覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄວາມ​ໃຝ່​ຝັນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໃນ​ການ​ສ້າງ​ປະ​ເທດທີ່​ເຂັ້ມ​ແຂງ​ດ້ານ​ກິ​ລາ

2021-09-22 14:32:18 cri

ຄວາມ​ໃຝ່​ຝັນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໃນ​ການ​ສ້າງ​ປະ​ເທດທີ່​ເຂັ້ມ​ແຂງ​ດ້ານ​ກິ​ລາ_fororder_全运会1

ວັນ​ທີ 15 ກັນ​ຍາ​ປີ 2021, ງານ​ມະ​ຫາ​ກຳ​ກິ​ລາ​ສັງ​ລວມ​ທີ່​ມີ​ລະ​ດັບ​ສູງ​ສຸດ​ແລະ​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ພາຍ​ໃນ​ປະ​ເທດ​ຈີນ​ຄື ງານ​ມະ​ຫາ​ກຳ​ກິ​ລາ​​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 14 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຊີ່​ອ່ານ ແຂວງ​ສ້ານ​ຊີ່. ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ງານ​ທັງ​ໄດ້ປະ​ກາດ​ເປີດ​ງານ​ມະ​ຫາ​ກຳ​ກິ​ລາ​ຄັ້ງ​ນີ້.
 

ຄວາມ​ໃຝ່​ຝັນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໃນ​ການ​ສ້າງ​ປະ​ເທດທີ່​ເຂັ້ມ​ແຂງ​ດ້ານ​ກິ​ລາ_fororder_全运会2
 

ຕໍ່​ກັບ​ກິ​ລາ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ມີ​ຄວາມມັກ​ຮັກ​ແລະໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕະຫຼອດ​ມາ. ໃນ​ຊີ​ວິດ​ຕົວ​ຈິງ, ທ່ານ​ເປັນ​ຜູ້​​ມັກກິ​ລາ​​ຕົວ​ຈິງ, ໃນ​ການ​ສ້າງ​ສາ​ປະ​ເທດ​ຊາດ, ທ່ານ​ເປັນ​ຜູ້​ຊຸກ​ຍູ້​ການ​ສ້າງ​ປະ​ເທດ​ທີ່​ເຂັ້ມ​ແຂງ​ດ້ານ​ກິ​ລາ​ຢ່າງ​ແຂງ​ແຮງ, ໃນ​ວິ​ໄສ​ທັດ​ລະ​ດັບ​ສາ​ກົນ, ທ່ານ​ຍັງ​ເປັນ​ຜູ້​ປະ​ຕິ​ບັດ​ຕົວ​ຈິງ​ໃນ​ກາ​ນ​ຊຸກ​ຍູ້ຂະ​ບວນ​ການ​ເຄື່ອນ​ໄຫວ​ກິ​ລາ​ໂອ​ລິມ​ປິກ.
 

ທ່ານ​ສີ​ຈິ້ນ​ຜິງ​ເປັນ​ແຟນກິ​ລາ​ຕົວ​ຈິງ, ເພິ່ນ​ມັກ​ລອຍ​ນ້ຳ, ປີນ​ພູ,ບານ​ເຕະ,ບານ​ສົ່ງ,ບານ​ບ້ວງ,ເທັນ​ນິ​ສ,ອູ​ຊູ້ ແລະ​ກິ​ລາ​ອື່ນໆ. ເດືອນ​ກຸມ​ພາ​ປີ2014, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໃຫ້​ສຳ​ພາດ​ຕໍ່​ໂທ​ລະ​ພາບ​ຣັດ​ເຊຍ​ວ່າ: “ໃນ​ຖາ​ນະ​ທີ່​ເປັນ​ຜູ້​ນຳ​ປະ​ເທດ,ພວກ​ເຮົາ​ໄດ້​ອຸ​ທິດ​ຕົນ​ໃຫ້​ກັບ​ປະ​ເທດ​ຊາດ​ແລ້ວ, ​ຖ້າ​ເວົ້າ​ເລື່ອງການ​ເຮັດ​ວຽກ​​​ກໍ່ແນ່ນອນ​ແລ້ວຕ້ອງ​ຢູ່​ໃນ​ສະ​ພາບ​ເຮັດ​ວຽກ​ທີ່​ເກີນ​ສ່ວນ, ແຕ່​ກໍ​ຄວນ​ເອົາ​ໃຈ​ໃສ່​ການ​ພັກ​ຜ່ອນ​ຢ່ອນ​ອາ​ລົມ, ສຳ​ລັບຂ້າ​ພະ​ເຈົ້າ​ເອງ​, ແຕ່​ລະ​ມື້​ກໍ​ຕ້ອງ​ບິ​ແບ່ງ​ເວ​ລາ​ໄປລອຍ​ນ້ຳ​ມື້​ລະ​ພັນ​ແມັດ.”
 

