蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄທ​ຈະ​​ຍົກ​ເລີກ “​ດຳ​ລັດພາ​ວະ​ສຸກ​ເສີນ” ແຕ່​ເດືອນ​ຕຸ​ລາ​ໜ້​າ​ນີ້​ເປັນ​ຕົ້ນ​ໄປ

2021-09-22 11:03:53 CRI

ວັນ​ທີ 21 ກັນ​ຍາ​ນີ້, ທ່ານ​ປ​ຣະ​ຢຸດ ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ໄດ້​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ບານ​ໄທ ແລະ ຜ່ານ​ມະ​ຕິ​ສະ​ບັບ​ໜຶ່ງ​ໂດຍ​ໄດ້​ລະ​ບຸວ່າ: ໄທ​ຈະ​​ຍົກ​ເລີກການ​ປະ​ຕິ​ບັດ “​ດຳ​ລັດພາ​ວະ​ສຸກ​ເສີນ” ແຕ່​ເດືອນ​ຕຸ​ລາ​ໜ້​າ​ນີ້​ເປັນ​ຕົ້ນ​ໄປ ແລະ ຈະ​​ແທນ​ດ້ວຍ “ກົດ​ໝາຍ​ວ່າ​ດ້ວຍ​ພະ​ຍາດ​ຕິດ​ແປດ” ສະ​ບັບ​ປັບ​ປຸງ​ໃໝ່ ເພື່ອ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ເພື່ອ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢ່າງ​ບັງ​ເກີດ​ຜົນ, ລັດ​ຖະ​ບານ​ໄທ​ໄດ້​ປະ​ຕິ​ບັດ “​ດຳ​ລັດ​ພາ​ວະ​ສຸ​ກເສີນ” ແລະ ແກ່​ຍາວ​ເວ​ລາ​ການປະ​ຕິ​ບັດ​ກົດ​ໝາຍ​ສະ​ບັບ​ນີ້ 13 ເທື່ອ​, ເທື່ອ​ສຸ​ດ​ທ້າຍ​ໄດ້​ແກ່​ຍາວ​ໄປ​​ຈົນເຖິງວັນ​ທີ 30 ກັນ​ຍາ​ນີ້. ການ​ຍົກ​ເລີກ​ການ​ປະ​ຕິ​ບັດ “​ດຳ​ລັດ​ພາ​ວະ​ສຸກ​ເສີນ” ໝາຍ​ຄວາມ​ວ່າ: ສູນບໍ​ລິ​ຫານ​ສະ​ຖາ​ນະການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂອງ​ລັດ​ຖະ​ບານ​ໄທ ທີ່​ສ້າງ​​ຂຶ້ນ​ຕາມ​ດຳ​ລັດ​ດັ່ງ​ກ່າວ ກໍ​ຈະ​ຖືກ​ຍຸບ​ໄປ​ພ້ອມ​ກັນ.

ຕາມ​ຂ່າວ​ແຈ້ງວ່າ: “ກົດ​ໝາຍ​ວ່າ​ດ້ວຍ​ພະ​ຍາດ​ຕິດ​ແປດ” ທີ່​ເຂົ້າ​ມາ​ແທນ “​ດຳ​ລັດ​ພາ​ວະ​ສຸກ​ເສີນ” ຈະ​ມີ​ມາດ​ຕາ​ກ່ຽວ​ກັບ “ພາ​ວະ​ສຸກ​ເສີນ​ດ້ານ​ສາ​ທາ​ລະ​ນະ​ສຸກ”.

ຄຳ​ເຫັນ

0