນ​ກໍ​ລະ​ກົດ​ປີ 2021, ໃນ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ​ຄົ​ບ​ຮອບ 100 ປີ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຕາງ​ໜ້າ​ພັກ ແລະ ປະ​ຊາ​ຊົນ​ຈີນປະ​ກາດ​ຕໍ່​ທົ່ວ​ໂລກ​ຢ່າງ​ໜັ​ກ​ແໜ້ນ​ວ່າ: “ໂດຍ​ຜ່ານ​ຈາກ​ຄວາມ​ພະ​ຍາ​ຍາມ​​ຢ່າງ​ຕໍ່​ເນື່ອງ​ຂອງ​ທົ່ວ​ພັກ  ແລະ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ທົ່ວ​ປະ​ເທດ, ພວກ​ເຮົາ​ໄດ້​ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນ​ຮ້ອຍ​ປີ ປະ​ການ​ທີ 1, ໄດ້​ສ້າງ​ສັງ​ຄົມ​ທີ່​ອີ່ມ​ໜຳ​ສຳ​ລານ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ​ຢູ່​ດິນ​ແດນ​ປະ​ເທດ​ຈີນ.”

ພະ​ຈັນ​ເຕັມ​ດວງ​ກັບ ​ແລະ ​ຄວາມ​​ຝັນທີ່ກາຍ​ເປັນ​ຄວາມ​ຈິງ_fororder_微信图片_20210921162707

ວັນ​ທີ 6 ກັນ​ຍາ​ປີ 2021, ສະ​ຖານ​ນີອ​ະ​ວະ​ກາດ​ຂອງ​ຈີນ​ໄດ້​ເຄື່ອນ​ໄຫວຢູ່​ຕາ​ມ​ວົງ​ໂຄ​ຈອນ​ເທິງອະ​ວະ​ກາດ​ທີ່​ຫ່າງ​ຈາກ​ໜ່ວຍ​ໂລກ​ປະ​ມານ 400 ກິ​ໂລ​ແມັດ, ​ປະ​ເທດ​ຈີນ​ໄດ້​ມີ​​ສະ​ຖາ​ນີ​ອະ​ວະ​ກາດ​ຂອງ​ຕົນ​ໃນ​ວົງ​ໂຄ​ຈອນ​ໃກ້​ໜ່ວຍ​ໂລກ.

 

ປີ 2008, ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ຮ້ອນ​ທີ່​ປະ​ທັບ​ໃຈທີ່​ສຸດ​ຄັ້ງ​ໜຶ່ງ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ.

ພະ​ຈັນ​ເຕັມ​ດວງ​ກັບ ​ແລະ ​ຄວາມ​​ຝັນທີ່ກາຍ​ເປັນ​ຄວາມ​ຈິງ_fororder_微信图片_20210921162717

ປີ 2022, ນະ​ຄອນຫຼວງ​ປັກ​ກິ່ງ​ຈະ​ໄດ້​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ອີກ, ເຊິ່ງ​ກາຍ​ເປັນ​ຕົວ​ເມືອງແຫ່ງ​ທຳ​ອິດ​ທີ່​ຈະ​ໄດ້​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​​ລະ​ດູ​ຮ້ອນ ແລະ ລະ​ດູ​ໜາວ​ໃນ​ໂລກ.

 

ປະ​ຈຸ​ບັນ, ພັກ​ກອມ​ມູ​ນິດ​ຈີນ​ກຳ​ລັງ​ນຳ​ພາ​ປະ​ຊາ​ຊົນ​ຈີນ​ກ້າວ​ເຂົ້າ​ໄປ​ສູ່​ເສັ້ນ​ທາງ​ສູ້​ຊົນ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນ​ຮ້ອຍ​ປີ​ປະ​ການ​ທີ 2.

 

“ຂໍ​ແຕ່​ເດີນ​ໄປຕາມ​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ​ແລ້ວ, ​ເສັ້ນ​ທາງ​ທີ່​ໄກ​ແສ​ນ​ໄກ​ກໍ​ບໍ່​ຢ້ານ.”

ຄຳ​ເຫັນ

0