​ໃນ​ໄວ​ໜຸ່ມ,​ທ່ານ​ສີ​ຈິ້ນ​ຜິງມັກ​ເຕະ​ບານ​ເປັນ​ພິ​ເສດ, ທ່ານ​ເຄີຍ​ເຕະບານ​ຢູ່​ກາງ​ສະ​ໜາມ​ຢ່າງ​ຊຳ​ນິ​ຊຳ​ນານໃນ​ຖາ​ນະ​ເປັນ​​ຜູ້ຫຼິ້ນ​ໃຫ້​ກັບ​ທີມ​ບານ​ເຕະ​ໂຮງ​ຮຽນ​ມັດ​ທະ​ຍົມ​81(ແປດ​ໜຶ່ງ)ປັກ​ກິ່ງ. ເດືອນ​ກັນ​ຍາ​ປີ2016, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກັບ​ໄປ​ຢ້ຽມ​ຢາມ​ໂຮງ​ຮຽນ​ມັດ​ທະ​ຍົມ​81(ແປດ​ໜຶ່ງ)​ປັກ​ກິ່ງ​ທີ່​ຕົນ​ເຄີຍ​ໃຊ້​ຊີ​ວິດ​ໃນ​ໄວ​ຮຽນ​, ເມື່ອ​ໄດ້​ເຫັນ​ພວກ​ນັກ​ເຕະ​ບານ​ລຸ້ນ​ນ້ອຍ​ກຳ​ລັງ​ຝຶກ​​ຊ້ອມ​ຢູ່, ທ່ານ​ໄດ້​ເລົ່າ​ຄືນ​​ອະ​ດີດດ້ວຍ​ຄວາມ​ພາກ​ພູມ​ໃຈ​ວ່າ: “ທີມ​ບານ​ເຕະ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ເຄີຍ​ຊີງ​ໄດ້​ແຊ໊ມ​ໃນ​ການ​ແຂ່ງ​ຂັນ​​ບານ​ເຕະນະ​ຄອນຫຼວງ​ປັກ​ກິ່ງ ແລະ​ໄດ້​ທີ4ໃນ​ການ​ແຂ່ງ​ຂັນ​ທົ່ວ​ປະ​ເທດ.”
 

ຕາມ​​ທັດ​ສະ​ນະ​ຂອງທ່ານ​ສີ​ຈິ້ນ​ຜິງ​​ແລ້ວ, ການເຄື່ອນ​ໄຫວ​ກິ​ລາ​ສາ​ມາດ​ເຮັດ​ໃຫ້​ພວກ​ເຮົາ​ມີ​ຄວາມ​ຄຶກ​ຄັກ​ຢ່າງ​ເຕັມ​ປ່ຽມ ທັງ​ຊ່ວຍ​ໃຫ້​ພວກ​ເຮົາ​ສາ​ມາດ​ເຮັດ​ວຽກ​ໄດ້​ດີກວ່າ​ເກົ່າ​ອີກ. ທ່ານ​ບໍ່​ພຽງ​ແຕ່​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ເຄື່ອນ​ໄຫວ​ກິ​ລາ​ເທົ່າ​ນັ້ນ,​ ຍັງ​ໄດ້​ຕັ້ງ​ໜ້າ​ຊຸກ​ຍູ້​ຂະ​ບວນ​ການ​ເຄື່ອນ​ໄຫວ​ກິ​ລາດ້ວຍ​​ພຶດ​ຕິ​ກຳ​ຕົວ​ຈິງ​ອີກ​ດ້ວຍ.
 

ທ່ານ​ຈູ່​ສາວ​ມີງ ຜູ້​ກໍ່​ຕັ້ງ​ສະ​ມາ​ຄົມ​ປີນ​ພູ​ຟູ​ຈ້ຽນ​ໄດ້​ເລົ່າ​ຄືນ​ວ່າ: ຕອນ​ທີ່​ທ່ານ​ສີ​ຈິ້ງ​ຜິງ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເຈົ້າ​ແຂວງ​ແຂວງ​ຟູ​ຈ້ຽນ​ນັ້ນ, ທຸກໆ ສອງ​ຫາ​ສາມ​ອາ​ທິດ,ທ່ານກໍ​ຕ້ອງ​ໄປ​ປີນ​ພູ​ກູ​ຊ່ານ​ເທື່ອ​ໜຶ່ງ​. ໃນ​ເວ​ລາ​ນັ້ນ, ສະ​ມາ​ຄົມ​ປີນ​ພູ​ຟູ​ຈ້ຽນ​ໄດ້​ສະ​ເໜີ​ໃຫ້​ທ່ານ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທານ​ກິ​ຕິ​ມະ​ສັກ​ຂອງ​ສະ​ມາ​ຄົມ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຮັບ​ປາກ​ທັນ​ທີ​ເລີຍ​ວ່າ: “​ເປັນປະ​ທານ​ກິ​ຕິ​ມະ​ສັກ​ຂອງ​ສະ​ມາ​ຄົມ​ອື່ນ​ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ເປັນ​ຈັກ​ເທື່ອ, ແຕ່​ເປັນ​ປະ​ທານ​ກິ​ຕິ​ມະ​ສັກ​ສະ​ມາ​ຄົມ​ປີນ​ພູ ຂ້າ​ພະ​ເຈົ້າ​ຕ້ອງ​ເປັນ​ແນ່ນອນ, ຂ້າ​ພະ​ເຈົ້າ​ເປັນ​ປະ​ທານ​ກິ​ຕິ​ມະ​ສັກ​ກໍ​ຈະ​ສາ​ມາດ​ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ກິ​ລາປີນ​ພູ​ທົ່ວ​​ປວງ​ຊົນ, ການ​ເຄື່ອນ​ໄຫວ​ກິ​ລາ​ສາ​ມາດ​ນຳ​ເອົາ​ຄວາມ​ສຸກ​ມາ​ສູ່​ປະ​ຊາ​ຊົນ​ໄດ້.”
 

ພາຍຫຼັງ​ດຳ​ລົງ​ຕຳ​ແໜ່ງການ​ນຳ​ຂັ້ນ​ສູນ​ກາງ​ແລ້ວ, ເພື່ອ​ເສີມ​ສ້າງ​ກຳ​ລັງ​ແຫ່ງ​ຊາດ​ຕົວ​ຈິງ​ແລະ​ເຕົ້າ​ໂຮມກຳ​ລັງ​ໃຈ​ທົ່ວ​ທັງ​ຊາດ, ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເນັ້ນ​ໜັກ​ວ່າ: ການ​ພັ​ດ​ທະ​ນາ​​ຂະ​ບວນການ​ເຄື່ອນ​ໄຫວ​ກິ​ລາ, ເສີມ​ສ້າງ​​ສຸ​ຂະ​ພາບຮ່າງ​ກາຍ​ຂອງ​ປະ​ຊາ​ຊົນ​ໃຫ້​ເຂັ້ມ​ແຂງ ເປັນ​ທິດ​ທາງ​ແລະ​ໜ້າ​ທີ່​ພື້ນ​ຖານ​ຂອງວຽກ​ງານ​ກິ​ລາ​ຂອງປະ​ເທດ​ຈີນ. ການ​ອອກ​ກຳ​ລັງ​ກາຍ​ທົ່ວ​ປວງ​ຊົນ​ເປັນ​ພື້ນ​ຖານ​ແລະ​ສິ່ງ​ຮັບ​ປະ​ກັນ​ສຳ​ລັບປະ​ຊາ​ຊົນ​ທົ່ວ​ທັງ​ຊາດ​ເພື່ອ​ເຮັດ​ໃຫ້ສຸ​ຂະ​ພາບ​ຮ່າງ​ກາຍ​ແຂງ​ແຮງ​ຂຶ້ນ​ແລະ​ ​ດຳ​ລົງ​ຊີ​ວິດ​ຢ່າງ​ປອ​ດ​ໃສ.ສຸ​ຂະ​ພາບຮ່າງ​ກາຍ​ຂອງ​ປະ​ຊາ​ຊົນ​ເປັນ​ເນື້ອ​ໃນ​ສຳ​ຄັນ​ຂອງການ​ສ້າງ​ສັງ​ຄົມ​ທີ່​ອີ່ມ​ໜຳ​ສຳ​ລານ​ໃຫ້​ສາ​ເລັດ​ຢ່າງ​ຮອບ​ດ້ານ, ເປັນ​ພື້ນ​ຖານ​ສຳ​ຄັນ​ສຳ​ລັບ​ທຸກ​ຄົນ​ໃນ​ການ​ເຕີບ​ໃຫຍ່​ແລະ​ການ​ບັນ​ລຸ​​ເປົ້າ​ໝາຍ​ຊີ​ວິດ​ທີ່​ມີ​ຄວາມ​ສຸກ. ພວກ​ເຮົາ​ຕ້ອງ​​ຈັດ​ຕັ້ງ​ປະ​ຕິ​ບັດ​ຂະ​ບວນ​ການ​ອອກ​ກຳ​ລັງ​ກາຍ​ທົ່ວ​ປວງ​ຊົນ​ຢ່າງກວ້າງ​ຂວາງ, ​ສົ່ງ​ເສີມ​​ກິ​ລາ​ມະ​ຫາ​ຊົນ​ແລະ​ກິ​ລາປະ​ເພດ​ທີ່​ໃຊ້​ໃນການ​ແຂ່ງ​ຂັນ​ໃຫ້​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ. ຄະ​ນະ​ພັກ​ແລະ​ອົງ​ການ​ປົກ​ຄອງ​ທຸກ​ຂັ້ນ​ຕ້ອງ​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ວຽກ​ງານ​ກິ​ລາ, ຖື​ເອົາ​ວຽກ​ງານ​ກິ​ລາ​ໄວ້​ຢູ່​ໃນ​ຖາ​ນະ​ອັນ​ສຳ​ຄັນ​, ກຳ​ແໜ້ນ​ແລະ​ພັດ​ທະ​ນາ​ວຽກ​ງານ​ນີ້​ໃຫ້​ໄດ້​ດີ​ຢ່າງ​ແທ້​ຈິງ.
 

ເມື່ອ​ກິ​ລາ​ເຂັ້ມ​ແຂງແລ້ວ ປະ​ເທດ​ຈີນກໍ​ຈະ​ເຂັ້ມ​ແຂງ, ​ເມື່ອປະ​ເທດ​ຊາດ​ຈະ​ເລີນ​ຮຸ່ງ​ເຮືອງ​ ກິ​ລາ​ກໍ​ຈະ​ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ. ​ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນຄັ້ງ​ທີ 18 ເປັນ​ຕົ້ນ​ມາ, ສູນ​ກາງ​ພັກ​ທີ່​ມີ​ສະ​ຫາຍ​ສີ​ຈິ້ນ​ຜິງ ເປັນ​ແກນ​ນຳ​ໄດ້​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ວຽກ​ງານ​ກິ​ລາ,ໂດຍ​ໄດ້ຊຸກ​ຍູ້​ກິ​ລາ​ມະ​ຫາ​ຊົນ, ກິ​ລາປະ​ເພດ​ທີ່​ໃຊ້​ໃນການ​ແຂ່ງ​ຂັນ​, ອຸດ​ສາ​ຫະ​ກຳ​ກິ​ລາ,ວັດ​ທະ​ນະ​ທຳ​ກິ​ລາ​ເປັນ​ຕົ້ນ​ໃຫ້​ພັດ​ທະ​ນາ​​ໄດ້ຢ່າງ​ກົມ​ກຽວ​​ແລະຮອບ​ດ້ານ, ລົງ​ເລິກ​ຈັດ​ຕັ້ງ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ວ່າ​ດ້ວຍ​ການ​ອອກ​ກຳ​ລັງ​ກາຍ​ທົ່ງ​ປວງ​ຊົນ, ຍົກ​ສູງ​ລະ​ດັບ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ດ້ານ​ກິ​ລາ, ອອກ​ແຮງ​ພັດ​ທະ​ນາ​ຂະ​ບວນ​ການ​ເຄື່ອນ​ໄຫວ​ກິ​ລາ​ຫິ​ມະ​ນ້ຳ​ກ້ອນ. ນັບ​ມາ​ຮອດ​ທ້າຍ​ປີ2020, ທົ່ວ​ປະ​ເທດ​ຈີນ​ມີ​ສະ​ຖານ​​ທີ່ຫຼິ້ນ​ກິ​​ລາລວມ​ທັງ​ໝົດ 3.713.000 ແຫ່ງ, ເນື້ອ​ທີ່​ສະ​ຖານ​ທີ່ຫຼິ້ນ​ກິ​ລາ​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ມີ 2,2 ຕາ​ແມັດ, ຄູຝຶກ​ກິ​ລາ​ທາງ​ສັງ​ຄົມ​ມີ 2.600.000 ຄົນ, ຈຳ​ນວນ​ຄົນ​ທີ່​ເຂົ້​າ​ຮ່ວມ​ການ​ເຄື່ອນ​ໄຫວຫຼິ້ນ​ກິ​ລາ​ເປັນ​ປະ​ຈຳ​ກວມ​ເຖິງ 37,2%. ປີ 2019, ມູນ​ຄ່າ​ເພີ່ມ​ຂອງ​ອຸດ​ສາ​ຫະ​ກຳ​ກິ​ລາ​ໃນ​ທົ່ວ​ປະ​ເທດ​ຈີນ​ບັນ​ລຸ​ເຖິງ 1124,8 ຕື້ຢວນ, ກວມ GDP ຫຼາຍກວ່າ 1%. ການ​ທີ່ວຽກ​ງານ​ກິ​ລາ​​​ໄດ້​ຮັບການ​ພັດ​ທະ​ນາ​ຢ່າງຫຼວງຫຼາຍ ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ວ່າ ປະ​ເທດ​ຈີນ​ໃນ​ຍຸກ​ໃໝ່​ກຳ​ລັງ​ມຸ້ງ​ໜ້າ​ກ້າວ​ໄປ​ສູ່​ເປົ້າ​ໝາຍ​ປະ​ເທດ​​ທີ່ເຂັ້ມ​ແຂງ​ດ້ານ​ກິ​ລາ​ດ້ວຍ​ບາດ​ກ້າວ​ທີ່​ໜັກ​ແໜ້ນກວ່າ​ເກົ່າ.
 

  ປັດ​ຈຸ​ບັນ, ໄປ​ຄຽງ​ຄູ່​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວ​ໄດ້​ສິ້ນ​ສຸດ​ລົງ, ງານ​ກິ​ລາ​ໂອ​ລິມ​ປິກລະ​ດູ​ໜາວ​ປັກ​ກິ່ງ​ຈະ​ເປີດ​ສາກ​ຂຶ້ນ​ໃນ​ອະ​ນາ​ຄົດ​​ອີກບໍ່​ດົນ​ຂ້າງ​ໜ້າ​ນີ້. ໃນ​ຂະ​ບວນ​ການ​ກະ​ກຽມ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ2022, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ເນັ້ນ​ມາຫຼາຍ​ເທື່ອ​ວ່າ: ຕ້ອງ​ຕັ້ງ​ໜ້າ​ວາງ​ແຜນ​ການ​ກ່ຽວ​ກັບ​ການ​ນຳ​ໃຊ້​ສະ​ໜາມ​ກິ​ລາ​​ທີ່​ໃຊ້​ໃນ​ການ​ຈັດງານ​ໂອ​ລິມ​ປິກ, ຖື​ເອົາ​ການ​ຈັດ​ງານ​ແຂ່ງ​ຂັນ​ທີ່​ສຳ​ຄັນ​ປະ​ສານ​ສົມ​ທົບ​ກັບ​ວຽກ​ງານ​ການ​ອອກ​ກຳ​ລັງ​ກາຍ​ທົ່ວ​ປວງ​ຊົນ. ດ້ວຍ​ເຫດ​ນີ້, ການ​ສ້າງ​ໂຄ​ງ​ການ​ກິ​ລາ​ດີ​ເດັ່ນ ບໍ່​ພຽງ​ແຕ່​​ແມ່ນ​ການຈັດ​ການ​ແຂ່ງ​ຂັນ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກຊາວ​ໂລກ​ຄັ້ງ​ໜຶ່ງ​ເທົ່າ​ນັ້ນ, ຍິ່ງກວ່າ​ນັ້ນ​ກໍ​ແມ່ນ​​ການສ້າງ​ຜົນ​ປະ​ໂຫຍດ​ຢ່າງ​ຍາວ​ນານ​ໃຫ້​ກັບ​ປະ​ຊາ​ຊົນ​ຜ່ານ​ຈາກ​ຂະ​ບວນ​ການ​ອອກ​ກຳ​ລັງ​ກາຍ​ທົ່ວ​ປວງ​ຊົນຫຼັງ​ການ​ແຂ່ງ​ຂັນ. ທຸກ​ມື້​ນີ້, ຜ່ານ​ຈາກ​ການ​ດັດ​ສ້າງ, ສະ​ໜາມ​ກິ​ລາ​ແຫ່ງ​ຕ່າງໆ​​ເພື່ອ​ຮັບ​ໃຊ້​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ລ້ວນ​ແຕ່​ສາ​ມາດ​ຕອບ​ສະ​ໜອງ​ກັບ​ເງື່ອນ​ໄຂ​ໃນ​ການ​ຈັດ​ການ​ແຂ່ງ​ຂັນ​ກິ​ລາ​ທົ່ວ​ໄປ ທັງ​ສາ​ມາດ​ຈັດ​ການ​ເຄື່ອນ​ໄຫວ​ກິ​ລາ​ນ້ຳ​ກ້ອນ​ສຳ​ລັບ​ມະ​ຫາ​ຊົນໄດ້.
 

ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນການ​ເຄື່ອນ​ໄຫວ​ກິ​ລາ ເຊິ່ງ​ໄດ້​ກະ​ຕຸກ​ຊຸກ​ຍູ້​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ໃຫ້​ມີ​ຄວາມ​ຫ້າວ​ຫັນ​ໃນ​ການ​ອອກ​ກຳ​ລັງ​ກາຍ, ​ສະ​ຕິການ​ອອກ​ກຳ​ລັງ​ກາຍ​ຂອງ​ປະ​ຊາ​ຊົນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ໃນ​ຊຸມ​ປີ​ຜ່ານ​ມາ, ສວນ​ສາ​ທາ​ລະ​ນະ​ຢູ່​ແຫ່ງ​ຕ່າງໆ​ທົ່ວ​ປະ​ເທດ​ຈີນ​ຕ່າງ​ກໍ​ໄດ້​ຂະ​ຫຍາຍກວ້າງ​ອອກ, ເຂດ​ຄຸ້ມ​ເຮືອນ​ແຫ່ງ​ຕ່າງໆ​ໄດ້​ຕິດ​ຕັ້ງ​ອຸ​ປະ​ກອນ​ອອກ​ກຳ​ລັງ​ກາຍ, ​ຈຳ​ນວນ​ຄົນ​ທີ່​ອອກ​ກຳ​ລັງ​ກາຍ​ກໍ​ນັບ​ມື້​ນັບຫຼາຍ​ຂຶ້ນ. ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ສົ່ງ​ເສີມ​ຈາກ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ໃຫ້​ທົ່ວ​ປວງ​ຊົນ​ອອກ​ກຳ​ລັງ​ກາຍ, ປະ​ຊາ​ຊົນ​ຈະ​ມີ​ຄວາມ​ຮູ້​ສຶກວ່າ​ມີ​ຄວາມ​ສຸກ​ນັບ​ມື້​ນັບຫຼາຍ​ຂຶ້ນ, ຄວາມ​ໃຝ່​ຝັນ​ຂອງ​ຈີນ​ທີ່​​ຈະສ້າງ​ປະ​ເທດ​ທີ່​ເຂັ້ມ​ແຂງ​ດ້ານ​ກິ​ລາ​ກໍ​ຈະ​ສາ​ມາດ​ບັນ​ລຸ​ຜົນ​ເປັນ​ຈິງ​ໄດ້​ຢ່າງ​ແນ່ນອນ.

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: “ແຜນ​ການ​ອອກ​ກຳ​ລັງ​ກາ​ຍ​ທົ່ວ​ປວງ​ຊົນ​ຂອງ​ພວກ​ເຮົາ​ກໍ​ແມ່ນ​ໃຫ້​ປະ​ຊາ​ຊົນ​ມີ​ຄວາມ​ສຸກ,ຫວັງ​ວ່າ ຄົນ​ຈີນ​ຈະ​ມີ​ອາ​ຍຸ​ຍືນກວ່າ​ເກົ່າ ແລະ​ມີ​ສຸ​ຂະ​ພາບແຂງ​ແຮງກວ່າ​ເກົ່າ.”

ຄຳ​ເຫັນ

0